• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ຢ້ຽມຊົມສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island”

ສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island” (ຄິງຄອງ:ເກາະກະໂຫຼກຫົວລີງ) ໄດ້ຄະນະຄຸ້ມຄອງເຂດທ່ອງທ່ຽວ ຈ່າງອານ (ນິງບິ່ງ) ກໍ່ສ້າງຄືນມາຕາມແບບດັ້ງເດີມ. ສິ່ງດັ່ງກ່າວ ເຮັດໃຫ້ມໍລະດົກ ໂລກ ຈ່າງອານ, ເຂດດິນແດນນ້ຳຖ້ວມ ເວິນລອງ, ເຂດພັກຜ່ອນ ຊັ້ນສູງ Emeralda ມີຄວາມຈັບໃຈເປັນຢ່າງຍິ່ງ ສຳລັບນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ.
ໝູ່ບ້ານຂອງຄົນພື້ນເມືອງຢູ່ໃຈກາງເຂດມໍລະດົກໂລກ
 
ກວ່າໜຶ່ງເດືອນຫຼັງຈາກໜັງ “Kong: Skull island” ໄດ້ເປີດສະແດງຢູ່ໂຮງໜັງ, ວັນທີ 15 ເມສາ 2017, ຄະນະຄຸ້ມຄອງເຂດມໍລະດົກໂລກຈ່າງອານ ໄດ້ເປີດສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island” ເພື່ອຮັບໃຊ້ໃຫ້ແກ່ນັກທ່ອງທ່ຽວ. ພິເສດ, ນັກສະແດງ 50 ຄົນທີ່ເຄີຍສະແດງເປັນຄົນພື້ນເມືອງຢູ່ໃນໜັງ ໄດ້ເຊີນມາ ແລະ ແຕ່ງຕົວ ເປັນຄົນພື້ນເມືອງເພື່ອສ້າງຈຸດພິເສດໃຫ້ແກ່ສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island”. ສິ່ງດັ່ງກ່າວ ເຮັດໃຫ້ນັກ ທ່ອງທ່ຽວເມື່ອມາທີນີ້ ຮູ້ສຶກປະທັບໃຈເປັນຢ່າງຍິ່ງ. ຜູ້ໃດກໍ່ຢາກ “ເຫັນກັບຕາ, ບາຍດ້ວຍມື” ຄົນພື້ນເມືອງທີ່ມາຈາກ ໂຮລີວູດ ນີ້. 



ໝູ່ບ້ານຂອງຄົນພື້ນເມືອງ ແລະ ກຳປັ່ນສູ້ຮົບຂອງຄະນະນັກສຳຫຼວດ ໄດ້ຄະນະຄຸ້ມຄອງເຂດທ່ອງທ່ຽວ
ຈ່າງອານ ກໍ່ສ້າງຄືນມາຕາມແບບ
ດັ້ງເດີມຢູ່ໃນສະຖານທີ່ຈັດການຖ່າຍທຳໜັງ  “Kong: Skull island”.
ພາບ: ຈ້ອງຈິງ



ກຳປັ່ນສູ້ຮົບຢູ່ໃນໜັງ  “Kong: Skull island” ໄດ້ກໍ່ສ້າງຄືນມາ. ພາບ: ກົງດາດ


ທ່ານ ລືວດິງຕົນ (ອາຍຸ 53 ປີ), ຜູ້ສະແດງເປັນນາຍບ້ານ ແລະ ຊາວພື້ນເມືອງຄົນໜຶ່ງ ນັ່ງຢູ່ຕໍ່ໜ້າຕູບຂອງຕົນ
ເພື່ອໃຫ້ ນັກທ່ອງທ່ຽວຖ່າຍຮູບເກັບໄວ້ເປັນທີ່ລະນຶກ. ພາບ: ຈ້ອງຈິງ





