• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລຸງ ເຈິ່ນວັນກາວ ກໍ່ສ້າງຫ້ອງທີ່ລະນຶກປະທານ ໂຮ່ຈີມິນ

      ດ້ວຍຄວາມເຄົາລົບນັບຖື ແລະ ຮັກແພງທ່ານປະທານ ໂຮ່ຈີມິນ, ລຸງ ເຈິ່ນວັນກາວ ຊາວກະສິກອນຢູ່ບ້ານ ເຖາະເດື່ອງ ຕາແສງ ດ້າຍອຽນ ເມືອງ ເຈືອງໝີ ນະຄອນຮ່າໂນ້ຍໄດ້ສະຫງວນເວລາຫຼາຍປີເພື່ອກໍ່ສ້າງຫ້ອງທີ່ລະນຶກ ກ່ຽວກັບເພິ່ນ. ຫ້ອງທີ່ລະນຶກນີ້ໄດ້ເກັບຮັກສາ ແລະ ວາງສະແດງຮູບຖ່າຍນັບຮ້ອຍແຜ່ນ ກ່ຽວກັບປະທານ ໂຮ່ຈີມິນ  ໂດຍທ່ານໄດ້ເກັບກຳມາຫຼາຍປີ

ລຸງ ເຈິ່ນວັນກາວ(ຜູ້ຖືໝວກ) ພວມແນະນຳຮູບແຕ່ລະແຜ່ນໃນຫ້ອງທີ່ລະນຶກປະທານ ໂຮ່ຈີມິນ
      ເກີດປີ 1935 ລຸງ ເຈິ່ນວັນກາວ ເມື່ອກ່ອນນີ້ ແມ່ນພະນັກງານເຮັດວຽກຢູ່ກະຊວງ ຊົນລະປະທານ ລຸງໄດ້ມີໄລຍະປະຕິບັດງານຢູ່ລາວເປັນເວລາ 8 ປີ (1964 - 1972) ເຊິ່ງແມ່ນໄລຍະທີ່ປະເທດຊາດພວມທຳການຕໍ່ສູ້ ຕ້ານຈັກກະພັດອາເມລິກາ. ປີ 1988 ລຸງໄດ້ພັກກິນເບ້ຍບຳນານ ແລະ ໄດ້ກັບເມືອດຳລົງຊີວິດຢູ່ບ້ານເກີດ. ແຕ່ຄາວຍັງນ້ອຍ, ລຸງ ເຈິ່ນວັນກາວ ມັກຊົມເບິ່ງຮູບຖ່າຍປະທານ ໂຮ່ຈີມິນ ເມື່ອພໍ່ແມ່ຂອງລຸງແຂວນໃນເຮືອນ. ຮູບຖ່າຍເຫຼົ່ານັ້ນໄດ້ຝັງເລິກໃນຄວາມຊົງຈຳຂອງລຸງ. ເມື່ອໃຫຍ່ຂຶ້ນ, ອາລົມຈິດຄວາມຮັກແພງ ທີ່ສະຫງວນໃຫ້ປະທານ ໂຮ່ຈີມິນ ໄດ້ຄ່ອຍໆເພີ່ມຂຶ້ນ. ຄວາມຊິນເຄີຍຊອກຮູ້ຮັບຟັງ ແລະ ເກັບກຳເອກະສານ ກ່ຽວກັບປະທານ ໂຮ່ຈີມິນ ແມ່ນບໍ່ຮູ້ວ່າໄດ້ຊຶມເລິກເຂົ້າໃນຈິດໃຈຂອງລຸງນັບແຕ່ເວລາໃດ. ຖ້າຫາກເຫັນທາງວິທະຍຸ ໂທລະພາບອອກອາກາດບົດຂຽນກ່ຽວກັບປະທານ ໂຮ່ຈີມິນ ລຸງກໍ່ຕັ້ງໃຈຟັງ. ເມື່ອເຫັນໜັງສືພິມສະບັບໃດ ທີ່ລົງພິມຮູບຂອງເພິ່ນ, ລຸງ ກາວ ກໍ່ໄດ້ຊອກອ່ານ ແລະ ຂໍຕັດຮູບຖ່າຍເມືອແຂວນຢູ່ເຮືອນ ແລະ ເພິ່ງຄວາມຊ່ວຍເຫຼືອຈາກໝູ່ເພື່ອນ ຍາດຕິພີ່ນ້ອງເກັບກຳຮູບຖ່າຍປະທານ ໂຮ່ຈີມິນ ໃຫ້ລຸງ. ພາຍຫຼັງເກັບກຳມາເປັນເວລາ 7 ປີ ຮູບຖ່າຍນັບມື້ນັບຫຼາຍຂຶ້ນ, ຕົ້ນປີ 2019 ລຸງ ເຈິ່ນວັນກາວ ໄດ້ຕົກລົງກໍ່ສ້າງຫ້ອງທີ່ລະນຶກ ກ່ຽວກັບປະທານ ໂຮ່ຈີມິນ ເຊິ່ງລຸງໄດ້ເອົາຊັ້ນ 3 ໃນເຮືອນຂອງຕົນ ເພື່ອເຮັດເປັນຫ້ອງທີ່ລະນຶກ. ເມື່ອເຂົ້າໄປໃນຫ້ອງທີ່ລະນຶກນີ້  ໃຜໆກໍ່ຕົກສະເງິ ຍ້ອນວ່າຈຳນວນຮູບຖ່າຍ ແລະ ຍິ່ງກວ່າໃຜໝົດ ແມ່ນຄວາມເຄົາລົບນັບຖື ແລະ ຄວາມຮັກຂອງລຸງ ເຈິ່ນວັນກາວ ທີ່ສະຫງວນໃຫ້ປະທານ ໂຮ່ຈີມິນ. ຮູບຖ່າຍກ່ຽວກັບປະທານ ໂຮ່ຈີມິນ ເກືອບ 300 ແຜ່ນລ້ວນແຕ່ຖືກເຮັດຂອບຢ່າງລະອຽດ ແລະ ຖືກຈັດວາງຕາມເວລາ ແລະ ຕິດພັນກັບບັນດາຂີດໝາຍ ເຫດການປະຫວັດສາດຂອງຊາດ. ລຸງ ເຈິ່ນວັນກາວ ເລົ່າສູ່ຟັງວ່າ:
        “ຫ້ອງທີ່ລະນຶກ ກ່ຽວກັບຮູບຖ່າຍປະທານ ໂຮ່ຈີມິນ ມີສາມພາກ. ພາກທີໜຶ່ງ ແມ່ນເວົ້າເຖິງຄອບຄົວຂອງປະທານ ໂຮ່ຈີມິນ, ພາກທີສອງ ແມ່ນເວົ້າເຖິງຊີວິດ ການເຄື່ອນໄຫວປະຕິວັດຂອງລຸງ ໂຮ່. ພາກສຸດທ້າຍ ແມ່ນສັນຕິພາບຢູ່ພາກເໜືອ ແຕ່ພາກໃຕ້ສືບຕໍ່ທຳສົງຄາມ. ບັນດາຜູ້ອາຍຸສູງໃນບ້ານໄດ້ມານີ້ ຮັບຊົມຮູບຖ່າຍ, ດື່ມນ້ຳ ແລະ ຟັງຂ້າພະເຈົ້າໂອ້ລົມກ່ຽວກັບຊີວິດ ພາລະກິດການເຄື່ອນໄຫວປະຕິວັດຂອງປະທານ ໂຮ່ຈີມິນ”.
