• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມຸ່ງໄປສູ່ພື້ນຖານສື່ມວນຊົນທີ່ເຕັມໄປດ້ວຍລັກສະນະຕໍ່ສູ້, ປັບຕົວໃຫ້ແທດເໝາະກັບຍຸກສະໄໝ

      ຕ້ອງປ່ຽນແປງໃໝ່, ຕ້ອງປະດິດຄິດສ້າງ ແລະ ຕ້ອງນໍາໃຊ້ພື້ນຖານເຕັກໂນໂລຢີໃໝ່ ຈຶ່ງສາມາດສື່ຂ່າວໄດ້ຢ່າງຊັດເຈນ, ມີຄວາມໄວ້ວາງໃຈ ແລະ ມີລັກສະນະກໍານົດທິດສູງ
            ດ້ວຍຫົວຂໍ້ວ່າ ສື່ມວນຊົນ ຫວຽດນາມ ປ່ຽນແປງໃໝ່, ປະດິດຄິດສ້າງ, ມີຄວາມຮັບຜິດຊອບ ເພື່ອຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ”, ງານບຸນໜັງສືພິມທົ່ວປະເທດປີ 2019 ໄດ້ອັດລົງໃນວັນທີ 17 ມີນາ, ຢູ່ຮ່າໂນ້ຍ ພາຍຫຼັງດໍາເນີນໄປຢ່າງຟົດຟື້ນເປັນເວລາ 3 ວັນ. ງານບຸນໜັງສືພິມໄດ້ສະແດງໃຫ້ເຫັນວ່າ ບັນດາຄວາມມານະພະຍາຍາມໃກ້ຊິດຕິດແທດກັບຂໍ້ມູນຂ່າວສານ, ກໍານົດທິດຫາງສຽງສັງຄົມ, ໄດ້ມຸ່ງໄປສູ່ພື້ນຖານສື່ມວນຊົນທີ່ເຕັມໄປດ້ວຍລັກສະນະຕໍ່ສູ້, ປັບຕົວໃຫ້ແທດເໝາະກັບຍຸກສະໄໝ ແລະ ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ ແລະ ປະຊາຊົນ.
        ງານບຸນໜັງສືພິມທົ່ວປະເທດ 2019 ແມ່ນເຫດການວັດທະນະທໍາ-ສື່ມວນຊົນໃຫຍ່ທີ່ສຸດໃນວົງການສື່ມວນຊົນທົ່ວປະເທດທີ່ໄດ້ຈັດຂຶ້ນທຸກໆປີ. ນີ້ແມ່ນການເຕົ້າໂຮມຂອງວົງການວິຊາອາຊີບ, ວັດທະນະທໍາທາງດ້ານຈິດໃຈທີ່ເປັນເອກະລັກຂອງຜູ້ທີ່ປະກອບອາຊີບສື່ມວນຊົນໃນທົ່ວປະເທດ.
ມຸ່ງໄປສູ່ພື້ນຖານສື່ມວນຊົນທີ່ເຕັມໄປດ້ວຍລັກສະນະຕໍ່ສູ້

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວຄໍາເຫັນທີ່ງານບຸນ 
      ພື້ນຖານສື່ມວນຊົນທີ່ເຕັມໄປດ້ວຍລັກສະນະຕໍ່ສູ້ ຍາມໃດກໍແມ່ນຄວາມຮຽກຮ້ອງທີ່ຮີບຮ້ອນສໍາລັບສື່ມວນຊົນຫວຽດນາມ. ທີ່ພິທີໄຂງານບຸນໜັງສືພິມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຍາມໃດກໍຕີລາຄາສູງບົດບາດຂອງສື່ມວນຊົນ, ຖືສື່ມວນຊົນແມ່ນພາຫະນະສື່ສານຕົ້ນຕໍ, ແມ່ນກໍາລັງປະຈັນບານດ້ານແນວຄິດ, ວັດທະນະທໍາ ແລະ ແມ່ນເວທີປາໄສທີ່ກວ້າງໃຫຍ່ຂອງປະຊາຊົນ”. ດ້ວຍບົດບາດອັນໃຫຍ່ຫຼວງຂອງສື່ມວນຊົນ, ໃນສະພາບປະເທດຊາດນັບມື້ນັບເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກວ້າງຂວາງນີ້ ສື່ມວນຊົນໄດ້ສຸມໃສ່ໂຄສະນາເຜີຍແຜ່ບັນດາບັນຫາສະຖານະການການເມືອງ, ຮັບປະກັນໂຄສະນາເຜີຍແຜ່ຖືກຕ້ອງຕາມແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ແມ່ນຄວາມຮຽກຮ້ອງທີ່ສໍາຄັນ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຖືວ່າ:
        ສື່ມວນຊົນໄດ້ສຸມໃສ່ໂຄສະນາເຜີຍແຜ່ເຖິງປະຊາຊົນກ່ຽວກັບບັນດາບັນຫາສະຖານະການຂ່າວ, ຮັບປະກັນຖືກຕ້ອງຕາມແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍກົດໝາຍຂອງລັດ. ສື່ມວນຊົນເອົາໃຈໃສ່ເປັນພິເສດເຖິງການເຜີຍແຜ່ດ້ານດີ, ດ້ານຕັ້ງໜ້າ, ແບບຢ່າງວຽກດີຄົນເດັ່ນ, ທະວີຄູນບັນດາຂະບວນການແຂ່ງຂັນຮັກຊາດຕາມວົງກວ້າງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຄວາມປະເອີບໃຈໃນສັງຄົມ, ສ້າງກໍາລັງໜູນຊຸກຍູ້ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ”.
