• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ລົດເມ ທາງນຳ້ຢູ່ ໄຊງ່ອນ

ພາຍຫຼັງການລໍຄອຍມາເປັນເວລາຫຼາຍເດືອນ, ປະຊາຊົນ ແລະ ນັກທ່ອງທ່ຽວຢູ່ ໄຊງ່ອນ ຈຶ່ງໄດ້ນຳໃຊ້ປະເພດຂົງສົ່ງ ຜູ້ໂດຍ ສານແບບໃໝ່ “ລົດເມທາງນຳ້” ທີ່ຫາກໍ່ເປີດນຳໃຊ້ ຢ່າງເປັນທາງການໃນທ້າຍເດືອນ ພະຈິກ 2017.
ຕອນເຊົ້າວັນອາທິດ, ເອື້ອຍ ດິງທິຮັ່ງ, ອາຍຸ 38 ປີ, ເຮືອນຢູ່ ເມືອງ ຖູດຶກ ພ້ອມກັບບັນດາສະມາຊິກໃນຄອບຄົວ ຂຶ້ນເຮືອຂົນສົ່ງຜູ້ໂດຍສານຢູ່ທ່າກຳປັ່ນ ລິງດົງ, ເມືອງ ຖູດຶກ ເພື່ອ ທົດ ລອງໃຊ້ “ລົດເມທາງນຳ້” ຖ້ຽວທຳອິດຢູ່ນະຄອນໂຮ່ຈີມິນ. ບໍ່ ມີສະພາບລົດຕິດ, ຂີ້ຝຸ່ນ, ແດດຮ້ອນ...ຄືທາງບົກ, ບັນຍາ ກາດ ເທິງເຮືອເຕັມໄປດ້ວຍຄວາມເຢັນດີ ແລະ ປອດໂປ່ງ.
 
ເຮືອຂົນສົ່ງຜູ້ໂດຍສານຈອດຢູ່ທ່າກຳປັ່ນ ແບກດັ່ງ, ສີເຫຼືອງ ແລະ ຍາວ 18 ແມັດ. ພາຍໃນເຮືອ ໄດ້ອອກແບບຢ່າງກວ້າງ ຂວາງ, ສະອາດ ແລະ ທັນສະໄໝ ມີບ່ອນນັ່ງ 80 ບ່ອນ. ເຮືອ ໄດ້ຕິດຕັ້ງລະບົບດອກໄຟ, ລະບົບລະບາຍອາກາດ, ເຕືອນ ໄຟໄໝ້, ຫ້ອງນຳ້... ປະຕູແວ່ນໄດ້ອອກແບບໃຫ້ກວ້າງຂວາງ ເພື່ອໃຫ້ຜູ້ໂດຍສານ ສາມາດຊົມ ທັດສະນີຍະພາບຕາມສອງ ຝ່ັງແມ່ນຳ້ ໄຊງ່ອນ. 



ລົດເມທາງນຳ້ ສາຍທຳອິດ ຊຶ່ງພະແນກຄົມມະນາຄົມ ນະ ຄອນ ໂຮ່ຈີມິນ ແລະ ບໍລິສັດ ເທື່ອງເຍີດ ຈຳກັດ
ຮ່ວມມື ກັນ ຈັດຕັ້ງ. 



ລົດເມທາງນຳ້ ເລີ່ມອອກເດີນທາງແຕ່ທ່າກຳປັ່ນ ແບກດັ່ງ. 


ລົດເມທາງນຳ້ ທົດລອງ ແລ່ນຮັບໃຊ້ຜູ້ໂດຍສານຟຣີ ເປັນເວ ລາ 10 ວັນ.


ຜູ້ໂດຍສານ ຢືນລໍຖ້າ ໄດ້ປີ້ ທີ່ທ່າກຳປັ່ນ ລິງດົງ, ເມືອງ ຖູດຶກ. 


ນັກທ່ອງທ່ຽວ ຖ່າຍຮູບກັບລົດເມທາງນຳ້.


ສາຍທາງລົດເມທາງນຳ້ ຢູ່ນະຄອນ ໂຮ່ຈີມິນ ຍາວທັງໝົດ 10,8 ກິໂລແມັດ, ແຕ່ທ່າກຳປັ່ນ ແບກດັ່ງ
ໄປຫາທ່າກຳປັ່ນ ລິງດົງ.



ຄວາມແປກໃໝ່, ພິເສດຂອງລົດເມທາງນຳ້ ໄດ້ດຶງດູດຄວາມ
ສົນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ. 



ລົດເມທາງນຳ້ ໄດ້ສ້າງຄວາມແຕກຕ່າງໃນການ ຂົນສົ່ງຜູ້ ໂດຍສານ. 


ຜູ້ໂດຍສານຮູ້ສຶກປະທັບໃຈ ໃນເວລາທົດລອງໃຊ້ ລົດເມ ທາງ ນຳ້.


