• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ລົດຖີບໄມ້ໄຜ່ຂອງຄົນຫວຽດ

ເລືອກຕົ້ນໄມ້ໄຜ່ເປັນວັດຖຸດິບ ຜະລິດລິດໂຄງລົດຖີບ ເພື່ອສົ່ງອອກ ດ້ວຍຄວາມຫວັງຢາກ ແນະນຳ ຜະລິດຕະພັນໜຶ່ງ ທີ່ໃກ້ຊິດກັບປະຊາຊົນ ຢູ່ເຂດບ້ານນາຫວຽດນາມ  ອອກສູ່ ເພື່ອນມິດໃນໂລກ, ທ່ານ ຟ້າມມິງຈີ໋ ໃນເບື້ອງຕົ້ນ ໄດ້ບັນລຸ ບັນດາຜົນສຳເລັດທີ່ແນ່ນອນ ເມື່ອບັນດາຜະລິດຕະພັນ ທີ່ມີເຄື່ອງໝາຍການຄ້າ ລົດຖີບໄມ້ໄຜ່ຫວຽດ (Viet Bamboo Bike) ຂອງລາວ ໄດ້ຜູ້ບໍລິໂພກ ຢູ່ຫຼາຍປະເທດນຳໃຊ້.
ຮຽນຈົບປະລິນຍາໂທ ສະເພາະຂະແໜງລົດຍົນ ທີ່ມະຫາວິທະ ຍາໄລ Stuttgart (ເຢຍລະມັນ) ໄດ້ຊ່ວຍໃຫ້ທ່ານ ຈີ໋ ມີ ຄວາມ ຮູ້ພື້ນຖານ ເປັນຢ່າງດີ ໃນການອອກແບບ ໂຄງລົດຖີບ ກໍ ຄືຄົ້ນ ຄວ້າກ່ຽວກັບຄຸນລັກສະນະ ຂອງຕົ້ນໄມ້ໄຜ່. ແຕ່ທ່ານ ຈີ໋ ກໍຕ້ອງ ເສຍເວລາເຖິງ 8 ເດືອນ ເພື່ອການທົດລອງ ລຳໄມ້ໄຜ່ ນັບ ຫຼາຍ ສິບຊະນິດ ທີ່ແຕກຕ່າງກັນ ຈຶ່ງສາມາດ ເລືອກໄດ້ຕົວແບບໂຄງ ລົດຖີບ ທຳອິດທີ່ຕົວເອງພໍໃຈ.

ຕາມທ່ານ ຟ້າມມິງຈີ໋ ແລ້ວ, ເພື່ອເຮັດໃຫ້ໂຄງລົດຖີບ ທີ່ຜະລິດ ຈາກໄມ້ໄຜ່ ໄດ້ຮັບຄວາມເຊື່ອຖືຈາກຜູ້ຊົມໃຊ້ ແມ່ນຕ້ອງ ເຮັດແນວໃດ ໃຫ້ພວກເຂົາເຫັນໄດ້ຄວາມປອດໄພ ເນື່ອນຳໃຊ້. ດ້ວຍເຫດນັ້ນ, ລາວ ໄດ້ເລືອກເຟັ້ນໄມ້ໄຜ່ ຢ່າງຮອບຄອບທີ່ສຸດ. ນັ້ນແມ່ນເລືອກບັນດາປະເພດໄມ້ໄຜ່ ທີ່ມີຂະໜາດພໍເໝາະ, ມີຄວາມໜຽວ, ມີຄວາມຍືດຫຍຸ່ນສູງ ແລະ ທົນທານ. ຕໍ່ຈາກນັ້ນ ແມ່ນ ຂອດການ ກັນມອດ, ປວກ, ອອກແບບໂຄງລົດຖີບ ແລະ ທົດລອງທາງດ້ານເຕັກນິກ ຂອງ ໂຄງລົດຖີບ ໃນຕົວຈິງ. ສຳຄັນທີສຸດແມ່ນ ການເຊື່ອມຕໍ່ ຂໍ້ໄມ້ໄຜ່ເຂົ້າກັນ ເປັນໂຄງລົດຖີບ ຍ້ອນ ເປັນບ່ອນ ຮັບນຳ້ໜັກໃນເວລາລົດ ເຄື່ອນໄຫວ. 

 

ຮຽນຈົບປະລິນຍາໂທ ສະເພາະຂະແໜງລົດຍົນ ທີ່ມະຫາວິ ທະຍາໄລ Stuttgart (ເຢຍລະມັນ) ໄດ້ຊ່ວຍໃຫ້ທ່ານ ຟ້າມມິງຈີ໋
ມີ ຄວາມຮູ້ພື້ນຖານ ເປັນຢ່າງດີ ໃນການອອກແບບ ໂຄງລົດ ຖີບ ກໍຄືຄົ້ນຄວ້າກ່ຽວກັບຄຸນລັກສະນະ ຂອງ ຕົ້ນໄມ້ໄຜ່.



ໂຄງລົດຖີບຂອງ Viet Bamboo Bike ທີ່ຜະລິດຈາກ  ໄມ້ໄຜ່ ຂອງ ຫວຽດນາມ.


