• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ມະຫາວິຫານ ເສີກ້ຽນ

ໂບດ ເສີກ້ຽນ (ຫຼື ແກ໋ເຊີ) ຢູ່ເທສະບານ ກ້ຽນເຄ, ເມືອງ ແທງ ລຽມ, ແຂວງ ຮ່ານາມ. ສະຖານ​ທ່ີນີ້ ເຄີຍເປັນໂບດໃຫຍ່ຂອງ​ ຊາວ ຄຣິສຕຽນ ນະຄອນ ຮ່າໂນ້ຍ ແລະ ເປັນໜຶ່ງໃນໂບດໃຫຍ່ 4 ແຫ່ງທ່ີຖືກຍົກລະດັບເປັນມະຫາ​ວິຫານ ຢູ່ ຫວຽດນາມ. 
ໂບດ ເສີກ້ຽນ ​ໄດ້ເລີ່ມການກໍ່ສ້າງເມື່ອປີ 1877 ແລະ ເປີດນຳ ໃຊ້ຢ່າງເປັນທາງການໃນປີ 1883 ພາຍໃຕ້ການນຳພາ ຂອງຄຸນພໍ່ Puginier Phuoc (1835-1892). ຍ້ອນ​ການກໍ່ສ້າງເທິງບຶງຂະໜາດໃຫຍ່, ສະນັ້ນ ພື້ນທັງ​ໝົດຂອງໂບດຖືກ​ລຽນ​ດ້ວຍ ໄມ້ເພື່ອ​ປ້ອງ​ກັນ​ການ​ຊຸດ​ຕົວ. ໂບດຫຼັງນີ້ ໄດ້ອອກແບບຕາມ ສະຖາປັດຕະຍະກຳ Gothic, ລວມມີ​ໂບດ​ຫຼັກ, ຫ້ອງຄຸນພໍ່ ແລະ ໂຮງຮຽນ ຄຣິສຕຽນ. ໂບດຍາວ 67,2 ແມັດ, ກວ້າງ 31,2 ແມັດ ແລະ ສູງ 23,2 ແມັດ, ທາງໃນມີເສົາ 4 ແຖວ, ໄດ້ ແບ່ງ ເປັນ 5 ຫ້ອງຕາມລວງຍາວ, ສາມາດຕ້ອນຮັບຊາວ ຄຣິສຕຽນ ໄດ້ເທື່ອລະ 4.000-5.000 ຄົນ. 

ໂບດຫຼັງນີ້ ໄດ້ຖືກກໍ່ສ້າງຕາມສະຖາປັດຕະຍະກຳຂອງ ຊາວຕາ ເວັນຕົກ, ນັບ​ແຕ່ເພດານຮອດປະຕູ. ຕາມຝາຜະໜັງມີບັນດາ ປະຕູແກ້ວ, ພາບ​ແຕ້ມພະ​ອໍລະຫັນ ແລະ ບັນດາເຫດການ ໃນ ຄຳພີ ຄຣິສຕຽນ. ບໍລິ​ເວນ​ວິຫານ ແລະ ຮ້ານບູຊາ ເຮັດດ້ວຍໄມ້, ຖືກແກະສະຫຼັກຢ່າງປານີດ, ທາສີແດງໂອບຄຳ ຕາມແບບ ມູນເຊື້ອຂອງ ຫວຽດນາມ. 


ໂບດ ເສີກ້ຽນ ມີເນື້ອທີ່ປະມານ 9 ເຮັກຕາ.


ດ້ານໜ້າຂອງໂບດ ໄດ້ອອກແບບຕາມສະຖາປັດຕະຍະກຳ Gothic.


ທາງຂ້າງຂອງໂບດ. 


ໜຶ່ງໃນບັນດາຈຸດເດັ່ນຂອງສະຖາປັດຕະຍະກຳ ຕາມ​ແບບ Gothic.


ຄວາມສະຫງ່າງາມ ດ້ານສະຖາປັດຕະຍະກຳ ຂອງ ໂບດ.


ທາງໃນໂບດ ເສີກ້ຽນ. 


