• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ລະດັບ “ຄວາມເສຍຫາຍ” ຂອງສົງຄາມການຄ້າອາເມລິກາ - ຈີນ

      ສົງຄາມການຄ້າລະຫວ່າງອາເມລິກາ ແລະ ຈີນ ໄດ້ເກີດຂຶ້ນຢ່າງເປັນທາງການໃນອາທິດຜ່ານມາແລະ ອາດຈະຖືກແກ່ຍາວ ເມື່ອ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກລ້ວນແຕ່ມີບັນດາການກະທຳຕໍ່ສູ້ກັນຈົນສຸດປາຍ. ສົງຄາມດັ່ງກ່າວໄດ້ຮັບຖືວ່າ ຈະກໍ່ໃຫ້ເກີດໄພອັນຕະລາຍຫຼາຍຢ່າງ, ບໍ່ພຽງແຕ່ສຳລັບພື້ນຖານເສດຖະກິດຂອງ 2 ປະເທດເທົ່ານັ້ນ, ຫາກຍັງກໍ່ຜົນສະທ້ອນຢ່າງຮ້າຍແຮງເຖິງການຄ້າສາກົນອີກດ້ວຍ.
ການໂຕ້ຕອບກັນ
        ວັນທີ 06 ກໍລະກົດ, ສົງຄາມການຄ້າຄັ້ງໃຫຍ່ທີ່ສຸດໃນປະຫວັດສາດເສດຖະກິດຖືກລະເບີດຂຶ້ນ ເມື່ອວໍຊິງຕັນ ຈັດວາງອັດຕາພາສີ 25% ສຳລັບສິນຄ້ານຳເຂົ້າທີ່ມີມູນຄ່າ 34 ຕື້ຶ້ USD ຈາກປັກກິ່ງ ຢ່າງເປັນທາງການ. ໃນທັນທີ, ປະເທດນີ້ກໍມີບັນດາມາດຕະການໂຕ້ຕອບເລັ່ງໃສ່ອາເມລິກາ. ສິ່ງທີ່ໜ້າສົນໃຈແມ່ນ, ບັນດາປະເພດສິນຄ້າຖືກຈັດວາງອັດຕາພາສີລ້ວນແຕ່ແມ່ນບັນດາຂົງເຂດ “ຫຼັກແຫຼ່ງ” ຂອງ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກ.
        ນອກຈາກອັດຕາພາສີທີ່ຫາກໍ່ຈັດວາງນັ້ນ, ໃນຮອບເວລາ 2 ອາທິດຈະມາເຖິງ, ອາເມລິກາ ຈະສືບຕໍ່ຈັດວາງອັດຕາພາສີເພີມເຕີ່ມສຳລັບບັນດາປະເພດສິນຄ້າຂອງຈີນ ທີ່ມີມູນຄ່າ 16 ຕື້ USD. ຊ້ຳບໍ່ໜຳ, ທ່ານປະທານາທິບໍດີອາເມລິກາ Donald Trump ຍັງກ່າວເຕືອນວ່າ, ວໍຊິງຕັນ ພ້ອມແລ້ວທີ່ຈະຈັດວາງອັດຕາພາສີ 10% ສຳລັບສິນຄ້າຂອງຈີນ ທີ່ມີມູນຄ່າ 200 – 300 ຕື້ USD, ຍົກຈຳນວນສິນຄ້າຂອງຈີນ ທີ່ຖືກອາເມລິກາ ຈັດວາງອັດຕາພາສີຂຶ້ນເຖິງກວ່າ 550 ຕື້ USD. ກະຊວງການຄ້າຈີນ ໄດ້ຕຳໜິຕິຕຽນການກະທຳຂອງອາເມລິກາ ແມ່ນຮູບແບບ “ບັງປຽດດ້ານການຄ້າ”, ພ້ອມທັງແຈ້ງວ່າ ໄດ້ສົ່ງໃບຮ້ອງຟ້ອງຕໍ່ອົງການການຄ້າໂລກ (WTO). ຊ້ຳບໍ່ໜຳ ປັກກິ່ງ ຍັງເອີ້ນການກະທຳດັ່ງກ່າວຂອງວໍຊິງຕັນ ແມ່ນບໍ່ໃສແຈ້ງ, ເຮັດໃຫ້ບັນດາຜົນປະໂຫຍດຂອງບັນດາປະເທດອື່ນ, ກໍຄືຂອງປະເທດນີ້ເອງຖືກຫຼຸດລົງ.
        ເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ຕົກລົງຈັດວາງອັດຕາພາສີສຳລັບສິນຄ້າທີ່ນຳເຂົ້າຈາກຈີນ ບໍ່ແມ່ນການກະທຳໂດຍບັງເອີນ. ນັບແຕ່ການຂົນຂວາຍຫາສຽງເລືອກຕັ້ງ, ຍາມໃດທ່ານ Donald Trump ກໍຢືນຢັນທັດສະນະກ່ຽວກັບເລື່ອງຈັດວາງອັດຕາພາສີແມ່ນມີຄວາມຈຳເປັນ ເພື່ອປົກປ້ອງຊັບສິນທາງປັນຍາ ແລະ ເຕັກໂນໂລຊີຂອງອາເມລິກາ, ຫຼຸດຜ່ອນການຂາດດຸນການຄ້າອາເມລິກາ ກັບຈີນ.
        ເຖິງຢ່າງໃດກໍ່ຕາມ, ໃນຕົວຈິງ, ສາຍເຫດຂອງມັນບໍ່ແມ່ນຢູ່ບ່ອນນັ້ນ. ຕາມບັນດານັກໄຈ້ແຍກແລ້ວ, ການກະທຳໂຕ້ຕອບດ້ານການຄ້າຂອງ 2 ຝ່າຍໄດ້ສ່ອງແສງເຖິງການແກ່ງແຍ້ງທີ່ນັບມື້ນັບຮ້າຍແຮງທາງດ້ານເສດຖະກິດ, ການທະຫານ ລະຫວ່າງອາເມລິກາ ແລະ ຈີນ ເຊິ່ງ 2 ປະເທດມີຄວາມແຕກຕ່າງກັນກ່ຽວກັບຫຼັກໝັ້ນ ແລະ ຄວາມມັກໃຫຍ່ໄຝ່ສູງຫຼາຍຢ່າງ ໄດ້ສົ່ງຜົນສະທ້ອນເຖິງທົ່ວໂລກ . ຄວາມເຄັ່ງຕຶງຍຸດທະສາດດັ່ງກ່າວ ອາດສາມາດພຽງແຕ່ເພີ່ມຂຶ້ນເທົ່ານັ້ນ, ຫາກບໍ່ຫຼຸດຜ່ອນບໍ່ວ່າການສູ້ຢັນດ້ານພາສີໃນປະຈຸບັນຈະມີຜົນອອກມາຄືແນວໃດ.
ການໂຕ້ຕອບເຊິ່ງບໍ່ມີຜູ້ໃດຮັບໄຊຊະນະ
        ບັນດານັກຊ່ຽວຊານໃຫ້ຂໍ້ສັງເກດວ່າ, ສົງຄາມການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ ດ້ວຍການ “ໂຕ້ຕອບກັນ” ອາດຈະຖືກແກ່ຍາວ ແລະ ສົ່ງຜົນກະທົບຢ່າງແຮງເຖິງສະພາບການເສດຖະກິດຂອງ 2 ປະເທດ, ກໍຄືການຄ້າທົ່ວໂລກ.
        ເມື່ອເຕື້ອງເຖິງລະດັບຜົນສະທ້ອນຂອງ 2 ພື້ນຖານເສດຖະກິດເອງ, ຢູ່ລະດັບມະຫາພາກ, ບັນດາມາດຕະການຈັດວາງພາສີດັ່ງກ່າວຈະເຮັດໃຫ້ລະດັບເຕີບໂຕດ້ານເສດຖະກິດຂອງອາເມລິກາ ແລະ ຈີນ ໃນປີ 2018 ນີ້ຖືກຫຼຸດ 0,1% - 0,2%. ນີ້ອາດບໍ່ແມ່ນຕົວເລກໃຫຍ່ພໍປານໃດ, ແຕ່ຖ້າຄິດໄລ່ຂອບຂະໜາດຂອງພື້ນຖານເສດຖະກິດໃຫຍ່ຄືອາເມລິກາ ແລະ ຈີນ, ຄວາມເສຍຫາຍຈະຢູ່ໃນລະດັບຫຼາຍພໍສົມຄວນ. ນອກນັ້ນ, ບັນດາການກະທົບຕໍ່ລະດັບຄວາມສ່ຽງດຳເນີນທຸລະກິດ, ຄວາມໄວ້ເນື້ອເຊື່ອໃຈຂອງບັນດາພາກເອກະຊົນ ແລະ ລະບົບສະໜອງຖືກຕັດຕອນ ອາດເຮັດໃຫ້ ບັນດາພື້ນຖານເສດຖະກິດຖືກຜົນສະທ້ອນຢ່າງຮ້າຍແຮງກວ່າ. ສ່ວນຢູ່ລະດັບຈຸລະພາກ, ບໍລິສັດສົ່ງອອກຫຼາຍແຫ່ງຂອງຈີນ ທີ່ສົ່ງອອກໄປຍັງອາເມລິກາ ຖືກຜົນສະທ້ອນ, ໃນຂະນະທີ່ອາເມລິກາ ເປີດກວ້າງການຈັດວາງອັດຕາພາສີສຳລັບທຸກປະເພດສິນຄ້າທີ່ນຳເຂົ້າຈາກຈີນ ໄດ້ເຮັດໃຫ້ບໍລິສັດອາເມລິກາ ຫຼາຍແຫ່ງທີ່ເຄື່ອນໄຫວຢູ່ຈີນ ກໍຖືກເສຍຫາຍ.