ຕັດໄມ້ໄຜ່ ຕາມຂະໜາດທີ່ກຳນົດມາກ່ອນ.


ສ້າງໂຄງລົດຖີບ.  


ຂໍ້ເຊື່ອມຕໍ່ ລຳໄຜ່ເຂົ້າກັນເປັນໂຄງລົດຖີບ ເປັນບ່ອນ ຮັບນ້ຳ ໜັກໃນເວລາລົດເຄື່ອນໄຫວ.





ຂອດການ ຖູກະດາດຊາຍ ຂໍ້ເຊື່ອມຕໍ່ໃຫ້ກ້ຽງ. 


ພັນເຊືອກ ທີ່ຮັບປະກັນບໍ່ໃຫ້ປວກ ມອດ ເຂົ້າໂຄງລົດຖີບ. 


ກະຕ່າລົດຖີບ ເຮັດດ້ວຍໄມ້ໄຜ່. 


ໂຄງລົດຖີບ ມີຫຼາຍສີສັນທີ່ແຕກຕ່າງກັນ.


ໂຄງລົດຖີບ WOLF ໄດ້ເຮັດດ້ວຍໄມ້. 


ທ່ານຟ້າມມິງຈີ໋ ກັບຜະລິດຕະພັນຂອງຕົນ. 

ໂຄງລົດຖີບ ທີ່ເຮັດຈາກໄມ້ໄຜ່ ຂອງ ຟ້າມມິງຈີ໋ ໄດ້ນຳໄປ ກວດ ສອບຄຸນນະພາບ ແລະ ໄດ້ຮັບຮອງບັນລຸມາດຕະຖານ ISO 4210 ຂອງ SGS - ສະວິດ ແລະ DIN - ເຢຍລະມັນ (ມາດ ຕະຖານກ່ຽວກັບຄຸນນະພາບໂຄງລົດຖີບ ໂດຍບັນດາ ບໍລິສັດ ກວດກາເອກະລາດທົ່ວໂລກເປັນຜູ້ກວດສອບ).

ລົດຖີບໄມ້ໄຜ່ ຂອງ Viet Bamboo Bike ມີ ນ້ຳໜັກເບົາ, ແຕ່ ສາມາດຮັບນຳ້ໜັກ ເຈົ້າຂອງລົດ ໃນເວລາຂີ່ຢູ່ສະຖານ ທີ່ຄ້ອຍ  ແລະ ມີຄວາມທົນທານ ກວ່າ 20 ປີ.

ຫຼັງຈາກງານວາງສະແດງລົດ 2 ລໍ້ ຢູ່ຫວຽດນາມ ຖືກຈັດຂຶ້ນ ໃນ ທ້າຍປີ 2015, ມີບໍລິສັດແຫ່ງໜຶ່ງຂອງເຢຍລະມັນ ໄດ້ຊື້ ລົດຖີບ ໂຄງໄມ້ໄຜ່ ຫຼາຍຊະນິດຂອງ Viet Bamboo Bike  ຈຳນວນ 150 ຄັນ. ນັບຕັ້ງແຕ່ນັ້ນມາ, ຜະລິດຕະພັນລົດຖີບໂຄງໄມ້ໄຜ່ ຂອງ ທ່ານ ຟ້າມມິງຈີ໋ ໄດ້ສົ່ງອອກໄປຫຼາຍປະເທດ ເຊ່ັນ: ຝຣັ່ງ, ສະວິດ, ອົສຕຣາລີ, ຍີ່ປຸ່ນ ໃນລາຄາແຕ່ 6-40 ລ້ານດົ່ງ/ຄັນ. ການປະດິດສ້າງໂຄງລົດຖີບ ຕາມຄວາມນິຍົມ, ທັງເປັນຜະລິດ ຕະພັນ ທີ່ເປັນມິດ ຕໍ່ສິ່ງແວດລ້ອມ, ໃນເວລາດຽວກັນນັ້ນກໍ ແມ່ນ ແນະນຳ ສີມືອາຊີບ ອັນຄ່ອງແຄ່ວ ຂອງ ຄົນຫວຽດ ອອກ ສູ່ໂລກ ແມ່ນຄວາມຫວັງທີ່ ຟ້າມມິງຈີ໋ ໃຝ່ຝັນ.

ປັດຈຸບັນ, ມີຫຼາຍແຫ່ງຢູ່ໃນໂລກ ກໍ່ຄື ຢູ່ຫວຽດນາມ ໄດ້ຜະລິດ ລົດຖີບໂຄງໄມ້ໄຜ່, ເພາະສະນັ້ນ, ເພື່ອໃຫ້ມີການຮັບຮອງຈາກ ຕະຫຼາດ, ທ່ານ ຟ້າມມິງຈີ໋ ແລະ ເພື່ອນຮ່ວມງານໄດ້ສຸມໃສ່ໃນ ການປະດິດສ້າງ, ດັດແປງ ແລະ ຜະລິດອອກ ບັນດາຕົວແບບ ລົດຖີບ ໂຄງໄມ້ໄຜ່ ທີ່ມີຄຸນນະພາບ ແລະ ຄວາມງາມສູງ. ປັດຈຸ ບັນ, Viet Bamboo Bike ມີຫຼາຍຕົວແບບລົດຖີບເຊັ່ນ: ກຼາດ ຊິກ, ທັນສະໄໝ, ລົດຖີບເສືອພູເຂົາ ແລະ ລົດແຂ່ງ...

