• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເຄື່ອງໝາຍ ຫວຽດ

ມົກອານ-ເລີ່ມຕົ້ນທຸລະກິດຈາກສະບູໜຶ່ງກ້ອນ

ເລີ່ມຕົ້ນທຸລະກິດ ຈາກການຜະລິດສະບູ handmade ພຽງ 1 ກ້ອນ, ໃຊ້ເວລາ 3 ປີ ວາງຂາຍ ຢູ່ຕາມທ້ອງຕະຫຼາດ, ປັດຈຸບັນ Cococherry ມົກອານ ໄດ້ກາຍເປັນເຄື່ອງໝາຍ ການຄ້າ ເຄື່ອງສຳອາງທຳມະຊາດ ດ້ວຍຜະລິດຕະພັນ ຫຼາຍຊະນິດທີ່ປອດໄພ ໃຫ້ແກ່ ແມ່ມານ ແລະ ເດັກນ້ອຍ ອີກດ້ວຍ. 
ການເລີ່ມຕົ້ນເຮັດທຸລະກິດ ຂອງ ຜູ້ສ້າງຕັ້ງເຄື່ອງໝາຍການຄ້າ Cococherry ມົກອານ ອາດຈະສ້າງກຳລັງໃຈໃຫ້ແກ່ໄວໜຸ່ມ ຫຼາຍຄົນ ຜູ້ທີ່ ກ້າຄິດກ້າທຳ, ກ້າແຍກຕົວ ອອກຈາກເຂດ ສະຫງົບປອດໄພ, ສ້າງເສັ້ນທາງເດີນ ໂດຍສະເພາະເປັນ ຂອງ ຕົນເອງ ແລະ ດຳລົງຊີວິດແບບອິດສະຫຼະ.  ນາງ ຫງວຽນເຈິ່ນທູຈ່າ, ຜູ້ກໍ່ຕັ້ງ Cococherry ມົກອານ ຮຽນຈົບ ມະຫາວິທະຍາໄລ ການຢາ ຮ່າໂນ້ຍ ແລະ ເຮັດວຽກ ຢູ່ ບໍລິສັດ ຜະລິດ ຢາແຫ່ງໜຶ່ງຂອງຕ່າງປະເທດ ດ້ວຍເງິນ ເດືອນສູງ, ເປັນຄວາມມຸ້ງຫວັງ ຂອງຫຼາຍໆ ຄົນ.

ໃນເວລາທີ່ເຮັດວຽກຢູ່ບໍລິສັດ, ເຖິງວ່າ ໄດ້ຮັບຄວາມກົດດັນ ຈາກການເຮັດວຽກ, ແຕ່ນາງ ທູຈ່າ ຍັງໄດ້ຊອກຮູ້ກ່ຽວກັບ ຜະລິດຕະພັນເຄື່ອງສຳອາງ ທີ່ຜະລິດຈາກແຫຼ່ງວັດຖຸດິບ ທີ່ມີຈາກ ທຳມະຊາດ, ນີ້ແມ່ນຄວາມມັກຂອງນາງ ທີ່ມີຕັ້ງແຕ່ ຕອນຍັງຮຽນຢູ່ມະຫາວິທະຍາໄລ. 

ໂດຍບັງເອີນ, ນາງ ທູຈ່າ ສັ່ງຊື້ສະບູຈຳນວນໜຶ່ງ ທີ່ໄດ້ຜະລິດດ້ວຍແຫຼ່ງວັດຖຸດິບທີ່ມີຈາກທຳມະຊາດ ຈາກບໍລິສັດແຫ່ງໜຶ່ງຂອງຕ່າງປະເທດ ແລະ ຮູ້ສຶກຖືກໃຈ ຍ້ອນຄຸນນະພາບຂອງຜະລິດຕະພັນ. ຕັ້ງແຕ່ນັ້ນໄປ, ນາງ ທູຈ່າ ມີຄວາມສົນໃຈເປັນພິເສດຕໍ່ຜະລິດຕະພັນເຄື່ອງສຳອາງທີ່ໄດ້ຜະລິດດ້ວຍແຫຼ່ງວັດຖຸດິບ ທີ່ມີຈາກທຳມະຊາດ.

