• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ມະນັດສະການມາຍັງບຸນວັດເຮືອງໃນຕົ້ນລະດູບານໃໝ່

ພໍຕົກມາຕົ້ນລະດູບານໃໝ່ຂອງແຕ່ລະປີ, ນັກທ່ອງທ່ຽວ ຢູ່ ພາຍໃນ ແລະ ຕ່າງປະເທດ ໄດ້ພາກັນໄປບຸນ ວັດ ເຮືອງ ຢູ່ ຕາແສງ ເຮືອງເຊີນ, ເມືອງ ໝີດຶກ, ຮ່າໂນ້ຍ. ນອກຈາກເປັນ ສະຖານທີ່ມີຄວາມໝາຍ ແຫ່ງຄວາມເຊື່ອຖືທາງໃຈເທົ່ານັ້ນ, ວັດ ເຮືອງ ກໍຍັງເປັນຈຸດທີ່ມາ ໜ້າດຶງດູດຈັບໃຈ ເນື່ອງຈາກມີ ທັດສະນີຍະພາບ ຂອງພູຜາປ່າໄມ້ ແລະ ແມ່ນຳ້ລຳເຊ ທີ່ໃຫຍ່ໂຕມະໂຫຖານ ແລະ ສວຍສົດງົດງາມ. 
ບຸນວັດ ເຮືອງ ເລີ່ມແຕ່ ຕົ້ນເດືອນຈຽງ ຈົນໝົດ ເດືອນສາມ ຕາມຈັນທະປະຕິທິນ. ໃນໂອກາດນີ້, ສາສະນິກະຊົນ ແລະ ນັກທ່ອງທ່ຽວຈາກທົ່ວທຸກສາລະທິດ ໄດ້ຟົດຟື້ນມ່ວນຊື່ນ ຫຼັ່ງໄຫຼກັນ ມະນັດສະການມາຍັງເຂດດິນຂອງ ພະພຸດທະເຈົ້ານີ້.

ຈາກທ່ານຳ້ ດູກ,  ບັນດາລຳເຮືອ ຈະພານັກທ່ອງທ່ຽວ ລ່ອງໄປຕາມກະແສຫ້ວຍ ອ໋ຽນ ເພື່ອໄປເຖິງວັດ ເຮືອງ. ການທີ່ໄດ້ນັ່ງ ຢູ່ເທິງເຮືອ ຊົມເບິ່ງທິວທັດ ທຳມະຊາດ ຢູ່ບ່ອນທີ່ຖືວ່າ ເປັນເຂດແຄ້ວນດິນແດນຂອງພະພຸດທະເຈົ້າ ກໍແມ່ນຈຸດເປັນເອກະລັກຂອງບຸນວັດ ເຮືອງ. ອອກຈາກເຮືອ, ນັກທ່ອງທ່ຽວເລີ່ມຕົ້ນເສັ້ນທາງໄຕ່ພູ ຄົ້ນພົບ ເຮືອງເຊີນ (ວັດເຮືອງ).


ເຮືອລຳຕ່າງໆພານັກທ່ອງທ່ຽວຊົມເບິ່ງຄວາມງາມ ຢູ່ຕາມ ສອງຝັ່ງຂອງຫ້ວຍອ໋ຽນ. ພາບ: ກົງດາດ


ຕ້ອງຂີ່ເຮືອຢູ່ເທິງຫ້ວຍ ອ໋ຽນ ໃນເວລາປະມານ ໜຶ່ງຊົ່ວໂມງ ເພື່ອມາກັບວັດ ເຮືອງ.
ນີ້ເປັນພຶດຕິກຳຕົວຈິງທີ່ໜ້າປະທັບໃຈ ສຳລັບນັກທ່ອງທ່ຽວ. ພາບ: ແທງຢາງ



ໃນໂອກາດ ບຸນວັດເຮືອງ, ບັນດາຕົ້ນ “ກ້າວ” (Bombacaceae) ແຂ່ງຂັນກັນເບັ່ງບານ ຊຶ່ງຊ່ວຍແຕ້ມແຕ່ງ
ເພີ່ມຄວາມງາມໃຫ້ແກ່ ທັດສະນີຍະພາບຢູ່ ເຮືອງເຊີນ. ພາບ: ກົງດາດ



