• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີພົນລະເມືອງລາວ ເກືອບ 300 ຄົນພວມອາໄສຢູ່ແຂວງ ເຊີນລາ ຫວຽດນາມ ຈະໄດ້ຖືສັນຊາດ ຫວຽດນາມ

      ເລື່ອງ ພົນລະເມືອງ ລາວ 88 ຄົນທີ່ພວມດຳລົງຊີວິດຢູ່ 3 ຕາແສງຂຶ້ນກັບເມືອງ ມົກເຈົາ ແລະ ບັນດາພົນລະເມືອງຢູ່ບໍລິເວນຕ່າງໆໄດ້ຖືສັນຊາດ ຫວຽດນາມນັ້ນ, ຈະປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາເຂດຊາຍແດນ, ເຂດຫ່າງໄກສອກຫຼີກ.

ການນຳແຂວງມົກເຈົາມອບຂໍ້ຕົກລົງວ່າດ້ວຍການຖືສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວ 
(ພາບ: TTXVN)
      ວັນທີ 18 ກັນຍາ, ຢູ່ປ້ອນປ້ອງກັນຊາຍແດນ ດ່ານຊາຍແດນ ລ໊ອງເຊິບ, ເມືອງມົກເຈົາ, ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບແຂວງເຊີນລາ ໄດ້ສົມທົບກັບກະຊວງຍຸຕິທຳ ຫວຽດນາມ ຈັດຕັ້ງພິທີປະກາດ ແລະ ມອບຂໍ້ຕົກລົງຂອງປະທານປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມວ່າດ້ວຍການອະນຸຍາດໃຫ້ພົນລະເມືອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ 88 ຄົນ ທີ່ພວມອາໄສຢູ່ບໍລິເວນຂອງແຂວງຖືສັນຊາດ ຫວຽດນາມ.
            ເຖິງວ່າໃນເວລາຜ່ານມາ, ບັນດາພົນລະເມືອງລາວດຳລົງຊີວິດ, ທຳມາຫາກິນຢ່າງຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍ ຂອງ ຫວຽດນາມ, ປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ ຫວຽດນາມ ວາງອອກ ກໍ່ຕາມ, ແຕ່ຍ້ອນວ່າບໍ່ຖືສັນຊາດ ຫວຽດນາມ ສະນັ້ນເຂົາເຈົ້າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນວຽກງານຄຸ້ມຄອງຂອງອຳນາດການປົກຄອງທ້ອງຖິ່ນ. ເພາະສະນັ້ນ, ເລື່ອງ ພົນລະເມືອງ ລາວ 88 ຄົນທີ່ພວມດຳລົງຊີວິດຢູ່ 3 ຕາແສງຂຶ້ນກັບເມືອງ ມົກເຈົາ ແລະ ບັນດາພົນລະເມືອງຢູ່ບໍລິເວນຕ່າງໆໄດ້ຖືສັນຊາດ ຫວຽດນາມນັ້ນ, ຈະປະກອບສ່ວນຮັບປະກັນຄວາມໝັ້ນຄົງ, ການເມືອງ, ຄວາມເປັນລະບຽບຮຽບຮ້ອຍຢູ່ບັນດາເຂດຊາຍແດນ, ເຂດຫ່າງໄກສອກຫຼີກ.
 (ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top