• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ລາບຫ້າ ເຍື່ອງ ຂອງ ພາກໃຕ້

ລາບຫ້າ ເຍື່ອງແມ່ນລາຍການອາຫານ ຢູ່ ພາກໃຕ້ ຫວຽດນາມ ຊຶ່ງ ລວມມີລາບ ຫ້າເຍື່ອງ ທີ່ມີລົດຊາດ ແລະ ສີສັນທີ່ຕ່າງກັນ. ສິ່ງ ທີ່ ພິເສດຂອງ ລາຍການອາຫານນີ້ ແມ່ນ ສາມາດປຸງແຕ່ງຕະ ຫຼອດ ປີ ດ້ວຍວັດຖຸປະກອບ ທີ່ອຸດົມສົມບູນ ເຊັ່ນ: ຊີ້ນ, ສິນທະເລ ຕະຫຼອດຮອດ ຜັກ ແລະ ໝາກໄມ້ຊະນິດຕ່າງໆ ເຊັ່ນ: ໝາກແຕງ, ໝາກມ່ວງ, ຜັກສົດ...
ລາຍການອາຫານລາບຫ້າ ເຍື່ອງທີ່ສະເໜີດັ່ງລຸ່ມນີ້ ລວມມີ: ລາບ ໄກ່ໃສ່ໃບໝາກກອກ, ລາບປາມຶກ ໃສ່ໝາກແຕງ, ລາບ ສິນທະ ເລໃສ່ໝາກມ່ວງ, ລາບງົວ, ລາບໂບ່ນໂບ່ນ (Typhaceae) ກຸ້ງ ຊີ້ນ. ແຕ່ລະປະເພດລາບ ມີຫຼັກຕຳລາປຸງແຕ່ງ ທີ່ແຕກຕ່າງກັນ ແລະ ເມື່ອປຸງແຕ່ງສຳເລັດ ແຕ່ລະເຍື່ອງ ຈະໄດ້ຈັດວາງໃສ່ ກາບປີ ກ້ວຍ.

ສ່ວນປະກອບຂອງ ອາຫານລາບໄກ່ໃສ່ໃບກອກ ລວມມີ: ຊີ້ນໄກ່ ຕົ້ມໃຫ້ສຸກ ແລ້ວຈີກເປັນເສັ້ນ, ຜັກສົດ, ປີກ້ວຍ ຊອຍເປັນເສັ້ນ. ທັງໝົດປົນ ກັບໝາກຖົ່ວດິນຂົ້ວ. ລາບປາມຶກໃສ່ໝາກແຕງ ມີວິ ທີການ ປຸງແຕ່ງ ງ່າຍກວ່າເຊັ່ນ: ປາມຶກລວກ, ໝາກແຕງ ຊອຍ ເປັນເສັ້ນ ແລ້ວ ປົນໃສ່ກັນ. ສິນທະເລທີ່ໃຊ້ໃນອາຫານ ລາບສິນ ທະເລໝາກມ່ວງ ແມ່ນຫອຍກີ້. ຫອຍກີ້ລວກ ແຍກເອົາເນື້ອອອກ ແລະ ປົນກັບໝາກມ່ວງດິບຊອຍ. ລາບງົວລວມມີ ຊີ້ນງົວລວກ ແລະ ຜັກຊະນິດ ຕ່າງໆ ປົນກັບໝາກງາ, ໝາກຖ່ົວດິນສຸກ. ລາບ ໂບ່ນໂບ່ນກຸ້ງຊີ້ນ ລວມມີ ຜັກໂບ່ນໂບ່ນ, ກຸ້ງ, ຊີ້ນ. ທັງໝົດນຳ ໄປ ລວກ, ຊອຍເປັນເສັ້ນ ແລະ ປົນກັບໝາກຖົ່ວດິນສຸກ.


ເຄື່ອງປະກອບຕົ້ນຕໍຂອງລາຍການອາຫານ ລາບຫ້າສີແມ່ນ: ຊີ້ນ ໄກ່, ຊີ້ນໝູ, ປາມຶກ, ຫອຍກີ້, ຊີ້ນງົວ, ກຸ້ງ, ຜັກຫອມ...


ບັນດາປະເພດຜັກໄດ້ປຸງແຕ່ງຂັ້ນຕົ້ນ ແລະ ຊອຍເປັນເສັ້ນ ເພື່ອ ການປະສົມເຂົ້າກັນເຊັ່ນ: ປີກ້ວຍ, ໝາກແຕງ, ຫົວກາຣົດ, ໝາກ ມ່ວງ ຂຽວ...


ລາບ ແຕ່ລະເຍື່ອງ ຈະປຸງສ່ວນປະສົມຕາມຄວາມເໝາະສົມ. 


ລາຍການອາຫານລາບຫ້າສີ ສຳເລັດ.

ອາຫານ 5 ເຍື່ອງ ທີ່ກ່າວມາຂ້າງເທິງ ແມ່ນໄດ້ປຸງແຕ່ງ ຫຼາຍຢ່າງ ຕາມສັດສ່ວນ ທີ່ແຕກຕ່າງກັນ ເພື່ອຮັກສາ ຄວາມສົດ ແລະ ແຊບ ຊ້ອຍເຂົ້າກັນດີຂອງອາຫານ. ແຕ່ນຳ້ແຈ່ວ ໃຊ້ລວມຊະນິດດຽວ ຊຶ່ງ ລວມມີ ນຳ້ປາ, ນຳ້ຕານ, ໝາກເຜັດ, ນຳ້ສົ້ມ ແລະ ໝາກນາວ.

ລາຍການອາຫານລາບຫ້າສີ ບໍ່ພຽງແຕ່ຖືກປາກເທົ່ານັ້ນ ຫາກຍັງມີ ຄວາມຈັບຕາຈັບໃຈ ເນື່ອງຈາກມີການຈັດວາງ ທີ່ສວຍງາມອີກ ດ້ວຍ. ລາບຊະນິດໜຶ່ງໃສ່ ໃນກາບປີ ອັນໜຶ່ງ ແລະ ຈັດວາງ ເປັນ ຮູບດອກໄມ້ ຫ້າ ກີບ ເພື່ອໃຫ້ ຜູ້ຮັບປະທານ  ສາມາດເລືອກ ອາ ຫານ ຕາມຄວາມມັກ.

 
ບົດ: ບິກເວິນ - ພາບ: ແທງຢາງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top