• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຢ້ຽມຊົມຫຼັງເຮືອນເກົ່າແກ່ທີສຸດຂອງເທດສະບານ ເຊີນໃຕ

ຫ່າງຈາກ ຮ່າໂນ້ຍ ກວ່າ 50 ກິໂລແມັດ ໄປຕາມທິດຕາເວັນຕົກ,ໝູ່ບ້ານເກົ່າແກ່ ເດື່ອງເລີມ, ເທດສະບານ ເຊີນໃຕ, ຮ່າໂນ້ຍ ໄດ້ຮັບຖືເປັນໜຶ່ງໃນບັນດາບ່ອນກຳເນີດເກີດຂຶ້ນຂອງວັດທະນະທຳ ຫວຽດ. ຕາມປະຫວັດສາດຂອງ ຫວຽດນາມ, ເດື່ອງເລີມ ເປັນ ບ້ານເກີດຂອງເຈົ້າຊີວິດສອງອົງທີ່ມີການປະກອບສ່ວນຢ່າງຍິ່ງ ໃຫຍ່ ເຂົ້າໃນການສ້າງສາປະເທດ ຫວຽດນາມ ແມ່ນ ຝຸ່ງຮືງ ແລະ ໂງກວ່ຽນ. ບໍ່ພຽງແຕ່ມີທິວທັດທຳມະຊາດທີ່ສວຍງາມເທົ່ານັ້ນ, ທີ່ນີ້ ຍັງເປັນບ່ອນຮັກສາໄດ້ຫຼັງເຮືອນ ຫວຽດ ທີ່ເກົ່າແກ່ ຫຼາຍຫຼັງ ມີອາຍຸຫຼາຍຮ້ອຍປີອີກດ້ວຍ.
ຈຸດພິເສດຂອງຫຼັງເຮືອນມູນເຊື້ອເກືອບ 1.000 ຫຼັງຢູ່ບ້ານ ເດື່ອງເລີມ ແມ່ນເຮືອນທຸກຫຼັງຢູ່ທີ່ນີ້ ໄດ້ກໍ່ສ້າງດ້ວຍຫີນນຳນໍ່. ໃນຈຳນວນນັ້ນ, ເຮືອນສອງຫຼັງຂອງຄອບຄົວລຸງ ຫງວຽນວັນຮຸ່ງ ແລະ ປ້າ ລ່າທິຖາວ ມີຫຼາຍຈຸດພິເສດກວ່າໝູ່, ນັກທ່ອງທ່ຽວ ມານີ້ ສ່ວນຫຼາຍໄດ້ເຂົ້າມາຢາມເຮືອນສອງຫຼັງດັ່ງກ່າວ.

ປ້າ ຖາວ ໃຫ້ຮູ້ວ່າ ຫຼັງເຮືອນຂອງຄອບຄົວ ເພິ່ນ ໄດ້ຮັບການກໍ່ ສ້າງເມື່ອປີ 1649 ດ້ວຍເນື້ອທີ່ກວ້າງ 100 ຕະລາງແມັດ. ຜ່ານ ເກືອບ 400 ປີ, ເຮືອນຫຼັງນີ້ ຍັງຄົງຕົວຢູ່, ຍັງເປັນບ່ອນຢູ່ ແລະ ອາໄສຂອງລຸ່ນຄົນທີ 12 ໃນຕະກຸນຂອງເພິ່ນ. 


ເຮືອນທຸກຫຼັງຢູ່ບ້ານ ເດື່ອງເລີມ ສ່ວນຫຼາຍໄດ້ກໍ່ສ້າງດ້ວຍ ຫີນນຳນໍ່.


ຫຼັງເຮືອນເກົ່າແກ່ທີ່ສຸດຢູ່ບ້ານ ເດ່ືອງເລີມ ມີອາຍຸເກືອບ 400 ປີ. 


ຫຼັງເຮືອນເປັນບ່ອນທ່ອງທ່ຽວທີ່ມີຊື່ສຽງຂອງນັກທ່ອງທ່ຽວພາຍໃນ
ແລະ ຕ່າງປະເທດ ເມື່ອມາຢ້ຽມຊົມໝູ່ບ້ານເກົ່າແກ່ ເດື່ອງເລີມ.



ທາງເຂົ້າຫຼັງເຮືອນ ຫວຽດ ທີ່ເກົ່າແກ່.


ຫຼັງເຮືອນຍັງເປັນທີ່ຢູ່ອາໄສຂອງລຸ່ນຄົນທີ 12 ຂອງຄອບຄົວ.


ຫຼັງຄາເຮືອນໄດ້ມຸງແອ່ນລົງຕາມຮູບປີກວ່າວ. 


