• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ລາຍການສະແດງອາພອນປະຈຳຊາດ ອ໋າວຢາຍ-ແຮນບຸກ

ເທື່ອທຳອິດມີການປະສານສົມທົບສະແດງ ອາພອນປະຈຳຊາດ ລະຫວ່າງ ຊຸດປະຈຳຊາດ ອ໋າວຢາຍ ຫວຽດນາມ ແລະ ຊຸດປະຈຳຊາດ ແຮນບຸກ ເກົາຫຼີ ຂອງບັນດານັກອອກແບບ ຫວຽດນາມ ແລະ ເກົາຫຼີ ໄດ້ຮັບການຈັດຂຶ້ນ ທີ່ອາຄານ ແກງນາມ, ຮ່າໂນ້ຍ. ລາຍການສະແດງອາພອນດັ່ງກ່າວ ໄດ້ຈັດຂຶ້ນເພື່ອຕ້ອນຮັບທ່ານນາງປະທານາທິບໍດີ ເກົາຫຼີ Park Geun Hye ມາຢ້ຽມຢາມ ຫວຽດນາມ ແຕ່ວັນທີ 7-11 ກັນຍາ 2013.

 

ລາຍການສະແດງອາພອນປະຈຳຊາດ ອ໋າວຢາຍ-ແຮນບຸກ ທີ່ສະຖານທູດ ເກົາຫຼີ ຈັດຂຶ້ນທີ່ນະຄອນຫຼວງ ຮ່າໂນ້ຍ ເນື່ອງໃນການຢ້ຽມຢາມ ຫວຽດນາມ ຂອງທ່ານນາງປະທານາທິບໍດີ ເກົາຫຼີ Park Geun Hye. ທ່ານນາງ ປະທານາທິ ບໍດີ Park Geun Hye ພ້ອມກັບ ທ່ານນາງ ຫງວຽນທິຢວານ, ຮອງປະທານປະເທດ ຫວຽດນາມ ແລະ ບັນດາທ່ານຜູ້ນຳຕ່າງໆ ຂອງສອງປະເທດກໍ່ມາເຂົ້າຮ່ວມ ໃນລາຍການດັ່ງກ່າວ. 

ທ່ານນາງຮອງປະທານປະເທດ ຫວຽດນາມ ຫງວຽນທິຢວານ ແລະ ທ່ານນາງປະທານາທິບໍດີ ເກົາຫຼີ Park Geun Hye ມາເຂົ້າຮ່ວມໃນລາຍການສະແດງອາພອນ.

 
ບັນດາຊຸດສະສົມອາພອນ ອ໋າວຢາຍ ແລະ ແຮນບຸກ ໄດ້ຮັບການສະແດງທີ່ອາຄານ 72 ຊັ້ນ Kaengnam Landmark Tower.
ບັນດານາງແບບຂອງ ຫວຽດນາມ ແລະ ເກົາຫຼີ ໄດ້ສະແດງຊຸດອາພອນປະຈຳຊາດ ອ໋າວຢາຍ 34 ຊຸດຂອງນັກອອກແບບ ສີຮວ່າງ ກັບ ລານເຮືອງ ຂອງຫວຽດນາມ ແລະ ຊຸດອາພອນປະຈຳຊາດ ແຮນບຸກ 34 ຊຸດຂອງນັກອອກແບບ ເກົາຫຼີ 17 ຄົນ.

