• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສາລະຄະດີ

ລອງອານ-ສັນຍາລັກ ປະຕູສູ່ທິດຕາເວັນຕົກ

ແຂວງ ລອງອານ ເປັນປະຕູເຊື່ອມຕໍ່ລະຫວ່າງ ນະຄອນ ໂຮ່ຈີມິນ-ສູນກາງເສດຖະກິດໃຫຍ່ສຸດ ຂອງ ຫວຽດນາມ ແລະ ແຂວງຕ່າງໆ ຢູ່ ທາງທິດຕາເວັນຕົກສ່ຽງໃຕ້. ໂດຍອາໄສ ການຂະຫຍາຍຕົວ ກະ ສິກຳນຳໃຊ້ເຕັກໂນໂລຊີສູງ ແລະ ການທ່ອງທ່ຽວທີ່ມີ ສີສັນ ສະ ເພາະຂອງເຂດແມ່ນຳລຳເຊ, ເພາະສະນັ້ນ ແຂວງ ຈິ່ງມີຄວາມສາ ມາດບົ່ມຊ້ອນຢ່າງໃຫຍ່ຫຼວງ ໃນການພັດທະນາເສດຖະກິດ ຢ່າງ ຮອບດ້ານ. 
ເຂດດິນສັກສິດ

ລອງອານ ຕັ້ງຢູ່ເຂດເຊື່ອມຕໍ່ກັບນະຄອນໂຮ່ຈີມິນ, ຊຶ່ງເປັນສູນ ກາງ ເສດຖະກິດໃຫຍ່ສຸດຂອງຫວຽດນາມ, ທາງທິດຕາເວັນອອກ ມີທ່າກຳປັ່ນ ອອກສູ່ແມ່ນຳ້ ຊ່ວາຍຣາບ, ຫ່າງຈາກທະເລ ຕາເວັນ ອອກ 15 ກິໂລແມັດ ແລະ ທາງທິດຕາເວັນຕົກ ມີບັນດາດ່ານຊາຍ ແດນໄປ ສູ່ ກຳປູເຈຍ ຊຶ່ງເປັນຈຸດທີ່ຕັ້ງ ສຸດທີ່ສະດວກໃນການດຶງ ດູດ ການລົງທຶນ. 
ລອງອານ ເປັນດິນແດນອັນສັກສິດ ໃຫ້ກຳເນີດຜູ້ທີ່ເກັ່ງກ້າສາ ມາດ, ຜູ້ຄົນທີ່ນີ້ ມີຄວາມເມດຕາປານີ ແລະ ຮັກແຂກແພງຄົນ. ດ້ວຍເຫດ, ເມື່ອມາຍັງ ລອງອານ, ແຂກຄົນຈະໄດ້ ຮັບຟັງເລື່ອງ ລາວ ຕ່າງໆ ທີ່ໜ້າອັດສະຈັນ ແລະ ດຶງດູດໃຈ ນັບແຕ່ສະໄໝປະ ຊາຊົນ ທຳການບຸກເບີກ ເນື້ອທີ່ ເພື່ອທຳການຜະລິດກ່ອນໜ້ານີ້ 200 ປີ, ກໍຄືຂະບວນການຕໍ່ສູ້ຕ້ານສັດຕູ ຜູ້ມາຮຸກຮານ ຈາກພາຍ ນອກ ແຕ່ສະຕະວັດທີ XIX.

ມາຍັງດິນແດນແຫ່ງນີ້, ນັກທ່ອງທ່ຽວບໍ່ສາມາດລືມໄດ້ນ້ຳ ໃຈຮັກ ແຂກແພງຄົນ ຂອງ ຊາວເມືອງ ເກິ່ນເດືອກ, ເກິ່ນຢວກ ພ້ອມກັບ ອາຫານພື້ນບ້ານ ທີ່ເປັນເອກະລັກ ຍາກທີ່ຈະລືມໄດ້.

ພິເສດ, ດ້ວຍສາຍນ້ຳລຳເຊ ທຳມະຊາດ ທີ່ມີຢ່າງຫຼວງຫຼາຍ, ແຂວງ ລອງອານ ຈິ່ງມີທ່າໄດ້ປຽບ ໃນການພັດທະນາ ການທ່ອງ ທ່ຽວ ຢູ່ຕາມແມ່ນ້ຳລຳເຊ. ຈາກໃຈກາງນະຄອນ ເຕິນອານ, ເມືອງ ເອກຂອງ ແຂວງ ລອງອານ, ນັກທ່ອງທ່ຽວ ລຽບຕາມທາງຫຼວງ 62 ມາຍັງເຂດ ດົ່ງທາບເມື່ອຍ ທີ່ມີຊື່ສຽງ ພ້ອມກັບ ວັດທະນະທຳ ທີ່ ເປັນເອກະລັກ ຂອງ ດິນແດນແຫ່ງນີ້.



