• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະມົນຕີກະຊວງສາທາລະນະສຸກລາວ ສະແດງຄວາມຂອບໃຈ ຫວຽດນາມ ທີ່ໄດ້ຫນູນຊ່ວຍລາວ ໃນການປ້ອງກັນ ສະກັດກັ້ນໂຄວິດ 19

ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ລາວ ສະແດງຄວາມຂອບອົກຂອບໃຈລັດຖະບານ ແລະ ປະຊາຊົນຫວຽດນາມ ພ້ອມທັງຢັ້ງຢືນວ່າ ການຫນູນຊ່ວຍຂອງຫວຽດນາມ ແມ່ນແຫລ່ງລະດົມກຳລັງໃຈອັນຍິ່ງໃຫຍ່ໃນການຕໍ່ສູ້ສະກັດກັ້ນໂລກລະບາດ.


ທ່ານ ຫງວຽນແທງລອງ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງສາທາລະນະສຸກ ຫວຽດນາມ 

ພາບ: vietnam+ 


ວັນທີ 7 ເມສາ ທ່ານ ຫງວຽນແທງລອງ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງສາທາລະນະສຸກ ຫວຽດນາມ ໄດ້ມີການປະຊຸມອອນລາຍກັບ ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ລາວ. ສອງຝ່າຍເຫັນດີ ສ້າງລະບົບເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ລາວ ເພື່ອຫນູນຊ່ວຍການວິໄຈ, ເບິ່ງແຍງດູແລ ແລະ ປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ 19. ຝ່າຍ ລາວ ກໍ່ສະເຫນີຝ່າຍຫວຽດນາມ ຫນູນຊ່ວຍລະບົບເຊື່ອມຕໍ່ລະຫວ່າງບັນດາໂຮງໝໍຂອງສອງປະເທດ ເພື່ອໃຫ້ຄຳປຶກສາ, ແລກປ່ຽນວິທີປິ່ນປົວໃຫ້ຄົນເຈັບ. ນອກຈາກບ້ວງຫນູນຊ່ວຍອຸປະກອນການແພດ ຊື່ງຫວຽດນາມ ໄດ້ຫນູນຊ່ວຍກະຊວງສາທາລະນະສຸກ ລາວ ໃນຕົ້ນເດືອນເມສາ ຢູ່ ນະຄອນຫລວງ ວຽງຈັນ ລວມມູນຄ່າ ກວ່າ 7 ຕື້ດົງແລ້ວ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ຫນູນຊ່ວຍກະຊວງສາທາລະນະສຸກລາວ ອຸປະກອນບົ່ງມະຕິພະຍາດ, ຜ້າອັດປາກອັດດັງ, ຊຸດປ້ອງກັນສະກັດກັ້ນເຊື້ອພະຍາດ.. ທ່ານ ຫງວຽນແທງລອງ ຮອງລັດຖະມົນຕີ ຜູ້ປະຈຳການກະຊວງສາທາລະນະສຸກ ຫວຽດນາມ ເນັ້ນຫນັກວ່າ: ກະຊວງສາທາລະນະສຸກ ຫວຽດນາມ ຍາມໃດກໍ່ຮຽງບ່າຮຽງໄຫລ່ກັບຂະແຫນງສາທາລະນະສຸກ ແລະ ປະຊາຊົນ ລາວ ໃນທຸກສະພາບການ ພ້ອມກັນຍູ້ ໂລກລະບາດໂຄວິດ 19 ໃຫ້ຖອຍໄປ. ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ລາວ ສະແດງຄວາມຂອບອົກຂອບໃຈລັດຖະບານ ແລະ ປະຊາຊົນຫວຽດນາມ ພ້ອມທັງຢັ້ງຢືນວ່າ ການຫນູນຊ່ວຍຂອງຫວຽດນາມ ແມ່ນແຫລ່ງລະດົມກຳລັງໃຈອັນຍິ່ງໃຫຍ່ໃນການຕໍ່ສູ້ສະກັດກັ້ນໂລກລະບາດ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top