• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລາຍການຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນ ປຸກລຸກ ແລະ ແຜ່ຂະຫຍາຍນໍ້າໃຈຂອງຊາດຫວຽດນາມ

      ລາຍການຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນ ແມ່ນລາຍການທີີ່ມີຄວາມໝາຍສໍາລັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ຈາກປະເທດຊາດ, ບໍ່ພຽງແຕ່ແມ່ນຂອງຂວັນສໍາລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນຍາມທ້າຍປີເທົ່ານັ້ນ ຫາກຍັງຕອບສະໜອງໄດ້ຕາມຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາ ໄດ້ກັບເມືອບ້ານເກີດເມືອງນອນ ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຂອງເຂົາເຈົ້າອີກດ້ວຍ
 
      ເມື່ອບຸນປີໃໝ່ປະຈໍາຊາດ ຫຼື ບຸນເຕັດ ແລະລະດູບານໃໝ່ວຽນມາ, ຊາວຫວຽດນາມ ອາໄສຢູ່ທຸກແຖບຖິ່ນໃນທົ່ວໂລກ ກໍໄດ້ກັບເມືອບ້ານເກີດເມືອງນອນຂອງຕົນ ເພື່ອຕ້ອນຮັບບຸນປີໃໝ່ປະຈໍາຊາດ, ທຸກຄົນໄດ້ເຕົ້າໂຮມກັນ, ພ້ອມກັນເຈືອຈານເຂົ້າກັບບັນຍາກາດຂອງລະດູບານໃໝ່ຢ່າງອົບອຸ່ນ, ມ່ວນຊືນ ຕາມຮີບຄອງປະເພນີຂອງຊາດຫວຽດນາມ ແລະ ພິເສດ ແມ່ນກັບເມືອປະເທດເຂົ້າຮ່ວມລາຍການ ຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນໂດຍຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ສັງກັດກະຊວງການຕ່າງປະເທດຫວຽດນາມ ສົມທົບກັບບັນດາອົງການທີ່ກ່ຽວຂ້ອງຈັດຕັ້ງຂຶ້ນ. ລາຍການດັ່ງກ່າວ ໄດ້ກາຍເປັນເຫດການໃຫຍ່ ແລະ ເປັນທີ່ຄອງຄອຍຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເນື່ອງໃນໂອກາດນີ້, ອັນໄດ້ປະກອບສ່ວນປຸກລຸກ ແລະ ແຜ່ຂະຫຍາຍນໍ້າໃຈຂອງຊາດຫວຽດນາມຂອງຊາວຫວຽດນາມທຸກຄົນ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ.
        ລາຍການຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນ ແມ່ນລາຍການທີີ່ມີຄວາມໝາຍສໍາລັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ຈາກປະເທດຊາດ, ບໍ່ພຽງແຕ່ແມ່ນຂອງຂວັນສໍາລັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນຍາມທ້າຍປີເທົ່ານັ້ນ ຫາກຍັງຕອບສະໜອງໄດ້ຕາມຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາ ໄດ້ກັບເມືອບ້ານເກີດເມືອງນອນ ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຂອງເຂົາເຈົ້າອີກດ້ວຍ. ປີ 2020 ແມ່ນປີທີ 12 ເຊິ່ງລາຍການດັ່ງກ່າວໄດ້ຈັດຂຶ້ນ.