ນະຄອນ ເຕິນອານ, ເມືອງເອກຂອງແຂວງ ລອງອານ. ພາບ: ຫງວຽນລວນ/VNP


ເຂົ້າ ແມ່ນຜະລິດຕະພັນກະສິກຳຕົ້ນຕໍຂອງແຂວງ ລອງອານ. ພາບ: ຫງວຽນລວນ/VNP


ລອງອານ ຫຼາຍໝູ່ບ້ານ ມີອາຊີບການຜະລິດ ທີ່ເປັນມູນເຊື້ອ ຄື “ເຂົ້າໜົມ “ແບ໋ັງຈ໋າງ” ເຍິນຮ່ວາ (rice paper)
ຢູ່ນະຄອນ ເຕິນອານ. ພາບ: ທົງຫາຍ/VNP



ໝູ່ບ້ານຕ່ຳສາດຢູ່ເມືອງ ເກິ່ນເດືອກ. ພາບ: ທົງຫາຍ/VNP


ໝູ່ບ້ານເຮັດກອງ ບິ່ງອານ ຢູ່ເມືອງ ເຕິນຈຸ. ພາບ: ເລມິນ/VNP


ລອງອານ ຍັງຊື່ສຽງ ດ້ານໝາກມັງກອນ ເຈົາແທ່ງ. ພາບ: ຫງວຽນລວນ/VNP


ໄສ້ກອກ ເປັນຜະລິດຕະພັນທີ່ພິເສດ ຢູ່ເກິ່ນເດືອກ. ພາບ: ຫງວຽນລວນ/VNP


ໜຶ່ງໃນ 28 ເຂດອຸດສາຫະກຳ ຢູ່ແຂວງ ລອງອານ. ພາບ: ຫງວຽນລວນ/VNP


ນັກທ່ອງທ່ຽວຢ້ຽມຢາມລະບົບນິເວດຢູ່ ດົ່ງທາບເມື່ອຍ. ພາບ: ຫງວຽນລວນ/VNP 


ນັກທ່ອງທ່ຽວຢ້ຽມຢາມລະບົບນິເວດຢູ່ ດົ່ງທາບເມື່ອຍ. ພາບ: ຫງວຽນລວນ/VNP 


ດົ່ງທາບເມື່ອຍ ເປັນຈຸດນັບພົບວັດທະນະທຳ ທີ່ເປັນ ເອກະລັກ ແລະ ມີທ່າແຮງບົ່ມຊ້ອນ ດ້ານການທ່ອງທ່ຽວ
ລະບົບນິເວດ ຂອງ ແຂວງ ລອງອານ. ພາບ: ຫງວຽນລວນ/VNP

