• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ຮ່ວມມືບຳລຸງສ້າງວິຊາຊີບມີຄຸນນະພາບສູງໃຫ້ແກ່ນັກສຶກສາລາວ

      ໃນຂອບເຂດການຮ່ວມມືບຳລຸງສ້າງລະຫວ່າງ 2 ປະເທດ ຫວຽດນາມ - ລາວ, ນັບແຕ່ປີ 2011, ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ໄດ້ເລີ່ມຮັບນັກສຶກສາລາວ ເຂົ້າຮຽນລະດັບປະລິຍາຕີ, ປະລິຍາໂທ ແລະ ປະລິຍາເອກ ຊຸດທຳອິດ.

ມະຫາວິທະຍາໄລ ອຸດສາຫະກຳ ຮ່າໂນ້ຍ 
      ການບຳລຸງສ້າງນີ້ໄດ້ປະກອບສ່ວນບໍ່ໜ້ອຍເຂົ້າໃນການກໍ່ສ້າງ, ພັດທະນາເສດຖະກິດ, ການທ່ອງທ່ຽວ ແລະ ພື້ນຖານອຸດສາຫະກຳໃຫ້ແກ່ປະເທດລາວ.
        ໃນຊຸມປີຜ່ານມາ, ນອກຈາກການບຳລຸງສ້າງໃຫ້ແກ່ບັນດານັກສຶກສາ ຫວຽດນາມ ແລ້ວ, ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ກໍ່ໄດ້ກຳນົດການບຳລຸງສ້າງໃຫ້ແກ່ນັກສຶກສາ ລາວ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນໃນພາລະກິດແຫ່ງການສຶກສາຂອງໂຮງຮຽນ. ນັບແຕ່ເດືອນ ກັນຍາ 2011 ມາຮອດປະຈຸບັນ, ໂຮງຮຽນ ໄດ້ບຳລຸງສ້າງນັກສຶກສາລາວເກືອບ 200 ຄົນ, ໃນນັ້ນ, ມີປະລິຍາໂທ 3 ຄົນເຊິ່ງໄດ້ຮຽນຈົບແລ້ວ ແລະ ຍັງມີນັກສຶກສາ, ນັກຄົ້ນຄ້ວາຂັ້ນປະລິຍາໂທ ຂອງລາວ 200 ກ່ວາຄົນທີ່ພວມຮ່ຳຮຽນຢູ່ທີ່ນີ້. ບັນດານັກສຶກສາລາວ ຮຽນຢູ່ໂຮງຮຽນແຫ່ງນີ້ໄດ້ເລືອກເຟັ້ນບັນດາຂະແໜງພວມພັດທະນາຢ່າງແຮງຄື: ເຄື່ອງກົນຈັກ, ໄຟຟ້າ - ເອເລັກໂຕນິກ, ບໍລິຫານທຸລະກິດ… ທ່ານ ຫງວຽນແທງຕູ່ງ, ຜູ້ອຳນວຍການສູນບຳລຸງສ້າງສາກົນ, ມະຫາວິທະຍາໄລອຸດສາຫະກຳຮ່າໂນ້ຍ, ໃຫ້ຮູ້ວ່າ:
        ໂຮງຮຽນໄດ້ບຳລຸງສ້າງຫຼາຍຂະແໜງ, ຫຼາຍອາຊີບ, ນັກສຶກສາລາວ ສ່ວນຫຼາຍຮຽນບັນດາຂະແໜງມີທ່າແຮງ ເຊິ່ງໄລຍະປະຈຸບັນ ພື້ນຖານເສດຖະກິດລາວ ມີຄວາມຕ້ອງການຄື: ເຕັກໂນໂລຊີຂໍ້ມູນຂ່າວສານ, ເອເລັກໂຕນິກ, ບັນຊີ, ກວດສອບບັນຊີ, ບໍລິຫານທຸລະກິດ, ບໍລິການທ່ອງທ່ຽວ. ນັກສຶກສາລາວ ມາຮ່ຳຮຽນຢູ່ໂຮງຮຽນ ກໍ່ຄືກັບບັນດາໂຮງຮຽນແຫ່ງອື່ນໆ. ໂຮງຮຽນຂອງພວກຂ້າພະເຈົ້າມີພາກສ່ວນໜຶ່ງ ສອນສະເພາະພາສາ ຫວຽດ ໃຫ້ແກ່ນັກສຶກສາລາວ ໃນເວລາ 1 ປີ. ຫຼັງຈາກນັ້ນ ໄດ້ສົ່ງພວກນ້ອງເຂົ້າຮຽນວິຊາຊີບ ແລະ ຮຽນພ້ອມກັບບັນດານັກສຶກສາ ຫວຽດນາມ. ໃນບັນດາຫ້ອງຮຽນນັ້ນ, ພວກຂ້າພະເຈົ້າກໍ່ເລືອກເອົາຄູອາຈານປະຈຳຫ້ອງແມ່ນຜູ້ມີຄວາມເຂົ້າໃຈກ່ຽວກັບປະເທດຊາດ ແລະ ປະຊາຊົນລາວ ແລະ ເລືອກເອົາບັນດານັກສຶກສາຮຽນເກັ່ງ, ມີຄວາມປາດຖະໜາຢາກໜູນຊ່ວຍນັກສຶກສາ ລາວ ເພື່ອແນໃສ່ຊ່ວຍໃຫ້ບັນດານັກສຶກສາລາວ ຮຽນຂະແໜງອາຊີບນັ້ນໃຫ້ດີກ່ວາ.