ຄວາມເຢັນສະບາຍ ແລະ ອາກາດປອດໂປ່ງ ແມ່ນຄວາມຮູ້ ສຶກ ໃນເບື້ອງຕົ້ນຂອງຜູ້ໂດຍສານ
ເມື່ອນຳໃຊ້ລົດເມທາງນຳ້.
ນີ້ແມ່ນລົດເມທາງນຳ້ ສາຍທຳອິດ ທີ່ພະແນກຄົມ ມະນາຄົມ ນະຄອນ ໂຮ່ຈີມິນ ແລະ ບໍລິສັດ ເທື່ອງເຍີດ ຈຳກັດ ຮ່ວມມື ກັນຈັດຕັ້ງ. ສາຍທາງລົດເມທາງນໍ້າ ດັ່ງກ່າວ ມີລວງຍາວ 10,8 ກິໂລແມັດ, ແລ່ນຜ່ານທ່າກຳປັ່ນ 5 ແຫ່ງຄື: ແບກດັ່ງ, ບິ່ງອານ, ແທງດາ, ຮຽບບິ່ງແຈງ ແລະ ລິງດົງ. ລົດເມຈະ ໃຫ້ ບໍລິການ ແຕ່ 6:30 ນາທີ ເຖິງ 19:30 ນາທີ ທຸກໆ ວັນ. ເສັ້ນ ທາງແຕ່ທ່າກຳປັ່ນ ແບກດັ່ງ ຫາທ່າ ກຳປັ່ນ ລິງດົງ ໃຊ້ເວລາ 30 ນາທີ. ເມື່ອເຂົ້າ ທຽບທ່າ, ເຮືອຈະຈອດ 3 ນາທີ ເພື່ອສົ່ງ ແລະ ຮັບຜູ້ໂດຍສານ.

ຄວາມແປກໃໝ່ ແລະ ພິເສດຂອງລົດເມທາງນຳ້ ໄດ້ດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວຫຼາຍພໍ ສົມ ຄວນ. ແຕ່ລະມື້, ມີປະຊາຊົນ ແລະ ນັກທ່ອງທ່ຽວຫຼາຍຄົນມາ ຢືນ ເປັນແຖວລໍຖ້າເພື່ອຊື້ປີ້. ທ່ານ ເຈິ່ນກິມຕວານ, ຜູ້ອຳນວຍ ການ ຂອງບໍລິ ສັດ ເທື່ອງເຍີດ ຈຳກັດ ໃຫ້ຮູ້ວ່າ: ຄວາມຕ້ອງ ການນຳໃຊ້ລົດເມທາງນຳ້ ຂອງ ປະຊາຊົນແມ່ນມີຫຼາຍ. ແຕ່ ປະຈຸບັນ ຫາກໍ່ມີເຮືອ 4 ລຳ ແລະ ເຮືອສຳຮອງໜຶ່ງລຳ ໄດ້ ທຳ ການເຄື່ອນໄຫວ. ໃນຕໍ່ໜ້ານີ້, ພວກຂ້າພະ ເຈົ້າຈະມີການດັດ ແປງເພື່ອຕອບສະໜອງຈາກຄວາມຕ້ອງ ການ ຂອງຜູ້ໂດຍ ສານໃຫ້ດີກວ່າເກົ່າ”.
 
ຄົ້ນຫາ ໄຊງ່ອນ ດ້ວຍທາງນຳ້, ຊົມເບິ່ງອາຄານສູງຫຼາຍຫຼັງ ຄື Bitexco, ລ່ອງຂ້າມຜ່ານຂົວ ຖູທຽມ, ຂົວໄຊງ່ອນ...ຫຼື ລ່ອງ ຂ້າມຜ່ານໜອງບຶງ ທີ່ຢູ່ລຽບແຄມແມ່ນຳ້ ໄຊງ່ອນ. ຜູ້ ໂດຍ ສານ ຫຼາຍຄົນ ຊົມເບິ່ງທັດສະນີຍະພາບຢູ່ແມ່ນໍ້າ ໄຊງ່ອນ ຜ່ານປະຕູແວ່ນ... ຫຼື ບັນທຶກຮູບພາບ ທີ່ສວຍງາມ ຕາມສາຍ ທາງເດີນດ້ວຍໂທລະສັບມືຖື. ເຂົາເຈົ້າເລົ່າສູ່ ກັນຟັງ ກ່ຽວກັບ ຊື່ບັນດາທ້ອງຖິ່ນຄື: ແທງດາ, ບິ່ງເກີຍ...ນັ້ນແມ່ນຄວາມ ປະ ທັບ ໃຈເທິງສາຍທາງລົດເມ ຢູ່ເທິງແມ່ນຳ້ ໄຊງ່ອນ.
 