        ສື່ມວນຊົນຍຸກສະໄໝໃໝ່ ກໍນັບມື້ນັບຍົກສູງສະຕິຄວາມຮັບຜິດຊອບໃນພາລະກິດແຫ່ງການຕໍ່ສູ້ຕ້ານການຖົດຖອຍ, ໄພສໍ້ລາດບັງຫຼວງ, ການຟຸມເຟືອຍ, ປະກົດການຫຍໍ້ທໍ້, “ການຜັນແປດ້ວຍຕົນເອງ”, “ຜັນປ່ຽນດ້ວຍຕົນເອງ”. ມີໜັງສືພິມຫຼາຍສະບັບ ແລະ ມີຫຼາຍຂ່າວ, ບົດ ໄດ້ເປັນເຈົ້າການຕໍ່ສູ້ ແລະ ຄັດຄ້ານບັນດາທັດສະນະທີ່ຜິດພາດ, ເສກສັນປັ້ນແຕ່ງຂອງບັນດາກໍາລັງເປັນ ປໍລະປັກ, ປະຕິການ, ພາກສ່ວນທີ່ສວຍໃຊ້ໂອກາດ ແລະ ບໍ່ພໍໃຈກັບສະພາບການເມືອງ ທີ່ຫວັງມ້າງເພທໍາລາຍພັກ, ລັດ ແລະ ແບ່ງແຍກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດຢ່າງມີປະສິດທິຜົນ. ໝາກຜົນດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ນັກຂ່າວຫຼາຍຄົນໄດ້ສະແດງໃຫ້ເຫັນຄຸນທາດການເມືອງ, ລັກສະນະປະຕິວັດ, ເປັນມືອາຊີບ ແລະ ມີຈິດໃຈເຊື່ອມໂຍງເຂົ້າກັບສາກົນຢ່າງແຮງ. ເຖິງຢ່າງໃດກໍຕາມ ໃນກະແສຟອງອັນພົດຟື້ນຂອງສື່ມວນຊົນນັ້ນ ກໍຕ້ອງມີບັນດາມາດຖານໃນການຖະແຫຼງຂ່າວ, ໄຈ້ແຍກ, ວິຈານ ແລະ ກໍານົດທິດຫາງສຽງສັງຄົມຂອງຜູ້ປະກອບອາຊີບສື່ມວນຊົນ. ທ່ານ ຮອງສາດສະດາຈານ, ປະລິນຍາເອກ ຮ່າຮຸຍເຟື້ອງ ສັງກັດ ສະຖາບັນສື່ມວນຊົນ ແລະ ໂຄສະນາເຜີຍແຜ່, ຖືວ່າ:
        “ສະມາຄົມນັກຂ່າວຫວຽດນາມ ແລະ ບັນດາອົງການສື່ມວນຊົນ ລ້ວນແຕ່ສ້າງມາດຖານຕ່າງໆສໍາລັບນັກຂ່າວ. ນັກຂ່າວແຕ່່ລະຄົນຕ້ອງໄດ້ຮັບການປະກອບຄວາມຮູ້ພື້ນຖານ ເມື່ອໄປຂຽນຂ່າວ, ບົດ ຈຶ່ງກໍານົດທິດໃຫ້ຕົນເອງໄດ້. ຖ້າຫາກບໍ່ກໍານົດທິດໃຫ້ຕົນເອງໄດ້ ຈະບໍ່ສາມາດກໍານົດທິດຫາງສຽງສັງຄົມໄດ້”.
