• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄວາມສາມາດບົ່ມຊ້ອນ ຂອງ ທ້ອງຖິ່ນ

ລະດູເກັບກ່ຽວໝາກມອນ ຢູ່ ຮຽບຖ້ວນ

ພໍເຖິງເດືອນ ເມສາ ຂອງແຕ່ລະປີ, ບັນດາສວນມອນຢູ່ ພື້ນ ທີ່ ຕາແສງ ຮຽບຖ້ວນ, ເມືອງ ຟຸກຖໍ້ (ຮ່າໂນ້ຍ) ໄດ້ໃຫ້ໝາກ ສຸກ ເປັນສີແດງຊຳ້ ໄປທ່ົວ, ຊຶ່ງເປັນສັນຍານ ລະດູເກັບກ່ຽວ ໝາກມອນ ທີ່ໄດ້ຮັບຜົນດີມາເຖິງແລ້ວ. ໂດຍອາໄສ ການພັດທະນາ ຕົວແບບປູກມອນ ໃນ 3-4 ປີ ມໍ່ໆ ມາ ນີ້, ຊີວິດ ການເປັນຢູ່ ຂອງ ປະຊາຊົນທ້ອງຖິ່ນ ໄດ້ມີການປ່ຽນແປງ ຢ່າງເຫັນໄດ້ຊັດ. 
ຕາມການຊີ້ບອກ ຂອງປະຊາຊົນທ້ອງຖິ່ນ ພວກຂ້າພະເຈົ້າ ຊອກເຫັນ ບ່ອນຊາວກະສິກອນ ກຳລັງເກັບກ່ຽວໝາກມອນ ຢູ່ຕາແສງ ຮຽບຖ້ວນ ຢູ່ເຂດດິນສັນດອນ ແຄມແມ່ນໍ້າໄດ໋. ບັນດາຊາວກະສິກອນ ພວມຍາດເວລາ ຮັບປະທານອາ ຫານທ່ຽງ ຢູ່ທີ່ສວນ ເພື່ອທັນເວລາ ເກັບກ່ຽວໝາກມອນ ໃຫ້ບັນດາພໍ່ຄ້າ ທີ່ຈະມາເກັບຊື້ ໃນຍາມບ່າຍ.

ທ່ານ ໂດ໊ທວນເຢົ້າ ທັງກິນເຂົ້າ ທັງໃຫ້ຮູ້ວ່າ: ຕົ້ນປີນີ້, ການ ເກັບກ່ຽວໝາກມອນ ບໍ່ໄດ້ຮັບຜົນດີ ເທົ່າກັບປີກາຍ, ແຕ່ລາ ຄາຂາຍໄດ້ ທົບ 3 ເທົ່າປີກາຍ. ປີກາຍ ຂາຍໄດ້ລາຄາ ພຽງ 5.000 ດົ່ງ/ກິໂລກຣາມ, ແຕ່ປີນີ້ ຂາຍໄດ້ລາຄາ 16.000-20.000 ດົ່ງ/ກິໂລກຣາມ, ເພາະສະນັ້ນ ພວກຂ້າພະເຈົ້າ ດີໃຈຫຼາຍ”.

ບັນດາສວນມອນຢູ່ຕາແສງ ຮຽບຖ້ວນ ເຕົ້າໂຮມຢູ່ ໝູ່ບ້ານ 7 ແລະ ໝູ່ບ້ານ 8 ເປັນຕົ້ນຕໍ ກັບຈຳນວນຄອບຄົວ ເຂົ້າ ຮ່ວມ ການປູກມອນ ປະມານ 30 ຄອບຄົວ. ຮູ້ໄດ້ວ່າ ໃນ ລະດູເກັບກ່ຽວ, ສະເລ່ຍ ຄອບຄົວໜຶ່ງ ເກັບໝາກມອນໄດ້ ປະມານ 50-100 ກິໂລກຣາມ, ຄອບຄົວໃດ ມີຕົ້ນ ສຸກ ຫຼາຍ ຈະໄດ້ຜົນປະມານ 150-200 ກິໂລກຣາມ.  