ພ້ອມກັບການພັດທະນາກະສິກຳເຕັກໂນໂລຊີສູງ, ການສ້າງ ແລະ ເປີດກວ້າງ ບັນດາເຂດອຸດສາຫະກຳ ຖືໄດ້ວ່າ ເປັນຈຸດໃຈກາງ ແລະ ກຳລັງໜູນໃນການພັດທະນາ ຂອງ ແຂວງ ລອງອານ. ມາ ຮອດປັດຈຸບັນ, ລອງອານ ໄດ້ມີ 28 ເຂດອຸດສາຫະກຳ ຈາກ 30 ປະເທດ ແລະ ເຂດແຄ້ວນ ເຂົ້າມາລົງທຶນ, ໃນນັ້ນມີ 6 ປະເທດ ແລະ ເຂດແຄວ້ນ ຢືນຢູ່ອັນດັບ ແຖວໜ້າ ກ່ຽວກັບມູນຄ່າ ການລົງ ທຶນເຊ່ັນ: ອັງກິດ, ໄຕ້ຫວັນ, ຍີ່ປຸ່ນ, ສິງກະໂປ, ສ.ເກົາຫຼີ ແລະ ສ ອາເມລິກາ.
ອາດເວົ້າໄດ້ວ່າ, ນີ້ແມ່ນຄວາມສາມາດບົ່ມຊ້ອນ ດ້ານການ ທ່ອງ ທ່ຽວຢ່າງໃຫຍ່ຫຼວງ ທີ່ແຂວງ ລອງອານ ສາມາດຂຸດຄົ້ນ ເພື່ອໃຫ້ ນັກທ່ອງທ່ຽວ ສາມາດໄດ້ໄປທັດສະນາຈອນ ເຂດທ່ອງທ່ຽວຊີວະ ພາບ, ທັງ ຄົ້ນພົບ ບັນດາຄຸນຄ່າ ວັດທະນະທຳ ທີ່ເປັນຂອງສະ ເພາະ ໃນຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໃຊ້ຊີວິດ ຢູ່ເທິງແມ່ ນ້ຳລຳເຊ. ພົ້ນເດັ່ນຄື ໝູ່ບ້ານຢູ່ເທິງແມ່ນ້ຳເຕິນເລີບ (ເມືອງ ມົກ ຮ໋ວາ), ເຂດອະນຸລັກ ຫຼ໋າງແຊນ (ເມືອງ ເຕິນຮຶງ), ເຂດທ່ອງທ່ຽວ ຊີວະພາບ ດົ່ງທາບເມື່ອຍ (ຂຶ້ນກັບເມືອງ ມົກຮ໋ວາ, ຫວິງຮຶງ, ແທກ ຮ໋ວາ ແລະ ເຕິນແທ້ງ)... ຊຶ່ງເປັນເຂດທ່ອງທ່ຽວຊີວະພາບ ທີ່ເປັນ ເອກະລັກ ຂອງແຂວງ ລອງອານ ເວົ້າສະເພາະ ແລະ ນາມໂບ້ (ພາກໃຕ້ຫວຽດນາມ) ເວົ້າລວມ.

ມາຍັງທີ່ນີ້, ນັກທ່ອງທ່ຽວຈະມີໂອກາດ ໄດ້ຄົ້ນພົບ ທິວທັດທຳມະ ຊາດ ທີ່ກວ້າງໃຫຍ່ໄພສານ ແລະ ທົ່ງດອກບົວ ທີ່ສວຍງາມ ກວ້າງ ສຸດສາຍຕາ ຢູ່ດົ່ງ ທາບເມື່ອຍ ແລະ ຊີມລົດຊາດ ອາຫານທີ່ແຊບ ແລະ ເຂັ້ມຄົ້ນໄປ ດ້ວຍສີສັນ ຂອງ ເຂດແມ່ນ້ຳລຳເຊ ຢູ່ນາມໂບ້ ເຊັ່ນ: ແກງສົ້ມ ດ່ຽນ ດ໊ຽນ (Sesbania sesban ), ລາບກ້ານບົວ, ປາ ຄໍ່ປິ້ງ. ສ່ວນ ເມືອງ ເກິ່ນເດືອກ ແລະ ເກິ່ນຢວກ ກໍມີຊື່ສຽງ ໂດ່ງດັງກັບ ລາຍ ການອາຫານ ໄສ້ກອກ ແລະ ເຂົ້າໜົມ ໂກ໋ມງໍ່.