ການຕົບແຕ່ງຢູ່ເທິງໂຄງລົດ ກໍມີຄວາມຫຼາກຫຼາຍທີ່ສຸດ, ນອກ ຈາກປະໃຫ້ໂຄງລົດ ມີສີທຳມະຊາດ, ທານຳ້ສີກັນນຳ້, ກັນ ປວກ ມອດ ເທົ່ານັ້ນ, ນາຍຊ່າງຫວຽດນາມ ຍັງໃຫ້ການ ປະດິດສ້າງ ຕື່ມອີກ ດ້ວຍການ ຂູດຊັ້ນເປືອກນອກບາງໆ ຫຼື ທາ ສີນຳ້ຫຼາຍ ສີ, ໃຊ້ປາກກາໄຟ ໃນການຂຽນຊື່, ແຕ້ມພາບ ຢູ່ເທິງໂຄງລົດຖີບ ເພື່ອປະດິດສ້າງ ບັນດາ ໂຄງລົດຖີບ ມີຄວາມງາມທີ່ເປັນ ເອກະລັກ.

ຜ່ານມາ, Viet Bamboo Bike ຫາກໍ ນຳສະເໜີ ຕົວແບບ ລົດ ຖີບຈຳນວນໜຶ່ງທີ່ບໍ່ໃຊ້ສາຍໂສ້ຄື ລົດຖີບທົ່ວໄປ ຫາກໃຊ້ ເສັ້ນ curoa. ເສັ້ນ curoa ນີ້ ບໍ່ຕ້ອງການໃສ່ນຳມັນຄືສາຍໂສ້ ລົດຖີບ ທົ່ວ ໄປ, ເພາະສະນັ້ນ ຍິ່ງເປັນມິດກັບສິ່ງແວດລ້ອມ.


Viet Bamboo Bike ມີຫຼາຍຕົວແບບລົດຖີບເຊັ່ນ: ກຼາດຊິກ, ທັນສະໄໝ, ລົດຖີບເສືອພູເຂົາ ແລະ ລົດແຂ່ງ. 


ລົດຖີບຫິມະ 3 ລໍ້. 


ລົດຖີບສຳລັບເດັກນ້ອຍ. 






ບັນດາຜະລິດຕະພັນລົດຖີບ ມີໂຄງໄມ້ໄຜ່ຕາມຄວາມນິຍົມ, ທັງ ເປັນຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມ,
ໃນເວລາດຽວ ກັນນັ້ນກໍແມ່ນ ແນະນຳ ສີມືອາຊີບ ອັນຄ່ອງແຄ່ວ ຂອງຄົນ ຫວຽດ ອອກສູ່ໂລກ. 



ຜະລິດຕະພັນລົດຖີບໄມ້ໄຜ່ (Viet Bamboo Bike) ໄດ້ ຜູ້ບໍລິ ໂພກຢູ່ຫຼາຍປະເທດໃນໂລກນິຍົມ ໃຊ້.

ນອກຈາກບັນດາຜະລິດຕະພັນລົດຖີບໄມ້ໄຜ່, Viet Bamboo Bike ຍັງຜະລິດລົດຖີບ ທີ່ເຮັດຈາກໄມ້ ແລະ ລົດຖີບ  ສຳລັບ ເດັກນ້ອຍ ນຳອີກ. ປັດຈຸບັນ, ຜະລິດຕະພັນ ລົດຖີບໂຄງໄມ້ໄຜ່ ໄດ້ເຮັດສິ້ນສ່ວນຕ່າງໆ ເຊັ່ນ: ເຂົາລົດຖີບ, ຄໍລົດ, “ຟວກ” (fork) ລົດ ກໍໄດ້ເຮັດຈາກ ໄມ້ໄຜ່ ທີ່ມີຄວາມທົນທານສູງ.

ໃນອະນາຄົດ, Viet Bamboo Bike ຈະ ນຳສະເໜີ ບັນດາ ຜະ ລິດຕະພັນເຄິ່ງອຸດສາຫະກຳ, ນຳໃຊ້ຂອບຫຼໍ່ ເພື່ອຫຼຸດຜ່ອນເວລາ ເຮັດດ້ວຍມື, ເທື່ອລະກ້າວ ເຮັດໃຫ້ ລາຄາຂອງຜະລິດຕະພັນ ຖືກລົງ ແລະ ເຂົ້າເຖິງ ຜູ້ບໍລິໂພກ ຢູ່ພາຍໃນ ແລະ ຕ່າງປະ ເທດ ໄດ້ຫຼາຍຂຶ້ນ. 
ບົດ: ເຊີນເງ້ຍ - ພາບ: ດັ້ງກິມເຟືອງ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top