• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ລຽນແທ່ງ: ເຄື່ອງໝາຍການຄ້າ ນ້ຳປາ 110 ປີ

ປິ 1906, ທີ່ນະຄອນ ຟານຖຽດ, ລຽນແທ່ງ ເທືອງກວານ (ຕາມພາສາ ຝຣັ່ງ: Société de Lien Thanh) ໄດ້ສ້າງຕັ້ງຂຶ້ນໂດຍບັນດາ ນັກປັນ ຍາຊົນ ແລະ ເລືອກເອົາອາຊີບຜະລິດ ນ້ຳປາ ເພື່ອ ພັດທະນາ ການດຳ ເນີນເຮັດທຸລະກິດ. 110 ປີຜ່ານມາ, ນ້ຳປາ ລຽນແທ່ງ ໄດ້ຮັບຄວາມນິ ຍົມຈາກຜູ້ບໍລິໂພກ ດ້ວຍລົດຊາດພິເສດ ທີ່ເປັນເອກະລັກ. 
ສະໄໝນັ້ນ, ບັນດາອາຊີບຕົ້ນຕໍ່ໃນຂະແໜງອຸດສາຫະກຳ ແລະ ການ ຄ້າ ຖືກຄວບຄຸມໂດຍນາຍທຶນ ຝຣັ່ງ ແລະ ຈີນ. ແຕ່ນ້ຳປາ ເປັນ ຂະ ແໜງ ອາຊີບເຮັດທຸລະກິດຂະໜາດນ້ອຍ, ຍັງບໍ່ທັນຖືກຄວບຄຸມ, ມີ ແຫຼ່ງວັດຖຸດິບທີ່ອຸດົມສົມບູນ. ເພາະສະນັ້ນ, ນ້ຳປາເປັນຂະແໜງ ອາ ຊີບທີ່ເໝາະສົມເພື່ອດຳເນີນເຮັດທຸລະກິດໃນສະໃໝ ນັ້ນ.
 
ຫຼັງຈາກສ້າງຕັ້ງຂຶ້ນມາ, ບັນດາຜູ້ກໍ່ຕັ້ງບໍລິສັດນ້ຳປາ ລຽນແທ່ງ ມີແຜນຍຸດທະສາດໃນການສ້າງເຄື່ອງໝາຍການຄ້າຢ່າງຈະແຈ້ງ. ເຂົາເຈົ້າ ເລືອກ ເອົາຮູບພາບ “ຊ້າງສີແດງ” ເປັນເຄື່ອງໝາຍໂລໂກ ຂອງ ບໍລິສັດ ແລະ ລົງທຶນເຂົ້າໃນການຄຸ້ມຄອງຄຸນນະພາບຄື: ສ້າງຫ້ອງທົດລອງ, ຝຶກອົບຮົມພະນັກງານເຕັກນິກ, ສ້າງການພົວພັນກັບບໍລິສັດ Kubota ຂອງ ຍີ່ປຸ່ນ ເພື່ອຊື້ເຄື່ອງຈັກທີ່ທັນສະໄໝ... ນອກຈາກນັ້ນ, ບໍລິສັດ ຍັງ ໃຫ້ນຳໃຊ້ວິທີເຮັດທຸລະກິດແບບທັນສະໄໝຄື: ຍົກສູງ ຄຸນ ນະພາບ ຜະ ລິດຕະພັນ ສົມທົບກັບການເປີດກວ້າງເຄືອຂ່າຍ ຈຳໜ່າຍ ສິນຄ້າ ຢ່າງ ບໍ່ຢຸດຢັ້ງ. ມາເຖິງປີ 1917, ບໍລິສັດນ້ຳປາ ລຽນແທ່ງ ໄດ້ຍ້າຍມາຢູ່ ເຈີ້ເລີນ ແລະ ຊື້ດິນຕອນໜຶ່ງ ຢູ່ ແຄງໂຮ້ຍ (ເຮືອເລກ ທີ 243, ທ່າກຳ ປັ່ນ ເວີນໂດ່ນ, ເມືອງ 4 -  ສຳນັກງານໃຫຍ່ຂອງ ລຽນ ແທ່ງ ໃນປະຈຸ ບັນ) ເພື່ອສ້າງບ່ອນເກັບ ຮັກສານ້ຳປາ.
 
