• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ລົດຖີບ ຖົ໋ງເຍິດ

ເມື່ອເອີ່ຍເຖິງລົດຖີບ ຖົ໋ງເຍິດ, ຊາວ ຫວຽດນາມ ຫຼາຍລຸ້ນຄົນ ປາສະຈາກບໍ່ໄດ້ຄວາມຮູ້ສຶກພາກພູມໃຈ ເມື່ອຫວນຄືນ ສະໄໝ ເກື້ອກູນ ກັບຮູບພາບ ລົດຖີບ ທີ່ເຄີຍຖືວ່າ ເປັນຊັບສົມບັດ ທີ່ມີຄຸນຄ່າ ຂອງຫຼາຍຄອບຄົວ ແລະ ມີຄວາມສະໜິດຕິດພັນ ກັບແຕ່ລະໄລຍະ ປະຫວັດສາດ ແຫ່ງການພັດທະນາ ຂອງ ປະເທດຊາດ. ໂດຍໄດ້ຮັບການສ້າງ ຕັ້ງແຕ່ປີ 1960, ມາຮອດ ປັດຈຸບັນ, ລົດຖີບ ຖົ໋ງເຍິດ ໄດ້ ແລະ ກຳລັງ ມີການ ປ່ຽນແປງໃໝ່ ເພື່ອພິຊິດ ຕະຫຼາດ ຫວຽດນາມ ແລະ ບືນຕົວ ອອກສູ່ ຕະຫຼາດໂລກເທື່ອລະກ້າວ. 
ໃນ 58 ປີແຫ່ງການ ກໍ່ສ້າງ ແລະ ພັດທະນາ ພາຍໃຕ້ ຄຳຂວັນ ທີ່ວ່າ: “ຄິດເຖິງລົດຖີບ, ຄິດເຖິງ ຖົ໋ງເຍິດ” ວິສາຫະກິດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກນາໆ ປະການເພື່ອຢືນຢັນເຄື່ອງ ໝາຍການຄ້າຂອງຕົນ. ຫຼັງຈາກການຫັນເປັນຫຸ້ນສ່ວນ, ບໍລິສັດຫຸ້ນສ່ວນ ຖົ໋ງເຍິດ ຮ່າໂນ້ຍໄດ້ມີການປ່ຽນແປງ ນັບແຕ່ ຂັ້ນຕອນ ການຄຸ້ມຄອງ ເຖິງການຜະລິດ. ທ່ານ ຫວູ້ດຶກຫຼິ໊ງ ຜູ້ອຳນວຍການ ໃຫຍ່ບໍລິສັດໃຫ້ຮູ້ວ່າ: “ບໍລິສັດ ໄດ້ລົງທຶນ ໃສ່ດ້ານຊັບພະຍາກອນມະນຸດ ຄຸນນະພາບສູງ, ເພື່ອ ໃຫ້ ຊາວຜູ້ອອກແຮງງານ ອຸ່ນອຽນໃຈໃນການເຮັດວຽກ, ປະດິດສ້າງ ບັນດາລົດຖີບ ຂອງຄົນຫວຽດ ທີ່ມີລາຄາທີ່ເໝາະສົມ, ທັງມີຄວາມງາມ ແລະ ທົນທານ ກັບວັນເວລານຳອີກ. ໃນປີ 2018, ພວກຂ້າພະເຈົ້າ ໄດ້ຜະລິດລົດຖີບ ຖົ໋ງເຍິດ 38 ປະເພດ, ນອກຈາກຈຳໜ່າຍຢູ່ພາຍໃນປະເທດແລ້ວ ຍັງສົ່ງອອກໄປ ຕ່າງປະເທດ ຊຶ່ງບັນລຸລາຍຮັບໄດ້ປະມານ 5 ລ້ານ ໂດລາສະຫະລັດ ຕໍ່ປີ”.