ປັບຕົວໃຫ້ແທດເໝາະກັບຍຸກສະໄໝໃໝ່
        ການປະຕິວັດອຸດສາຫະກໍາຄັ້ງທີ 4 ແລະ ການພັດທະນາກ່ຽວກັບເຕັກໂນໂລຢີ, ການສື່ສານ ໄດ້ສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງຊີວິດສັງຄົມທຸກດ້ານ. ແລະສື່ມວນຊົນກໍນອນໃນກະແສຟອງດັ່ງກ່າວ. ທີ່ງານບຸນໜັງສືພິມ, ຫົວຂໍ້ດັ່ງກ່າວໄດ້ດຶງດູດຄວາມສົນໃຈຈາກການນໍາບັນດາອົງການສື່ມວນຊົນ. ຕາມທ່ານ ຮອງສາດສະດາຈານ, ປະລິນຍາເອກ ຫງວຽນເທ໊ກີ໋ ຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມແລ້ວ, ຕ້ອງປ່ຽນແປງໃໝ່, ຕ້ອງປະດິດຄິດສ້າງ ແລະ ຕ້ອງນໍາໃຊ້ພື້ນຖານເຕັກໂນໂລຢີໃໝ່ ຈຶ່ງສາມາດສື່ຂ່າວໄດ້ຢ່າງຊັດເຈນ, ມີຄວາມໄວ້ວາງໃຈ ແລະ ມີລັກສະນະກໍານົດທິດສູງ. ນີ້ແມ່ນຄວາມຮຽກຮ້ອງທີ່ຮ້ອນເຮັ່ງທີ່ສຸດສໍາລັບບັນດາອົງການສື່ມວນຊົນ ແລະ ນັກຂ່າວແຕ່ລະຄົນໃນປັດຈຸບັນ ເພື່ອມຸ່ງໄປສູ່ມະຫາຊົນ:
        ທີ່ຈິງແລ້ວ, ມະຫາຊົນ ແມ່ນກວມເອົາກວ່າເຄິ່ງໜຶ່ງຂອງການເຄື່ອນໄຫວສື່ມວນຊົນ. ເພາະວ່າ ການເຄື່ອນໄຫວສື່ມວນຊົນ ລ້ວນແຕ່ມຸ່ງໄປສູ່ມະຫາຊົນ ແລະ ຖ້າຫາກບໍ່ມີມະຫາຊົນນັ້ນ ການເຄື່ອນໄຫວສື່ມວນຊົນກໍບໍ່ມີຄວາມໝາຍຫຍັງເລີຍ. ສະນັ້ນ ບັນດາຄວາມຮຽກຮ້ອງຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງມະຫາຊົນ ແມ່ນບັນດາອົງການສື່ມວນຊົນຕ້ອງສະໜອງໃຫ້ໄດ້”.
ໃນຄາວຍັງມີຊີວິດຢູ່ນັ້ນ, ປະທານ ໂຮ່ຈີມິນ ໄດ້ເຄີຍເວົ້າວ່າ: “ນັກຂ່າວ ແມ່ນນັກຮົບປະຕິວັດ. ປາຍປາກກາ ແລະ ເຈ້ຍ ແມ່ນອາວຸດທີ່ແຫຼມຄົມ”. ທີ່ງານບຸນໜັງສືພິມທົ່ວປະເທດປີ 2019, ມະຫາຊົນ ອາດຈະເຫັນໄດ້ສະພາບທີ່ມີຊີວິດຊີວາຂອງພື້ນຖານສື່ມວນຊົນທີ່ພວມຢູ່ໃນທ່າພັດທະນາ, ພື້ນຖານສື່ມວນຊົນທີ່ເຕັມໄປດ້ວຍລັກສະນະຕໍ່ສູ້, ປະກອບສ່ວນເຂົ້າໃນການຮັບໃຊ້ຜົນປະໂຫຍດຂອງປະເທດຊາດ ແລະປະຊາຊົນ./.
 (ແຫຼ່ງຄັດຈາກ VOV)

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top