ປິ 1918, ລຽນແທ່ງ ກ້າວເຂົ້າສູ່ໄລຍະພັດທະນາຢ່າງແຂງແຮງ, ໄດ້ເຂົ້າ ຮ່ວມງານຕະຫຼາດນັດຢູ່ ຮ່າໂນ້ຍ ແລະ ງານປະກວດສິນຄ້າຢູ່ນະ ຄອນ Marseille, ປະເທດ ຝຣັ່ງ. ລຽນແທ່ງ ຄ່ອຍໆ ເປີດກວ້າງເຄືອຂ່າຍຈຳ ໜ່າຍສິນຄ້າຂອງຕົນຢູ່ບັນດາແຂວງພາກກາງ, ພາກໃຕ້, ສົ່ງ ອອກໄປ ຍັງປະເທດກຳປູເຈຍ ແລະ ບັນດາປະເທດ ເອີຣົບ ອີກດ້ວຍ. ມາເຖິງປີ 1975, ເມື່ອງປະເທດຊາດໄດ້ທ້ອນໂຮມເປັນເອກະພາບ, ລຽນແທ່ງ ໄດ້ໂຮມ ເຂົ້າເປັນໂຮງງານຜະລິດນ້ຳປາ ວິສາຫະກິດແຫ່ງລັດ. ປີ 2001, ລຽນແທ່ງ ປະຕິບັດການຫັນເປັນຫຸ້ນສ່ວນ ແລະ ມີຊື່ວ່າ ບໍລິສັດ ຫຸ້ນສ່ວນປຸງແຕ່ງສິນທະເລ ລຽນແທ່ງ. 


ນ້ຳປາ ລຽນແທ່ງ ສ່ວນຫຼາຍໄດ້ເກັບຊື້ວັດຖຸດິບ ທີ່ອຸດົມສົມບູນຈາກ ຈາກ ບິ່ງຖ້ວນ.


ຖັງບັນຈຸນ້ຳປາ ເຮັດດ້ວຍໄມ້ຈັນ, ໄມ້ແປກ... ທີ່ມີຂະໜາດໃຫຍ່ ແລະ ມີອາຍຸການນຳໃຊ້ເກືອບ 100 ປີ.


ວັດຖຸດິບທີ່ນຳໃຊ້ເພື່ອຜະລິດນ້ຳປາ ຈະຕ້ອງເອືອບແຕ່ 8-12 ເດືອນ, ຫຼັງຈາກນັ້ນຈິ່ງຕອງເອົາຫົວເຊື້ອ.


ຂັ້ນຕອນການຮ່າຍນ້ຳປາເຂົ້າແກ້ວແບບອັດຕະໂນມັດ...


... ແກ້ວນ້ຳປາສຳເລັດຮູບ...


... ຂັ້ນຕອນການກວດກາຄຸນນະພາບຜ່ານການສ່ອງແສງ.


ຂຶ້ນກັບຄວາມຕ້ອງການຂອງຜູ້ບໍລິໂພກ, ລຽນແທ່ງ ຈະມີນ້ຳປາ ຫຼາຍຊະນິດ
ທີ່ແຕກຕ່າງກັນຄື: ເຄື່ອງໝາຍ ຄຳ, ເງິນ, ທອງ, ນຳ້ປາ ເຈ
.



ປະຈຸບັນ, ນ້ຳປາ ລຽນແທ່ງ ມີຂາຍຢູ່ຫຼາຍທ່ອງຖິ່ນ ຂອງ ຫວຽດນາມ ໃນຊັບພະສິນຄ້າ,
ສາຂາຈຳໜ່າຍ ແລະ ບັນດາຮ້ານວາງສະ ແດງຜະ ລິດຕະພັນ…







ບາງຊະນິດນ້ຳປາ ລຽນແທ່ງ.

ເພື່ອຮັກສາ ລົດຊາດ ທີ່ດີເລີດ ໃນ 110 ປີຜ່ານມາ, ລຽນແທ່ງ ຍັງຄົງຮັກ ສາວິທີການຜະລິດນ້ຳປາ ທີ່ເປັນມູນເຊື້ອ ຂອງ ປະຊາຊົນ ເຂດທະເລ ພາກກາງ. ປາ ແລະ ເກືອໄດ້ເອືອບເຂົ້າກັນດ້ວຍມາດຕາ ສ່ວນ 3-1 (ປາ 3, ເກືອ 1). ຖັງເກັບຮັກສານ້ຳປາ ທີ່ເຮັດດ້ວຍ ໄມ້ຈັກ,ໄມ້ແປກ ...ອາດສາມາດບັນຈຸນ້ຳປາ ໄດ້ 4-6 ໂຕນ ໃນໄລຍະເວລາ ເກືອບ 100 ປີ. ພິເສດ, ວັດຖຸດິດທີ່ເອືອບໃຊ້ເວລາແຕ່ 8-12 ເດືອນ ຈຶ່ງໄດ້ຕອງເອົາ ນ້ຳປາ.
 