        ສຳລັບຈີນ, ເມື່ອເກີດສົງຄາມການຄ້າ, ການເຕີບໂຕດ້ານເສດຖະກິດໄລຍະສັ້ນຈະຖືກຜົນສະທ້ອນບໍ່ແມ່ນນ້ອຍ, ສ້າງຄວາມຫຍຸ້ງເຫຍືອງຕໍ່ເລື່ອງຮັບປະກັນສະຖຽນລະພາບດ້ານເສດຖະກິດ, ສັງຄົມ. ໃນຂະນະນັ້ນ, ທັດສະນະແຂງກະດ້າງຕໍ່ຈີນ ຂອງທ່ານ Trump ອາດຈະໄດ້ຮັບການສະໜັບສະໜູນຢູ່ພາຍໃນປະເທດຢ່າງຫຼວງຫຼາຍໃນຈຸດເວລາສຳຄັນ ເມື່ອທ່ານພວມມຸ່ງໄປເຖິງການເລືອກຕັ້ງສະພາແຫ່ງຊາດໃນເດືອນ ພະຈິກ ທີ່ຈະມາເຖິງຫຼື ບໍ່ ກໍແມ່ນບັນຫາທີ່ໜ້າວິຕົກກັງວົນ. ອາດຈະແມ່ນວ່າ, ອຳນາດການປົກຄອງຂອງທ່ານ Trump ຈະຖືກຕຳໜິຕິຕຽນຈາກຝ່າຍຄ້ານ ແລະ ປະເຊີນໜ້າກັບບັນດາການແຫ່ຂະບວນປະທ້ວງຂອງບັນດາຂະແໜງອາຊີບທີ່ຖືກເສຍຫາຍໃນສົງຄາມການຄ້າດັ່ງກ່າວ.
        ເຖິງຢ່າງໃດກໍ່ຕາມ, ຝ່າຍຖືກເສຍຫາຍຫຼາຍທີ່ສຸດບໍ່ແມ່ນອາເມລິກາ ຫຼື ຈີນ, ຫາກແມ່ນພື້ນຖານເສດຖະກິດທີ່ຕິດພັນກັບລະບົບມູນຄ່າທົ່ວໂລກຢ່າງແໜ້ນແຟ້ນ. ດ້ວຍບັນດາການຜັນແປທີ່ພວມເກີດຂຶ້ນນັ້ນ, ວົງການນັກຊ່ຽວຊານຖືວ່າ, ນີ້ບໍ່ແມ່ນບາດກ້າວເດີນທຳອິດໃນການປະເຊີນໜ້າດ້ານການຄ້າທີ່ບໍ່ມີຝ່າຍໃດປະນິປະນອມລະຫວ່າງ 2 ພື້ນຖານເສດຖະກິດແຖວໜ້າຂອງໂລກ, ດ້ວຍຄວາມສາມາດກໍ່ໃຫ້ເກີດຄວາມເສຍຫາຍ ບໍ່ພຽງແຕ່ສຳລັບ 2 ພື້ນຖານເສດຖະກິດອາເມລິກາ - ຈີນ ເທົ່ານັ້ນ, ຫາກຍັງນາບຂູ່ເຖິງພື້ນຖານເສດຖະກິດທົ່ວໂລກອີກດ້ວຍ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top