• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

ລາຍການສະແດງອາພອນ ແລະ ຄວາມງາມແຫ່ງຍຸກສະໄໝຄັ້ງທີ10 (Dep Fashion Show 10)


ຊີວິດຂອງມະນຸດຈະບໍ່ມີຄວາມໝາຍຫຍັງຖ້າບໍ່ມີຄວາມປະດິດສ້າງ, ຄວາມ ຮູ້ສຶກທີ່ຟົດຟື້ນ ຈະບໍ່ໄດ້ສະແດງອອກມາຖ້າວ່າບໍ່ມີຄວາມ “ມົວເມົາ” ແລະ ນັ້ນກໍແມ່ນຊື່ຂອງຫົວເລື່ອງທີ່ Dep Fashion Show 10 ຢາກມຸ່ງສູ່ ພາຍຫຼັງ 10 ປີເປັນເພື່ອນຮ່ວມທາງກັບ “Dep” ໃນງານລາຕີໜຶ່ງທີ່ສຸດຍອດ ເຊິ່ງໄດ້ ຈັດຂຶ້ນຢູ່ນະຄອນໂຮ່ຈີມິນໃນມໍ່ໆນີ້.

 

Dep Fashion Show 10 ແມ່ນເຫດການແຟຊັ່ນຂອງຫວຽດນາມທີ່ຍິ່ງໃຫຍ່ທີ່ສຸດໃນປີ 2011 ໂດຍມີການເຂົ້າຮ່ວມຂອງ ນັກອອກແບບ 10 ຄົນ ແລະ ນາງແບບ 100 ຄົນ ໃນຫົວເລື່ອງ “ມົວເມົາ” ເຊິ່ງໄດ້ຈັດຂຶ້ນຢູ່ຫໍກິລາຫງວຽນຢູ ນະຄອນໂຮ່ຈີ ມິນໂດຍ Dep (ຄວາມງາມ)-ຜະລິດຕະພັນສຳຮອງໜຶ່ງຂອງວາລະສານຂ່າວພາບຫວຽດນາມ,ບໍລິສັດ Le Media ແລະ ບໍລິສັດ Le Bros ຮ່ວມຈັດຕັ້ງ. 

 

Dep Fashion Show 10 ໄດ້ເປີດສາກໂດຍລາຍການສະແດງໃນຄືນດຽວທີ່ເຕັມໄປດ້ວຍຄວາມປະທັບໃຈຢູ່ຫໍກິລາຫງວຽນຢູ ນະຄອນໂຮ່ຈີມິນ.


ຈາກຊ້າຍຫາຂວາ: ທ່ານຫງວຽນຕ໋ຽນເລ໊, ຜູ້ອຳນວຍການຫ້ອງການຜູ້ຕາງໜ້າຂ່າວສານຫວຽດນາມທີ່ນະຄອນໂຮ່ຈີມິນ, ທ່ານຫງວຽນຖັ໋ງ, ຫົວຫນ້າຄະນະ ບັນນາທິການໃຫຍ່ຂ່າວພາບຫວຽດນາມ ແລະ ວາລະສານ “ແດບ”, ທ່ານນາງ ດິງຮົ່ງຖ໋ຳ, ຜູ້ອຳນວຍການໃຫຍ່ LeMedia ແລະ ທ່ານເລກວກວິງ, ປະທານ ທັງເປັນຜູ້ອຳນວຍການໃຫຍ່ Le Group ທີ່ Dep Fashin Show 10.

 


 Dep Fashion Show 10 ແມ່ນເຫດການທີ່ເປັນໜ້າຄອງຄອຍໃນປີຂອງວົງການແຟຊັ່ນຫວຽດນາມ,
ດ້ວຍເຫດນັ້ນ ມັນໄດ້ດຶງດູດຄວາມສົນໃຈເປັນພິເສດຂອງບັນດານັກຮ້ອງ ແລະ ນາງແບບ.

ແຟນໆນັບເປັນພັນໆຄົນໄດ້ລໍຖ້າເພື່ອສາມາດເພີ່ງພໍໃຈກັບ Dep Fashion Show.