        ສ້າງຄວາມຜູກພັນໃນໝູ່ປະຊາຄົມຊາວຫວຽດນາມ
        ລາຍການຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນປີ 2020 ໄດ້ມີການເຂົ້າຮ່ວມຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 1.500 ຄົນ ເຊິ່ງກັບມາຈາກເກືອບ 30 ປະເທດ ແລະ ເຂດແຄວ້ນ ເພື່ອຕ້ອນຮັບບຸນປີໃໝ່ປະຈໍາຊາດປີ ຊວດ 2020, ເຊິ່ງເປັນປີມີຈໍານວນຜູ້ເຂົ້າຮ່ວມຫຼາຍທີີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ທ່ານເອກອັກຄະລັດຖະທູດ ເລືອງແທັງງິ, ຮອງຫົວໜ້າຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ຢັ້ງຢືນວ່າ:
        “ລາຍການຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນ ແມ່ນລາຍການທີ່ມີີຄວາມໝາຍສໍາລັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ຈາກປະເທດຊາດ. ກ່ອນອື່ນໝົດ ແມ່ນໄດ້ສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ຂອງພັກ ແລະ ລັດ ຫວຽດນາມ ທີ່ມີຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ບົນເນື້ອໃນຈິດໃຈ ທີ່ວ່າ: ຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນປະຊາຄົມທີ່ບໍ່ອາດຕັດແຍກອອກຈາກຊາດຫວຽດນາມໄດ້ ແລະ ທັງແມ່ນແຫຼ່ງກໍາລັງນໍາອີກ. ທີສອງ ແມ່ນໂອກາດເພື່ອໃຫ້ພໍ່ແມ່ພີ່ນ້ອງ ກັບເມືອປະເທດຕ້ອນຮັບບຸນເຕັດ, ໄດ້ເຕົ້າໂຮມພ້ອມກັບຄອບຄົວ. ທີສາມ ແມ່ນໂອກາດເພື່ອໃຫ້ເຂົາເຈົ້າໄດ້ພົບປະແລກປ່ຽນ ສ້າງສາຍສໍາພັນເຊື່ອມຕໍ່່ສະໜິດຕິດພັນ ລະຫວ່າງພໍ່ແມ່ພີ່ນ້ອງຊາວຫວຽດນາມທີ່ອາໄສຢູ່ບັນດາປະເທດໃນໂລກ. ສິ່ງພິເສດ ແມ່ນ ເຂົາເຈົ້າໄດ້ມີໂອກາດພົບປະກັບການນໍາພັກ, ລັດ, ທ້ອງຖິ່ນ ເພື່ອສະເໜີຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງຕົນ ແລະ ຊອກຮູ້ບັນດາກາລະໂອກາດລົງທຶນດໍາເນີນທຸລະກິດພາຍໃນປະເທດ”.
        ລາຍການຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນ ກໍແມ່ນໂອກາດເພື່ອໃຫ້ຊາວຫວຽດນາມ ອາໄສຢູ່ບັນດາປະເທດຕ່າງໆໃນທົ່ວໂລກ ໄດ້ພົບປະກັນ, ເຫັນປະຈັກຕາການປ່ຽນແປງ, ການພັດທະນາຂອງປະເທດຊາດ. ທ່ານ ເຈິ່ນຫາຍລິງ, ຊາວຫວຽດນາມ ອາໄສຢູ່ສ. ເກົາຫຼີ, ແບ່ງປັນວ່າ:
        ລາຍການຕ້ອນຮັບລະດູບານໃໝ່ຢູ່ບ້ານເກີດເມືອງນອນ ແມ່ນໂອກາດເພື່ອໃຫ້ພໍ່ແມ່ນພີ່ນ້ອງຊາວຫວຽດນາມຢູ່ທຸກແຖບຖິ່ນໃນທົ່ວໂລກໄດ້ກັບເມືອປະເທດ, ເຕົ້າໂຮມກັບຄອບຄົວ. ອາດເວົ້າໄດ້ວ່າ ນີ້ແມ່ນລາຍການທີ່ບໍ່ອາດຂາດໄດ້ສໍາລັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃນແຕ່ລະປີ. ແຕ່ລະເທື່ອກັບເມືອປະເທດ, ຂ້າພະເຈົ້າລ້ວນແຕ່ຮູ້ສຶກໄດ້ຢ່າງຊັດເຈນເຖິງການພັດທະນາຂອງປະເທດຊາດ, ເຊິ່ງໄດ້ເຮັດໃຫ້ພວກຂ້າພະເຈົ້າມີຄວາມປະຕິຊົມຊື່ນ ກໍຄືພາກພູມໃຈເມື່ອໄດ້ກັບເມືອບ້ານເກີດເມືອງນອນ. ຂ້າພະເຈົ້າເຊື່ອໝັ້ນວ່າ ຖ້າຫາກພວກເຮົານໍາໃຊ້ກໍາລັງເຫື່ອແຮງ ແລະແຫຼ່ງກໍາລັງຂອງພໍ່ແມ່ພີ່ນ້ອງຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດໄດ້ຢ່າງແຮງກວ່ານີ້ອີກ ແມ່ນເຂົາເຈົ້າຈະເປັນຂົວຕໍ່ຊ່ວຍຫວຽດນາມ ພັດທະນາຢ່າງແຂງແຮງ ແລະ ເຊື່ອມໂຍງຢ່າງກວ້າງໄກກວ່າໃນໄລຍະຈະມາເຖິງ”.
