• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ລາຍການອາຫານ “ເກີມເຮັ໋ນ” ເຫວ້

ບໍ່ພຽງແຕ່ເປັນ​ລາຍ​ການອາຫານທີ່ນິຍົມຊົມຊອບຂອງຊາວ ນະຄອນເຫວ້ໃນຊຸມມື້ລະດູແລ້ງທີ່ອົບເອົ້າເທົ່ານັ້ນ, ລາຍ​ການ​ອາ​ຫານ“ເກີມເຮັ໋ນ” (ເຂົ້າກິນກັບຫອຍ​ກາບກີ້) ຍັງໄດ້ຮັບ ຄວາມສົນໃຈ​ຈາກແຂກທາງໄກ ຍ້ອນມີລົດຊາດ​ຫວານ ຂອງນ້ຳຫອຍກົມກືນກັບກີ່ນ​ຫ​ອມເຂັ້ມຂົ້ນຂອງກະປິ ເຫວ້. 
ການປຸງແຕ່ງລາຍການອາຫານເກີມເຮັ໋ນ ມີເຄື່ອງປະກອບດັ່ງນີ້: ຫອຍກາບກີ້, ເຂົ້າຈ້າວ, ຂຽບໝູ, ຜັກສະຫຼັດ, ໝາກເຜັດ, ຫອມຫໍ້, ຜັກບົ່ວໃບ, ໝາກຖົ່ວດິນຂົ້ວ, ຖົ່ວງອກ, ນ້ຳມັນໝາກມ່ວງຫິມະພານ, ກະທຽມ, ກະປີເຫວ້, ໝາກ ເຟືອງສົ້ມ, ຫົວຜັກບົ່ວແຫ້ງ, ນ້ຳປາ,ການປຸງແຕ່ງລາຍການອາຫານເກີມເຮັ໋ນ ມີເຄື່ອງປະກອບດັ່ງນີ້: ຫອຍກາບກີ້, ເຂົ້າຈ້າວ, ຂຽບໝູ, ຜັກສະຫຼັດ, ໝາກເຜັດ, ຫອມຫໍ້, ຜັກບົ່ວໃບ, ໝາກຖົ່ວດິນຂົ້ວ, ຖົ່ວງອກ, ນ້ຳມັນໝາກມ່ວງຫິມະພານ, ກະທຽມ, ກະປີເຫວ້, ໝາກ ເຟືອງສົ້ມ, ຫົວຜັກບົ່ວແຫ້ງ, ນ້ຳປາ, ໝາກງາຂົ້ວ, ໝາກ ເຜັດແຫ້ງ, ນ້ຳຕານ, ຂີງການປຸງແຕ່ງລາຍການອາຫານເກີມເຮັ໋ນ ມີເຄື່ອງປະກອບດັ່ງນີ້: ຫອຍກາບກີ້, ເຂົ້າຈ້າວ, ຂຽບໝູ, ຜັກສະຫຼັດ, ໝາກເຜັດ, ຫອມຫໍ້, ຜັກບົ່ວໃບ, ໝາກຖົ່ວດິນຂົ້ວ, ຖົ່ວງອກ, ນ້ຳມັນໝາກມ່ວງຫິມະພານ, ກະທຽມ, ກະປີເຫວ້, ໝາກ ເຟືອງສົ້ມ, ຫົວຜັກບົ່ວແຫ້ງ, ນ້ຳປາ, ໝາກງາຂົ້ວ, ໝາກ ເຜັດແຫ້ງ, ນ້ຳຕານ, ຂີງທຸບ ແລະ ນ້ຳມັນພືດ. ທຸບ ແລະ ນ້ຳມັນພືດ.  ໝາກງາຂົ້ວ, ໝາກ ເຜັດແຫ້ງ, ນ້ຳຕານ, ຂີງທຸບ ແລະ ນ້ຳມັນພືດ. 

ຫອຍກາບກີ້ຫຼັງຜ່ານການປຸງແຕ່ງຂັ້ນຕົ້ນຈະໄດ້ນຳໄປຂົ້ວ
ໃສ່ໃບຜັກບົ່ວໃບ ແລະ ເຄື່ອງເທດ. 



ເຂົ້າຈ້າວທີ່ນຳມາຕົ້ມກິນກັບຫອຍກາບກີ້ ຕ້ອງແມ່ນປະເພດ ເຂົ້າທີ່ແຫ້ງ ແລະ ຜົງດີ.


ຂຽບໝູເປັນເຄື່ອງກິນກັບທີ່ຂາດບໍ່ໄດ້ເມື່ອຮັບປະທານລາຍການອາຫານຫອຍກາບກີ້. 