ເປັນເຄື່ອງໝາຍການຄ້າທີ່ມີຊື່ສຽງ ໃນຂະແໜງການຜະລິດນ້ຳປາຂອງ ຫວຽດນາມ, ລຽນແທ່ງ ມີຄວາມເອົາໃຈໃສ່ໃນດ້ານຄຸນນະພາບຜະລິດຕະພັນຂອງຕົນດ້ວຍວິທີການຄຸ້ມຄອງການຜະລິດຕາມມາດຕະຖານ, ຄຸນນະພາບຂອງຜະລິດຕະພັນໄດ້ຄວບຄຸມຢ່າງເຄັ່ງຄັດ, ໄດ້ຮັບໃບຮັບຮອງປອດໄພດ້ານສະບຽງອາຫານຕາມມາດຕະຖານ HACCP (ລະ ບົບຄຸ້ມຄອງຄຸນນະພາບປອດໄພດ້ານສະບຽງອາຫານ), Code EU.
 
ແຕ່ລະປີ, ລຽນແທ່ງ ໄດ້ຈຳໜ່າຍນ້ຳປາອອກສູ່ຕະຫຼາດ 4,5 ລ້ານລິດ ໃນທົ່ວປະເທດ. ຂຶ້ນກັບຄວາມຕ້ອງການຂອງຜູ້ບໍລິໂພກ, ລຽນແທ່ງ ຈະ ມີຜະລິດຕະພັນຫຼາຍຊະນິດທີ່ແຕກຕ່າງກັນຄື: ເຄື່ອງໝາຍ ຄຳ, ເງິນ, ທອງ, ນ້ຳປາເຈ ...ຢູ່ຕະຫຼາດພາຍໃນປະເທດ. ປະຈຸບັນ, ນ້ຳປາ ລຽນແທ່ງ ຈຳໜ່າຍຢູາທຸກແຂວງ ຂອງ ຫວຽດນາມ ຜ່ານລະບົບຊັບພະສິນ ຄ້າ, ຕົວແທນຈຳໜ່າຍ ແລະ ບັນດາຮ້ານວາງສະແດງ ຜະລິດຕະພັນ...
 
ດ້ວຍເປົ້າໝາຍຍູ້ແຮງການສົ່ງອອກ, ປະຈຸບັນ ບັນດາຜະລິດຕະພັນຂອງ ລຽນແທ່ງ ໄດ້ມີໜ້າຢູ່ບັນດາປະເທດ ສ ອາເມລິກາ, ລັດເຊຍ, ຍີ່ ປຸ່ນ... ພິເສດ, ປີ 2009 ລຽນແທ່ງ ໄດ້ຮັບ Code EU, ໜັງສືເຂົ້າ ຕະຫຼາດ ເອີຣົບ, ນີ້ເປັນໂອກາດເພື່ອໃຫ້ ລຽນແທ່ງ ສົ່ງ ນ້ຳປາ "ກວກໂຮ່ນ ກວກກຸຍ" ຂອງ ຫວຽດນາມ ອອກສູ່ໂລກ. 
ບົດ: ຫງວຽນແອງ - ພາບ: ດັ້ງກິມເຟືອງ

ສັນຍາລັກ Simexco Daklak

ສັນຍາລັກ Simexco Daklak

ຕັ້ງໃນເຂດເນີນສູງພາກກາງ ໄຕງວຽນ, ບ່ອນທີ່ມີ ເນື້ອທີ່ ປູກ ກາເຟ Robusta ໃຫຍ່ທີ່ສຸດ ແລະ ມີຊື່ສຽງ ທີ່ສຸດຂອງ ຫວຽດນາມ, Simexco Daklak ມີທ່າໄດ້ປຽບໃນການ ກາຍເປັນໜຶ່ງ ໃນບັນດາຜູ້ສົ່ງອອກ ກາເຟ ໃຫຍ່ທີ່ສຸດຂອງ ປະເທດ. ດ້ວຍ​ເຕັກ​ໂນ​ໂລ​ຊີ​ ປຸງ​ແຕ່ງ​ທີ່​ທັນ​ສະ​ໄໝ​ ແລະ ​ວັດ​ຖຸ​ດິບ ​ທີ່​ອຸດົມສົມບູນ​ ຍ້ອນມີ​ຕ່ອງ​ໂສ້​ເຊື່ອມໂຍງກັບ ຊາວ ກະ​ສິ​ກອນ ກວ່າ 40.000 ຄອບຄົວ ແບບຍືນຍົງ, ແຕ່​ລະ​ປີ Simexco Daklak ສາ​ມາດ​ສົ່ງ​ອອກ ກາ​ເຟ​ ເຖິງ 120.000 ໂຕນ ​ໄປ​ຍັງ​ກວ່າ 100 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ.

Top