• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຫດການ ແລະ ບັນຫາ

ລົງນາມ ເອກະສານ 4 ສະບັບ ວ່າດ້ວຍການຮ່ວມມືລະ ຫວ່າງ ສສ ຫວຽດນາມ - ສ ອາເມລິກາ

ເນື່ອງໃນໂອກາດ ເຂົ້າ ຮ່ວມກອງປະຊຸມສຸດຍອດ ສ ອາເມ ລິກາ - ສປປ ເກົາຫຼີ ຄັ້ງທີ 2 ຢູ່ ຮ່າໂນ້ຍ, ປະທານາທິບໍດີ Donald Trump ໄດ້ມີການ ພົບປະເຈລະຈາກັບ ສະຫາຍ ເລຂາທິການໃຫຍ່, ປະທານ ປະເທດ ຫງວຽນຝູ໋ຈ້ອງ, ພົບປະ ແລກປ່ຽນ ຄຳຄິດຄຳເຫັນ ກັບ ນາຍົກລັດຖະມົນຕີ ຫງວຽນ ຊວນຟຸກ ແລະ ເປັນສັກ ຂີພິຍານ ໃນພິທີລົງນາມ ເອກະ ສານ 4 ສະບັບ ວ່າດ້ວຍການຮ່ວມມືລະຫວ່າງສອງປະເທດ ດ້ວຍມູນຄ່າ ກວ່າ 21 ຕື້ ໂດລາສະຫະລັດ.
ຫວຽດນາມ ແລະ ສ ອາເມລິກາ ໄດ້ສ້າງຕັ້ງສາຍພົວພັນ ດ້ານການທູດ ນຳກັນແຕ່ປີ 1995 ແລະ ສ້າງຕັ້ງການພົວພັນ ຄູ່ຮ່ວມ ມືຮອບດ້ານແຕ່ປີ 2013. ໃນ 25 ປີຜ່ານມາ ສອງ ປະເທດ ໄດ້ເພີ່ມທະວີ ແລະ ເປີດກວ້າງການຮ່ວມມື ໃນບັນ ດາຂົງເຂດ: ການເມືອງ, ການຕ່າງປະເທດ, ເສດຖະກິດ, ລົງ ທຶນ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ວັດທະນະ ທຳ, ການສຶກສາ, ວິທະຍາສາດ-ເຕັກໂນໂລຊີ, ປົວແປງແກ້ ໄຂ ຜົນເສຍຫາຍຈາກສົງຄາມ ແລະ ການພົບປະແລກປ່ຽນ ລະຫວ່າງປະຊາຊົນ.

ວົງເງິນການຄ້າສອງສົ້ນ ລະຫວ່າງ ຫວຽດນາມ ແລະ ສ ອາ ເມລິກາ ເພີ່ມຂຶ້ນກວ່າ 130 ເທື່ອ, ຈາກ 450 ລ້ານ ໂດລາ ສະຫະລັດ ເມື່ອປີ 1994 ຂຶ້ນເຖິງ ກວ່າ 60 ຕື້ ໂດລາສະ ຫະ ລັດ ໃນປີ 2018. ໃນຫຼາຍປີລຽນຕິດ, ສ ອາເມລິກາ ຍາມໃດ ກໍ ເປັນຕະຫຼາດສົ່ງອອກລາຍໃຫຍ່ ຂອງ ຫວຽດນາມ ແລະ ຫວຽດນາມ ກໍເປັນໜຶ່ງ ໃນບັນດາຕະຫຼາດສົ່ງອອກ ມີລະດັບ ການຈະເລີນເຕີບໂຕສູງ ຂອງ ສ ອາເມລິກາ.