ລອງອານ ກໍໄດ້ເປັນທີ່ຮູ້ຈັກວ່າ ເປັນດິນແດນ ຂອງ ຮ່ອງຮອຍ ປະ ຫວັດສາດ ແລະ ວັດທະນະທຳ ທີ່ມີຄ່າ ເຊ່ັນ: ຮ່ອງຮອຍ ວັດຖຸບູ ຮານ ບິ່ງຕ໊າ ຢູ່ຕາແສງ ດຶກຮ່ວາຮ້າ, ເມືອງ ດຶກຮວ່າ. ສະ ຖານທີ່ ແຫ່ງນີ້ ໄດ້ຖືວ່າເປັນບ່ອນ ຮັກສາໄວ້ ຂີດໝາຍ ທີ່ເປັນ ເອກະລັກ ຂອງພື້ນຖານວັດທະນະທຳ ອອກແອວ ບູຮານ ທີ່ເຄີຍ ຄົງຕົວ ແລະ ພັດທະນາຢູ່ເຂດທ່ົ່ງພຽງ ແມ່ນຳ້ຂອງ ແລະ ທົ່ງພຽງ ພາກ ຕາເວັນອອກ ສ່ຽງໃຕ້ ໃນລະຫວ່າງ ສະຕະ ວັດ ທີ I-VII. ປີ 1989, ລັດຖະບານ ໄດ້ຮັບຮອງສະຖານທີ່ແຫ່ງນີ້ ເປັນເຂດ ຮ່ອງ ຮອຍ ປະຫວັດສາດ, ວັດທະນະທຳ ລະດັບຊາດ. ປະຈຸ ບັນ, ບິ່ງ ຕ໊າ ບໍ່ພຽງແຕ່ເປັນ ຈຸດນັດໝາຍ ທີ່ຕ້ອງໄດ້ສຳພັດ ສຳລັບ ເພື່ອນ ຊາວໜຸ່ມ ຜູ້ມີຄວາມເມົາມົວ ກັບການຄົ້ນຄວ້າ ພື້ນຖານ ວັດທະ ນະທຳ ອອກແອວ ເທ່ົານັ້ນ, ແຕ່ຍັງເປັນສະຖານທີ່ ທ່່ອງ ທ່ຽວ ວັດ ທະນະທຳທີ່ເປັນເອກະລັກ ສຳລັບນັກທ່ອງທ່ຽວ ຢູ່ ພາຍໃນ ແລະ ຕ່າງປະເທດ ເມື່ອມາຍັງ ແຂວງ ລອງອານ.


ລອງອານ ສ້າງເຂດກະສິກຳເຕັກໂນໂລຊີສູງ

ລອງອານເປັນແຂວງມີທີ່ຕັ້ງ ແລະ ເງື່ອນໄຂທຳມະຊາດເອື້ອອຳ ນວຍ ໃນການຂະຫຍາຍຕົວ ຜະລິດຕະພັນກະສິກຳ ເປັນສິນຄ້າ ຫຼາຍຊະນິດ ແລະ ມີປະລິມານການຜະລິດສູງ ເຊັ່ນ: ເຂົ້າສານ (ຢູ່ອັນດັບທີ 4 ເຂດທົ່ງພຽງແມ່ນ້ຳຂອງ), ໝາກມັງກອນ (ຮອງ ຈາກແຂວງ ບິ່ງຖ້ວນ). ໃນຊຸມປີມໍ່ໆ ນີ້, ການໝູນໃຊ້ເຕັກໂນ ໂລ ຊີສູງເຂົ້າໃນການຜະລິດກະສິກຳ ຢູ່ລອງອານ ໄດ້ມີການຂະ ຫຍາຍຕົວ ຢ່າງໄວພໍສົມຄວນ. ມີຫຼາຍຕົວແບບ ໄດ້ໝູນໃຊ້ເຕັກ ໂນໂລຊີ ສູງ ພັດທະນາ ຢ່າງຮອບດ້ານ ຕາມທິດ ຜະລິດເປັນສິນ ຄ້າ, ມີກຳລັງແກ່ງແຍ້ງ, ເປັນມິດຕໍ່ສິ່ງແວດລ້ອມ ແລະເໝາະ ກັບ ການປ່ຽນແປງ ຂອງດິນຟ້າອາກາດ, ຕອບສະໜອງ ຄວາມ ຮຽກ ຮ້ອງຕ້ອງການ ຫັນເປັນອຸດສາຫະກຳ, ກະສິກຳ ເປັນທັນສະ ໄໝ ເຂດຊົນນະບົດ ແລະ ດຶງດູດ ການລົງ ທຶນ ຢູ່ພື້ນທີ່.

ແຖບດິນ ລອງອານ ຕັ້ງຢູ່ຕາມສອງຝ່ັງແມ່ນ້ຳ ວ່າມກໍ່ ແລະ ຍ້ອນ ເງື່ອນໄຂທຳມະຊາດ ທີ່ອຳນວຍຄວາມສະດວກ, ດ້ວຍເຫດນັ້ນ ແຕ່ໃດໆມາ ຈິ່ງມີຊື່ສຽງໂດ່ງດັງ ໃນພາກໃຕ້ຫວຽດນາມ ກັບບັນ ດາ ຜະລິດຕະພັນ ທີ່ພິເສດ ເຊັ່ນ: ເຂົ້າສານ ເຈີ້ດ່າວ, ໝາກໂມ ລອງຈີ່, ໝາກນັດ ເບັ໋ນລຶກ, ໝາກມັງກອນ ເຈົາແທ່ງ, ໝາກ ຖົ່ວ ດິນ ດຶກຮ່ວາ ແລະ  ອ້ອຍ ຖູເທື່ອ.

