• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຢືນຢັນບົດບາດໃຈກາງຂອງອາຊຽນ ໃນການຊຸກຍູ້ການເຈລະຈາ, ຮ່ວມມີ ແລະ ສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາຢູ່ພາກພື້ນ

      ອາຊຽນ ຄວນສືບຕໍ່ເສີມຂະຫຍາຍບົດບາດຂອງບັນດາກົນໄກໂດຍ ອາຊຽນ ນຳພາ, ຮັບປະກັນສຽງເວົ້າລວມ ແລະ ວິທີສຳຜັດມີຄວາມດຸ່ນດ່ຽງໃນການພົວພັນກັບບັນດາຄູ່ຮ່ວມມື.
ກອງປະຊຸມ SEANWFZ
(ພາບ: ກະຊວງການຕ່າງປະເທດ)
      ໃນລະຫວ່າງວັນທີ 02 – 06 ສິງຫາ, ໄດ້ດຳເນີນກອງປະຊຸມລັດຖະມົນຕີການຕ່າງປະເທດ 20 ກ່ວາຄັ້ງ ໃນຂອບເຂດອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ໃນມື້ເຮັດວຽກທຳອິດວັນທີ 02 ສິງຫາ, ໄດ້ດຳເນີນບັນດາກອງປະຊຸມ, ວາລະເຈລະຈາ. ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ນຳໜ້າຄະນະຜູ້ແທນເຂົ້າຮ່ວມບັນດາກອງປະຊຸມດັ່ງກ່າວ. ກ່ຽວກັບບັນຫາ ມຽນມາ, ບັນດາປະເທດຢືນຢັນຄວາມປາດຖະໜາຂອງ ອາຊຽນ ທີ່ຢາກໜູນຊ່ວຍ ມຽນມາ ຜ່ານມາຄວາມຫຍຸ້ງຍາກ, ຊອກຫາມາດຕະການແກ້ໄຂໃຫ້ແກ່ບັນດາຄວາມສັບສົນຄືໃນປະຈຸບັນ; ເຫັນດີຄວນຮີບເຮັງຜັນຂະຫຍາຍການໜູນຊ່ວຍມະສຸດສະທຳໃຫ້ແກ່ ມຽນມາ ຮັບມືກັບໂລກລະບາດໂຄວິດ-19 ຜ່ານສູນປະສານງານ ອາຊຽນ ກ່ຽວກັບການໜູນຊ່ວຍມະນຸດສະທຳ ແລະ ຄຸ້ມຄອງໄພທຳມະຊາດ (AHA).
        ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ, ເນັ້ນໜັກວ່າ ອາຊຽນ ຄວນສືບຕໍ່ເສີມຂະຫຍາຍບົດບາດຂອງບັນດາກົນໄກໂດຍ ອາຊຽນ ນຳພາ, ຮັບປະກັນສຽງເວົ້າລວມ ແລະ ວິທີສຳຜັດມີຄວາມດຸ່ນດ່ຽງໃນການພົວພັນກັບບັນດາຄູ່ຮ່ວມມື. ກ່ຽວກັບສະພາບການຢູ່ພາກພື້ນ ແລະ ສາກົນ, ທ່ານລັດຖະມົນຕີໄດ້ເນັ້ນໜັກເຖິງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບ ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຮັບມືກັບໂລກລະບາດໂຄວິດ-19 ຢ່າງມີປະສິດທິຜົນ, ຊຸກຍູ້ການຟື້ນຟູ ແລະ ຮັກສາການເຕີບໂຕຢູ່ພາກພື້ນ; ຍົກສູງຫຼັກໝັ້ນຫຼັການຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກ, ທ່ານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສົນທິສັນຍາກົດໝາຍວ່າດ້ວຍທະເລປີ 1982, ຂອບເຂດປັບປຸງທຸກການເຄື່ອນໄຫວຢູ່ເຂດທະເລ ແລະ ມະຫາສະຫມຸດ.
        ທີ່ກອງປະຊຸມຄະນະກຳມະການສົນທິສັນຍາພາກພື້ນອາຊີຕາເວັນອອກສ່ຽງໃຕ້ ປອດອາວຸດນິວເຄຼຍ (SEANWFZ), ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຢືນຢັນຈະສະໜັບສະໜູນ ອາຊຽນ ສືບຕໍ່ທາບທາມຄວາມເຫັນກັບບັນດາປະເທດມີອາວຸດນິວເຄຼຍ ກ່ຽວກັບເລື່ອງເຂົ້າຮ່ວມອະນຸສັນຍາ SEANWFZ; ຊົມເຊີຍເລື່ອງສ້າງຫຼັກການອາຊຽນ ກ່ຽວກັບການຮັບມືຢ່າງຮີບດ່ວນກັບເຫດນິວເຄຼຍ, ກຳມັນຕະພາບລັງສີ.
          ວັນທີ 03 ສິງຫາ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ສືບຕໍ່ລາຍການກອງປະຊຸມ ກັບບັນດາຄູ່ຮ່ວມມືສ.ເກົາຫຼີ, ຈີນ, ຍີ່ປຸ່ນ ແລະ ອາຊຽນ +3.
 (ແຫຼ່ງຄັດຈາກ VOV)

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ

ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງອົດກັ້ນ, ປະຕິບັດຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ພ້ອມກັບປະກອບສວ່ນເຂົ້າການຮັກສາສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ທະເລຕາເວັນອອກ.

Top