ບັນດາເຄື່ອງມືທີ່ຮັບໃຊ້ໃຫ້ແກ່ການຖ່າຍທຳໜັງ “Kong: Skull island” ກໍ່ໄດ້ກໍ່ສ້າງຄືນມາ
ຕາມແບບດັ້ງເດີມເພື່ອຮັບໃຊ້ ໃຫ້ແກ່ນັກທ່ອງທ່ຽວ. ພາບ: ກົງດາດ



ບ້ານຄົນພື້ນເມືອງມີຕູບທັງໝົດ 36 ຫຼັງ, ສ່ວນຫຼາຍໄດ້ກໍ່ສ້າງດ້ວຍ
ໄມ້ໄຜ່, ໄມ້ເຮ້ຍ. ພາບ: ຫວຽດເກື່ອງ



ນັກທ່ອງທ່ຽວຖ່າຍຮູບຮ່ວມກັນບົນເສັ້ນທາງພາໄປຫາບ້ານ
ຄົນພື້ນເມືອງ. ພາບ: ເຕິດເຊີນ

“ຫຼັງຈາກໄດ້ເລືອກສະຖານທີ່ແຫ່ງນີ້, ຂ້າພະເຈົ້າເຂົ້າໃຈວ່າ ຈະ ຕ້ອງປະຕິບັດການຖ່າຍທຳໜັງແນວໃດ ເພາະວ່າ ບໍ່ເຄີຍມີການ ຖ່າຍທຳຂະໜາດໃຫຍ່ແບບນີ້ ຢູ່ ຫວຽດນາມ. ນີ້ກໍ່ແມ່ນ ພາລະໜ້າທີ່ ຕ້ອງຖ່າຍທອດຄວາມເອກອ້າງທະນົງໃຈຂອງຄົນແຖບນີ້, ຄວາມສວຍງາມຂອງ ຫວຽດນາມ ໄປສູ່ຊາວໂລກ”. ທ່ານ Jordan Vogt-Roberts, ໄດ້ກ່າວປາໄສໃນການຢ້ຽມຢາມ ຫວຽດນາມ ແລະ ຮັບນາມມະຍົດເປັນທູດດ້ານການທ່ອງທ່ຽວໃຫ້ແກ່ຫວຽດນາມ ເມື່ອເດືອນ ມີນາ 2017.
ບ້ານຄົນພື້ນເມືອງໄດ້ກໍ່ສ້າງຄືນມາບົນເນື້ອທີ່ປະມານ 10 ເຮັກຕາ, ພ້ອມກັບການເຂົ້າຮ່ວມສະແດງເປັນຄົນພື້ນເມືອງຂອງຄົນທ້ອງຖິ່ນກວ່າ 50 ຄົນ. ໝູ່ບ້ານແຫ່ງນີ້ ມີຕູບທັງໝົດ 36 ຫຼັງ, ສ່ວນຫຼາຍໄດ້ກໍ່ສ້າງດ້ວຍໄມ້ໄຜ່ ແລະ ໄມ້ເຮ້ຍ.
 
ຕາມຄົນພື້ນເມືອງ ຫງວຽນຫຶວວັນ ແລ້ວ, ເຖິງວ່າ ເວລາປະກົດຂຶ້ນ ຢູ່ໃນໜັງຍັງບໍ່ທັນໄດ້ 1 ນາທີ, ແຕ່ຄົນພື້ນເມືອງຈຳນວນດັ່ງກ່າວ ຕ້ອງເຮັດວຽກກັບຄະນະຖ່າຍທຳໃນເວລາກວ່າໜຶ່ງເດືອນ.
 
ອາດຈະແມ່ນຍ້ອນໄດ້ຮຽນການສະແດງຊຸດໜຶ່ງກັບຄະນະຖ່າຍທຳທີ່ມາຈາກ ໂຮລີວູດ, ບັນດາຄົນພື້ນເມືອງຢູ່ໃນໝູ່ບ້ານແຫ່ງນີ້ ຈຶ່ງ ເຮັດໃຫ້ນັກທ່ອງທ່ຽວເມື່ອມາທີ່ນີ້ ຜູ້ໃດກໍ່ຮູ້ສຶກຄືຫຼົງເຂົ້າໄປ “ບ້ານຄົນພື້ນເມືອງ” ຢູ່ໃນໜັງ “Kong: Skull island”.
  