ວັດຖຸປະກອບອື່ນໆທີ່ຕ້ອງມີເມື່ອຮັບປະທານອາຫານເຍື່ອງນີ້ມີຄື: ໝາກງາຂົ້ວ, ຂຽບໝູ, ໝາກຖົ່ວດິນຂົ້ວ, ນ້ຳມັນໝາກ ມ່ວງຫິມະພານ ແລະ ອື່ນໆ... 


ລາຍການອາຫານເກີມເຮັ໋ນບໍ່ພຽງແຕ່ໄດ້ຖືວ່າເປັນ ອາຫານ ທີ່ແຊບຊ້ອຍເທົ່ານັ້ນຫາກຍັງເປັນຢາພື້ນເມືອງ ມີຄຸນປະໂຫຍດບຳລຸງຮ່າງກາຍອີກດ້ວຍ.

ຫອຍກາບກີ້ແຊ່ນ້ຳ, ລ້າງໃຫ້ສະອາດ, ເທລົງໃສ່ໝໍ້ຕົ້ມໃຫ້ສຸກ ແລ້ວຮ່ອນເອົາແຕ່ໂຕກາບກີ້. ແຍກນ້ຳຫອຍ ແລະ ໂຕຫອຍ ປະໄວ້ຕ່າງຫາກ. ຫລັງຈາກນັ້ນເອືອບໂຕຫອຍກັບກະນໍ, ພິກໄທ ແລະ ປະໄວ້ 10 ນາທີ. ຈຽວຫອມຜັກຫົວແຫ້ງ ແລະ ໝາກ ເຜັດປົ່ນໃນໝໍ້ກະທະຮ້ອນ. ເອົາຫອຍທີ່ເອືອບແລ້ວລົງຂົ້ວປົນກັບຜັກບົ່ວໃບ. ຕື່ມນ້ຳປາໃຫ້ພໍກິນແລ້ວມອດໄຟ.

ນ້ຳລວກຫອຍປະໄວ້ກັ່ນເອົາແຕ່ສ່ວນນ້ຳໃສແລ້ວຕົ້ມໃຫ້ຮ້ອນ. ເຕີມລົງດ້ວຍກະປິເຫວ້, ນ້ຳຕານ, ຂີງ,  ລໍຖ້າໃຫ້ນ້ຳຟົດແລ້ວ ປິດໄຟ.

ເອົາປະເພດຜັກດິບ, ເຂົ້າໃສ່ຖ້ວຍໃຫຍ່, ຫຼັງຈາກນັ້ນເອົາຫອຍກາບກີ້ທີ່ຂົ້ວແລ້ວ, ໝາກຖົ່ວດິນຂົ້ວ, ຖົ່ວງອກ, ໝາກເຟືອງ, ຂຽບໝູ ແລະ ໂຮຍໝາກງາລົງ. ສຸດທ້າຍແມ່ນຕັກນ້ຳຕົ້ມຫອຍ ໃສ່ຖືວ່າສຳເລັດ. ອາດຕື່ມກະປິເຫວ້ ແລະ ໝາກເຜັດ ເພື່ອເຮັດໃຫ້ເຍື່ອງອາຫານເພີ່ມຄວາມຫວານນົວແລ້ວແຕ່ຜູ້ມັກ.



ຫອຍກາບກີ້ເປັນພືດສັດທີ່ມີເນື້ອນຸ່ມ, ເປືອກແຂງ, ອາໄສຢູ່ໃນຂີ້ຕົມເຂດນ້ຳຈືດ ແລະ  ນ້ຳເຄິ່ງເຂັມເຄິ່ງຈືດ (ປາກແມ່ນ້ຳຈືດຕໍ່ທະເລ). ຊີ້ນໂຕຫອຍກາບກີ້ມີລົດຊາດຫວານນົວ, ເຢັນໂຕ, ມີຜົນປະໂຫຍດຍ່ອຍອາຫານ, ຖ່າຍເທເລືອດລົມ,  ບຳລຸງຕັບ, ແກ້ຮ້ອນໃນ, ຂັບໄລ່ສານພິດ, ຂັບຖ່າຍງ່າຍ. ສະນັ້ນ, ສຳລັບຊາວເມືອງເຫວ້, ຫອຍກາບກີ້ບໍ່ພຽງແຕ່ໄດ້ຖື ເປັນອາຫານພື້ນບ້ານ ໄດ້ຖືກປຸງແຕ່ງເປັນລາຍການອາຫານ ຫຼາຍໆຢ່າງທີ່ແຊບເທົ່ານັ້ນ ຫາກຍັງເປັນຢາພື້ນເມືອງທີ່ມີ ຄຸນປະໂຫຍດບຳລຸງຮ່າງກາຍອີກດ້ວຍ. 

ບົດ ແລະ ພາບ: ຫງວຽນລວນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top