• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມຸ້ຍແນ້ - ບີງຖ້ວນຊຶ່ງແມ່ນຈຸດນັດພົບຂອງແຂກທ່ອງທ່ຽວລັດເຊຍ

      ມຸ້ຍແນ້ທີ່ຂຶ້ນກັບແຂວງບີງຖ້ວນ ໃນຫຼາຍປີທີ່ຜ່ານມາໄດ້ມີຊື່ສຽງເປັນສະຖານທີ່ດຶດງດູດແຂກທ່ອງທ່ຽວສາກົນມາຢ້ຽມຊົມ, ພັກຜ່ອນຢ່າງຫຼວງຫຼາຍ
ນີ້ແມ່ນຈຸດນັດພົບທີ່ໜ້າປະທັບໃຈ, ໃກ້ຊິດສະໜິດສະໜົມ ທັງມີຈຸດທີ່ເປັນເອກະລັກສະເພາະ ຊຶ່ງບໍ່ສາມາດຫາໄດ້ຢູ່ແຫ່ງອື່ນ. ແຕ່ລະປີ, ແຂກທ່ອງທ່ຽວລັດເຊຍເຄີຍເລືອກເອົາສະຖານທີ່ແຫ່ງນີ້ເພື່ອໃຫ້ຄອບຄົວ, ຫມູ່ເພື່ອນ, ຍາດຕິພີນ້ອງມາພັກຜ່ອນເປັນເວລາຫຼາຍວັນ. 

ຫາດຊາຍທະເລມຸ້ຍແນ້ທີ່ສວຍສົດງົດງາມ
      ມຸ້ຍແນ້ຫ່າງຈາກໃຈກາງນະຄອນຟານທຽດ 22 ກມ, ມຸ້ຍແນ້ແມ່ນຊື່ຂອງເຂດດິນເປັນແຫຼມມຸ່ງໄປສູ່ທະເລ. ດ້ວຍເງື່ອນໄຂດິນຟ້າອາກາດເອື້ອອຳນວຍຄວາມສະດວກນັ້ນ, ຢູ່ແຫ່ງນີ້ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທຳມະຊາດທີ່ລືຊື່ ແລະ ສວຍສົດງົດງາມດັ່ງໃນຝັນຂອງແຂວງບີງຖ້ວນ ແລະ ຂົງເຂດ. ມຸ້ຍແນ້ແມ່ນໜຶ່ງໃນບັນດາຫາດຊາຍທະເລທີ່ງົດງາມກ່ວາໝູ່ຢູ່ອາຊີຕາເວັນອອກສ່ຽງໃຕ້, ດ້ວຍນຳທະເລຂຽວ ແລະ ໃສເຢັນ, ຫາດຊາຍທະເລຂາວຍາວຢຽດຈົນສຸດສາຍຕາທີ່ເປັນໜ້າຈັບໃຈ. ລຽບຕາມຝັ່ງທະເລແມ່ນແຖວຕົ້ນໝາກພ້າວຂຽວງາມ. ດ້ວຍຈຸດພິເສດກ່ຽວກັບດິນຟ້າອາກາດ ແມ່ນນອນໃນເຂດຊົນຮ້ອນ, ບໍ່ຖືກຜົນສະທ້ອນຈາກລົມມໍລະສຸມທາງທິດຕາເວັນອອກສ່ຽງເໜືອ, ອາກາດຢູ່ນີ້ຮ້ອນ ແລະ ແຫ້ງ, ດັ່ງນັ້ນ ມຸ້ຍແນ້ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ນັບທັງ 4 ລະດູການໃນປີ, ພິເສດແມ່ນແຂກທ່ອງທ່ຽວທີ່ມາຈາກລັດເຊຍ.