        ນັບແຕ່ຫຼາຍປີມານີ້, ເຖິງວ່າຈະດໍາລົງຊີວິດຢູ່ແຫ່ງຫົນໃດໃນໂລກກໍຕາມ, ແຕ່ສໍາລັບເລື່ອງ ຮ່ວມສາຍເລືອດອັນດຽວກັນ ແລະ ຄວາມສະໜິດຕິດພັນກັບບ້ານເກີດເມືອງນອນນັ້ນ, ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ປະກອບສ່ວນປັບປຸງ ແລະ ພັດທະນາກຸ່ມກ້ອນມະຫາສາມັກຄີີຂອງຊາດ, ແມ່ນປັດໄຈທີ່ບໍ່ອາດຂາດໄດ້ໃນວິວັດການພັດທະນາຂອງຫວຽດນາມ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຖ່າຍຮູບນຳພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ
(ພາບ: TTXVN)
      ປຸກລຸກ ແລະ ແຜ່ຂະຫຍາຍຈິດໃຈ ຫວຽດນາມ
            ໃນການເດີນທາງກັບເມືອບ້ານເກີດເມືອງນອນ ປີນີ້, ຊາວ ຫວຽດນາມອາໄສຢູ່ຕ່າງປະເທດ ຢູ່ທຸກໆແຫ່ງໃນໂລກ ໄດ້ດຳລົງຊີວິດໃນທ່າມກາງບັນຍາກາດ ບຸນເຕັດອົບອຸ່ນ, ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຄື ການຂໍຕົວໜັງສືຫວຽດເດີມ , ຂັບລຳເຈົ່າວັນ, ການລະຫຼີ້ນພື້ນເມືອງໃນໂອກາດບຸນເຕັດ… ແລະ ພິເສດແມ່ນ ໄດ້ຊິມບັນດາເຍື່ອງອາຫານພິເສດໃນວັນບຸນ. ບັນດການເຄື່ອນໄຫວນີ້ໄດ້ປະກອບສ່ວນປຸກລຸກແຫຼ່ງອາລົມຈິດສຳລັບຊາວ ຫວຽດນາມ, ເຖິງແມ່ນວ່າ ຢູ່ຫ່າງໄກກັບປະເທດຊາດ ແຕ່ໃນຈິດໃຈຍັງຄົງຮັກສາໄດ້ມູນເຊື້ອຂອງຊາດໄວ້ໄດ້. ລຸງ ຫງວຽນດຶກທຽນ, ຊາວຫວຽດນາມ ອາໄສຢູ່ ອີຕາລີ ແບ່ງປັນວ່າ:
            ຈາກ ອີຕາລີ ກັບມາທີ່ນີ້, ຂ້າພະເຈົ້າມີຄວາມຮູ້ສຶກພິເສດ, ເຫັນວ່າ ຢູ່ບ່ອນໃດກໍ່ບໍ່ໄດ້ຄືປະເທດ, ບ້ານເກີດເມືອງນອນຂອງຕົນ. ໃນການເດີນທາງຄັ້ງນີ້, ຂ້າພະເຈົ້າໄດ້ເຂົ້າຮ່ວມຢ້ຽມຊົມ ວິຫານ ໂດ, ບັກນິງ, ເຂົ້າຮ່ວມພິທີປ່ອຍສັດ ນີ້ແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ.
            ໃນຂະນະນັ້ນ, ອ້າຍ ຫງວຽນຮ່ວາຍຕ໊ຽນ, ຊາວຫວຽດນາມອາໄສຢູ່ ອາເມລິກາ ໃຫ້ຮູ້ວ່າ:
            ແຕ່ລະປີເມື່ອໄດ້ກັບເມືອປະເທດ, ຂ້າພະເຈົ້າກໍ່ຮູ້ສຶກວ່າ ໄດ້ມີຄວາມສະໜິດຕິດພັນກັບບ້ານເກີດເມືອງນອນກ່ວາ, ເຂົ້າໃຈກ່ຽວກັບວັດທະນະທຳກໍ່ຄື ຮີດຄອງປະເພນີຂອງ ບ້ານເກີດເມືອງນອນໃຫ້ຫຼາຍກ່ວາອີກ.