      ໃນຫ້ອງທີ່ລະນຶກປະທານ ໂຮ່ຈີມິນ ກໍ່ຍັງແຂວນຮູບເຄິ່ງຄີງປະທານ ໂຮ່ຈີມິນ ໂດຍລຸງ ເຈິ່ນວັນກາວ ເປັນຜູ້ແຕ້ມເອງ. 10 ປີທີ່ຜ່ານມາ ລຸງ ກາວ ໄດ້ປະດິດຄິດແຕ່ງກາບກອນຫຼາຍບົດກ່ຽວກັບເພິ່ນ. ລຸງໄດ້ໃຫ້ຈຳໜ່າຍຊຸດກາບກອນ ເຊິ່ງລຸງໄດ້ຕັ້ງຊື່ວ່າ “ເລື່ອງລາວປະຫວັດສາດ ຫວຽດນາມ - ພັກ, ລຸງ ໂຮ່ ແລະ ການປະຕິວັດ ຫວຽດນາມ”. ລຸງ ເຈິ່ນວັນກາວ ແບ່ງປັນວ່າ:
     “ໃນຫົວໃຈຂອງຂ້າພະເຈົ້າຍາມໃດກໍ່ຄິດເຖິງພັກ ຄິດເຖິງປະທານ ໂຮ່ຈີມິນ ກະໂຕຂ້າພະເຈົ້າເອງກໍ່ຢາກເຮັດສິ່ງໃດ ທີ່ນຳຜົນປະໂຫຍດມາສູ່ທຸກໆຄົນໃນພາຍພາກໜ້າ ເປັນຕົ້ນແມ່ນລູກຫຼານຂອງຕົນ. ຂ້າພະເຈົ້າໄດ້ແຕ່ງຊຸດກາບກອນ ກ່ຽວກັບປະທານ ໂຮ່ຈີມິນ ແລະ ໄດ້ສັບຊ້ອນນັບແຕ່ເວລາເພິ່ນໄດ້ອອກເດີນທາງ ໄປຊອກຫາເສັ້ນທາງກູ້ຊາດ ແລະ ກັບເມືອ ຫວຽດນາມເພື່ອສ້າງຕັ້ງຮາກຖານປະຕິວັດ ກ້າວໄປເຖິງການຕີເອົາໄຊຊະນະຕໍ່ ຝລັ່ງ ແລະ ອາເມລິກາ. ເນື້ອໃນຂອງຊຸດກາບກອນນັ້ນ ກໍ່ແມ່ນປະຫວັດການປະຕິວັດຂອງ ຫວຽດນາມ”.
     ປັດຈຸບັນ ຫ້ອງທີ່ລະນຶກປະທານ ໂຮ່ຈີມິນ ຂອງລຸງ ກາວ ໄດ້ກາຍເປັນສະຖານທີ່ດຳລົງຊີວິດ ເພື່ອໃຫ້ບັນດານັກຮົບເກົ່າມານີ້ ທົບທວນຄືນອະນຸສອນໃນໄລຍະສົງຄາມທີ່ດຸເດືອດ ກໍ່ຄືເປັນການຕັກເຕືອນໃຫ້ແກ່ກັນ ຈົ່ງຮ່ຳຮຽນເຮັດຕາມແນວຄິດຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ.  ນ້ອງ ເຢືອງຍືກວິ່ງ ນັກຮຽນຢູ່ ຮ່າໂນ້ຍ ເວົ້າວ່າ:
      “ພາຍຫຼັງທີ່ໄດ້ຮັບຊົມຮູບຖ່າຍຂອງປະທານ ໂຮ່ຈີມິນ ນ້ອງໄດ້ມີຄວາມເຂົ້າໃຈຕື່ມອີກ ກ່ຽວກັບເພິ່ນ. ຍິ່ງກວ່ານັ້ນ ຜ່ານເລື່ອງລາວທີ່ລຸງ ເຈິ່ນວັນກາວ ໄດ້ເລົ່າໃຫ້ຟັງນັ້ນ ນ້ອງຍິ່ງຊຶມເລິກກ່ຽວກັບຊີວິດຂອງປະທານ ໂຮ່ຈີມິນ”.
      ບັນດາວຽກງານທີ່ມີຄວາມໝາຍຂອງລຸງ ເຈິ່ນວັນກາວ ໄດ້ປະກອບສ່ວນໂຄສະນາເຜີຍແຜ່ ບັນດາເລື່ອງລາວທີ່ລຽບງ່າຍ ກ່ຽວກັບປະທານ ໂຮ່ຈີມິນ ໃນໝູ່ປະຊາຊົນ. ດ້ວຍບັນດາການປະກອບສ່ວນໃຫ້ແກ່ສັງຄົມ, ຄອບຄົວຂອງລຸງ ເຈິ່ນວັນກາວ ໄດ້ມີຄວາມເປັນກຽດຮັບໃບຍ້ອງຍໍຈາກລັດຖະບານ. ກະໂຕຂອງລຸງ ກາວ ເອງກໍ່ໄດ້ຮັບຫຼຽນໄຊຕໍ່ຕ້ານຕ້ານ ອາເມລິກາ ກູ້ຊາດຊັ້ນໜຶ່ງ, ຫຼຽນໄຊມິດຕະພາບຂອງລັດລາວ ພ້ອມດ້ວຍໃບຍ້ອງຍໍຈາກກະຊວງ ຊົນລະປະທານ ແລະ ຄະນະກຳມະການປະຊາຊົນແຂວງ ຮ່າເຊີນບິ່ງ ເມື່ອກ່ອນນີ້.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top