ປັດຈຸບັນ, ບໍລິສັດລົດຖີບ ຖົ໋ງເຍິດເປັນບໍລິສັດ ແຖວໜ້າ ຂອງ ຫວຽດນາມ ທີ່ສາມາດຜະລິດເຄື່ອງອາໄຫຼ່ ລົດຖີບ ຢູ່ທີ່ໂຮງງານ ກວມອັດຕາສ່ວນເຖິງ 75%. ໂຮງງານຜະລິດລົດຖີບ ຖົ໋ງເຍິດ ໄດ້ລົງທຶນ 20 ຕື້ດົ່ງ ກັບຕ່ອງໂສ້ ເຄື່ອງຈັກ ທີ່ທັນສະໄໝ, ນັບແຕ່ໂຮງກົນຈັກ, ໂຮງປະດິດສ້າງເຖິງ ໂຮງຕິດຕັ້ງ. ໃນປີ 2017, ບໍລິສັດມີພຽງ 2 ຕົວແບບ ລົດຖີບໃໝ່ເທົ່ານັ້ນ, ແຕ່ປີ 2018 ໄດ້ອອກຕະຫຼາດຕື່ມອີກ 10 ຕົວແບບໃໝ່. ຄຸນນະພາບ ລົດຖີບຕອບສະໜອງໄດ້ດີ ກັບ ຕະຫຼາດຊັ້ນກາງ ດ້ວຍລາຄາໄລ່ສະເລ່ຍປະມານ 3 ລ້ານດົ່ງຕໍ່ຄັນ. 


ພາບແຕ້ມດ້ານເຕັກນິກ ສ່ວນລາຍລະອຽດເຄື່ອງອາໄຫຼ່ ລົດຖີບ. 


ກຳມະກອນທີ່ໂຮງງານ ລົດຖີບ ຖົ໋ງເຍິດ ກຳລັງ ປະຕິບັດ ຂັ້ນ ຕອນເຮັດໃຫ້ສ່ວນກົງລົດສົມດູນ. 


ບັນດາສ່ວນປະກອບຂອງລົດໄດ້ຕິດຕັ້ງ ແລະ ກວດກາ ຢ່າງ ຮອບຄອບ. 


ຂອບລົດ ຄຸນນະພາບສູງດ້ານເຕັກນິກ ໂດຍໂຮງງານລົດຖີບ ຖົ໋ງເຍິດ ເປັນຜູ້ຜະລິດເອງ. 










ຕົວແບບລົດຖີບ ຖົ໋ງເຍິດຄຸນນະພາບສູງ ສຳລັບຜູ້ຍິງ, ມີນຳ້ໜັກ 14 ກິໂລກຼຼາມ. 


ກວດກາ, ຕິດຕັ້ງ ສ່ວນຄານ ແລະ ໂຄງລົດ. 


ສຳເລັດການຕິດຕັ້ງບັນດາສ່ວນປະກອບຂອງລົດຖີບ.


ແຕ່ລະມື້ ໂຮງງານລົດຖີບ ຖົ໋ງເຍິດ ຜະລິດລົດຖີບ ໄດ້ ປະມານ 500 ຄັນ
ເພື່ອສະໜອງໃຫ້ຕະຫຼາດພາຍໃນ ແລະ ຮັບ ໃຊ້ການສົ່ງອອກນຳອີກ. 

ແຕ່ລະປີ, ໂຮງງານລົດຖີບ ຖົ໋ງເຍິດ ສະໜອງລົດຖີບ ອອກສູ່ ຕະຫຼາດ ໄດ້ 60.000 ຄັນ ແລະ ສ່ົງອອກ 2.000 ຄັນໄປ ຍັງ ຕະຫຼາດ ໄທ, ສີລັງກາ, ຮົ່ງກົງ ແລະ ອື່ນໆ... ປັດຈຸບັນ, ຜະລິດຕະພັນລົດຖີບຂອງໂຮງງານ ໄດ້ບັນລຸ ມາດຖະຖານເພື່ອ ສົ່ງອອກໄປຍັງຕະຫຼາດ ເອີຣົບແລ້ວ.