ນາງແບບ 100 ຄົນໄດ້ອອກສະແດງຕາມລຳດັບບັນດາຊຸດສະສົມຂອງນັກອອກແບບ 10 ຄົນໃນສຽງດົນຕີ ທີ່ມີນັກເສບ ໂດຍກົງຢ່າງມີຊີວິດຊີວາ.ພິເສດ,ຮ່ວມກັບເຫດການດັ່ງກ່າວ ໄດ້ຮັບກຽດເຂົ້າຮ່ວມຂອງຫົວໜ້າຜູ້ກຳກັບຫວຽດຕູ, ດຈ ຈີມິນ, ນັກອອກແບບການຟ້ອນສະແດງ ເຕິນໂລກ, ຜູ້ຊີ້ນຳການສະແດງອາພອນ ຊວນລານ ເຊິ່ງເປັນຜູ້ຮ່ວມທາງກັບ Dep Fashion Show ແຕ່ທຳອິດ. ຫົວໜ້າຜູ້ກຳກັບ ຫວຽດຕູ ໃຫ້ຮູ້ວ່າ: Dep Fashion Show 10 ນີ້ແນໃສ່ເຊີດຊູຊື່ສຽງຂອງບັນດານັກອອກແບບໜຸ່ມ ເຊິ່ງເປັນຜູ້ມານະພະຍາຍາມອອກແຮງງານ ເພື່ອຄວາມງາມ ຂອງແຟຊັ່ນ ແລະ ສິລະປະອັນໄດ້ປະດິດສ້າງຂຶ້ນບັນດາຊຸດສະສົມງາມກວ່າໝູ່່ນັບແຕ່ກ່ອນມາຮອດປັດຈຸບັນ ແລະ ເລື່ອງລາວຕ່າງໆໃນງານລາຕີ “ມົວເມົາ” ນັ້ນບໍ່ແມ່ນຂອງໃຜມັນ ຫາກເປັນການສະແດງກະໂຕເອງຂອງນັກອອກແບບແຕ່ລະຄົນ. ພາຍຫຼັງ Dep Fashion Show ທີ່ສະແດງເມື່ອ 9 ເທື່ອກ່ອນ,ເຖິງວ່າໃນຫົວເລື່ອງໃດໆກໍແມ່ນຜົນຂອງການປະດິດຄິດສ້າງທີ່ເຕັມໄປດ້ວຍຄວາມຫຼົງໃຫຼເມົາມົວຂອງບັນດານັກອອກແບບ ທີ່ມີສີມື, ຂອງແຕ່ລະໜ່ວຍຜະລິດ ກໍຄືຂອງສິລະປິນທີ່ສະແດງຢູ່ເທິງເວທີແຕ່ລະຄົນ.ດ້ວຍເຫດນັ້ນ, Dep Fashion Show ຈ່ຶງເປັນທີ່ຮູ້ຈັກ ເຊິ່ງບໍ່ພຽງແຕ່ເປັນ “ເດີ່ນຫຼິ້ນ” ຢູ່ໃນປະເທດເທົ່ານັ້ນ, ຫາກຍັງກາຍເປັນເຫດການແຟຊັ່ນໄດ້ຮັບຮອງຢູ່ທົ່ວທະວີບອາຊີ.
 

ຊຸດສະສົມຂອງນັກອອກແບບ ເລແທງຮ່ວາ.

 

ຊຸດສະສົມ “No4 2011“ ຂອງນັກອອກແບບ ກົງຈີ.

 

ແບບໜຶ່ງໃນຊຸດສະສົມ “ໜີພົ້ນຈາກຮ່າງກາຍ“ຂອງນັກອອກແບບໜຸ່ມ ຮວີ່ນຮາຍລອງ ແລະ ດັ້ງເຖ໋ຮຸຍ.

 

ຊຸດສະສົມຂອງນັກອອກແບບຢ໊ຽມມີ


ເພື່ອສະແດງຫົວເລື່ອງ “ຄວາມເມົາມົວ” ທີ່ຄະນະຈັດຕັ້ງ Dep Fashion Show 10 ໄດ້ວາງອອກ,ນັກກຳກັບ ຫວຽດຕູ໋ ໄດ້ນຳເອົາອາລົມຈິດມາຈາກຮູບເງົາຂອງລັດເຊຍທີ່ມີຊື່ວ່າ: “Faust”. ຮູບເງົາໄດ້ຊີງລາງວັນ “ສິງໂຕຄຳ“ແລະ ໄດ້ຮັບການປັບປ່ຽນຈາກຜົນການປະດິດແຕ່ງທີ່ມີ ຊື່ດຽວກັນຂອງນັກກະວີຜູ້ຍິ່ງໃຫຍ່ ກອດ(Goethe) ເຊິ່ງເລົ່າເຖິງເລື່ອງລາວຂອງນັກວິທະຍາສາດຄົນໜຶ່ງໄດ້ພ້ອມແລ້ວທີ່ຈະຂາຍວິນຍານໃຫ້ແກ່ ຍັກທີ່ຮ້າຍກາດເພື່ອໃຫ້ຕົນເອງໄດ້ເພິ່ງພໍໃຈໃນຄວາມປາຖະໜາຂອງຕົນວ່າໄດ້ຮູ້ຈັກ ແລະ ໃຝ່ຝັນ.ໃນຕົວຈິງ, ບາງຄັ້ງຄາວ ມະນຸດກໍຕ້ອງທົດແທນໃຫ້ແກ່ຄວາມເມົາມົວຂອງຕົນ.
ເປີດສາກຂອງ Dep Fashion Show 10 ແມ່ນການສະແດງຢ່າງປະທັບໃຈຂອງນັກເສບກິຕາໜຸ່ມທີ່ມີຊື່ ເຈື່ອງຊາ.ສືບຕໍ່ນັ້ນແມ່ນການປາກົດໂຕຂອງບັນດາຊຸດສະສົມໃນສຽງດົນຕີຂອງ ດຈ ຈີມິນ ແລະ ວີດີໂອ art ທີ່ແສນອອນຊອນໃຈຂອງນັກແຕ້ມເລກວັກຮືງ.