ລົດເມທາງນຳ້ ໄດ້ສ້າງຄວາມແຕກຕ່າງໃນການຂົນສົ່ງຜູ້ ໂດຍສານ. ອ້າຍ ຮວ່າງຮືວເງ້ຍ ໃຫ້ຮູ້ວ່າ: “ພຽງແຕ່ 15.000 ດົ່ງຕໍ່ຖ້ຽວ ແຕ່ເມືອງ 1 ໄປຫາເມືອງ ຖູດຶກ, ຜູ້ໂດຍສານສາ ມາດຊົງເບິ່ງທັດສະນີຍະພາບຂອງ ໄຊງ່ອນ ດ້ວຍທາງນຳ້, ເຫັນມູມໜຶ່ງຂອງນະຄອນ ໄຊງ່ອນ ຈາກລົດເມລຳນີ້”.



ກັບຕັນເຮືອເປັນຜູ້ມີປະສົບການ ແລະ ທຳອາຊີບຂັບເຮືອ ມາເປັນເວລາຫຼາຍປີ. 


ເຮືອຂົນສົ່ງຜູ້ໂດຍສານມີສີເຫຼືອງທີ່ໂດດເດັ່ນ. 


ນີ້ແມ່ນລົດເມທາງນຳ້ ສາຍທຳອິດຢູ່ ໄຊງ່ອນ. 


ລົດເມທາງນຳ້ ເໝາະສົມກັບພາບພົດຂອງນະຄອນ ແລະ ປົກ ປັກຮັກສາສິ່ງແວດລ້ອມ. 


ຜູ້ໂດຍສານສາມາດຊົມ ບັນດາກິດຈະການກໍ່ສ້າງ ທີ່ໂດດ ເດັ່ນຂອງນະຄອນ ໂຮ່ຈີມິນ ຄື: ຕຶກອາຄານ Bitexco,
ຂົວ ໄຊງ່ອນ, ຂົວ ບິ່ງຈ້ຽວ ແລະ ອື່ນໆ. 



ນັກທ່ອງທ່ຽວຕ່າງປະເທດ ຖ່າຍຮູບເປັນທີ່ລະນຶກ ທີ່ທ່າກຳປັ່ນ ແບກດັ່ງ. 

ນັກທ່ອງທ່ຽວຫຼາຍຄົນໄດ້ເລືອກລົດເມທາງນຳ້ ເປັນພາຫະນະໃນການທ່ຽວໄຊງ່ອນ. ເພື່ອສ້າງເງື່ອນໄຂອຳນວຍຄວາມສະ ດວກໃນການໄປມາຂອງຜູ້ໂດຍສານທີ່ນຳໃຊ້ລົດເມ ທາງນຳ້, ນະຄອນ ໂຮ່ຈີມິນ ໄດ້ຂະຫຍາຍສາຍທາງລົດ ໄຟຟ້າ 3 ສາຍ ເຊື່ອມຕໍ່ທາງບົກກັບທາງນຳ້ ຢູ່ຫຼາຍຈຸດຄື: ຕະຫຼາດເບັນແທ່ງ, ໂຮງລະຄອນ ໄຊງ່ອນ, ຖະໜົນຄົນຍ່າງ ຫງວຽນເຫວ້, ໂຮງ ແຮມໃຫຍ່ຈຳນວນໜຶ່ງ, ເມືອງ 2 ແລະ ອື່ນໆ. ໃນອະນາຄົດ ລົດເມທາງນຳ້ ສາຍທີ 2 ຍາວ 10,3 ກິໂລແມັດ ແຕ່ ທ່າກຳ ປັ່ນ ແບກດັ່ງ ຫາທ່າກຳປັ່ນ ຫຼໍ່ໂກມ (ເມືອງ 6) ຈະ ໄດ້ເປີດນຳ ໃຊ້ ຢ່າງເປັນທາງການ.
 
ທ່ານ ເຈິ່ນຫວິງຕວຽນ, ຮອງປະທານຄະນະກຳມະການ ປະ ຊາຊົນ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ໃນອະນາຄົດ, ນະຄອນ ຈະ ກໍ່ສ້າງຫຼາຍຕົວແບບລົດເມທາງນຳ້, ລົດຕັກຊີ ທາງນຳ້, ກໍ່ສ້າງເປັນເຄືອຂ່າຍການຄົມມະນາຄົມທາງນຳ້ ທີ່ຫຼາກຫຼາຍ ຮູບແບບ. ລົດເມທາງນຳ ້ຈະປະກອບສ່ວນ ກະຕຸ້ນຊຸກຍູ້ ການ ພັດທະນາບັນດາການເຄື່ອນໄຫວດ້ານຄົມມະນາຄົມ, ເສດ ຖະກິດ, ການທ່ອງທ່ຽວຂອງນະຄອນໂຮ່ຈີມິນ. 

ບົດ: ຫງວຽນແອວງ - ພາບ: ທົງຫາຍ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top