• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຢ້ຽມຊົມໝູ່ບ້ານ ນາມດ່ານ

ນາມດ່ານ ໄດ້ຮັບຖືເປັນແຜ່ນດິນທີ່ສັກສິດ, ມີຜູ້ທີ່ເກັ່ງກ້າ ສາມາດຫຼາຍຄົນ, ທັງມີບ່ອນທ່ອງທ່ຽວ ແລະ ເຂດຮ່ອງຮອຍ ປະຫວັດສາດຫຼາຍແຫ່ງ, ພິເສດນີ້ແມ່ນບ້ານເກີດເມືອງນອນ ຂອງປະທານ ໂຮ່ຈີມິນ.
ຫ່າງຈາກນະຄອນ ວີງ ປະມານ 15 ກິໂລແມັດ, ເຂດປູຊະນີ ຍະສະຖານປະຫວັດສາດ ກິມລຽນ ລວມມີ 3 ກຸ່ມຕົ້ນຕໍ່ ແມ່ນບ້ານແຊນ-ແມ່ນບ້ານບິດາຂອງປະທານ ໂຮ່ຈີມິນ, ບ້ານ ຫວ່າງຈຸ່-ແມ່ນບ້ານມານດາຂອງລຸງ ໂຮ່ ທີ່ຕາແສງ ກິມລຽນ ແລະ ສຸສານຂອງແມ່ຕູ້ ຮ່ວາງທິລວານ ຊຶ່ງແມ່ນ ແມ່ຂອງປະທານ ໂຮ່ຈີມິນ ທີ່ນອນຢູ່ເທິງພູ ດົ້ງແຈງ, ຂຶ້ນກັບ ຕາແສງ ນາມຢາງ, ເມືອງ ນາມດ່ານ. 

ເປັນແຂວງໜຶ່ງທີ່ກວ້າງທີສຸດຂອງ ຫວຽດ ນາມ, ເງະອານ ມີຫຼາຍແຫຼ່ງທ່ອງທ່ຽວທີ່ຈັບໃຈ, ແຕ່ບໍລິການທ່ອງທ່ຽວ ທະເລ, ຜັກຜ່ອນ, ຄົ້ນຫາ ເຖິງບໍລິການທ່ອງທ່ຽວເຂດ ຮ່ອງຮອຍປະຫວັດສາດອີກດ້ວຍ.
ໃນທັດສະນີຍະພາບທີ່ສວຍສົດງົດງາມຂອງເຂດບ້ານນອກ ແຫ່ງໜຶ່ງຢູ່ພາກກາງ, ນັກທ່ອງທ່ຽວຈະໄດ້ຊອກຮູ້ກ່ຽວກັບ ບ່ອນຢູ່ ແລະ ວັດຖຸພັນຫຼາຍຢ່າງທີ່ມີຄວາມສະໜິດຕິດພັນ ກັບຄາວເຍົາໄວຂອງລຸງ ໂຮ່ ຄື: ຕົ້ນໄຮ, ນຳ້ສາງ, ຫໍບູຊາ ຂອງຕະກຸນ ຫງວຽນຊິງ ແລະ ພິເສດແມ່ນເຮືອນຂອງພໍ່ຕູ້ ຫງວຽນຊິງສັກ ຊຶ່ງແມ່ນບິດາ ຂອງປະທານ ໂຮ່ຈີມິນ. 


ນັກທ່ອງທ່ຽວມາຢາມບ້ານແຊນ-ແມ່ນບ້ານບິດາ ຂອງປະທານ ໂຮ່ຈີມິນ ຢູ່ຕາແສງ ກິມລຽນ, ເມືອງ ນາມດ່ານ.


ເຮືອນມຸງຫຍ້າປະກອບດ້ວຍ 3 ຫ້ອງນ້ອຍຢູ່ບ້ານຮວ່າງຈຸ່-ນີ້ແມ່ນບ່ອນທີ່ປະທານ ໂຮ່ຈມິນ ຢູ່ໃນຊຸມປີຕົ້ນຊີວິດ.


ວັດຖຸພັນຫຼາຍຢ່າງທີ່ມີຄວາມສະໜິດຕິດພັນກັບຄາວເຍົາໄວ
ຂອງປະທານ ໂຮ່ຈີມິນ ພວມໄດ້ຮັກສາໄວ້ຢູ່ເຂດປູຊະນີ ຍະສະຖານປະຫວັດສາດ ກິມລຽນ
.


ເຂດປູຊະນີ ຍະສະຖານປະຫວັດສາດ ກິມລຽນ ພວມເປັນ ແຫຼ່ງທ່ອງທ່ຽວທີ່ໜ້າຈັບໃຈສຳລັບນັກທ່ອງທ່ຽວ
ທັງພາຍໃນ ແລະ ຕ່າງປະເທດ.



ທາງຂຶ້ນໄປຫາສຸສານຂອງແມ່ຕູ້ ຮ່ວາງທິລວານ ຊຶ່ງແມ່ນ ແມ່ຂອງປະທານ ໂຮ່ຈມິນ ທີ່ນອນຢູ່ເທິງພູ ດົ້ງແຈງ,
ຂຶ້ນກັບ ຕາແສງ ນາມຢາງ, ເມືອງ ນາມດ່ານ.



ຫໍບູຊາເຈົ້າຊີວິດ ມາຍຮັກເດ໋ ຢູ່ ນາມດ່ານ ໄດ້ຮັບຮອງເປັນເຂດຮ່ອງຮອຍລະດັບຊາດ ເມື່ອປີ 1996.