 

 

ຄວາມງາມແບບອາໄລອາວອນເຖິງເລື່ອງອະດີດໃນຊຸດສະສົມທີ່ມີຫົວເລື່ອງ “Antique Passion” ຂອງນັກອອກແບບ ຫຼີກີວແຄ໋ງ.

 

ຄວາມເລິກລັບ ແລະ ມະໂນຈິດໃນຊຸດສະສົມຂອງ “ຊາດໜ້າ“ ຂອງນັກອອກແບບ ເຈືອງແທງຮາຍ.


 ຜູ້ອຳນວຍການຜະລິດ ເລຍືທວາແລ້ວ,ບັນທັດຖານຂອງ Dep Fashion Show 10 ແມ່ນມະໂນພາບມີຄວາມສຳນຶກ,ມີຫົວເລື່ອງ ແລະ ມີເນື້ອຄວາມຢ່າງໃສແຈ້ງ. ແຕ່ລະສາກຂອງ Dep Fashion Show 10 ໄດ້ສະແດງໃນຫຼາຍຮູບການທີ່ແຕກຕ່າງກັນ ແລະ ໄດ້ປະສານສົມ ທົບກັບຮູບການສິລະປະຫຼາຍສີສັນ,ແຕ່ເໜືອໄປກວ່ານັ້ນກໍແມ່ນເຊີດຊູແຟຊັ່ນ.ຊຸດສະສົມແຕ່ລະຊຸດລ້ວນແຕ່ສະແດງແບບລີລາ,ຄວາມນຶກຄິດຢ່າງ ລະອຽດແຕ່ຍັງໄປຕາມຫົວເລື່ອງຂອງງານລາຕີ ແລະ ເຮັດໃຫ້ນັກອອກແບບແຕ່ລະຄົນພົ້ນເດັ່ນຂຶ້ນ ໃນແບບລີລາການ ສະແດງຂອງຕົນທີ່ບໍ່ຫຼົງອອກ ໄປນອກລາຍ ການທັງໝົດໂດຍກຳເນີດແຕ່ປີ 2001, Dep Fashion Show ເຊຣີ ແມ່ນລາຍການຂອງຜູ້ທີ່ຮັກມັກຄວາມງາມ ແລະ ມີຄວາມມຸ່ງມາດປາຖະໜາສ້າງພື້ນຖານອຸດສາຫະກຳແຟຊັ່ນຫວຽດນາມຖືກຕາມຄວາມໝາຍຂອງຄວາມປະດິດສ້າງ. 

 

ນັກອອກແບບ Kelly ບຸ່ຍ ເອົາຄວາມຄິດສ້າງສັນຈາກການສະແດງດາບ Kendo ຂອງຊາວຍີ່ປຸ່ນ ເພື່ອໝູນໃຊ້ເຂົ້າສູ່ການປະດິດສ້າງ ຊຸດສະສົມຂອງຕົນ.

 

 
ບັນຊີລາຍຊື່ຜູ້ອຸປະຖຳໃຫ້ແກ່ Dep Fashion Show 10 ປະກອບດ້ວຍ :
-ທະນາຄານ HSBC ຈຳກັດ(ຫວຽດນາມ)
-Sam Sung Galaxy Tab 10.1(ບໍລິສັດເອເລັກໂຕຣລັກ Sam Sung)
-Cao Fine Jewllery (ຍີ່ຫໍ້ເຄື່ອງສຳອາງຂັ້ນສູງ)
-ຜະລິດຕະພັນນ້ຳດື່ມ Collagen (ບໍລິສັດຫຸ້ນສ່ວນສິນໃນນ້ຳບິ່ງອານ)

*ຜູ້ອຸປະຖຳເງິນ:
-ບໍລິສັດເຄື່ອງສຳອາງ Shiseido ຫວຽດນາມຈຳກັດ.
-ສູນກິລາເພາະກາຍ ແລະ ໂຢກາ Canifonia (Canifonia Fitness & Yoga-Making Life Better)
- AUDi VIETNAM
-ໂຮງແຮມ Movenpick
- Catwark by tigi

 
 
                                                                                             ບົດ: ຫງວຽນຫວູທັນດາດ - ພາບ: ເລມິນ

Bài: Nguyễn Vũ Thành Đạt - Ảnh: Lê Minh

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top