ພາຍຫຼັງເຮັດວຽກຢູ່ບໍລິສັດ ເປັນເວລາ 6 ປີ, ນາງ ທູຈ່າຕັດສິນໃຈ ຂໍເຊົາເຮັດວຽກຢູ່ບໍລິສັດ, ນາງ ທູຈ່າ ໄດ້ໄຂຄວາມໃນໃຈ ອອກມາວ່າ  ຕ້ອງການ “ຢາກໃຊ້ຊີວິດ ຕາມໃຈມັກຂອງຕົນ”.


ນາງ ຫງວຽນເຈິ່ນທູຈ່າ, ຜູ້ສ້າງຕັ້ງ Cococherry ມົກອານ. 


ບັນດານັກຊ່ຽວຊານກ່ຽວກັບການຢາຂອງ Cococherry ມົກອານ ທີ່ໂຮງງານຜະລິດຂອງບໍລິສັດ.


ສະບູ handmade ຕ້ອງໃຊ້ເວລາເຖິງ 8-9 ເດືອນຈຶ່ງອອກມາ ຂາຍ ເພື່ອຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມປອດໄພ.


ເມື່ອລູກຄ້າມາຊື້ສະບູ ຢູ່ຮ້ານວາງສະແດງ ຜະລິດຕະພັນຂອງບໍລິສັດ ຈະໄດ້ຮັບການແນະນຳຢ່າງສຸດໃຈ
ຂອງພະນັກງານຂາຍເຄື່ອງ.


ເມື່ອລູກຄ້າທົດລອງ ໃຊ້ສະບູ ຢູ່ຮ້ານວາງສະແດງ ຜະລິດຕະ ພັນຂອງບໍລິສັດ ຈະຮັບຮູ້ໄດ້ຄວາມແຕກຕ່າງ ລະຫວ່າງເຄື່ອງ ສຳອາງ ຜະລິດດ້ວຍວັດຖຸດິບທີ່ມີຈາກ ທຳມະຊາດ ກັບເຄື່ອງ ສຳອາງທີ່ຜະລິດແບບ ອຸດສາຫະກຳ. 


ເມື່ອລູກຄ້າມາຊື້ສະບູ ຢູ່ຮ້ານວາງສະແດງ ຜະລິດຕະ ພັນຂອງບໍລິສັດ ຈະໄດ້ຮັບການແນະນຳ ຊ່ວຍເຫຼືອຈາກນາງ ຫງວຽນເຈິ່ນທູຈ່າ.


ໃນເບື້ອງຕົ້ນ, ນາງ ທູຈ່າ ຮຽນວິທີການປຸງແຕ່ງເຄື່ອງສຳອາງ ທຸກຊະນິດທີ່ເຮັດຈາກແຫຼ່ງວັດຖຸດິບ ທີ່ມີຈາກທຳມະຊາດ, ເບື້ອງຕົ້ນແມ່ນໃຫ້ຄອບຄົວນຳໃຊ້ ແລະ ມອບໃຫ້ໝູ່ເພື່ອນ, ພີ່ນ້ອງ. 

ຫຼັງຈາກນຳໃຊ້ເຄື່ອງສຳອາງ ທີ່ນາງເອົາໃຫ້ແລ້ວ, ໝູ່ເພື່ອນ ແລະ ພີ່ນ້ອງຂອງນາງ ຜູ້ໃດກໍ່ໃຫ້ຄຳໃນທາງບວກ. ນາງ ທູຈ່າ ໃຫ້ຮູ້ວ່າ: “ເຂົາເຈົ້າຍັງສັ່ງຊື້ເພື່ອເອົາໄປເປັນ ຂອງຕ້ອນໃຫ້ ພີ່ນ້ອງ ແລະ ໝູ່ເພື່ອນ. ນັ້ນແມ່ນໃບສັ່ງຊື້ສິນຄ້າ ສະບັບທຳອິດ ແຕ່ສຸດທີ່ລໍ້າຄ່າ ສຳລັບຂ້າພະເຈົ້າ”. 

ເປັນເວລາເກືອບໜຶ່ງປີ ທີ່ລາພັກຢູ່ເຮືອນ ແລະ ມີເວລາຊອກຮູ້ ກ່ຽວກັບເຄື່ອງສຳອາງ ທີ່ຜະລິດ ຈາກທຳມະຊາດ, ເຮັດໃຫ້ນາງ ທູຈ່າ ມີຄວາມຄິດ ໃໝ່ ໃນການຜະລິດເຄື່ອງສຳອາງຈາກ ທຳມະຊາດ. 