ຈ່າງອານ ໃນສາຍຕາຂອງທ່ານຜູ້ຊົມສາກົນ
ຫ່າງຈາກນະຄອນຫຼວງ ຮ່າໂນ້ຍ ກວ່າ 90 ກິໂລແມັດ ໄປທາງທິດໄຕ້, ປີ 2014, ເຂດທັດສະນີຍະພາບ ຈ່າງອານ ໄດ້ອົງການ ຢູແນສໂກ ຮັບຮອງເປັນມໍລະດົກວັດທະນະທຳ ແລະ ທຳມະຊາດ ໂລກ ແຫ່ງທຳອິດຂອງ ຫວຽດນາມ ແລະ ເປັນອັນດຽວຢູ່ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.
 
ໃນສາຍຕາຂອງຜູ້ກຳກັບການສະແດງໜັງທີ່ມາຈາກ ໂຮລີວູດ Jordan Vogt-Roberts, ຈ່າງອານ ໄດ້ປະກົດຂຶ້ນຢູ່ໃນໜັງ “Kong: Skull island” ດ້ວຍຮ່ອມພູທີ່ລຶກລັບ ແລະ ລະບົບພູຫີນປູນທີ່ຮົກເຮື້ອວ່າງເປົ່າ.


ເຂດທັດສະນີຍະພາບ ຈ່າງອານ ມີເນື້ອທີ່ 2.168 ເຮັກຕາ, ໄດ້ອົງການ
ຢູແນສໂກ ຮັບຮອງເປັນມໍລະດົກວັດທະນະທຳ ແລະ ທຳມະຊາດ ໂລກ. ພາບ: ເຕິດເຊີນ



ນັກທ່ອງທ່ຽວໄປທ່ຽວຊົມເຂດທັດສະນີຍະພາບ ຈ່າງອານ ດ້ວຍເຮືອ. ພາບ: ທົງທ້ຽນ
 


ນັກທ່ອງທ່ຽວຮັບຊົມພາບທຳມະຊາດຢູ່ເຂດທັດສະນີຍະພາບ ຈ່າງອານ. ພາບ: ທົງທ້ຽນ 


ເຂດທັດສະນີຍະພາບ ຈ່າງອານ ໄດ້ຮັບຖືເປັນອ່າວ ຮ້າລອງ ຢູ່ເທິງບົກ. ພາບ: ຈ້ອງຈິງ

ບໍລິການທ່ອງທ່ຽວສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island” ໄດ້ປະຕິບັດໂດຍບັນດາບໍລິສັດທ່ອງທ່ຽວ ຫວຽດນາມ ແລະ ສາກົນ, ດຶງດູດຄວາມສົນໃຈຂອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ. ບໍລິສັດທ່ອງທ່ຽວຈຳນວນໜຶ່ງຂອງ ຫວຽດນາມ ໄດ້ເປີດບໍລິການທ່ອງທ່ຽວສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island” ພາຍຫຼັງໜຶ່ງມື້ທີ່ໜັງໄດ້ເປີດສະແດງ.
 
ຄວາມສວຍສົດງົດງາມແບບປະຖົມບູຮານຂອງ ຈ່າງອານ-ນິງບິ່ງປະສານສົມທົບກັບຊື່ສຽງຂອງສະຖານທີ່ຈັດການຖ່າຍທຳໜັງ “Kong: Skull island” ໄດ້ສ້າງໂອກາດທີ່ດີໃຫ້ແກ່ຂະແໜງການທ່ອງທ່ຽວ ນິງບິ່ງ ເວົ້າສະເພາະ ແລະ ການທ່ອງທ່ຽວ ຫວຽດນາມ ເວົ້າລວມ.
 