ນີ້ແມ່ນພື້ນຖານເພື່ອໃຫ້ຂະແໜງການກະສິກຳ ລອງອານ ເສີມ ຂະຫຍາຍທ່າໄດ້ປຽບ ໃນການໝູນໃຊ້ ຜົນສຳເລັດ ດ້ານວິທະຍາ ສາດເຕັກໂນໂລຊີສູງ, ປະກອບເປັນຮູບເປັນຮ່າງ ບັນດາເຂດ ກະ ເສດສຸມ ປູກຕົ້ນໄມ້ທີ່ມີຄຸນນະພາບ ແນໃສ່ຍົກສູງ ປະສິດທິພາບ ດ້ານເສດຖະກິດ, ເພີ່ມລາຍຮັບໃຫ້ປະຊາຊົນ. ແຂວງ ລອງອານ ໄດ້ມີ ແຜນການລົງທຶນ 1.300 ຕື້ດົ່ງ ເພື່ອສ້າງ ເຂດກະສິກຳ ເຕັກໂນ ໂລຊີສູງ ໃນໄລຍະ 2016-2020.

ປະສິດທິຜົນຈາກແຜນນະໂຍບາຍ ຂອງແຂວງ ໃນເບື້ອງຕົ້ນ ໄດ້ ປາກົດຜົນເປັນຈິງ. ຕະຫຼອດສອງຟາກທາງ ແຕ່ນະຄອນ ເຕິນ ອານ ໄປຍັງ ເມືອງເຈົາ ແທ່ງ ແມ່ນບັນດານິຄົມປູກຕົ້ນມັງກອນ ທີ່ເຕັມໄປດ້ວຍໝາກ ມັງກອນ ສີແດງ. 



ນິຄົມປູກຕົ້ນໝາກມັງກອນ ຢູ່ເມືອງເຈົາແທ່ງ ບັນລຸມາດຕະຖານ VietGAP. ພາບ: ຫງວຽນລວນ/VNP


ເມືອງ ເຈົາແທ່ງ ເປັນບ່ອນປູກໝາກມັງກອນ, ເປັຍບ່ອນເກັບຊື້ ເພື່ອສົ່ງໄປຈຳໜ່າຍ. ພາບ: ຫງວຽນລວນ/VNP


ນິຄົມປູກຜັກປອດສານພິດຢູເມືອງ ເກິ່ນຢວກ ຢູ່ແຂວງ ລອງອານ. ພາບ: ຫງວຽນລວນ/VNP


ປະຈຸບັນ, ເມືອງ ເກີ່ນຢວກມີສະຫະກອນປູກຜັກປອດສານພິດຫຼາຍແຫ່ງ ຊ່ຶງ ຕອບສະໜອງຄວາມຮຽກຮ້ອງຕ້ອງການ
ດ້ານສະໜອງຜັກປອດສານພິດ ໃຫ້ແກ່ບັນດາແຂວງ, ນະຄອນຢູ່ນາມໂບ້. ພາບ: ຫງວຽນລວນ