    ກ່ອນນີ້ 22 ປີ, ນັບແຕ່ເຫດການສຸລິຍະຄາດທັງໝົດເມື່ອວັນທີ 24 ຕຸລາປີ 1995, ຄວາມງາມແບບຮົກເຮື້ອຂອງ ມຸ້ຍແນ້ ໄດ້ເລີ່ມຖືກຄົ້ນຫາ. ບັນດາເຂດທ່ອງທ່ຽວລະດັບສາກົນໄດ້ຮັບການກໍ່ສ້າງຢ່າງວ່ອງໄວ, ອັນໄດ້ດຶງດູດແຂກທ່ອງທ່ຽວສາກົນມາຢ້ຽມຢາມນັບມື້ນັບຫຼາຍຂຶ້ນ ແລະ ນັບຕັ້ງແຕ່ປີ 2006 ເປັນຕົ້ນມາ, ມຸ້ຍແນ້ ໄດ້ມີສາຍລົມໃໝ່ຕື່ມອີກຂະນະທີ່ແຂກທ່ອງທ່ຽວລັດເຊຍໄດ້ເລີ່ມພາກັນຫຼັ່ງໄຫຼເຂົ້າມາທ່ອງທ່ຽວຢູ່ແຫ່ງນີ້. ມີບາງຄັ້ງບາງຄາວ, ມຸ້ຍແນ້ໄດ້ຮັບຖືວ່າ ແມ່ນຫມູ່ບ້ານຊາວລັດເຊຍຂອງແຂວງບີງຖ້ວນ. ສຳລັບບັນດາວັນບຸນໃຫຍ່ຂອງຊາວລັດເຊຍ, ນັບທັງການເຄື່ອນໄຫວດ້ານການເມືອງເຊັ່ນ ການເລືອກຕັ້ງປະທານາທິບໍດີ ກໍໄດ້ຖືກທ້ອງຖິ່ນສົມທົບກັບສະຖານທູດລັດເຊຍຈັດຂຶ້ນຢ່າງຟົດຟື້ນ. ອາລົມຈິດ ຄວາມຮັກແພງລະຫວ່າງຫວຽດນາມ-ລັດເຊຍ ແມ່ນໃກ້ຊິດຕິດແທດໃນຄວາມຊົງຈຳຂອງແຂກທ່ອງທ່ຽວ. ທ່ານ ເຈີນແອງທີ, ຜູ້ອຳນວຍການບໍລິຫານ ເຂດຕາກອາກາດ SeaHorse, ຜູ້ມີປະສົບການໃນຂົງເຂດການທ່ອງທ່ຽວຢູ່ ມຸ້ຍແນ້ໃຫ້ຮູ້ວ່າ : 
    “ ນອກຈາກຈຸດປະສົງມາພັກຜອ່ນເພື່ອຫຼີກລ້ຽງອາກາດໜາວ, ມາພັກຜອ່ນເພື່ອບຳລຸງສຸຂະພາບ…ຂ້າພະເຈົ້າຍັງຮູ້ສຶກວ່າ ໃນຄວາມຊົງຈຳຂອງແຂກທ່ອງທ່ຽວລັດເຊຍນັ້ນ, ເຂົາເຈົ້າຖືຊາວຫວຽດນາມຄືຄົນໃນຄອບຄົວດຽວ. ດັ່ງນັ້ນ ໃນບໍ່ວ່າຈຸດເວລາໃດ ທີ່ເຂົາເຈົ້າຕ້ອງການໄປພັກຜ່ອນນັ້ນ, ມຸ້ຍແນ້ ແມ່ນສະຖານທີ່ຊຶ່ງເຂົາເຈົ້າມັກເລືອກເຟັ້ນ  ”
     ຕາມພະແນກວັດທະນະທຳ-ກິລາ ແລະ ທ່ອງທ່ຽວແຂວງບີງຖ້ວນ, ໄລຍະ 2006-2016, ຈຳນວນແຂກທ່ອງທ່ຽວລັດເຊຍໄດ້ກວມເກືອບ 35%ໃນຍອດຈຳນວນແຂກທ່ອງທ່ຽວສາກົນເຂົ້າມາທ່ອງທ່ຽວຢູ່ ມຸ້ຍແນ້. ນັບແຕ່ປີ 2014 ຫາເດືອນ ຕຸລາປີ 2016, ເສດຖະກິດລັດເຊຍຖືກຕົກຢູ່ໃນສະພາບວິກິດການ, ສະກຸນເງິນຣຸບຖືກອ່ອນຕົວລົງ, ຊາວລັດເຊຍຕ້ອງຫຼຸດຜ່ອນການໃຊ້ຈາຍແກ່ການທ່ອງທ່ຽວ, ດັ່ງນັ້ນ ຈຳນວນແຂກທ່ອງທ່ຽວຊາວລັດເຊຍກໍຖືກຫຼຸດລົງເຊັ່ນດຽວກັນ. ແຕ່ມີສັນຍານທີ່ເປັນໜ້າຊື່ນຊົມ ນັ້ນແມ່ນນັບແຕ່ຕົ້ນປີມານີ້, ເສດຖະກິດລັດເຊຍພວມຟື້ນຄົວຄືນ, ພ້ອມກັບການຮ່ວມມືກັບບັນດາບໍລິສັດທ່ອງທ່ຽວສາກົນເປັນຢ່າງດີນັ້ນ, ຈຳນວນແຂກທ່ອງທ່ຽວຊາວລັດເຊຍກໍພວມເພີ່ມຂຶ້ນຄືເກົ່າ, ກວມເອົາ 22% ໃນຍອດຈຳນວນແຂກທ່ອງທ່ຽວສາກົນ 484.000 ຄົນເຂົ້າມາທ່ອງທ່ຽວຢູ່ບີງຖ້ວນໃນ 10 ເດືອນທີ່ຜ່ານມາ. ທ່ານນາງ ຫງວຽນລານຫງອກ ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງບີງຖ້ວນໃຫ້ຮູ້ວ່າ : 
     “ ເພື່ອຮັກສາຕະຫຼາດແຂກທ່ອງທ່ຽວລັດເຊຍນັ້ນ, ພວກຂ້າພະເຈົ້າໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວງານຕະຫຼາດນັດທັງຢູ່ພາຍໃນ ແລະ ຕ່າງປະເທດທີ່ກ່ຽວຂ້ອງເຖິງຕະຫຼາດແຂກທ່ອງທ່ຽວລັດເຊຍໂດຍກົງ. ທີ 2 ແມ່ນຈັດຕັ້ງບັນດາການເຄື່ອນໄຫວທີ່ມີຈຸດວັດທະນະທຳລັດເຊຍໂດຍບັນດາວິສາຫະກິດທ່ອງທ່ຽວເປັນເຈົ້າການປະຕິບັດ. ທີ 3 ແມ່ນຈະຍູ້ແຮງການເຄື່ອນໄຫວໂຄສະນາໂດຍຜ່ານກອງປະຊຸມທ່ອງທ່ຽວສາກົນຫວຽດນາມ-ລັດເຊຍໃນມໍ່ນີ້,ສືບຕໍ່ດຶງດູດແຂກທ່ອງທ່ຽວລັດເຊຍ ”  
     ບີງຖ້ວນໄດ້ຕີລາຄາວ່າ ຕະຫຼາດແຂກທ່ອງທ່ຽວລັດເຊຍຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ດັ່ງນັ້ນ, ພ້ອມກັບການຍູ້ແຮງໂຄສະນາພາບພົດທີ່ເປັນເອກະລັກຂອງມຸ້ຍແນ້ນັ້ນ, ຂະແໜງການທ່ອງທ່ຽວທ້ອງຖິ່ນຄວນສຸມໃສ່ຍົກສູງຄຸນນະພາບການບໍລິການ, ສ້າງຜະລິດຕະພັນເປັນຫຼາຍຮູບຫຼາຍແບບ, ສະພາບແວດລ້ອມທີ່ປອດໄພ ແລະ ສະໜິດສະໜົມເພື່ອໃຫ້ແຂກທ່ອງທ່ຽວລັດເຊຍກໍຄືປະເທດອື່ນໆສືບຕໍ່ເລືອກເອົາມຸ້ຍແນ້ເປັນສະຖານທີ່ທ່ອງທ່ຽວໃນຊຸມປີຕໍ່ໆໄປ.
 (ແຫຼ່ງຄັດຈາກ VOV)
 

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top