“ ໄປຊອກຫາ Kong” ເທິງເຂດດິນແດນ ນ້ຳຖ້ວມ ເວີນລອງ
ຫຼັງຈາກໜັງ “Kong: Skull island” ໄດ້ເປີດສະແດງຢ່າງເປັນ ທາງການ, ນອກຈາກບັນດາຮູບພາບທີ່ສວຍງາມຂອງເຂດທ່ອງທ່ຽວຫຼາຍແຫ່ງຢູ່ພາກເໜືອຄື: ຈ່າງອານ, ຮ້າລອງ... ເຂດດິນແດນນ້ຳຖ້ວມ ເວີນລອງ ກໍ່ໄດ້ສ້າງຄວາມປະທັບໃຈມາໃຫ້ແກ່ທ່ານຜູ້ຊົມ. ເຂດອະນຸລັກຮັກສາທຳມະຊາດດິນນຳ້ຖ້ວມ ທີ່ມີເນື້ອທີ່ ກວ້າງ ທີສຸດຂອງເຂດທົ່ງພຽມແມ່ນຳ້ແດງ ໄດ້ນຳໃຊ້ເພື່ອຈັດການຖ່າຍພາບສູ້ຮົບທາງນຳ້ໃນໜັງ.
 
ນອນຢູ່ໃຈກາງຮ່ອມພູ, ອ້ອມຮອບດ້ວຍພູຫີນປູນທີ່ມີຮູບຊົງ ຕ່າງປະຫຼາດ, ເຂດດິນນຳ້ຖ້ວມ ເວີນລອງ ເປັນແຫຼ່ງທ່ອງທ່ຽວ ທຳມະຊາດທີ່ໜ້າຈັບໃຈ ສຳລັບນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ. ໄປຢ້ຽມຊົມເຂດດິນນຳ້ຖ້ວມ ເວີນລອງ ດ້ວຍ ເຮືອສະເພົາ, ນັກທ່ອງທ່ຽວຈະໄດ້ໄປທ່ຽວຊົມຖຳ້ຫຼາຍແຫ່ງ, ຊົມເບິ່ງນົກຫຼາຍໂຕທີ່ສວຍງາມ ແລະ ຫາຍາກຄື ວອກກວ່ນດຸ່ຍຈັງ (Trachypithecus delacouri).
 
ຂະບວນການ “ໄປຊອກຫາ Kong” ຈະພານັກທ່ອງທ່ຽວໄປເຖິງເຂດພັກຜ່ອນຊັ້ນສູງ 5 ດາວ Emeralda ຢູ່ຕາແສງ ຢາເວີນ, ເມືອງ ຢາວຽນ, ນິງບິ່ງ. ໃນໄລຍະຖ່າຍທຳໜັງ “Kong: Skull island” ຢູ່ ບຶງ ເວີນລອງ, ຄະນະນັກຖ່າຍທຳຂອງຜູ້ກຳກັບ Jordan Vogt-Robertsໄດ້ພັກຜ່ອນຢູ່ Emeralda Resort. 


ນອນແນບຂ້າງຮ່ອມພູຫີນປູນໃຫຍ່ມະໂຫຖານຂອງເຂດ ພື້ນທີ່ດິນນຳ້ຖ້ວມ ເວີນລອງ ທີ່ຂຶ້ນກັບຕາແສງ ຢາເວີນ, ເມືອງຢາວຽນ (ນິງບິ່ງ),  ເຂດພັກຜ່ອນຊັ້ນສູງ Emeralda ໄດ້ຖືເປັນໝູ່ບ້ານນອກແຫ່ງໜຶ່ງ ຂອງເຂດພາກເໜືອ, ທີ່ເປັນສະຖານທີ່ສີຂຽວງາມກວ້າງຂວາງ ໃນເນື້ອທີ່ 16 ເຮັກຕາ, ມີຈຳນວນ 172 ຫ້ອງນອນທີ່ຫລູຫລາ ແລະ ເຕັມໄປດ້ວຍລັກສະນະສະເພາະສະຖາປັດຕະຍະກຳຂອງ ຫວຽດນາມໃນສະໄໝກ່ອນ. ພາບ: ເຕິດເຊີນ