ຫຸ້ມຫໍ່ຜະລິດຕະພັນ ເຂົ້າສານ ເຈິ້ດ່າວ ຢູ່ບໍລິສັດ MECOFOOD. ພາບ: ຫງວຽນລວນ/VNP

ແຂວງ ລອງອານ ໄດ້ ແລະ ກຳລັງສຸມໃສ່ ຊີິ້ນຳປະຕິບັດ ໂຄງ ການ ສ້າງບາດກ້າວກະໂດດໃນການພັດທະນາ ກະສິກຳນຳໃຊ້ ເຕັກໂນໂລຊີສູງ ຕິດພັນກັບການ ຫັນປ່ຽນໂຄງປະກອບ ເສດຖະ ກິດ ຂະແໜງການກະສິກຳ, ໃນນັ້ນສຸມໃສ່ 4 ປະເພດ ຕົ້ນໄມ້ ແລະ ສັດລ້ຽງເຊັ່ນ: ເຂົ້າສານ, ໝາກມັງກອນ, ຜັກ ແລະ ຊີ້ນງົວ. ໃນເບື້ອງຕົ້ນ, ແຂວງໄດ້ປະກົດເປັນຮູບເປັນຮ່າງ ບັນດາ ເຂດກະ ເສດສຸມ ເຊັ່ນ ເຂດເພາະປູກ ເຂົ້າສານຄຸນນະພາບສູງຢູ່ ເຂດ ດົ່ງ ທາບເມື່ອຍ, ເຂດເພາະປູກຕົ້ນມັງກອນຢູ່ເມືອງ ເຈົາແທ່ງ, ເຂດ ເພາະປູກຜັກຢູ່ເກິ່ນຢວກ.
(ທ່ານເຈິ່ນວັນເກິ່ນ, ປະທານຄະນະກຳມະການປະຊາຊົນ ແຂວງ ລອງອານ)
ທ່ານ ຫວໍວັນເວິ໋ນ, ຫົວໜ້າຫ້ອງການກະສິກຳ ແລະ ພັດທະນາ ຊົນນະບົດ ໃຫ້ຮູ້ວ່າ ເຈົາແທ່ງ ເປັນເຂດປູກໝາກມັງກອນ ໃຫຍ່ ສຸດ ຂອງ ແຂວງ, 90% ເນື້ອທີ່ແມ່ນສຳລັບປູກຕົ້ນ ໝາກມັງ ກອນ ແລະ ໃນບໍ່ດົນນີ້ຈະສືບຕໍ່ເພີ່ມຂຶ້ນ. ປັດຈຸຸບັນ, ທາງ ເມືອງ ກຳລັງດຳເນີນການສຳຫຼວດ ແລະ ສູ້ຊົນໃນທ້າຍປີ 2017 ຂະ ຫຍາຍເນື້ອທີ່ໃຫ້ໄດ້ 300 ເຮັກຕາປູກຕົ້ນໝາກມັງກອນ ທີ່ບັນລຸ ມາດຕະຖານ VietGAPແລະ ໃນປີ 2020 ຈະຂະຫຍາຍ ເນື້ອທີ່ປູກໃຫ້ໄດ້ 2000 ເຮັກຕາ.

ພ້ອມກັບຕົ້ນມັງກອນ, ການປູກເຂົ້າ ກໍແມ່ນແນວປູກຫຼັກ ຂອງ ແຂວງ ເພື່ອການສົ່ງອອກ, ປັດຈຸບັນ ກໍໄດ້້ມີການພັດທະນາ ຢ່າງ ກ້າວກະໂດດ ເນື່ອງຈາກໄດ້ຮັບການລົງທຶນຢ່າງແຂງແຮງ. ໃນ ລະດູເກັບກ່ຽວ, ຖ້າມີໂອກາດມາຍັງພື້ນທີ່ຕ່າງໆຢູ່ ທົ່ງພຽງ ດົ່ງ ທາບເມື່ອຍ ເຊັ່ນ: ເມືອງ ເຕິນ ຮຶງ, ໝົກຮ໋ວາ, ຫວີງຮຶງ, ແທ້ງຮ໋ວາ ແລະ ຕາແສງ ກ໋ຽນເຕື່ອງ, ຈະມີຄວາມປະ ທັບໃຈຢ່າງຍິ່ງ ຕໍ່ພາບ ທົ່ງນາເຂົ້າສຸກເຫຼືອງ ເຕັມທົ່ງ ນັບຫຼາຍພັນເຮັກຕາ ທີ່ກວ້າງ ໃຫຍ່ ໄພສານ. ຕາມທີ່ຮູ້, ທົ່ວແຂວງ ມີເນື້ອທີ່ປູກເຂົ້າເພື່ອການ ສົ່ງ ອອກທັງໝົດ 40.000 ເຮັກຕາ, ໃນນັ້ນ 1350 ເຮັກຕາ ເຂົ້າເຕັກ ໂນໂລຊີສູງ ແລະ ສູ້ຊົນຈະເພີ່ມຂຶ້ນ 20.000 ເຮັກ ຕາ ໃນປີ 2020.