ບັນດາສວນມອນ ຢູ່ຕາແສງຮຽບຖ້ວນ (ຮ່າໂນ້ຍ) ຖືກປູກ ຢູ່ເທິງເນື້ອທີ່ດິນກວ້າງປະມານ 2 ເຮັກຕາ,
ໄດ້ແບ່ງໃຫ້ 14 ຄອບຄົວ ປູກ ແລະ ເກັບກ່ຽວໃນແຕ່ລະປີ.  



ວຽກ ເກັບໝາກມອນ ຕ້ອງໃຊ້ຄວາມຮອບຄອບ ເພື່ອບໍ່ ໃຫ້ ໝາກມອນເປື່ອຍ. 


ໝາກມອນ ຕົ້ນລະດູ ທີ່ສຸກເຕັມທີ່ ມີສີແດງຊໍ້າ. 


ໝາກມອນ ທີ່ສຸກ ດົກຈົນງ່າກ່ອງ.


ຊາວກະສິກອນ ຈະເກັບໝາກມອນ ແລ້ວແຕ່ການສຸກ ຂອງ ໝາກມອນ, ເມື່ອເດັດໝາກມອນສຸກ ພວງໜ່ຶງ
ຕ້ອງ ມີ ຄວາມ ຮອບຄອບທີສຸດ ເພື່ອຫຼີກລ່ຽງ ບໍ່ໃຫ້ໝາກ ດິບ ຫຼື ໃກ້ສຸກ ຫຼົ່ນຕາມ. 



ໝາກມອນ ຕົ້ນລະດູ ທີ່ສຸກເຕັມທີ່ ມີສີແດງຊໍ້າ.
ຊາວນາ ຕ້ອງມີຄວາມຮອບຄອບເປັນພິເສດ ເມື່ອເກັບກ່ຽວ ເພື່ອຫຼີກລ່ຽງບໍ່ໃຫ້ໝາກມອນແຕກເປື່ອຍ.



ໝາກມອນສຸກ ສາມາດກິນສົດ, ເຮັດນຳ້ໝາກໄມ້ ແລະ ເຮັດຢາ. 


ການເກັບກ່ຽວໝາກມອນ ຕ້ອງເກັບດ້ວຍມື, ເພາະສະນັ້ນ ກຳລັງການຜະລິດແມ່ນສູງປານໃດ, 2 ຄົນ ເຮັດວຽກ
ຕະຫຼອດມື້ ຈະເກັບໝາກມອນ ໄດ້ປະມານ 50 ກິໂລກຣາມ. 



ສຳລັບຕົ້ນ ທີ່ມີຄວາມສູງ, ຊາວກະສິກອນ ຕ້ອງໃຊ້ຂັ້ນໄດ ຫຼື ຢືນຢູ່ເທິງຕັ່ງ ເພື່ອເດັດໝາກມອນ. 


ພາບ ໝາກມອນ ທີ່ສຸກເຕັມທີ່ ຖືກເກັບລົງມາ ກຳລັງ ລໍຖ້າ ສົ່ງໄປຈຳໜ່າຍ. 


ກ່ອນຈະບັນຈຸເຂົ້າໃນແກັດໂຟມ ເພື່ອຂາຍໃຫ້ ບັນດາ ພໍ່ ຄ້າ, ໝາກມອນ ຈະເກັບໄວ້ ຢູ່ບ່ອນລົມລ່ວງ ແລະ ຫຼີກ ລ່ຽງຈາກແສງຕາເວັນ. 


ພໍ່ຄ້າ ມາຮອດສວນ ເພື່ອຊອກຊື້ໝາກມອນ ນຳຊາວສວນ.


ຊາວກະສິກອນ ພັກທ່ຽງໃນສວນມອນ ເພື່ອກຽມສືບຕໍ່ ເກັບກ່ຽວ ໝາກມອນສຸກ ໃນຕອນບ່າຍ. 