            ແບ່ງປັນກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ທ່ານນາງ ຮອງປະທານປະເທດ ດັ້ງທິງອກທິ້ງ ເນັ້ນໜັກວ່າ: “ປະເທດຊາດ - ແມ່ນສິ່ງທີ່ສັກກະລະບູຊາ, ບ້ານເກີດເມືອງນອນ ແຫ່ງສາຍຈິດສາຍໃຈ ຍາມໃດກໍ່ຝັງເລິກໃນໃຈຂອງພວກເຮົາທຸກຄົນ, ເຖິງວ່າໄປຢູ່ໃສກໍ່ຕາມ ພວກເຮົາລ້ວນແຕ່ແມ່ນ “ຊາວ ຫວຽດນາມ”, ມີສາຍເລືອດດຽວກັນ, ຈິດໃຈ ຫວຽດນາມ, ສີສັນວັດທະນະທຳ, ມີຄວາມເອກອ້າງທະນົງໃຈ ຫວຽດນາມ.
            ຂ້າພະເຈົ້າຮຽກຮ້ອງ ຊາວ ຫວຽດນາມ ທັງຢູ່ ພາຍໃນ ແລະ ຕ່າງປະເທດ, ຈົ່ງພ້ອມກັນເຊີດຊູຈິດໃຈຮັກຊາດ, ນ້ຳໃຈສາມັກຄີ, ນ້ຳໃຈເຊີດຊູຊາດຕົນເອງ, ແຂ່ງຂັນກັນ, ສູ້ຊົນມຸ່ງໄປສູ່ ການສ້າງສາປະເທດຫວຽດນາມ ວັດທະນາຖາວອນ, ໝັ້ນຄົງເຂັ້ມແຂງ, ຄຽງບ່າຄຽງໄຫຼ່່ກັບເພື່ອນມິດສາກົນຄືຄຳຮຽກຮ້ອງຂອງທ່ານປະທານ ໂຮ່ຈີມິນໃນເມື່ອກ່ອນ: ປະຊາຊົນເຮົາຕ້ອງເປັນຈິດໜຶ່ງໃຈດຽວ: ເຫັນດີເຫັນພ້ອມ - ຮ່ວມແຮງຮ່ວມໃຈ - ຮ່ວມສຳພັນ. ສາມັກຄີ, ສາມັກຄີ, ມະຫາສາມັກຄີ, ສຳເລັດຜົນ, ສຳເລັດຜົນ, ມະຫາສຳເລັດຜົນ!
            ບຸນເຕັດແມ່ນ ຈຸດເວລາສັກກະລະບູຊາທີ່ສຸດ, ແມ່ນວັນແຫ່ງການເຕົ້າໂຮມ, ວັນກັບເມືອ ຫາກົກເຄົ້າເຫງົ້າກໍ. ປັດຈຸບັດ, ຊາວ ຫວຽດນາມ ເຖິງວ່າ ດຳລົງຊີວິດຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ບໍ່ວ່າຢູ່ ແຫ່ງຫົນໃດ ກໍ່ຕາມ ລ້ວນແຕ່ມຸ່ງໄປເຖິງກົກເຄົ້າເຫງົ້າກໍ, ບັນພະບຸລຸດຂອງຕົນ. ເມື່ອໄດ້ຕ້ອນຮັບບຸນເຕັດຢູ່ບ້ານເກີດເມືອງນອນ, ບ່ອນຕັດສາຍແຮ່ ແຜ່ສາຍບື ແລະ ໄດ້ເຫັນປະຈັກຕາການປ່ຽນແປງໃໝ່, ການພັດທະນາຂອງປະເທດຊາດນັ້ນ ແມ່ນຄວາມຜາສຸກຂອງ ຊາວຫວຽດນາມອາໄສຢູ່ຕ່າງປະເທດທຸກໆຄົນໃນຊຸມວັນນີ້.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top