• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ລາຍການສະແດງອາພອນສະໄໝຄັ້ງທີ 11 ຂອງວາລະສານ “ງາມ”

ຫວ່າງແລ້ວນີ້, ຜູ້ຊົມນັບຫຼາຍພັນຄົນ ຢູ່ນະຄອນ ໂຮ່ຈີມິນ ໄດ້ ມີໂອກາດ ຮູ້ຈັກເຖິງ ອາພອນສະໄໝທີ່ໃໝ່ອ່ຽມ ແລະ ປະທັບໃຈໂດຍຜ່ານລາຍການ ສະແດງອາພອນສະໄໝ ຄັ້ງ ທີ 11 (DFS11) ພາຍໃຕ້ ຫົວເລື່ອງ: “Birth of Venus - ການລິເລີ່ມໃໝ່ຂອງ ຄວາມງາມ”.

 

 
ໂດຍຜ່ານ ຊຸດສະສົມອາພອນສະໄໝຕ່າງໆ ທີ່ໄດ້ຮັບການ ສະແດງທີ່ DFS 11, ຜູ້ກຳກັບໃຫຍ່ ຈາລີ ຫງວຽນ ໄດ້ຈູງໃຈຜູ້ຊົມໄປຕາມ ການເລົ່າເລື່ອງທີ່ມີເນື້ອ ຄວາມສະເພາະຂອງຕົນ ດ້ວຍການນຳໃຊ້ ສິລະປະການ “ຕັ້ງບັນຫາ” ເຊິ່ງແມ່ນ ຈຸດ ພິເສດຂອງພາສາຖ່າຍທອດສິນລະປະໃນຂະແໜງຟີມຮູບເງົາ ເພື່ອ ເຮັດໃຫ້ເລື່ອງລາວຂອງຕົນ ເພີ່ມຄວາມຈັບອົກຈັກໃຈຍິ່ງຂຶ້ນ.
ດ້ວຍແຮງບັນດານໃຈມາຈາກພາບແຕ້ມອັນເລີດລ້ຳ ຍອດຍ້ຽມ “Birth of Venus” ຂອງຈິດຕະກອນ ຜູ້ມີ ຊື່ສຽງຊາວອີຕາລີ Sandro Boticelli, ທີມງານປະຕິບັດລາຍການ ໄດ້ສ້າງ ພາບພະເຈົ້າແຫ່ງຄວາມງາມ ພວມຢືນຢູ່ເທິງເປືອກຫອຍ ແຄງ ເຊິ່ງມີຊົງຜົມເງົາງາມເມື່ອຍາມຕ້ອງກະແສລົມ ຄ່ອຍໆມຸ້ງໄປເຖິງ ຝັ່ງ ທະເລອັນສະຫງົບງຽບ ທ່າມກາງບັນຍາກາດ ແຫ່ງຄວາມປິຕິຊົມຊື່ນຂອງເທວະບຸດເທວະດາທັງຫຼາຍ. ການປະກົດຕົວອັນເຕັມໄປດ້ວຍລັກສະນະເພີນຈິດ ແລະ ອໍ ລະຊອນດັ່ງກ່າວຖືກສະແດງອອກ ໂດຍຜ່ານ ຊຸດອາພອນ ແລະ ການຟ້ອນປະກອບ ປະຕິບັດດ້ວຍການປະສານສົມທົບກັນ ຂອງບັນດາ ສິລະປິນຄື: DJ ມິງຈີ້, ຜູ້ສ້າງພາບ Crazy Monke, ຜູ້ກຳກັບແສງສີ Dominic Pereira (Los Angeles, ສະຫະລັດ ອາເມລິກາ) ພ້ອມກັບບັນດານັກຟ້ອນ. ອາພອນສະໄໝຊຸດຕ່າງໆ ຂອງເຈືອງແທງລອງ, ຫຼີກິວແຂ໋ງ, ຢາວລິນ ແລະ ກົງຈ໋ີ ໄດ້ຜັດປ່ຽນກັນ ນຳຜູ້ຊົມຜ່ານ ຄວາມຮູ້ສຶກຫຼາກຫຼາຍຮູບແບບ ຄື ຈາກຄວາມ ແປກປະຫຼາດ ເຖິງ ຕື່ນເຕັ້ນ ແລ້ວ ຕ້ອງອຸທານອອກມາ ເຊິ່ງ ຄວາມນິຍົມງຶດງ້ໍ ຕ່ໍໜ້າຮູບພາບທີ່ງາມ ມະຫັດສະຈັນ ຂອງສິລະປະ ການປະດິດ ສ້າງອາພອນສະໄໝ.