ໃນການພົບປະເຈລະຈາລະຫວ່າງ ສະຫາຍ ເລຂາທິການ ໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ປະທານາ ທິບໍດີ Donald Trump, ຜູ້ນຳທັງສອງ ໄດ້ເປັນເອກະສັນ ກັນ ສືບຕໍ່ ເປີດກວ້າງຕະຫຼາດ, ຊອກຫາ ບັນດາປະເພດສິນຄ້າສົ່ງອອກ ໃໝ່. ໃນຂົງເຂດປ້ອງກັນຊາດ - ປ້ອງກັນ ຄວາມສະຫງົບ, ບົນພື້ນຖານ ບັນດາຂໍ້ຕົກລົງເຫັນດີ ທີ່ໄດ້ ຕົກລົງຮ່ວມກັນ, ສອງປະເທດ ໄດ້ເປີດກວ້າງ ການຮ່ວມມື ເປັນເທື່ອລະກ້າວ ແລະ ບັນລຸໄດ້ ການຂະຫຍາຍຕົວ ຫຼາຍຢ່າງທີ່ສຳຄັນ, ໂດຍ ສະເພາະ ຢ່າງຍິ່ງ ແມ່ນການຄົ້ນຫາ ກູ້ໄພ, ຊ່ວຍເຫຼືອດ້ານ ມະນຸດສະທຳ, ເຮັດໃຫ້ໄພພິບັດ ຫຼຸໜ້ອຍຖອຍລົງ, ຮັກສາ ສັນຕິພາບ, ກໍ່ສ້າງ ແລະ ຄວາມສະຫງົບ ປອດໄພດ້ານການ ເດີນທະເລ.
 

ບັນດານ້ອງເຍົາວະຊົນ ຍິນດີຕ້ອນຮັບ ປະທານາທິບໍດີ Donald Trump ແຫ່ງ ສ ອາເມລິກາ ທີ່ສໍານັກງານ ປະ ທານປະເທດ. ພາບ: ຈີ້ຢຸງ/VNA


ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ຕ້ອນຮັບ ແລະ ພົບປະເຈລະຈາກັບປະທານາທິບໍດີ Donald Trump
ເນື່ອງໃນໂອກາດມາ ຫວຽດນາມ ເຂົ້າ ຮ່ວມ ກອງປະຊຸມສຸດຍອດ ສ ອາເມລິກາ - ສປປ ເກົາຫຼີ ຄັ້ງທີ 2. ພາບ: ຈີ້ຢຸງ/VNA



ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ພົບປະເຈລະຈາກັບ ປະທານາທິບໍດີ Donald Trump. ພາບ: ຈີ້ຢຸງ/VNA


ຜູ້ນຳທັງສອງ ເປັນສັກຂີພິຍານໃນພິທີລົງນາມວ່າ ດ້ວຍການ ຊື້ຂາຍ ເຮືອບິນ Boeing MAX 737 ຈຳນວນ 100 ລຳ ລະ ຫວ່າງ Vietjet Air
ແລະ Boeing ລວມມູນຄ່າ 12,7 ຕື້ ໂດ ລາສະຫະລັດ. ພາບ: ເຟືອງຮວາ/VNA



ຜູ້ນຳທັງສອງ ເປັນສັກຂີພິຍານໃນພິທີລົງນາມວ່າ ດ້ວຍການ ຊື້ຂາຍ ເຮືອບິນ Boeing 787-9 Dreamliner ລະຫວ່າງ Bamboo Airways 
ແລະ Boeing ລວມມູນຄ່າ ເກືອບ 3 ຕື້ ໂດລາສະຫະລັດ. ພາບ: ຈີ້ຢຸງ/VNA



ຜູ້ນຳທັງສອງ ເປັນສັກຂີພິຍານໃນພິທີລົງນາມ ບົດບັນທຶກ ຊ່ວຍຈຳວ່າດ້ວຍການສະໜອງເຕັກໂນໂລຊີ ແລະ ບໍລິການ ຊອບແວ ນຳໃຊ້ຄຸ້ມຄອງດ້ານການບິນ
ລະຫວ່າງ ສະຫະ ບໍລິ ສັດການບິນ ຫວຽດນາມ ແລະ ບໍລິສັດ Sabre (ສ ອາເມລິ ກາ). ພາບ: ຈີ້ຢຸງ/VNA



ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບປະທານາ ທິບໍ ດີ Donald Trump ທີ່ສໍານັກງານ ລັດຖະບານ. ພາບ:ຖົ໋ງເຍິດ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພົບປະແລກປ່ຽນ ຄຳຄິດຄຳເຫັນ ກັບ ປະທານາທິບໍດີ Donald Trump.  ພາບ: ຢ໊ວານເຕິ໋ນ/VNA


ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮັບປະທານ ອາຫານ ທ່ຽງ ກັບ ປະທານາທິບໍດີ Donald Trump. ພາບ:ຖົ໋ງເຍິດ/VNA


 
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖ່າຍຮູບຮ່ວມກັບ ປະ ທານາທິບໍດີ Donald Trump ແລະ  ບັນດາສະມາຊິກຂອງ ຄະນະ ສ ອາເມລິກາປະກອບມີ:
ລັດຖະມົນຕີການຕ່າງ ປະ ເທດ Mike Pompeo, ທີ່ປຶກສາດ້ານປ້ອງກັນຄວາມສະ ຫງົບແຫ່ງຊາດ John Bolton,
ພ້ອມກັບ ບັນດາຜູ້ແທນຂອງ ຄະນະ ຫວຽດ ນາມ. ພາບ:ຖົ໋ງເຍິດ/VNA

 
ບັນເອກະສານວ່າດ້ວຍການຮ່ວມມືໄດ້ຮັບການລົງນາມ: 
+ ສັນຍາ ຊື້ຂາຍ ເຮືອບິນ Boeing MAX 737 ຈຳນວນ100 ລໍາ ລະຫວ່າງ Vietjet Air ແລະ Boeing ລວມມູນຄ່າ 12,7 ຕື້ ໂດລາສະຫະລັດ.
+ ຂໍ້ຕົກລົງຊື້ຂາຍເຄື່ອງຈັກຍົນ ແລະ ບໍລິການບໍາລຸງຮັກສາ ຮອບດ້ານເປັນເວລາ 12 ປີ ລະຫວ່າງ Vietjet Air ແລະ GE Aviation (ລວມມູນຄ່າ 5,3 ຕື້ ໂດລາສະຫະລັດ);
+ ສັນຍາຊື້ຂາຍ ເຮືອບິນ Boeing 787-9 Dreamliner  ຈຳນວນ 10 ລໍາ ລະຫວ່າງ Bamboo Airways ແລະ Boeing, ລວມມູນຄ່າ ເກືອບ 3 ຕື້ ໂດລາສະຫະລັດ.
+ ບົດບັນທຶກຊ່ວຍຈໍາວ່າດ້ວຍການສະໜອງເຕັກໂນໂລຊີ ແລະ ບໍລິການຊອບແວ ຄຸ້ມຄອງດ້ານການບິນ ລະຫວ່າງ ສະ ຫະບໍລິສັດການບິນ ຫວຽດນາມ ແລະ ບໍລິສັດ Sabre (ສ ອາ ເມລິກາ). 

ບົດ: VNP ສັງລວມ - Ảnh: VNA

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ເຊີດຊູຄຸນຄ່າ ຂອງ ງານບຸນ ຫວຽດນາມ

ທ່າມກາງບັນຍາກາດທີ່ຄຶກຄື້ນ, ຕື່ນເຕັ້ນ ໃນມື້ຕົ້ນລະດູບານ ໃໝ່, ບັນດາງານບຸນປະເພນີ ຖືກຈັດຂຶ້ນຢູ່ທົ່ວປະເທດ, ຕາມ ເສັ້ນທາງທຸກສາຍ, ປະຊາຊົນ ແລະ ຄອບຄົວພາກັນ ໄປຮ່ວມ ງານບຸນ ຢ່າງກະຕືລືລົ້ນ ເພື່ອນຶກເຖິງຄຸນງາມຄວາມດີ ຂອງ ຜູ້ທີ່ໄດ້ປະກອບສ່ວນ ໃຫ້ບ້ານເກີດເມືອງນອນ, ປະເທດຊາດ ແລະ ອະທິຖານ ຂໍໃຫ້ປີໃໝ່ ຝົນຟ້າອາກາດເອື້ອອຳນວຍ, ຜົນລະປູກ ທີ່ອຸດົມສົມບູນ. ນັ້ນແມ່ນຄວາມງາມ ດ້ານວັດທະນະທຳ ທ່ີຄົງຕົວມາເປັນເວລາຫຼາຍພັນປີ ຂອງ ງານບຸນ ຫວຽດນາມ ທີ່ຕ້ອງໄດ້ຮັບການເຊີດຊູ. 

Top