• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ມົກເຈົາ: ທົ່ງຫຍ້າກວ້າງ ທີ່ເຕັມໄປດ້ວຍດອກໄມ້

ພູພຽງ ມົກເຈົາ ນອນຢູ່ລະຫວ່າງສອງເມືອງ ເວິນໂຮ່ ແລະ ມົກເຈົາ ຂອງ ແຂວງ ເຊີນລາ, ເປັນບ່ອນມີຕົ້ນຫຍ້າໃບຫຍ້າ ນາໆ ຊະນິດ ເບັ່ງ ບານຕະຫຼອດປີ, ຖືກຂະໜານນາມວ່າ “ດ່າລາດ ເຂດໄຕບັກ”. ບັນດາ ຮ່ອມ ພູເຕັມໄປ ດ້ວຍດອກ ໝາກໝັ້ນ, ດອກຄາຍ, ດອກຜັກກາດ... ດຶງດູດ ນັກທ່ອງທ່ຽວ ມາຢ້ຽມຊົມ ເປັນຈຳນວນຫຼວງຫຼາຍ.
ດ້ວຍເນື້ອທີ່ປູກຕົ້ນໝາກໝັ້ນກວ່າ 1.200 ເຮັກຕາ, ສ່ວນຫຼາຍແມ່ນ ຢູ່ ຕາແສງ ລອງລວງ, ເວິນໂຮ່, ເທສະບານນົງເຈື່ອງ, ເຕິນເລີບ,ເມື່ອງ ຊາງ (ເມືອງ ມົກເຈົາ)ໃນຕົ້ນປີ 2018 ດອກໝາກໝັ້ນເບັ່ງບານ ຂາວ ໄປ ທົ່ວໝູ່ບ້ານ, ຮ່ອມພູ. 

ວົງຈອນ ຂອງ ຕົ້ນໝາກໝັ້ນ ຄື ອອກດອກ ແລະ ໃຫ້ໝາກ ໄດ້ເມືອງ ມົກເຈົາ ພັດທະນາເປັນຜະລິດຕະພັນທ່ອງທ່ຽວ ຜ່ານງານບຸນ ເກັບ ໝາກໝັ້ນ ຊຶ່ງໄດ້ຈັດຂຶ້ນໃນເດືອນພຶດສະພາ ຂອງ ແຕ່ລະປີ ຢູ່ ນ່າກາ, ບ້ານ ບາແຄນ 1, ເທສະບານ ນົງເຈື່ອງ. 
ລະດູດອກໝາກໝັ້ນບານ ປີນີ້ ກົງກັບໂອກາດຊາວເຜົ່າມົ້ງ ຢູ່ມົກເຈົາ, ເວິນໂຮ່ ຕ້ອນຮັບບຸນປີໃໝ່ປະຈຳຊາດ. ຕາມຫຼັງຄາເຮືອນ, ເສັ້ນ ທາງ ເຂົ້າບ້ານ ຮ່າກາ, ບາຝັດ, ຈ່ຽງດີ, ລອງລວງ...ເຕັ້ມໄປດ້ວຍດອກໝາກ ໝັ້ນ, ປະສານ ກັບຊຸດ ນຸ່ງປະຈຳເຜົ່າ ຂອງ ແມ່ຍິງເຜົ່າມົ້ງ ນຸ່ງ ໄປທ່ຽວ ບຸນ ກາຍເປັນພາບແຕ້ມ ທີ່ສວຍງາມ ຂອງເຂດ ພູດອຍແຫ່ງນີ້.  



ດອກບານຂາວ ບານເຕັມໂນນພູ ທີ່ຕາແສງ ເມື່ອງຊາງ, ເມືອງ ມົກ ເຈົາ. ພາບ: ຫງວຽນຖັງ


ສີຂາວ ສົດໃສຂອງດອກໝາກໝັ້ນ ຢູ່ຕາມພູຫີນ. ພາບ: ເຕິດເຊີນ


ພູພຽງ ມົກເຈົາ ໄດ້ນັກທ່ອງທ່ຽວຕັ້ງຊື່ໃຫ້ວ່າ “ເມືອງຫຼວງດອກໄມ້ ເຂດ ໄຕບັກ”. ພາບ: ເຕິດເຊີນ


ເສັ້ນທາງຜ່ານ ບັນດາສວນໝາກໝັ້ນ ຢູ່ຮ່ອມພູ ນ່າກາ ຂອງ ເມືອງ ມົກເຈົາ. ພາບ: ເຕິດເຊີນ


ແມ່ຍິງເຜົ່າ ມົ້ງ ພວມປັກແສ່ວ ຢູ່ໃຕ້ຮົ່ມດອກໝາກໝັ້ນ ຂອງບ້ານ ຈ່ຽງ ດີ 1, ເມືອງ ເວິນໂຮ່. ພາບ: ເຕິດເຊີນ