ຄູ່ຮ່ວມມືຈາກ ສ.ອາເມລິກາ, ອົສຕຣາລີ, ຍີ່ປຸ່ນ... ເມື່ອມາ ຢ້ຽມຢາມ ໂຮງງານຜະລິດລົດຖີບ ຖົ໋ງເຍິດ ຕ່າງກໍ ຕີລາຄາສູງ ກ່ຽວກັບດ້ານຄຸນນະພາບ ແລະ ຄວາມທົນທານ ຂອງ ລົດຖີບ ທີ່ຜະລິດຈາກໂຮງງານ. ບັນດາປະເພດລົດຖີບ ຂອງ ຖົ໋ງເຍິດ ລວມມີ: ລົດຖີບ ສຳລັບເດັກນ້ອຍ, ລົດຖີບ ທົ່ວໄປ ແລະ ລົດຖີບກິລາ ມີຄຸນນະພາບສູງດ້ານເຕັກນິກ. ສ່ວນໂຄງ ແລະ ຄານລົດຖີບ ໄດ້ຜະລິດ ດ້ວຍປະເພດເຫຼັກ ສາມາດ ຮັບນໍ້າໜັກ, ຈອດດ້ວຍເຕັກໂນໂລຊີ Tig, ທາສີກັນກະແສໄຟ ແລະ ປະກອບບົນຕ່ອງໂສ້ທັນສະໄໝ.

ປັດຈຸບັນ, ລົດຖີບຖົ໋ງເຍິດ ມີ 500 ສາຂາຈຳໜ່າຍ ຢູ່ຕະຫຼາດ ພາຍໃນ. ພິເສດ, ໃນມໍ່ໆນີ້, ລົດຖີບຖົ໋ງເຍິດ ຍັງເປັນ ພາຫະນະ ທີ່ນັກທ່ອງທ່ຽວສາກົນນິຍົມໃຊ້ໃນການເດີນທາງ ຢູ່ປະເທດຫວຽດນາມ. ຕົວແບບ ລົດຖີບ ກິລາ ຊາຍ 05, ຂະໜາດກົງລໍ້ 26-inch ຂອງ ບໍລິສັດ ໄດ້ Santa Villa ໂຮ້ຍອານ ນຳໃຊ້ເພື່ອສະໜອງ ໃຫ້ນັກທ່ອງທ່ຽວສາກົນ ໃນ ເວລາຂີ່ຊົມທິວທັດທຳມະຊາດ ຂອງ ຫວຽດນາມ.

ທ່ານ ເລກວກຫວຽດ ຜູ້ອຳນວຍການ Santa Villa ໂຮ້ຍອານ ໃຫ້ຮູ້ວ່າ: “ນັກທ່ອງທ່ຽວຕ່າງປະເທດ ເມື່ອ ນຳໃຊ້ລົດ ຖີບ ຖົ໋ງເຍິດ ມີຄວາມຮູ້ສຶກ ນິຍົມຊົມຊອບເປັນຢ່າງຍິ່ງ. ເພາະນັ້ນແມ່ນປະເພດ ລົດຖີບກິລາ ມີສ່ວນໂຄງໃຫຍ່, ໃຊ້ ເຫຼັກທີ່ສາມາດຮັບນຳ້ໜັກໄດ້ດີ ຊຶ່ງເຮັດໃຫ້ ນັກທ່ອງທ່ຽວຮູ້ ສຶກອຸ່ນອຽນໃຈເມື່ອນຳໃຊ້”.



ຮູບພາບລົດຖີບ ຖົ໋ງເຍິດ ບໍ່ພຽງແຕ່ງເປັນການເຊື່ອມຕໍ່ ກັບ ອະດີດເທົ່ານັ້ນ, ແຕ່ຍັງ ມີຄວາມງາມຂອງຍຸກສະໄໝ
ຊຶ່ງໄດ້ ສະແດງໃຫ້ເຫັນ ຜ່ານຕົວແບບ ລົດຖີບ ຄັນຕ່າງໆ. 



ປີ 2018 ເຄື່ອງໝາຍການຄ້າລົດຖີບ ຖົ໋ງເຍິດ ໄດ້ຢືນຢັນຄຸນນະພາບ ບັນລຸມາດຕະຖານ ສຳລັບການສົ່ງອອກ
ໃນງານວາງສະແດງສາກົນ ລົດສອງລໍ້. 



ປັດຈຸບັນ ລົດຖີບ ຖົ໋ງເຍິດ ມີ 38 ປະເພດ, ນັບແຕ່ລົດຖີບສຳລັບເດັກນ້ອຍ, ລົດຖີບກິລາ ແລະ ລົດຖີບ ທົ່ວໄປ. 