ຈຸດເດັ່ນຂອງເຂດພັກຜ່ອນ Emeralda ນິງບິ່ງ ແມ່ນທິວທັດຊົນນະບົດຂອງພາກເໜືອ
ໃນສະໄໝກ່ອນໄດ້ປະ​ກົດ​ຕົວຄືນໃໝ່​ຢ່າງ​ສົມ​ບຸນ​​ແບບມີ ໜອງດອກບົວ
, ມີບໍ່ນຳ້ສ້າງ, ເດີ່ນສາລາບ້ານ,
ຫຼັງຄາມຸງດິນຂໍສີແດງ, ປ່ອງຢ້ຽມເຮັດດ້ວຍໄມ້... 
ທີ່​ບົ່ງ​ບອກ​ເຖິງທັດສະນີ​ຍະ​ພາບ​ເກົ່າ​ແກ່,
ເຕັມໄປດ້ວຍຄວາມປາມ​ປື້​ມ​. ພາບ: ເອກະສານຂອງ Emeralda ນິງບິ່ງ





ເຂດພັກຜ່ອນມີຫ້ອງນອນທັງໝົດ 172 ຫ້ອງທີ່ໄດ້ຮັບການຕົບ​ແຕ່ງຕາມສະຖາປັດຕະຍະກຳຂອງຫວຽດນາມ,
ອຸ​ປະ​ກອນ​ເຄືຶ່ອງ​ໃຊ້​​ໃນລະ​ດັ​ບ​ມາດ​ຕະ​ຖານ​ສາ​ກົນ 5 ດາວ ແລະ ເປັນບ່ອນພັກຜ່ອນຂອງ

ຄະນະຖ່າຍທຳໜັງ “Kong: Skull island” ໃນເວລາຢູ່ ນິງບິ່ງ. ພາບ: ເອກະສານຂອງ Emeralda ນິງບິ່ງ
 


ລາຍການທ່ອງທ່ຽວເຂດອະນຸລັກຮັກສາເຂດພື້ນທີ່ດິນນຳ້ຖ້ວມ ເວີນລອງ ດ້ວຍເຮືອສະເພົາ
ໂດຍເຂດພັກຜ່ອນ
Emeralda ນິງບິ່ງ ຈັດຂຶ້ນ. ພາບ: ເອກະສານຂອງ Emeralda ນິງບິ່ງ

ສາຍທາງເດີນ “ໄປຊອກຫາ Kong” ເທິງເຂດດິນແດນ ນ້ຳຖ້ວມ ເວີນລອງ, ມໍລະດົກວັດທະນະທຳ ແລະ ທຳມະຊາດ ໂລກ ຈ່າງອານ ແນ່ນອນວ່າ ຈະເປັນສາຍທາງເດີນທີ່ຂາດບໍ່ໄດ້ໃນແຜນການທ່ອງທ່ຽວຂອງນັກທັດສະນາຈອນພາຍໃນ ແລະ ຕ່າງປະເທດເມື່ອມາທີ່ນີ້. ໃນໄລຍະຈະມາເຖິງ, ການປະສານສົມທົບລະຫວ່າງ ວັດທະນະທຳ ຂອງຕາເວັນອອກ ແລະ ຕາເວັນຕົກຈະເຮັດໃຫ້ແຜ່ນດິນແຫ່ງນີ້ ມີໂສມໜ້າໃໝ່ໃນສາຍຕາຂອງນັກທ່ອງທ່ຽວ.
ບົດ: ຖາວວີ -ພາບ: ສະໂມສອນຖ່າຍຮູບວິນາທີຄຳ (VNP)

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top