ຮ່ອມພູ ປ່າໝາກໝັ້ນ ນ່າກາ ໄດ້ດຶງດູດນັກຖ່າຍຮູບ ເປັນຈຳນວນ ຫຼວງຫຼາຍ. ພາບ: ເຕິດເຊີນ


ນ່າກາ ເປັນໜຶ່ງໃນບັນດາຮ່ອມພູ ທີ່ມີດອກໝາກໝັ້ນ ສວຍງາມທີ່ ສຸດຂອງ ມົກເຈົາ. ພາບ: ເຕິດເຊີນ


ບັນດານາງສາວເຜົ່າ ມົ້ງ ໃນຊຸດອາພອນປະຈຳເຜົ່າ ໄປຫຼິ້ນ ປີໃໝ່ ໃນສວນໝາກໝັ້ນ. ພາບ: ກົງດາດ


ດອກໝາກໝັ້ນບານຢູ່ບ້ານ ຈ່ຽງດີ 1, ເມືອງ ເວິນໂຮ່. ພາບ: ກົງດາດ


ດອກໝາກໝັ້ນບານ ທົ່ວຮ່ອມພູ ບ້ານ ຈ່ຽງດີ 1.ພາບ: ທົງທ້ຽນ


ແມ່ຍິງເຜົ່າມົ້ງ ໄປໄຮ່ ຜ່ານປ່າໝາກໝັ້ນ ຢູ່ຕາແສງ ລອງລວງ, ເມືອງ ເວິນໂຮ່. ພາບ: ກົງດາດ


ດອກໝາກໝັ້ນບານ ຢູ່ຮ່ອມພູ ບ້ານ ນ່າກາ. ພາບ: ແຄງລອງ


ແມ່ເຖົ້າ ຢ່າງທິມົວ ຢູ່ບ້ານ ຈ່ຽງດີ 1, ເມືອງ ເວິນໂຮ່ ພວມ ປັກແສ່ວ ຢູ່ໃຕ້ຮົ່ມດອກໝາກໝັ້ນ. ພາບ: ແຄງລອງ


ລະດູບານໃໝ່ ມາເຖິງເຮືອນຂອງຊາວເຜົ່າ ມົ້ງ ຢູ່ບ້ານ ຈ່ຽງດີ 1, ເມືອງ ເວິນໂຮ່. ພາບ: ຈິ້ງໂປ້


ນ້ອງນ້ອຍຊົນເຜົ່າ ໄທ ຍ່າງຫຼິ້ນໃນປ່າດອກໝາກບານ ຢູ່ຕາແສງ ຊາງ, ເມືອງ ມົກເຈົາ. ພາບ: ທົງທ້ຽນ


ດອກໝາກໝັ້ນບານ ໃຊ້ເວລາພຽງແຕ່ 2-3 ອາທິດ, ຈາກນັ້ນຈະອອກ ໝາກໝັ້ນອ່ອນ. ພາບ: ແທງຢາງ


ບັນດາການເຄື່ອນໄຫວໃນຊີວິດປະຈຳວັນຂອງຊາວເຜົ້າ ມົ້ງ ຢູ່ບ້ານ ຈ່ຽງດີ 1. ພາບ: ແທງຢາງ


ບັນດານັກຖ່າຍຮູບ ກຳລັງບັນທຶກຮູບພາບ ທີ່ສວຍງາມ
ຂອງ ດອກ ໝາກໝັ້ນທີ່ກຳລັງບານຢ່າງເຕັມທີ່. ພາບ: ເຕິດເຊີນ

ຄາດຄະວ່າ ເມືອງ ເວິນໂຮ່ ຈະຈັດຕັ້ງວັນບຸນດອກຄາຍໃນລະ ຫວ່າງ ວັນທີ 2-3 ກຸມພາ 2018 ເພື່ອ ແນະນຳປະຫວັດຄວາມເປັນມາ ແລະ ພັດທະນາຂອງຕົ້ນໝາກຄາຍຢູ່ເຂດພູສູງ ແລະ ລັກສະນະ ວັດທະນະ ທຳ ຂອງບັນດາຊົນເຜົ່າໃນເມືອງ ສູ່ນັກທ່ອງທ່ຽວທັງ ພາຍໃນ ແລະ ຕ່າງ ປະເທດ. 
ດອກຄາຍປ່າ ເປັນດອກໄມ້ຊະນິດໜຶ່ງມີລັກສະນະສະເພາະ ຂອງ ເຂດ ໄຕບັກ, ເຕີບໂຕແລະ ຂະຫຍາຍຕົວດ້ວຍດິນໃນຫີນ, ນຳ້ໝອກ ແລະ ລົມ. ຢູ່ບັນດາຮ່ອມພູ, ແຄມທາງ, ໃນປ່າຫຼາຍແຫ່ງເຕັມໄປ ດ້ວຍ ດອກຄາຍ... ສ້າງບັນຍາກາດທີ່ອົບອຸ່ນ ໃຫ້ແກ່ເຂດທົ່ງຫຍ້າ ກວ້າງ ແຫ່ງນີ້.
 