ນາງ ທູຈ່າ ຮູ້ວ່າ ຢູ່ ຫວຽດນາມ ມີແຫຼ່ງວັດຖຸດິບ ຈາກທຳມະຊາດ ທີ່ອຸດົມສົມບູນ ແລະ ລາຄາກໍ່ບໍ່ແພງ, ເພາະສະນັ້ນ ອາດສາມາດ ຜະລິດອອກໄດ້ເຄື່ອງສຳອາງຫຼາຍຊະນິດທີ່ມີຄຸນນະພາບດີ ແລະ ລາຄາຖືກກວ່າ ເມື່ອທຽບກັບເຄື່ອງສຳອາງທີ່ ນຳເຂົ້າມາຈາກ ຕ່າງປະເທດ. 

ຈາກການຮຽນຂະແໜງການໂດຍສະເພາະ, ນາງ ທູຈ່າ ເລີ່ມ ມີຍຸດທະສາດ ກ່ຽວກັບການຜະລິດ ເຄື່ອງສຳອາງທີ່ສະອາດ ແລະ ປອດໄພ. ນາງ ທູຈ່າ ຢັ້ງຢືນ: “ໃນເວລານັ້ນ, ຂ້າພະເຈົ້າ ກຳນົດຢ່າງແນ່ວແນ່ວ່າ ນີ້ຈະແມ່ນທິດທາງ ເຄື່ອນໄຫວ ເຮັດ ທຸລະກິດ ຢ່າງຍາວນານ, ສ້າງຄວາມງາມແບບໝັ້ນຄົງ, ເປັນ ທິດທະດີ ທີ່ຂ້າພະເຈົ້າມຸ່ງໝັ້ນປະຕິບັດ ແລະ ຢາກແບ່ງປັນກັບ ລູກຄ້າ”.  

ຜະລິດຕະພັນຈຳນວນໜຶ່ງຂອງ Cococherry ມົກອານ ທີ່ໄດ້ຮັບຄວາມນິຍົມຊົມຊື້ຢ່າງຫຼວງຫຼາຍຈາກລູກຄ້າ:





















ປີ 2015, Cococherry ມົກອານ ໄດ້ຈຳໜ່າຍຜະລິດຕະພັນ ອອກສູ່ຕະຫຼາດຢ່າງເປັນທາງການ ໃສ່ຊື່ວ່າ ມົກອານ. 

ຜະລິດຕະພັນຂອງ Cococherry ມົກອານ ແມ່ນ ຜະລິດຕະພັນ ທີ່ສະອາດ, ປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ. ບໍ່ພຽງແຕ່ ສະໜອງຜະລິດຕະພັນເທົ່ານັ້ນ, ນາງ ທູຈ່າ ພ້ອມກັບຖັນແຖວ ພະນັກງານຄຸ້ມຄອງການຕະຫຼາດຂອງບໍລິສັດຍັງເປັນ ເພື່ອນຮ່ວມທາງກັບຄວາມເປັນຫວ່ງ, ຄຳເຫັນຂອງ ລູກຄ້າ ຜ່ານການແບ່ງປັນບັນດາວິທີແກ້ໄຂ ທີ່ໃຫ້ມີຄວາມງາມແບບ ໝັ້ນຄົງ, ຍົກສູງຄວາມຮັບຮູ້ຂອງລູກຄ້າ ຈາກການສະໜອງ ວິທີແກ້ໄຂ ເຮັດງາມແບບທຳມະຊາດ.

ກ່ອນຈະຈຳໜ່າຍອອກສູ່ຕະຫຼາດ, ບັນດາຜະລິດຕະພັນ ຂອງ ມົກອານ ຕ້ອງຜ່ານການກວດກາ ຢ່າງເຄັ່ງຄັດ ກ່ຽວກັບ ຄຸນນະພາບ. ຕາມນາງ ທູຈ່າ ແລ້ວ, ການຜະລິດແບບຫັດຖະກຳ ໃຊ້ເວລາ ບໍ່ເຖິງມື້, ແຕ່ຕ້ອງໃຊ້ເວລາເຖິງ 8-9 ເດືອນຈຶ່ງອອກມາ ຂາຍ ເພື່ອຮັບປະກັນທາງດ້ານຄຸນນະພາບ ແລະ ຄວາມປອດ ໄພຂອງສະບູ. 