ນາງ ໂດ໊ທິຖັ໋ງ ໃຫ້ຮູ້ວ່າ ຄອບຄົວ ຂອງ ນາງ ຫາກໍ ປູກຕົ້ນ ມອນ ໄດ້ 3 ປີ, ດ້ວຍຈຳນວນ 30 ຕົ້ນ ໃນເນື້ອ ທີ່ ດິນປະ ມານ 700 ຕາຕະລາງແມັດ. 

ດ້ວຍການໝຸນໃຊ້ເຕັກໂນໂລຊີ ເພື່ອຜະລິດຕະພັນ ໃໝ່ ຫຼາຍຊະນິດ ອອກຮັບໃຊ້ ຜູ້ບໍລິໂພກ ໃນຊີວິດປະຈຳວັນ ເຊັ່ນ: ເຂົ້າໜົມໝາກມອນ, ນໍ້າຫວານໝາກມອນ, ເຫຼົ້າ ໝາກມອນ, ນຳ້ນົມໝາກມອນ ແລະ ອື່ນໆ ອີກຫຼາຍ ຢ່າງ ...  ເພາະສະນັ້ນ ຜະລິດຕະພັນ ຈາກ ໝາກມອນ ຢູ່ ຕາແສງ ຮຽບຖ້ວນ ນັບມື້ ນັບໄດ້ ຮັບຄວາມນິຍົມ ແລະ ໄດ້ ສະໜອງໄປທຸກ ແຂວງ ແລະ ນະຄອນ ທີ່ໃກ້້ຄຽງ. 
ນາງ ຖັ໋ງ ໃຫ້ຮູ້ຕື່ມອີກວ່າ: “ການບົວລະບັດ ຕົ້ນມອນ  ລຳ ບາກ ເມື່ອປົ່ງກິ່ງ ເທົ່ານັ້ນ, ເພາະພາຍຫຼັງການເກັບກ່ຽວ, ຊາວກະສິກອນ ຈະຕັດກິ່ງອອກ ແລະ ໃສ່ຝຸ່ນ ບົວລະບັດ ໃຫ້ຕົ້ນໃຫຍ່ໄວ. ຮອດເດືອນ 12, ເມື່ອຕົ້ນເລີ່ມ ອອກດອກ ກໍຕ້ອງຫົດນໍ້າ ໃຫ້ພຽງພໍ ຈົນເຖິງເປັນໝາກ. ປະຈຸບັນ ການ ປູກຕົ້ນມອນ ຢູ່ທີ່ນີ້ ແມ່ນປູກຕາມຕົວແບບ ປອດສານພິດ ຍ້ອນ ພວກຂ້າພະເຈົ້າ ບໍ່ພຽງແຕ່ ປູກ ເພື່ອຂາຍເທ່ົານັ້ນ ຍາກຍັງໄດ້ໃຊ້ໃນຄອບຄົວ ອີກດ້ວຍ”.

ພວກຂ້າພະເຈົ້າ ຕ້ອງກົ້ມຫົວລົງ ຈຶ່ງລອດຜ່ານພວງ ໝາກ ມອນ ທີ່ກຳລັງສຸກ ມີໝາກດົກ ຈົນງ່າກ່ອງ ເພື່ອໄປແຕ່ ສວນ ຂອງ ຄອບຄົວນີ້ ຮອດສວນຂອງ ຄອບຄົວ ອື່ນໆ. ມີ ຈຸດພິເສດຢູ່ບ່ອນວ່າ ຢູ່ເທິງງ່າດຽວ ແຕ່ໝາກສຸກບໍ່ສະເໝີ ກັນ, ມີໝາກສຸກ ໝາກດິບ ສະຫຼັບກັນ. ເພາະສະນັ້ນ, ຮຽກ ຮ້ອງຜູ້ເກັບຕ້ອງມີຄວາມພິຖີພິຖັນ ແລະ ອົດທົນ ເດັດໝາກ ເປັນຮອບ ແຕ່ຕໍ່າຫາສູງ, ແຕ່ຕົ້ນນີ້ ຫາຕົ້ນອື່ນ ຕາມລຳດັບ ຈຶ່ງບໍ່ປະໝາກສຸກ ແລະ ບໍ່ໃຫ້ ໝາກມອນ ແຕກເປື່ອຍ.

