• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ອາຫານການກິນ

ຢໍ່ຂາວ ໄຊງ່ອນ

ຢໍ່ຂາວ ໄຊງ່ອນ ເປັນລາຍການອາຫານທີ່ແຊບ ແລະ ມີ ຂາຍ ທົ່ວໄປ ຢູ່ທົ່ວທຸກພາກ, ໂດຍສະເພາະຢ່າງຍິ່ງແມ່ນ ຢູ່ ນະ ຄອນ ໂຮ່ຈີມິນ ແລະ ບັນດາແຂວງ ຢູ່ພາກ ໃຕ້ຫວຽດນາມ. ມາຍັງນະຄອນໂຮ່ຈີມິນ, ນັກທ່ອງທ່ຽວ ສາມາດໄດ້ຊີມລົດ ຊາດ ລາຍການອາຫານນີ້ ຢູ່ຕາມຮ້ານອາຫານທີ່ມີຊື່ສຽງ ໄປຈົນເຖິງ ຮ້ານອາຫານ ສາມັນທົ່ວໄປ ແລະ ຜູ້ຫາບຂາຍ ອາຫານເຄື່ອນທີ່ອີກດ້ວຍ. 
ເຄື່ອງປະກອບຕົ້ນຕໍເພື່ອປຸງແຕ່ງລາຍການອາຫານຢໍ່ຂາວ ລວມມີ ແຜ່່ນຢໍ່ຂາວ, ເຂົ້າປຸ້ນ, ກຸ້ງ, ຊີ້ນໝູ, ຜັກຫອມ ຊະນິດຕ່າງໆ ພັນເຂົ້າກັນ. ແຜ່ນຢໍ່ຂາວໄດ້ເຮັດຈາກແປ້ງ ເຂົ້າຈ້າວ ບົດ, ຕື່ມແປ້ງ ມັນຕົ້ນນ້ອຍໜຶ່ງ ຈະເຮັດໃຫ້ແຜ່ນຢໍ່ ເມື່ອຖອກ ເປັນ ແຜ່ນຈະ ໜຽວ ແລະ ບໍ່ແຕກງ່າຍ. ລາຍການອາຫານນີ້ ຈ້ຳກັບນ້ຳ ແຈ່ວ ສົ້ມຫວານ ຫຼື ຊອັດໝາກເຜັດ. 





ລາຍການອາຫານ ຢໍ່ຂາວ ໄຊງ່ອນ ຖືກຕີລາຄາສູງ ຈາກ ການປຸງແຕ່ງ ທີ່ຍັງຮັກສາໄດ້ລົດຊາດທີ່ມີຄວາມສົດ, ເປັນທຳມະຊາດ,
ບໍ່ໃຊ້ນ້ຳມັນ ແລະ ນຳໃຊ້ຜັກ ເປັນສ່ວນປະກອບເປັນສ່ວນຫຼາຍ.



ປີ 2011,  ລາຍການອາຫານ ຢໍ່ຂາວ ຂອງ ຫວຽດນາມ ສຳ ນັກຂ່າວ CNN ໄດ້ຈັດລະດັບທີ 30 ໃນຈຳນວນລາຍການ ອາຫານ 50 ເຍື່ອງທີ່ແຊບທີ່ສຸດ ຂອງ ໂລກ. ສຳນັກຂ່າວ CNN ໄດ້ວິຈານ: "ນີ້ແມ່ນລາຍການອາຫານທີ່ແປກ" ຊຶ່ງເຮັດຈາກ ຊີ້ນ ໝູ, ເຂົ້າປຸ້ນ, ກຸ້ງ, ຜັກຫອມ ແລະ ເຄື່ອງປະກອບ ອີກຈຳນວນໜຶ່ງ. ທັງໝົດ ໄດ້ຫໍ່ເຂົ້າ ດ້ວຍແຜ່ນຢໍ່ບາງໆ. ລາຍການອາຫານຢໍ່ຂາວ ຈ້ຳກັບນ້ຳ ແຈ່ວ ສົ້ມ-ຫວານ ແລະ ຊອັດ ໝາກເຜັດ. ນີ້ແມ່ນລາຍການ “ອາຫານເບົາທີ່ມີລົດຊາດແປກ”, ດີຕໍ່ສຸຂະພາບ ແລະ ມີລົດ ຊາດແຊບທີ່ສຸດ”. 

 
ປະຕິບັດ: ຫງວຽນລວນ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ

ໝາກກໍ່ ຈຸ່ງແຄ໋ງ ແມ່ນຜະລິດຕະພັນພິເສດ ຂອງເມືອງ ຈຸ່ງແຄ໋ງ, ແຂວງ ກາວບັ່ງ. ໝາກກໍ່ ຈຸ່ງແຄ໋ງ ມີຊື່່ສຽງ ຍ້ອນມີຂະໜາດໃຫຍ່, ເປືອກໜາ, ແກ່ນສີເຫຼືອງ, ຫອມມັນ ແລະ ບັນຈຸປະລິມານ ທາດ ບຳລຸງສູງ. 

Top