ຮ້ານບູຊາ ໄດ້ປະດັບ​ຢ່າງ​ງົດ​ງາມ, ຍ້ອມ​ດ້ວຍ​ສີ​ທອງ. 


ພາບແກ້ວ ໄດ້ຖືກ​ຕົກ​ແຕ່ງ ​ໃສ່ 1 ໃນ 3 ປະຕູຫຼັກ ຢູ່ດ້ານໜ້າ ຂອງ ໂບດ. 


ເພດານ ທ່ີ​ເປັນ​ເອກະລັກ. 


ຝາກັ້ນ ລະຫວ່າງຂັ້ນໄດ ຂຶ້ນຫໍລະຄັງ ຖືກແກະສະຫຼັກດ້ວຍໄມ້ ຢ່າງປານີດ.


ໂບດ ເສີກ້ຽນ ເປັນ​ໂຄງການທີ່ໃຫຍ່ໂຕ ​ແລະ ສວຍ​ງາມ. 


ສາສະນິກະຊົນ ເຂດ ເສີກ້ຽນ ທຳພິທີພາຍໃນໂບດ.

ຫໍລະຄັງ ເປັນບ່ອນໄວ້ລະຄັງໃຫຍ່ 4 ໜ່ວຍ, ມີນໍ້າໜັກ 2461, 1281, 717 ແລະ 318 ກິໂລກຣາມ. ພິເສດ, ທີ່ນີ້ ຍັງຮັກສາເຄື່ອງດົນຕີ  pipe organ ຂະໜາດໃຫຍ່, ຫາຍາກ ແລະ ມີ ໂຄງປະກອບພິເສດ.  

ດ້ວຍສະຖາປັດຕະຍະກຳບູຮານທ່ີ​ໃຫ່ຍ​ໂຕ​,  ມີຄວາມ ສໍາຄັນ ທາງປະຫວັດສາດ ແລະ ຈິດ​ວິນ​ຍານ ທ່ີ​ສໍາຄັນ, ໂບດ ເສີກ້ຽນ ໄດ້ຍົກລະດັບຂຶ້ນເປັນມະຫາ​ວິຫານ ເມື່ອປີ 2010, ພ້ອມ​ກັບ ນາມມະຍົດ ເຈົ້າແມ່ ໂວຍ໊ຽມ ງວຽນໂຕ້ຍ.

ໂບດ ເສີກ້ຽນ ບໍ່ພຽງແຕ່​ເປັນບ່ອນສັກກະລະບູຊາ ຂອງ ຊາວຄຣິສຕຽນ ເທົ່ານັ້ນ, ​ແຕ່ຍັງເປັນຈຸດໝາຍ​ປາຍທາງ ສຳລັບ ນັກ ທ່ອງທ່ຽວ ທ່ີ​ຕ້ອງການ​ຊົມ ຜົນງານດ້ານສະຖາປັດຕະຍະກຳ Gothic ງາມທີ່ສຸດ ຫວຽດນາມ ອີກດ້ວຍ. 
 
ບົດ ແລະ ພາບ: ຫວຽດເກື່ອງ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ໄປ ຮ່າຕຽນ ຢ້ຽມຢາມສຸສານ ມາກກື່ວ

ເຂດບູຮານສະຖານ ສຸສານ ເຈົ້າຄອງ ແຄວ້ນ ຮ່າຕຽນ ມາກກື່ວ-ຜູ້ມີຄຸນງາມຄວາມດີຢ່າງໃຫຍ່ຫຼວງ ໃນການບຸກເບີກ ແລະ ພັດທະນາ ເຂດດິນ ທາງທິດ ຕາເວັນຕົກສ່ຽງໃຕ້ ຂອງ ປະເທດຊາດ ເມື່ອ 3 ສະຕະວັດ ຜ່ານມາ ໄດ້ຮັບການ ສັກ ກາລະບູຊາ ຈາກຊາວ ຫວຽດນາມ ຮຸ່ນຫຼັງ ຕະຫຼອດປີ. 

Top