ບັນດາລວດລາຍຂອງການແກະສະຫຼັກຢູ່ສາລາ ຮວ່າງເຊີນ
ໄດ້ຮັບຖືວ່າ ມີຄວາມລະອຽດລະອໍ ແລະ ສວຍງາມທີ່ສຸດຢູ່ ຫວຽດນາມ.



ມາ ນາມດ່ານ, ນັກທ່ອງທ່ຽວຈະໄດ້ຮັບຟັງບັນດາທຳນອງ ສຽງຂັບລຳພື້ນເມືອງ ວີ໋, ຢຳ້.


ນາມດ່ານ ມີອາຫານຫຼາຍເຍື່ອງທີ່ເປັນສັນຍາລັກຄື: ນຳ້ເຕົ້າຈ້ຽວ ນາມດ່ານ, ເຂົ້າໜົມ ດຸກ ຊານາມ.


ການດຳລົງຊີວິດຂອງປະຊາຊົນຢູ່ເມືອງ ນາມດ່ານ.


ຕອນໜຶ່ງຂອງແມ່ນຳ້ ລາມ ຢູ່ຕິນຂົວ ນາມດ່ານ.

ເຂດອະນຸສອນສະຖານ ຟານໂບ້ຍເຈົາ ນອນຢູ່ເທດສະບານນາມດ່ານ, ເມືອງ ນາມດ່ານ. ເຂດອະນຸສອນສະຖານແຫ່ງນີ້ໄດ້ແບ່ງເປັນສອງສ່ວນ, ທາງໃນສ່ວນຫຼາຍແມ່ນ ຫວ່າງສະແດງວັດຖຸພັນຫຼາຍຢ່າງທີ່ມີຄວາມສະໜິດຕິດພັນ ກັບໄລຍະເຄື່ອນໄຫວປະຕິວັດຂອງເພິ່ນ. 

ປະຈຸບັນ, ນາມດ່ານ ພວມມີເຂດຮ່ອງຮອຍແຫ່ງຊາດພິເສດ 3 ແຫ່ງແມ່ນ: ເຂດບູຊະນີຍະສະຖານປະຫວັດສາດ ກິມລຽນ, ເຂດອະນຸສອນສະຖານ ຟານໂບ້ຍເຈົາ ແລະ ສາລາ ຮວ່າງເຊີນ.
ເວລາມາຢ້ຽມຢາມຕາແສງ ແຄງເຊີນ, ນັກທ່ອງທ່ຽວຈະໄດ້ຮັບຊົມຄວາມສະຫງ່າງາມຂອງສາລາ ຮວ່າງເຊີນ, ຊຶ່ງເປັນກິດຈະການກໍ່ສ້າງດ້ານສະຖາບັດຕະຍະກຳປະຫວັດສາດທີ່ມີຂະຫຍາດໃຫຍ່ທີ່ສຸດຂອງພາກກາງ. ສາລາ ຮວ່າງເຊີນ ໄດ້ຮັບຮອງເປັນຮ່ອງຮອຍປະຫວັດສາດພິເສດ ເມື່ອເດືອນ ທັນວາ 2017. ສາລາ ຮວ່າງເຊີນ ໄດ້ກໍ່ສ້າງແຕ່ປີ 1763 ເພື່ອສັກກະລະບູຊາ ອຸຍມິງເວືອງ ຫຼີເຍີດກວາງ, ຜູ້ທີ່ມີ ຜົນງານອັນດີເດັ່ນໃນການກໍ່ສ້າງ ແລະ ປົກປັກຮັກສາ ແຜ່ນດິນ ເງະອານ.
 
ສຳລັບນັກທ່ອງທ່ຽວທີ່ມີຄວາມຮັກມັກກັບການທ່ອງທ່ຽວ ດ້ານວັດທະນະທຳ, ໝູ່ບ້ານ ແຄງເຊີນ ເປັນສະຖານທີ່ ທ່ອງທ່ຽວໜ້າມາຢ້ຽມຊົມ. ປະຈຸບັນ, ປະຊາຊົນຢູ່ທີ່ນີ້ ຍັງຮັກສາໄດ້ເຮືອນບູຮານກວ່າ 200 ຫຼັງ. ມານີ້, ນັກທ່ອງທ່ຽວ ຈະໄດ້ເຈືອຈານເຂົ້າກັບຫວ່າງເວຫາຂອງ ການດຳລົງຊີວິດແບບທຳມະດາສາມັນ, ໄດ້ກິນອາຫານ ຫຼາຍເຍື່ອງທີ່ເປັນສັນຍາລັກຂອງ ນາມດ່ານ ແລະ ໄດ້ຮັບ ຟັງສຽງຂັບລຳພື້ນເມືອງ ວີ໋, ຢຳ້ ຈາກປະຊາຊົນຢູ່ທີ່ນີ້. ນອນຢູ່ພາກກາງ, ເງະອານ ໄດ້ດຶງດູດນັກທ່ອງທ່ຽວດ້ວຍບັນດາບໍລິການທ່ອງທ່ຽວທີ່ມີຫຼາຍຮູບແບບ, ໃນນັ້ນ ນາມດ່ານ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ນັກທ່ອງທ່ຽວດ້ວຍນຳ້ຈິດນຳ້ໃຈ ຂອງປະຊາຊົນຢູ່ທີ່ນີ້. 

ບົດ ແລະ ພາບ: ຫວຽດເກື່ອງ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top