ຄວາມເກົ່າແກ່ໄດ້ສະແດງອອກຜ່ານສະຖາບັດຕະຍະກຳຂອງຫຼັງເຮືອນ.​


ໄມ້ເສົາຄຳ້ທັງໝົດ 30 ເສົາໄດ້ຕັ້ງເທິງຖານຫີນຂຽວຫຼາຍແຜ່ນ. 


ບັນດາລວດລາຍທີ່ຄວັດຢ່າງງ່າຍດາຍ ແຕ່ລະອຽດລະອໍຢູ່ເທິງໄມ້ ໄດ້ເຮັດໃຫ້ເຮືອນຫຼັງນີ້ ຍິ່ງສວຍງາມຂຶ້ນ.


ຫ້ອງທາງກາງໄດ້ເອົາໄວ້ເພື່ອເຮັດເປັນບ່ອນໄວ້ບູຊາ ແລະ ຕ້ອນຮັບແຂກ.


ໄມ້ໄດ້ນຳໃຊ້ເພື່ອຕັ້ງໂຄງເຮືອນ.


ສ່ວນໜຶ່ງໃນຫຼັງເຮືອນຂອງລຸງ ຫງວຽນວັນຮຸ່ງ ໄດ້ຮັບການ ສ້ອມແປງເມື່ອປີ 2008.


ນັກທ່ອງທ່ຽວສາກົນມາຢ້ຽມຊົມຫຼັງເຮືອນມີຊື່ສຽງທີ່ສຸດຂອງບ້ານເດື່ອງເລີມ.


ແຕ່ລະມື້, ພິເສດໃນໄລຍະທ້າຍອາທິດ, ເຮືອນຫຼັງນີ້ ໄດ້ຕ້ອນຮັບ
ນັກທ່ອງທ່ຽວມາຢ້ຽມຊົມນັບເປັນຈຳນວນຫຼາຍຮ້ອຍຄົນ.

ກໍ່ຍ້ອນເຮືອນຫຼັງນີ້ ມີກຳແພງໄດ້ກໍ່ສ້າງດ້ວຍຫີນນຳນໍ່, ໄມ້ເສົາຄຳ້ ແລະ ໂຄງເຮືອນໄດ້ເຮັດດ້ວຍໄມ້, ເພາະສະນັ້ນ ເຮືອນຈະເຢັນດີໃນລະດູຮ້ອນ ແລະ ອຸ່ນດີໃນລະດູໜາວ. ເຮືອນມີ 5 ຫ້ອງ, ໄດ້ມຸງດ້ວຍດິນຂໍ, ມີໄມ້ເສົາຄຳ້ທັງໝົດ 30 ເສົາ, ໄດ້ຈັດເປັນ 5 ແຖວ ແລະ ຕັ້ງເທິງຖານຫີນຂຽວຫຼາຍແຜ່ນ. ຫຼັງຄາເຮືອນໄດ້ມຸງ ແອ່ນລົງຕາມຮູບປີກວ່າວ. ບັນດາຊ່າງກໍ່ສ້າງ ຫວຽດນາມ ໃນສະໄໝກ່ອນໄດ້ຄວັດເທິງໄມ້ຫຼາຍລວດລາຍທີ່ງ່າຍດາຍ, ແຕ່ລະອຽດລະອໍ, ເຮັດໃຫ້ເຮືອນຫຼັງນີ້ ມີຄວາມສວຍງາມກວ່າ.

ເຈົ້າຂອງຜູ້ທຳອິດຂອງເຮືອນຫຼັງນີ້ ໄດ້ນຳໃຊ້ຫ້ອງທາງກາງດ້ວຍເນື້ອທີ່ກວ້າງກວ່າໝູ່ ເພື່ອເອົາໄວ້ເປັນບ່ອນໄວ້ບູຊາ ແລະ ຕ້ອນຮັບແຂກ. ປັດຈຸບັນ, ຄອບຄົວປ້າ ຖາວ ພວມນຳໃຊ້ສອງຫ້ອງຢູ່ທາງຂ້າງຂອງເຮືອນຫຼັງນີ້ ເປັນບ່ອນນອນ ແລະ ກິນ.

ເຮືອນຫຼັງນີ້ ໄດ້ມີການສ້ອມແປງເມື່ອປີ 2008. ເວລານັ້ນ, ເຮືອນຫຼັງນີ້ ໄດ້ຮັບການສ້ອມແປງຕາມວິທີການ ບູລະນະ ແບບພິເສດ, ເປັນອາຊີບ ແລະ ຮັກສາໄດ້ບັນດາພາກສ່ວນຂອງຫຼັງເຮືອນຄືກັບຄວາມດ່ັ່ງເດີມ.
 
ບົດ ແລະ ພາບ: ຫວຽດເກື່ອງ - ພາບ: ແຄງລອງ
 

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top