ຖ້າ ເຈົາແທ່ງ ແລະ ເຂດດົ່ງທາບເມື່ອຍ ມີຊື່ສຽງໂດ່ງດັງກັບ ໝາກ ມັງກອນ ແລະ ເຂົ້າສານ, ຢູ່ເຂດລຸ່ມ ແຂວງ ລອງອານ ຄື ເກິ່ນ ຢວກ ແລະ ເກິ່ນເດຶອກ ໄດ້ເປັນທີ່ຮູ້ຈັກວ່າ ເປັນ ອູ່ຜັກຂອງ ແຂວງ. ທ່ານ ດັ້ງຢຸຍຢຸ້ງ, ຜູ້ອຳນວຍການ ສະຫະກອນຜັກ ປອດ ສານພິດ ເຟຶອກຖິ້ງ, ຕາແສງ ເຟຶອກ ເຮົ້າ, ເມືອງ ເກິ່ນຢວກ ໃຫ້ ຮູ້ວ່າ ດິນຢູ່ແຫ່ງນີ້ ສາມາດປູກຜັກ ເປັນເວລາກວ່າ 20 ປີ ໂດຍບໍ່ ຕ້ອງໃຊ້ໃສ່ຝຸ່ນ ບໍ່ວ່າຜັກຊະນິດໃດໆ ແຕ່ຄຸນນະ ພາບຂອງຜັກ ຍັງຮັບປະກັນດ້ານລົດຊາດ ທີ່ ເປັນເອກະລັກ ຢູ່ສະເໝີ.

ປະຈຸບັນ ໄດ້ມີສະຫະກອນ ຜັກປອດສານພິດຫຼາຍແຫ່ງ ໄດ້ຮັບ ການສ້າງຕັ້ງຂຶ້ນຢູ່ເມືອງເກິ່ນຢວກ ແລະ ເກິ່ນເດຶອກ ກັບທຸກປະ ເພດ ຜັກ ສະໜອງອອກສູ່ ຕະຫຼາດ ຢູ່ທົ່ວທຸກແຂວງ, ນະຄອນຢູ່ ພາກໃຕ້ຫວຽດນາມ. ໄລສະເລ່ຍ ບັນດາຕົວແບບ ຜັກປອດ ສານ ພິດ ໃຫ້ກຳໄລປະມານ 37 ລ້ານດົ່ງ/1000 ຕາຕະລາງແມັດ/2 ລະດູ.

ທ່ານ ເລວັນຮວ່າງ, ຜູ້ອຳນວຍການພະແນກກະສິກຳ ແລະ ພັດ ທະນາຊົນນະບົດ ແຂວງ ລອງອານໃຫ້ຮູ້ວ່າ ໃນຕໍ່ໜ້າອັນໃກ້ນີ້, ລອງອານ ຈະຜັນຂະຫຍາຍ ການປະຕິບັດວຽກງານ ວາງແຜນ ຜັງ, ຍູ້ແຮງການຄົ້ນຄວ້າ, ໝູນໃຊ້ ວິທະຍາສາດ-ເຕັກໂນໂລຊີ, ຈັດຕັ້ງການຜະລິດຄືນໃໝ່; ຮັບປະກັນຂະບວນວິວັດແຫ່ງການ ຜະລິດ ແລະ ຍູ້ແຮງການຮ່ວມສຳພັນ ເສດຖະກິດ-ຈຳໜ່າຍຕາມ ຕ່ອງໂສ້ມູນຄ່າລວມ.

 
 
ບົດ: ຫງວຽນຫວູແທ່ງດາດ - ພາບ: ຫງວຽນລວນ ແລະ ເອກະສານ VNP

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຄົ້ນພົບ ວັດທະນະທໍາ ເຜົ່າ ເມື່ອງ ຢູ່ ຮ່ວາບິ່ງ

ຫ່າງຈາກນະຄອນ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ ປະມານ 70 ກມ, ແຂວງ ຮ່ວາບິ່ງ ເປັນທ່ີຮູ້ກັນວ່າ ເປັນ “ດິນແດນ ແຫ່ງລຳເລື່ອງປະຫວັດສາດ”, ບ່ອນທີ່ຊາວເຜົ່າ ເມື່ອງ ເຕົ້າໂຮມດຳລົງຊີວິດ. ຜ່ານຫຼາຍຮຸ່ນຄົນ, ຊາວເຜົ່າ ເມື່ອງ ຢູ່ທີ່ນີ້ ໄດ້ສ້າງ ມໍລະດົກ ວັດທະ ນະທຳ ຫຼາຍຢ່າງ ທີ່ເປັນເອກະລັກ, ປະກອບສ່ວນ ເຮັດໃຫ້ ສີສັນ ວັດ ທະນະທຳ ບັນດາເຜົ່າ ຫວຽດນາມ ອຸດົມສົມບູນຍິ່ງຂຶ້ນ. 

Top