ທ້າວ ຄຳຜຸຍ ພິມວັນ, ນັກສຶກສາປີທີ 4, ພະແນກຖະແຫຼງຂ່າວສື່ສານ
      ນອກຈາກການສຶກສາແລ້ວ, ໂຮງຮຽນຍັງໄດ້ສ້າງເງື່ອນໄຂການກິນຢູ່, ສົ່ງເສີມສຸຂະພາບ ໃຫ້ບັນດານັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນນຳອີກ. ຖ້າທຽບໃສ່ກັບນັກສຶກສາ ຫວຽດນາມ ຢູ່ ຫໍພັກ, ຫ້ອງໜຶ່ງມີ 6 – 8 ຄົນນັ້ນ, ໂຮງຮຽນໄດ້ສ້າງເງື່ອນໄຂໃຫ້ນັກສຶກສາ ລາວ ຢູ່ຫ້ອງໜຶ່ງມີພຽງ 3 – 4 ຄົນເທົ່ານັ້ນ. ໃນຫ້ອງໜຶ່ງມີໝໍ້ນ້ຳຮ້ອນ, ມີ ອິນເຕີເນັດ… ນັບແຕ່ທ້າຍປີ 2017, ໂຮງຮຽນໄດ້ເລີ່ມລົງມືກໍ່ສ້າງຫໍພັກສຳລັບສະເພາະນັກສຶກສາລາວ ແລະ ຄາດວ່າ, ຈະໄດ້ນຳເຂົ້າໃຊ້ການໃນທ້າຍປີ 2018. 
      ປະຈຸບັນ, ມີນັກສຶກສາລາວ 200 ກ່ວາຄົນພວມຮຽນລະດັບປະລິຍາຕີ ແລະ 8 ຄົນພວມຮຽນຕໍ່ລະດັບປະລິຍາໂທ. ໃນນັ້ນ, ນັກສຶກສາລາວ ພວມຮຽນຕາມສັນຍາລັດຖະບານ 2 ປະເທດ ປະມານ 20 ຄົນ. ຄຽງຄູ່ກັນນັ້ນ, ໂຮງຮຽນ ຍັງສະໜອງທຶນການສຶກສາ 20 ທຶນເຊິ່ງເປົ້າໝາຍລວມມີ: ບໍ່ເສຍຄ່າຮຽນ, ຄ່າເຊົ່າຫໍພັກ, ຄ່າກິນ ດ້ວຍຍອດມູນຄ່າແຕ່ 137 – 140 ລ້ານດົ່ງ/ ຄົນ/ຊຸດຮຽນ (4 ປີ). ໄລຍະຈະມາເຖິງ, ໂຮງຮຽນກໍ່ພິຈາລະນາເລື່ອງເພີ່ມຈຳນວນທຶນການສຶກສາຂອງໂຮງຮຽນໃຫ້ນັກສຶກສາລາວ. ທ່ານນາງ ບຸ່ຍທິເງິນ, ຮອງອະທິການບໍດີ ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ, ໃຫ້ຮູ້ວ່າ:
ແຕ່ລະປີ, ມະຫາວິທະຍາໄລອຸດສາຫະກຳ ຮ່າໂນ້ຍ ໄດ້ມອບທຶນການສຶກສາໃຫ້ແກ່ນັກສຶກສາລາວ ພວມຮ່ຳຮຽນຢູ່ໂຮງຮຽນດ້ວຍຍອດຈຳນວນເງິນເກືອບ 1 ຕື້ດົ່ງ. ໂຮງຮຽນກໍ່ມີຄວາມເອກອ້າງທະນົງໃຈທີ່ໄດ້ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ ສປປ ລາວ. ພາຍຫຼັງຮຽນຈົບ, ນັກສຶກສາ 140 ກ່ວາຄົນໄດ້ກາຍເປັນບັນດາພະນັກງານດ້ານເສດຖະກິດ, ເຕັກນິກທີ່ເກັ່ງກ້າ, ປະກອບສ່ວນສ້າງສາປະເທດລາວວັດທະນາຖາວອນ. ບັນດານັກສຶກສານັກຄົ້ນຄ້ວາລາວ ຍາມໃດກໍ່ແມ່ນຂົວເຊື່ອມຕໍ່ເພື່ອຜູກຮັດນ້ຳໃຈມິດຕະພາບ, ເປັນລຸ້ນສືບທອດ ແລະ ເສີມສ້າງສາຍພົວພັນແບບພິເສດນີ້ໃຫ້ນັບມື້ນັບໄດ້ແໜ້ນແຟ້ນ, ໝັ້ນຄົງກ່ວາອີກ.
ໃນໄລຍະຈະມາເຖິງ, ຄາດວ່າ ໂຮງຮຽນ ໄດ້ເພີ່ມຈຳນວນທຶນການສຶກສາໃຫ້ແກ່ນັກສຶກສາລາວ. ພິເສດ, ໃນປີນີ້, ເປັນຄັ້ງທຳອິດ, ໂຮງຮຽນ ຈະຮັບສຳມະນາກອນຈຳນວນໜຶ່ງເພື່ອບຳລຸງສ້າງລະດັບປະລິຍາເອກໃນຂະແໜງປາຍແຫຼມ ແມ່ນເຄື່ອງກົນຈັກ ໃຫ້ແກ່ ສປປ ລາວ.
 (ແຫຼ່ງຄັດຈາກ VOV)

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ການ​ສົ່ງ​ອອກ​ສິນ​ຄ້າ​ຂອງ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ ອ​າ​ເມ​ລິ​ກາ ສືບ​ຕໍ່​ຟື້ນຕົວ​ຄືນ

ກວ່າເຄິ່ງໜຶ່ງມູນຄ່າການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ແມ່ນບັນດາຜະລິດຕະພັນເຕັກໂນໂລຢີສູງ (ເຄື່ອງໃຊ້ເອເລັກໂຕນິກ, ໂທລະສັບສະມາດຟົນ), ເຄື່ອງຕັດຫຍິບ ແລະ ເກີບ, ສ່ວນຍັງເຫຼືອແມ່ນບັນດາຜະລິດຕະພັນອື່ນ ຄືເຄື່ອງເຟີນີເຈີ ແລະ ຜະລິດຕະພັນກະເສດ.

Top