• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລັດຖະບານ ຫວຽດນາມ ໃຫ້ຄໍາໝັ້ນສັນຍາ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ສິງກະໂປ ລົງທຶນ, ດໍາເນີນທຸລະກິດ ຢ່າງສໍາເລັດຜົນຢູ່ ຫວຽດນາມ

ຕອນບ່າຍ 15 ກໍລະກົດ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ໃຫ້ການຕ້ອນຮັບຄະນະວິສາຫະກິດ ສິງກະໂປ ໂດຍ ສະຫະພັນວິສາຫະກິດ ສິງກະໂປ (SBF) ແລະ ອົງການພັດທະນາວິສາຫະກິດ ສິງກະໂປ (ESG) ຈັດຕັ້ງຂຶ້ນ ເພື່ອແນໃສ່ຊອກຮູ້ກາລະໂອກາດຍູ້ແຮງການຮ່ວມມື, ດໍາເນີນທຸລະກິດຢູ່ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວນຊວັນຟຸກ ເຮັດວຽກກັບຄະນະວິສາຫະກິດ ສິງກະໂປ (ພາບ: TTXVN)
ກ່າວຄໍາເຫັນທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຊີ້ແຈ້ງວ່າ ລັດຖະບານ ຫວຽດນາມ ຕີລາຄາສູງບັນດາການເຄື່ອນໄຫວລົງທຶນ, ດໍາເນີນທຸລະກິດຂອງວິສາຫະກິດ ສິງກະໂປ ເຂົ້າມາຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຢັ້ງຢືນວ່າ ລັດຖະບານຫວຽດນາມ ໃຫ້ຄໍາໝັ້ນສັນຍາສ້າງທຸກເງື່ອນໄຂສະດວກ ເພື່ອໃຫ້ບັນດາວິສາຫະກິດ ສິງກະໂປ ລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາວ່າ ບັນດາວິສາຫະກິດຂອງ ສິງກະໂປ ສືບຕໍ່ເປີດກວ້າງການລົງທຶນ ຢູ່ຫວຽດນາມ ໃນບາງຂົງເຂດ ທີ່ມີທ່າແຮງ ແລະ ສົມທົບກັນໃຫ້ແໜ້ນແຟ້ນ ເພື່ອພັດທະນາຮູບແບບຕົວເມືອງອັດສະລິຍະ. ທ່ານ ຫງວຽນຊວັນຟຸກ ກໍຊົມເຊີຍ ແລະ ສະເໜີບັນດາວິສາຫະກິດ ສິງກະໂປ ໃຫ້ການຮ່ວມມື ເພື່ອວາງແຜນຜັງພັດທະນານະຄອນດ່າໜັງ ເຊິ່ງເປັນນະຄອນທີ່ມີເນື້ອທີ່ເທົ່າທຽມກັບ ສິງກະໂປ.
(ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top