ລົດ 4 ລໍ້ ສຳລັບເດັກໄວຫັດຂີ່ລົດຖີບ. 


ຮ້ານວາງສະແດງ ບັນດາຕົວແບບລົດຖີບ ຖົ໋ງເຍິດ ໃນງານວາງສະແດງສາກົນ ກ່ຽວກັບລົດສອງລໍ້ ທີ່ໄດ້ຈັດຢູ່ຮ່າໂນ້ຍ. 


ບັນດາພໍ່ແມ່ຜູ້ປົກຄອງ ຮັກມັກລົດຖີບ ຖົ໋ງເຍິດ ກຳລັງ ຊອກຊື້ລົດຖີບໃຫ້ລູກນ້ອງຂອງຕົນ. 


ລູກຄ້າສົນໃຈມັກບັນດາຕົວແບບລົດຖີບ ຖົ໋ງເຍິດ ທີ່ໄດ້ວາງ ສະແດງ ໃນງານວາງສະແດງສາກົນກ່ຽວກັບລົດສອງລໍ້ ຮ່າໂນ້ຍ2018.  


ຕົວແບບລົດຖີບກິລາຈຳນວນໜຶ່ງ ຮັບໃຊ້ໂດຍບໍ່ຄິດຄ່າ ໃຫ້ແກ່ນັກທ່ອງທ່ຽວ ຢູ່ໂຮ້ຍອານ. 

ທ່ານ ຫວູມິງຫວຽດ ຜູ້ອຳນວຍການດ້ານເສດຖະກິດ ບໍລິສັດ ຫຸ້ນສ່ວນຖົ໋ງເຍິດ ຮ່າໂນ້ຍ ໄດ້ຢືນຢັນວ່າ: “ລົດຖີບ ຖົ໋ງເຍິດ ບໍ່ພຽງແຕ່ເປັນ ຍີ່ຫໍ້ລົດຖີບແຖວໜ້າ ຂອງ ຫວຽດນາມ ເທົ່ານັ້ນ, ແຕ່ຍັງເປັນ “ກົງລໍ້ເຊື່ອມຕໍ່” ລະຫວ່າງອະດີດ, ປັດຈຸບັນ ແລະ ອະນາຄົດ ນຳອີກ. ດ້ວຍໄລຍະທາງ 60 ປີ ແຫ່ງການ ກຳເນີດ ແລະ ພັດທະນາ ຂອງຖົ໋ງເຍິດ ໄດ້ເວົ້າເຖິງ ສິ່ງ ດັ່ງກ່າວ ເມື່ອໄດ້ເຫັນກັບຕາ ບັນດາການປ່ຽນແປງ ຂອງ ຂະແໜງການ ກົນຈັກ ຢູ່ພາຍໃນປະເທດ. ຫຼັງຈາກບັນດາ ການຫັນປ່ຽນ ຢ່າງແຂງແຮງ ຂອງ ຕະຫຼາດ, ບໍລິສັດ ຫຸ້ນສ່ວນ ຖົ໋ງເຍິດ ຮ່າໂນ້ຍ ຍັງສືບຕໍ່ ລົງທຶນ ເຕັກໂນໂລຊີ ໃໝ່ຈາກ ເອີຣົບ, ຍີ່ປຸ່ນ, ໄຕ້ຫວັນ, ໃຫ້ກຳເນີດຂຶ້ນ ບໍ່ພຽງແຕ່ ບັນດາຜະລິດຕະພັນ ທີ່ມີ ຄວາມທົນທານ” ໃນສະໄໝໜຶ່ງເທ່ົານັ້ນ, ຫາກຍັງແມ່ນ ບັນດາຕົວແບບລົດຖີບທັນສະໄໝ ບັນລຸ ມາດຕະຖານ ສາກົນ ທັງມີຄວາມງາມ ຊຶ່ງ ສະຫງວນ ໃຫ້ແກ່ ຫຼາຍ ໄວອາຍຸ ກັບກວ່າ 100 ປະເພດ ທີ່ແຕກຕ່າງກັນ”. 
ບົດ: ບິກເວິນ - ພາບ: ແທງຢາງ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top