ຍ້ອນໝາກມອນສຸກໄວ ແລະ ຕ້ອງເກັບໝາກ ພາຍໃນມື້, ເພາະສະນັ້ນ ບັນດາຄອບຄົວ ຕ້ອງ ລະດົມ ກຳລັງແຮງງານ ເຕົ້າໂຮມກັນຢູ່ ເຂດປູກມອນລວມ ຂອງ ບັນດາຄອບຄົວ ອັນໄດ້ສ້າງເປັນ ບັນຍາກາດທີ່ຄຶກຄື້ນ. ໃນລະດູເກັບກ່ຽວ, ຫຼາຍຄອບຄົວ ຕ້ອງຈ້າງແຮງງານ ຕື່ມອີກ ດ້ວຍລາຄາ 200.000 ດົ່ງ/ຄົນ/ວັນ.

ນາງ ໂດ໊ທິຮົ່ງ, ປູກຕົ້ນມອນ 40 ຕົ້ນ ຢູ່ໝູ່ບ້ານ 7 ໃຫ້ຮູ້ວ່າ: “ຄອບຄົວຂອງຂ້າພະເຈົ້າ ຕ້ອງຈ້າງແຮງງານແຕ່ 5-6 ຄົນ ເດັດໝາກມອນ ຕະຫຼອດມື້ ແຕ່ 7 ໂມງເຊົ້າ ເຖິງ 5 ໂມງ ແລງ. ແຕ່ຕົ້ນລະດູ ຫາກໍ ເດັດໝາກມອນ ໄດ້ 5 ມື້, ແຕ່ ໂຊກດີ ມື້ໃດ ກໍ່ມີພໍ່ຄ້າ ກໍມາຊື້ຈົນໝົດ, ເພາະສະນັ້ນ ຫຼັງ ຈາກ ຫັກຄ່າໃຊ້ຈ່າຍທັງໝົດ ຄອບຄົວຂອງຂ້າພະເຈົ້າກໍ ມີລາຍໄດ້ ປະມານ 35-40 ລ້ານດົ່ງແລ້ວ”.

ບົດ: ເງິນຮ່າ-ພາບ: ກົງດາດ

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ລອງອານ ຊຸກຍູ້ການກໍ່ສ້າງຊົນນະບົດໃໝ່

ຈົນເຖິງຂະນະນີ້, ຂະ​ບວນການ​ປະຕິບັດ​ໂຄງການ​ເປົ້າໝາຍ​ແຫ່ງ​ຊາດ​ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ​ໄດ້​ຊ່ວຍ​ໃຫ້​ແຂວງ​ ລອງ​ອານ ​ໄດ້​ຮັບ​ຜົນ​ດີ, ພິ​ເສດ​ແມ່ນ​ການ​ປັບປຸງ​ພື້ນ ຖານ​ໂຄງ​ລ່າງ​ ​ແລະ ກະສິກຳ​ ຊົນນະບົດ ໃຫ້​ນັບ​ມື້​ນັບ​ພັດ ທະນາ​ ຢ່າງ​ມີ​ຄຸນ​ນະພາ​ບ, ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ເຂົ້າ​ໃນ​ການ​ປັບປຸງ​ຊີວິດ​ການ​ເປັນ​ຢູ່​ ​ແລະ ​ເສດຖະກິດຂອງ​ປະຊາຊົນ, ນຳມາຄວາມເບີກບານສຳລານໃຈ ​ແລະ​ ຄວາມ​ມີ​ຊີວິດ​ຊີວາ​ ໃໝ່​ ສູ່ດິນແດນ ປະຕູສູ່​ ພາກຕາ​ເວັນ​ຕົກ​ສ່ຽງ​ໃຕ້.

Top