ນາງ ທູຈ່າ ຍັງໃຫ້ຮູ້ອີກວ່າ ທາງບໍລິສັດ ກໍ່ມີວິທີສະເພາະ ເພື່ອ ຈຳໜ່າຍຜະລິດຕະພັນເຖິງມືຜູ້ບໍລິໂພກ. Cococherry ມົກອານ ທັງເປັນຜູ້ຜະລິດ, ທັງເປັນຜູ້ຈຳໜ່າຍຜະລິດ​ຕະພັນ ສະບູ ໂດຍກົງ ເພື່ອສ້າງຄວາມສຳພັນກັບລູກຄ້າແຕ່ລະຄົນ, ​ພິເສດ ແມ່ນ ແມ່ມານ. ຈາກນັ້ນ, ລູກຄ້າ ກໍ່ຈະມີຄວາມຮູ້ຄວາມເຂົ້າໃຈ ຢ່າງຄົບຖ້ວນ ກ່ຽວກັບ ຄຸນນະພາບເຄື່ອງສຳອາງສຳລັບແມ່ມານ ຂອງ ບໍລິສັດ.

ບັນດາຜະລິດຕະພັນເຄື່ອງສຳອາງຂອງ ມົກອານ ກຳລັງໄດ້ ຮັບຄວາມນິຍົມ ຢ່າງຫຼວງຫຼາຍຈາກລູກຄ້າ, ເປັນຕົ້ນ ແມ່ນແມ່ ມານ. ຂາຍດີກວ່າໝູ່ແມ່ນສະບູ, ດ້ວຍ 8 ຊະນິດ soap handmade ຮັບໃຊ້ໃຫ້ການອາບນໍ້າ ແລະ ລ້າງໜ້າ. ລາຍຮັບ ສະເພາະຈາກການຂາຍສະບູ ກວມ 25% ໃນຍອດລາຍຮັບ ຈາກຜະລິດຕະພັນ 15 ຊະນິດຂອງບໍລິສັດ. ປັດຈຸບັນ Cococherry ມົກອານ ເປັນໜຶ່ງໃນຈຳນວນເຄື່ອງໝາຍການຄ້າ ສະບູ handmade ທີ່ມີຫຼາຍຮູບແບບ ທີ່ສຸດຢູ່ທ້ອງຕະຫຼາດ ພາກເໜືອ ຫວຽດນາມ. 
 
ບົດ: ຖາວວີ - ພາບ: ກົງດາດ

FITO PHARMA ກ້າວສູ່ລະດັບສາກົນ

FITO PHARMA ກ້າວສູ່ລະດັບສາກົນ

ດ້ວຍ​ຄວາມຝັນອັນແຮງກ້າ ​ແລະ ວິ​ໄສ​ທັດ ​ທີ່​ຈະ​ກາຍ​ເປັນ​ຍີ່ຫໍ້ ​ຜະລິດ​ຕະພັນ​ສະໝຸນ​ໄພ​ຊັ້ນ​ນຳ​ ຂອງ​ ຫວຽດນາມ ​ແລະ ​ໃນ​ລະດັບ​ສາກົນ, ຈາກ​ວິ​ສາ​ຫະກິດ​ຄອບຄົວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເມື່ອ​ປີ 1999, ​ໂດຍ​ອີງ​ໃສ່​ພື້ນຖານ ​ແລະ ກຳລັງ​ແຮງ​ຂອງ ຫວຽດນາມ ​ໃນ​ຂົງ​ເຂດ​ຢາ​ພື້ນ​ເມືອງ, ພາຍຫຼັງ 2 ທົດ​ສະ​ວັດ​ແຫ່ງ​ການ​ພັດທະນາ, ບໍລິສັດ​ການຢາ FITO PHARMA ຈຳກັດ ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາ​ບໍລິສັດ ​ການຢາ​ທີ່​ມີ​ຊື່​ສຽງ​ຂອງ​ ຫວຽດນາມ, ມີບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​​ໂລກ.

Top