• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເສດຖະກິດ

ລັດຖະບານສ້າງເງື່ອນໄຂທີ່ດີທີສຸດໃຫ້ແກ່ວິສາຫະກິດ

ໃນນາມເປັນປະທານໃນກອງປະຊຸມນາຍົກລັດຖະມົນຕີ ກັບ ວິສາຫະກິດປີ 2016 ທີ່ນະຄອນໂຮ່ຈີມິນ, ທ່ານນາຍົກ ລັດຖະມົນຕີ ຫງວຽນຊວນຟຸກໄດ້ຢືນຢັນວ່າ, ລັດຖະບານຈະສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ທີ່ດີທີສຸດເພື່ອເລີ່ມຕົ້ນ ທຸລະກິດ, ຊຸກຍູ້ບັນດາວິສາຫະກິດ ຂະຫຍາຍຕົວທັງດ້ານ ປະລິມານ ແລະ ຄຸນນະພາບ. 
ກອງປະຊຸມພາຍໃຕ້ຫົວຂໍ້ “ວິສາຫະກິດຫວຽດນາມ-ກຳລັງໜູນ ການພັດທະນາເສດຖະກິດຂອງປະເທດຊາດ”. ເຂົ້າຮ່ວມ ແລະ ປະກອບສ່ວນແລກປ່ຽນສົນທະນາກັບວິສາຫະກິດໃນຄັ້ງນີ້ລວມມີ ບັນດາທ່ານຮອງນາຍົກລັດຖະມົນຕີ: ເຈືອງຮ່ວາບິ່ງ, ເວືອງດິ່ງເຫວ້, ຫວູດຶກດາມ, ຈິ້ງດິ່ງຢຸງ ແລະ ບັນດາສະມາຊິກ ລັດຖະບານທ່ານອື່ນໆ. ນອກນັ້ນຍັງມີທ່ານເລຂາຄະນະພັກ ນະຄອນໂຮ່ຈີມິນ ດິງລາທັງ; ປະທານສານປະຊາຊົນສູງສຸດ ຫງວຽນຮ່ວາບິ່ງ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເລມິງຈີ໋; ການນຳບັນດາທ້ອງຖິ່ນ; ຜູ້ຕາງໜ້າວິສາຫະກິດຕ່າງໆ ຫຼາຍພັນຄົນ, ໃນນັ້ນມີທັງບັນດາສະຫະສະມາຄົມ, ນັກລົງທຶນ ຕ່າງປະເທດກຳລັງເຄື່ອນໄຫວຢູ່ຫວຽດນາມອີກດ້ວຍ. 

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກເປັນປະທານ ກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກກ່າວປາໃສຊີ້ນຳ ທີ່ກອງປະຊຸມ. ພາບ: ຖົ໋ງເຍິດ/VNA


ກອງປະຊຸມໄດ້ຈັດຕັ້ງຂຶ້ນພາຍໃຕ້ຮູບການແລກປ່ຽນໂດຍກົງ ຜ່ານທາງອິນເຕີແນັສ ເຖິງ 63 ແຂວງ, ນະຄອນ
ໂດຍມີການເຂົ້າຮ່ວມຂອງວິສາຫະກິດນັບຫຼາຍພັນໜ່ວຍ. ພາບ: ຖົ໋ງເຍິດ/VNA



ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກັບບັນດາທ່ານຜູ້ແທນ ເຂົ້າຮ່ວມກອງປະຊຸມ. ພາບ: ຖົ໋ງເຍິດ/VNA


 
ກ່າວປາໄສທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ຍົກໃຫ້ເຫັນຢ່າງຈະແຈ້ງວ່າ: ວິສາຫະກິດ ເປັນກຳລັງໜູນເພື່ອພັດທະນາເສດຖະກິດຂອງປະເທດ, ລັດຖະບານຈະສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ທີ່ດີທີສຸດເພື່ອເລີ່ມຕົ້ນດຳເນີນທຸລະກິດ, ຊຸກຍູ້ບັນດາວິສາຫະກິດ ຂະຫຍາຍຕົວທັງດ້ານປະລິມານ ແລະ ຄຸນນະພາບ. ລັດຈະ ປົກປ້ອງສິດຜົນປະໂຫຍດອັນຊອບທຳ, ຮັບປະກັນສິດດຳເນີນ ທຸລະກິດຂອງວິສາຫະກິດຕາມຂໍ້ກຳນົດ ຂອງກົດໝາຍ, ວິສາຫະກິດມີສິດເຄື່ອນໄຫວດຳເນີນທຸລະກິດໃນທຸກຮູບແບບ, ທຸກຂົງເຂດທີ່ກົດໝາຍບໍ່ຫວງຫ້າມ.

“ທັງໝົດທຸກວິສາຫະກິດໂດຍບໍ່ຈຳແນກຂະໜາດ, ຮູບແບບ (ຍົກເວັ້ນວິສາຫະກິດຈຳນວນໜຶ່ງເຄື່ອນໄຫວໃນຂົງເຂດປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ) ແລະ ທຸກພາກສ່ວນເສດຖະກິດ ລ້ວນແຕ່ມີຄວາມສະເໝີພາບໃນການເຂົ້າຫາແຫຼ່ງທຶນ, ຊັບພະຍາກອນ, ທີ່ດິນ, ຕະຫຼາດ ແລະ ໂອກາດດຳເນີນທຸລະກິດ. ລັດຈະຮັບປະກັນຄວາມໝັ້ນທ່ຽງໃນໄລຍະຍາວຂອງນະໂຍບາຍ ເພື່ອໃຫ້ວິສາຫະກິດອຸ່ນອຽນໃຈໃນການລົງທຶນ”.

ບົນຈິດໃຈດັ່ງກ່າວ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງມາຍັງການນຳຄະນະກຳມະການ ປະຊາຊົນແຂວງ, ນະຄອນຄື: ແຕ່ລະງວດໃຫ້ຈັດຕັ້ງການພົບປະສົນທະນາກັບບັນດານັກລົງທຶນ, ຜູ້ຕາງໜ້າວິສາຫະກິດເທື່ອໜ່ຶງ ເພື່ອຮັບຮູ້ໄດ້ບັນຫາ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ນັກລົງທຶນ ແລະ ວິສາຫະກິດ ຢູ່ໃນ ພື້ນທີ່ຂອງຕົນ. ເຜີຍແຜ່ເຊື່ອມຊຶມໃຫ້ແກ່ພະນັກງານ-ລັດຖະກອນ ແຕ່ລະຄົນ ກ່ຽວກັບການປະຕິຮູບອົງການບໍລິຫານ, ຕ້ານ ອາດຍາສິດ, ສໍ້ລາດບັງຫຼວງ, ສ້າງຄວາມຫຍຸ້ງເຫຍີງ ເພື່ອຫາ ເງິນສິນບົນ, ຫັນໄປສູ່ຈິດໃຈອຳນາດການປົກຄອງເປັນຜູ້ຮັບໃຊ້ ແລະ ຊ່ວຍໜູນວິສາຫະກິດຢ່າງແຂງແຮງ.

ທ່ານນາຍົກລັດຖະມົນຕີຍັງໄດ້ຊີ້ນຳໃຫ້ລົບລ້າງບັນດາເງື່ອນໄຂດໍາເນີນທຸລະກິດ ທີ່ເຫັນວ່າບໍ່ສອດຄ່ອງອີກແລ້ວ, ໃນນັ້ນມີບັນດາ ໃບອະນຸຍາດນໍາ; ຫ້າມບໍ່ໃຫ້ວາງເງື່ອນໄຂດໍາເນີນທຸລະກິດໃໝ່ໃດກໍ່ຕາມທີ່ຂັດກັບຂໍ້ກຳນົດຂອງກົດໝາຍ, ວາງອອກໂດຍບໍ່ຖືກຕ້ອງຕາມຂອບເຂດສິດ. ທ່ານນາຍົກລັດຖະມົນຕີກໍເຫັນດີເຫັນພ້ອມ ກັບຂໍ້ສະເໜີ ກ່ຽວກັບ ການສ້າງສະພາບແວດລ້ອມທີ່ສະດວກ ໃຫ້ແກ່ບັນດາວິສາຫະກິດ ທີ່ມີຫົວຄິດປະດິດສ້າງ ແລະ ເລີ່ມຕົ້ນ ທຸລະກິດ ແລະ ທ່ານຍັງໃຫ້ຮູ້ອີກວ່າຈະຊີ້ນຳອອກມະຕິຕົກລົງ ສະເພາະ ຂອງລັດຖະບານວ່າດ້ວຍການພັດທະນາວິສາຫະກິດ.
ປະຕິບັດໂດຍ: VNA/VNP

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ການສົ່ງອອກຜະລິດຕະພັນກະເສດ ແລະ ປ່າໄມ້ຂອງ ຮ່າໂນ້ຍ ປີ 2023 ບັນລຸລາຍຮັບ 1,345 ຕື້ ໂດລາສະຫະລັດ

ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ນະຄອນ​ ຮ່າ​ໂນ້ຍ​ໄດ້​ສືບ​ຕໍ່​ຊຸກຍູ້​ບັນດາ​ຂົງ​ເຂດ​ຜະລິດ​ກະສິກຳ​ແບບ​ລວມສູນ, ສ້າງ​ແຫຼ່ງວັດຖຸ​ດິບ​ທີ່​ມີ​ຜົນຜະລິດສູງ​ເພື່ອ​ຮັບ​ໃຊ້​ການ​ບໍລິ​ໂພ​ກພາຍ​ໃນ​ແລະ ສົ່ງ​ອອກ.

Top