ເປີດສາກການສະແດງ ແມ່ນຊຸດສະສົມ ອ໋າວຢາຍ ຫວຽດນາມ ຂອງນັກອອກແບບ ລານເຮືອງ ເຊິ່ງເຮັດ ມາຈາກໄໝມີ່, ໄດ້ ປະດັບປະດາ ໄປດ້ວຍຮູບດອກບົວແບບຊຳນິຊຳນານ , ຖືແບບແຜນໃນລາຊະວັງ ຂອງສະໄໝກ່ອນ. ຕໍ່ມາແມ່ນຊຸດສະສົມທີ່ມີຊື່ວ່າ “ລາດຊະວົງ” ຂອງນັກອອກແບບ ສີຮວ່າງ ໄດ້ສະແດງ ຄວາມສະຫງ່າຜ່າເຜີຍຂອງຊຸດອ໋າວຢາຍໃນລາດຊະວັງ, ຄວາມອົງອາດກ້າຫານຂອງຊົນຊາດ ຫວຽດນາມ ຜ່ານການປະດັບປະດາໄປດ້ວຍຮູບນົກຫົງຄຳ, ຕາເວັນບົນຜືນຜ້າໄໝ.
   ບັນດາຊຸດສະສົມອາພອນ ອ໋າວຢາຍ ຫວຽດນາມ ຂອງນັກອອກແບບ ສີຮວ່າງ ແລະ ລານເຮືອງ.
ບັນດາຊຸດອາພອນປະຈຳຊາດ ແຮນບຸກ ໄດ້ເອົາມາສະແດງຢູ່ ຫວຽດນາມ ຄັ້ງນີ້ ຄືໄດ້ມອບໝາຍ ຄວາມ ສວຍງາມທີ່ມີສະເໜຕໍ່ວັດທະນະທຳ ແລະ ຊາວ ເກົາຫຼີ ໃຫ້ກັບປະຊາຊົນ ຫວຽດນາມ.

ຊຸດສະສົມອາພອນ ແຮນບຸກ ໄດ້ເອົາມາສະແດງຄັ້ງນີ້ ມີຫຼາກໝາຍຮູບແບບ, ເຊິ່ງມີຊຸດອາພອນທີ່ນຳໃຊ້ ໃນຊີວິດປະຈຳວັນ, ລວມໄປເຖິງ ຊຸດອາພອນທີ່ໄດ້ນຳໃຊ້ໃນບັນດາເຫດການທີ່ສຳຄັນ. ຊຸດອາພອນ ແຮນບຸກ ຂອງເດັກຍິງຫາກໍ່ເປັນສາວແລະຊຸດອາພອນ ແຮນບຸກ ສຳລັບ ຜູ້ຍິງທີ່ມີຄອບຄົວແລ້ວ, ຊຸດອາພອນ ແຮນບຸກ ຂອງ ສາມັນຊົນ, ຊຸດອາພອນ ແຮນບຸກ ຕັດສະເພາະໃຫ້ຄົນໃນລາດຊະວົງ ແລະ ບັນດາ ຊຸດອາພອນ ແຮນບຸກ ຕ່າງໆ…
ບັນດາຊຸດສະສົມອາພອນ ແຮນບຸກ ຂອງບັນດານັກອອກແບບ ເກົາຫຼີ.
ກ່າວຄຳປາໄສທີ່ລາຍການດັ່ງກ່າວ, ທ່ານນາງປະທານາທິບໍດີ Park Geun Hye ໃຫ້ຮູ້ວ່າ ເຫດການ ສະແດງອາພອນປະຈຳຊາດ ຫວຽດນາມ ແລະ ເກົາຫຼີ ຄັ້ງນີ້ ໄດ້ສະແດງນ້ຳໃຈມິດຕະພາບ ລະຫວ່າງ ສອງ ປະເທດ, ສ້າງອະນາຄົດແຫ່ງຄວາມມຸ່ງຫວັງ ຜ່ານບັນດາສີສັນ, ຄວາມຮູ້ສຶກ ແລະ ລວດລາຍທີ່ສວຍງາມ ແລະ ມີສະເໜ.

ເຕັມໄປດ້ວຍຄວາມສະຫງ່າຜ່າເຜີຍ ແລະ ລະອຽດລະອໍ, ຄວາມຊິນເຄີຍ ແລະ ທຳມະດາ, ອະນາຄົດ ແລະ ຄວາມມຸ່ງຫວັງ, ລາຍການ ສະແດງອາພອນປະຈຳຊາດ ອ໋າວຢາຍ-ແຮນບຸກ ຄັ້ງທຳອິດ ທີ່ໄດ້ຮັບການ ຈັດຂຶ້ນທີ່ນະຄອນຫຼວງ ຮ່າໂນ້ຍ ຈະຮັກສານ້ຳໃຈມິດຕະພາບ, ປະກອບສ່ວນເຮັດໃຫ້ສາຍພົວ ພັນລະຫວ່າງ ສອງຊາດພັດທະນາໃນອະນາຄົດ.
ໂດຍ:  ເຈີ່ນແທງຢາງ

bdLao

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top