ທ່ານ ເລກວກວິງ, ປະທານສະພາບໍລິຫານ ທັງເປັນ CEO ຂອງ ກຸຸ່ມບໍລິສັດສື່ສານ ເລ, ກ່າວຄຳປາໄສ ໄຂ DFS 11.
ຊຸດອາພອນຂອງນັກອອກແບບ ຫຼີກີວແຂ໋ງ.

ຊຸດອາພອນຂອງນັກອອກແບບ ຫຼີກີວແຂ໋ງ.

ຊຸດອາພອນຂອງນັກອອກແບບ ຢາວລີນ.

ຊຸດສະສົມຂອງນັກອອກແບບ ກົງຈີ້.

ບັນດານາງແບບຢູ່ເທິງເວທີສະແດງ.

ຊຸດອາພອນຂອງນັກອອກແບບ ຫຼີກີວແຂ໋ງ.

ຊຸດອາພອນຂອງນັກອອກແບບ ເຈືອງແທງລອງ.

ນັກຮ້ອງ Mr.ດ່າມ ໃນຊຸດອາພອນຂອງນັກອອກແບບ ເຈືອງແທງລອງ.

ກະໂປງແບບໃໝ່ຂອງນັກອອກແບບ ກົງຈີ້.

ນັກຟ້ອນ ລິນງາ ໃນຊຸດອາພອນຂອງ ນັກອອກແບບ ຫຼີກີວແຂ໋ງ.

ພາບໃນຄ່ຳຄືນ ແຫ່ງການໂຊສະແດງ DFS 11 ທີ່ໄດ້ຮັບການຈັດຂຶ້ນ ຢູ່ ເດິ່ນແຂ່ງຂັນ ຫງວຽນຢູ, ນະຄອນໂຮ່ຈີມິນ.

ຮອງຜູ້ອຳນວຍການໃຫຍ່ ຂ່າວສານຫວຽດນາມ ໂງຮ່າຖ໋າຍ(ຜູ້ທຳອິດຈາກຊ້າຍ) ເຂົ້າຮ່ວມຄ່ຳຄືນໂຊສະແດງຂອງ DFS 11.

ເຫດການສະແດງ ອາພອນສະໄໝ DFS 11 ໄດ້ດຶງດູດຄວາມສົນໃຈເປັນພິເສດຈາກວົງການສື່ສານ. 
ແຕ່ບ່ອນເທິງສູງ, “ພະນາງ” ຂອງ DFS11 ເຈືອງຈີຈຸກຢ້ຽມ ໄດ້ ຄ່ອຍ “ລົງມາໂລກມະນຸດ” ພາຜູ້ຊົມໄປເຖິງ ຊຸດສະສົມທຳອິດຂອງລາຍການທ່ີໃສ່ຊື່ “ເຄື່ອງລ້ຳຄ່າຂອງມະຫາສະໝຸດ” ຊຶ່ງ ແມ່ນຜົນການປະດິດສ້າງ ຂອງນັກອອກແບບເຈືອງແທງລອງ. ຈາກນັ້ນ, ອາພອນຊຸດຕ່າງໆ ຖືກນຳມາສະເໜີ ຕາມລຳດັບ ພາຍໃຕ້ ຮູບການຂອງຄື້ນທະເລ ຫຼື ຈຳພວກພຶກສາຊາດທະເລ ດ້ວຍສີສັນຕົ້ນຕໍແມ່ນສີຂາວຈ່ານພ່ານ ປະກອບ ກັບຜົນການ ຜັນແປ, ປ່ຽນແປງແສງສີຂອງສິລະປິນ Crazy Monkey. ເມືອງບາດານຢູ່ໃຕ້ໜ້ານ້ຳທະເລ ປະກົດຕົວຂຶ້ນສູ່ສາຍຕາຂອງ ຜູ້ຊົມ ຜ່ານຮູບຊົງເສື້ອໂຕທີ່ຕິດຫຼືບເກັດປາ ເຫຼື້ອມມະຍິບ ມະຍັບ ຫຼື ຕິດຍອຍ ແລະ ເຄື່ອງປະກອບອື່ນໆ ທີ່ໄດ້ເຮັດຢ່າງປະດິດ ປະດອຍ ພາໃຫ້ວາດນຶກເຖິງຍອຍຂອງປາມຶກຍັກ ຫຼື ຫີນປະກາລັງທີ່ສວຍງາມເຫຼືອພັນລະນາ.
ຊຸດສະສົມໃສ່ຊື່ “ເທວະດາລົງມາ” ທີ່ມີສີສັນສົດໃສ ໜຸ່ມ ແໜ້ນຂອງນັກອອກແບບ ຫຼີກີວແຂ໋ງ ສະແດງ ເຖິງການແຜ່ ຂະຫຍາຍອອກຂອງພະລັງແຫ່ງຊີວິດ ແລະ ຄວາມງາມ. ບ່ໍ ພຽງແຕ່ສ້າງບັນຍາກາດຊື່ນບານ ດ້ວຍສີສັນ ແລະ ວີທີການ ແຕກຕ່າງໝູ່, ລາຍການຍັງດຶງດູດຜູ້ຊົມຍ້ອນການມີໜ້າຂອງ ນັກຮ້ອງສຽງທອງ ມິງຮັ່ງ, ນັກຟ້ອນລິນງາ ແລະ ນັກສະແດງເຈືອງຫງອກແອ໋ງ ເດີມແມ່ນນາງແບບຜູ້ມີຊື່ດັງ. ພິເສດ, ການ ສະແດງເທິງເວທີດ້ວຍທ່າທີໝັ້ນໃຈ ໃນຊຸດກະໂປງ ຮັດຂາຂອງມິງຮັ່ງ ຍິ່ງເພີ່ມຄວາມຟົດຟື້ນຂຶ້ນໃຈໃຫ້ແກ່ ຄືນສະແດງ.
 