ໃນໄລຍະກາງເດືອນພະຈິກ, ເມື່ອອາກາດໜາວພັດມາ ກໍ່ແມ່ນໄລ ຍະດອກຜັກກາດເລີ່ມເບັ່ງບານງາມກວ່າໝູ່.  ລະດູ ດອກຜັກກາດ ບານ ແກ່ຍາວເປັນເວລາ 3 ເດືອນ, ແຕ່ເດືອນພະຈິກ ເຖິງທ້າຍເດືອນ ມັງກອນ.
 
 
ມີຫຼາຍຈຸດຊົມເບິ່ງຄວາມສວຍສົດງົດງາມຂອງດອກຜັກກາດຢູ່ ມົກ ເຈົາ, ໃນນັ້ນ ບ່ອນທີ່ມີຊື່ສຽງກວ່າໝູ່ແມ່ນຢູ່ບ້ານ ບາແຝກ, ບ້ານ ອາງ, ບ້ານ ທຸງກວງ ແລະ ບ້ານ ບົວ. ແຕ່ລະບ້ານມີຄວາມງາມທ່ີແຕກຕ່າງ ກັນ.
 
ບົນເສັ້ນທາງເຂົ້າບ້ານ ບາແຝກ ໃນໄລຍະນີ້ ໄດ້ປະດັດປະດາຢ່າງ ສວຍ ສົດງົດງາມດ້ວຍບັນດາທົ່ງຜັກກາດ ເຕັມສອງຂ້າງທາງ. ສົມກັບ ນາມມະຍົດ “ແດນສະຫວັນຂອງດອກຜັກກາດ” ຢູ່ ມົກເຈົາ, ບ້ານ ບາ ແຝກ ເປັນ ໜຶ່ງໃນ ບັນດາສະຖານທີ່ຖ່າຍຮູບທີ່ສວຍງາມ ຂອງນັກ ທ່ອງທ່ຽວ. 



ບັນດາຮ່ອມພູເຕັມໄປດ້ວຍດອກຜັກກາດເຫຼືອງ, ດອກຜັກກາດຂາວ
ປະສານກັບສີຂຽວ ຂອງ ທົ່ງຫຍ້າ ເບິ່ງບໍ່ຮູ້ເປີດ. ພາບ: ຈ້ອງຈິງ



ນັກຖ່າຍຮູບ ຕາມລ່າ ຮູບພາບທີ່ສວຍງາມຢູ່ທົ່ງນາປູກ ດອກ ຜັກກາດ ບາແຝກ,
ຂຶ້ນກັບເດສະບານ ນົງເຈື່ອງ, ເມືອງ ມົກເຈົາ. ພາບ: ຫວຽດເກື່ອງ



ສີສັນຂອງດອກຜັກກາດຂາວ ຕາມເສັ້ນທາງເຂົ້າບ້ານ ບາແຝກ. ພາບ: ຫວຽດເກື່ອງ


ໃຊ້ປະໂຫຍດດິນ ຢູ່ໃຕ້ຕົ້ນໝາກໝັ້ນ, ພໍ່ ແມ່ປະຊາຊົນຊາວຊົນ ເຜົ່າ ມົ້ງ ຢູ່ບ້ານ ນ່າກາ
ປູກຜັກກາດ ຫາລາຍຮັບເພີ່ມ.
 ພາບ: ເຕິດເຊີນ



ບັນດານາງສາວເຜົ່າ ມົ້ງ ໃນທ່າຖ່າຍຮູບ ໃນທົ່ງນາປູກຜັກກາດຂາວ. ພາບ: ດັງຕຽນ

ນອກຈາກດອກຜັກກາດ, ດອກໄມ້ຊະນິດຕ່າງໆ ຄື: ດອກຕາເວັນປ່າ, ດອກ ຄຣິສມາດ, ດອກໝາກຄາຍ, ດອກກ້ວຍໄມ້...ໄດ້ເຮັດໃຫ້ເຂດ ພູພຽງ ມົກເຈົາ ມີຄວາມສວຍສົດງົດງາມເໝືອນ ດັ່ງໃນຝັນ.



“ເມືອງຈະສືບຕໍ່ມີການກໍ່ສ້າງ ແລະ ພັດທະນາບັນດາຜະລິດ ຕະພັນ ທ່ອງທ່ຽວ ຕິດພັນກັບບັນດາຜະລິດຕະພັນກະສິກຳທີ່ເປັນຫຼັກ ແຫຼ່ງ ຄື: ຕົວແບບປູກຜັກ, ປູກໝາກໄມ້ຄຸນນະພາບສູງ; ຕົວແບບປູກ ດອກຜັກ ກາດ; ບໍລິການເກັບໝາກໄມ້; ບໍລິການທ່ອງທ່ຽວກະສິກຳ...”.
“ທ່່ານ ຟ້າມດຶກຈິງ, ປະທານຄະນະກຳມະການ ປະຊາຊົນເມືອງ ມົກເຈົາ -ຕາມໜັງສືພິມ ເຊີນລາ”


ປະຕິບັດ: ສະໂມສອນຖ່າຍພາບວິນາທີຄຳ​ (ຂ່າວພາບຫວຽດນາມ)

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top