• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019

      ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດມາ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.

ຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ  ເຂົ້າຮ່ວມການເຄື່ອນໄຫວປູກຕົ້ນໄປຢູ່ແຄມທະເລ (ພາບ:TTXVN)
      ຕາມແຫຼ່ງຂ່າວຈາກຄະນະກໍາມະການແຫ່ງລັດ ກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ສັງກັດກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: ມີຊາວໜຸ່ມ, ນັກສຶກສາຫວຽດນາມ ທີ່ອາໄສຢູ່ຕ່າງປະເທດ 150 ຄົນ ຈາກ 29 ປະເທດມາ ເຂົ້າຮ່ວມຄ້າຍພັກແລ້ງຫວຽດນາມ 2019 ໃນລະຫວ່າງວັນທີ 10 – 26 ກໍລະກົດ 2019.
        ຕາມນັ້ນແລ້ວ, ຄ້າຍພັກແລ້ງ 2019 ມີການເຄື່ອນໄຫວທີ່ອຸດົມສົມບູນຫຼາຍຢ່າງ ໄດ້ຈັດຂຶ້ນຢູ່ 10 ທ້ອງຖິ່ນຂອງທັງ 03 ພາກເໜືອ, ພາກກາງ, ພາກໃຕ້ ຂອງຫວຽດນາມ. ນອກຈາກນັ້ນ, ຊາວໜຸ່ມ, ນັກສຶກສາຫວຽດນາມ ອາໄສຢູ່ຕ່າງປະເທດ ຍັງໄດ້ໄປຢ້ຽມຊົມ ແລະ ຊອກຮູ້ກ່ຽວກັບປູຊະນີີຍະສະຖານປະຫວັດສາດ ແລະ ວັດທະນະທໍາແຫ່ງຕ່າງໆອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top