 
ສຳລັບຊຸດອາພອນໃສ່ຊື່ : “ຜູ້ກັບມາຈາກລອນດອນ” ຂອງ ນັກ ອອກແບບຢາວລິນ, ຜູ້ເປັນຄັ້ງທຳອິດ ເຂົ້າຮ່ວມ DFS ພັດນຳ ຜູ້ຊົມພົບເຈິກັບນະຄອນໜຶ່ງທີ່ໃຫຍ່ໂຕ ຫຼຸຫຼາຂອງເອີຣົບ ເຊິ່ງຍາມ ໃດກໍຄວບຄູ່ ໄປດ້ວຍ ຮູບພາບຂອງນັກຮ້ອງຍິງ Rita Ora ຜູ້ ເຄີຍສ້າງຄວາມ ຟົດສະໜັ່ນ ຊາວອັງກິດ. ເນື້ອຜ້າ ແບບເດີມຄື taffeta, ໄໝ, ແລນ ຂົນແກະ ປະສົມກັບວັດຖຸທາດ ທັນສະໄໝເຊັ່ນ: denim, ໜັງ, ຕາໜ່າງ ຖືກຢາວລິນນຳໃຊ້ ຢ່າງມີສິລະປະ ຊ່ວຍປັດປ່າຍລັກສະນະໜັກໜ່ວງ ແລະ ຂຶມໆ ຂອງຊຸດອາພອນ.
ລາຍການສະແດງ DFS11 ໄດ້ສິ້ນສຸດລົງດ້ວຍຊຸດອາພອນ “ເຫັດ” ຂອງນັກອອກແບບກົງຈີ້. ກະໂປງ ມີຮູບຊົງຄື “ເຫັດ” ຖືກປະດິດສ້າງຂຶ້ນດ້ວຍການສົມທົບລະຫວ່າງເຕັກນິກແບບ ຫັດຖະກຳ ກັບທັນສະໄໝ ຢ່າງພິຖິພິຖັນ. ຈາກຮູບພາບຂອງຄູ່ “ເຫັດຝາແຝດ” ໂດຍໂຮ່ຫງອກຮ່າ ແລະ ແທງຮັ່ງເປັນຜູ້ເດີນ ແບບ, ກົງຈີ້ ຢາກຝາກຝັງໄວ້ ເຊິ່ງຄວາມງາມແບບອະມະຕະທີ່ ຈະແຕກດອກອອກໜ່ໍຕະຫຼອດໄປ. ນັ້ນຄື ການ ລິເລີ່ມຂອງອັນ ໃໝ່, ສິ່ງງາມໆ ແລະ ການປະດິດຄິດແຕ່ງທີ່ບ່ໍມີຂອບເຂດ...
ບົດ: ຫງວຽນຫວູແທ່ງດາດ-ພາບ : ເລມິນ

bichlien

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top