ຕົ້ນ “ກ້າວ” ບານແດງເຮື່ອຢູ່ເທິງປະຕູໂຂງຂອງວັດ ທຽນຈູ່. ພາບ: ກົງດາດ


... ແລະ ວັດ ຢາຍອວານ. ພາບ: ເຕິດເຊີນ

ຈຸດເດັ່ນທີ່ເຂດຮ່ອງຮອຍວັດເຮືອງ ນັ້ນແມ່ນ ວັດທຽນຈູ່ ແລະ ຖຳ້ ເຮືອງຕິກ. ວັດ ທຽນຈູ່ ກວ້າງໃຫຍ່ ແລະ ເຂັ່ງຂຶມ, ໄດ້ຮັບການກໍ່ສ້າງ ແຕ່ສະໄໝ ອົງກະສັດ ເລແທ໋ງຕົງ (ປີ 1460 -1497). ສ່ວນ ຖ້ຳ ເຮືອງຕິກ ເປັນ ຖຳ້ຫີນທຳມະຊາດ, ເບິ່ງຄືວ່າປາກມັງກອນທີີ່ໃຫຍ່ໂຕ ແລະ ເຄີຍໄດ້ເຈົ້າ ຈິ້ງເຊີມ (ສະຕະວັດທີ XVII) ເອີ້ນວ່າ “ນາມທຽນເດ້ເຍິດດົ້ງ” (ຖ້ຳງາມທີສຸດຫວຽດນາມ).

ວັດ ທຽນຈູ່ ມີການພົວພັນຢ່າງໃກ້ຊິດ ກັບ ຖຳ້ ເຮືອງຕິກຄື: ທຽນຈູ່ ແມ່ນ ວັດນອກ, ເຮືອງຕິກແມ່ນວັດໃນ. ແຂກຄົນ ແຕ່ນອກເຂົ້າໃນ ຫຼື ກົງກັນຂ້າມ ຕ່າງກໍຕ້ອງຜ່ານ ທຽນຈູ່. ເມື່ອມາຍັງວັດ ເຮືອງຕິກ, ແຂກທາງໄກໄທຕ່າງເມືອງ ຈະປາສະຈາກບໍ່ໄດ້ ຄວາມປະທັບໃຈ ຕໍ່ພາບທຳມະຊາດ ກັບສ່ວນເພດານ ແລະ ຫຼັງຄາໂຄ້ງ ທີ່ໃຫຍ່ໂຕ ແລະ ເລິກເຂົ້າໃນເໝືອນບໍ່ມີບ່ອນສຸດ ກັບບັນຍາກາດທີ່ເຢັນດີ. ໃນຖ້ຳມີ ພະພຸດທະຮູບພະໂພທິສັດ ເຮັດດ້ວຍຫີນສີຟ້າ ກ້ອນດຽວ, ໄດ້ຄວັດແຕ່ສະໄໝ ໄຕເຊີນ (ປີ 1778 - 1802) ຊຶ່ງມີຄວາມສັກສິດລືຊື່. ນອດຈາກນັ້ນ, ຖ້ຳ ເຮືອງຕິກ ກໍຍັງມີບັນດາໂງ່ນນົມຜາຫີນໃຫຍ່ ໃນຮູບຊົງທີ່ຫຼາກຫຼາຍ ຊຶ່ງຕາມເລື່ອງລາວທີ່ເລົ່າຂານສືບທອດກັນມາວ່າ ເປັນ ສາງເຂົ້າ, ຄັງເງິນ, ຕົ້ນຄຳ, ຕົ້ນເງິນ, ຫົວທ້າວ, ຫົວນາງ...

ໃນໂອກາດນີ້, ແຂກຜູ້ມາທ່ຽວ ກໍມີໂອກາດ ໄດ້ຊົມເບິ່ງ ບັນດາຕົ້ນ “ກ້າວ” (Bombacaceae) ແຂ່ງຂັນກັນເບັ່ງບານ ເປັນດອກສີແດງເຮື່ອ ຢູ່ຕາມສ່ວນຫຼັງຄາວັດ ຫຼື ລຽບຕາມ ສອງຝັ່ງຫ້ວຍ ອ໋ຽນ ຊຶ່ງເຮັດໃຫ້ເພີ່ມຄວາມງາມ ທີ່ ສັກສິດ ແລະ ມະຫັດສະຈັນຂອງທັດສະນີຍະພາບຢູ່ ເຮືອງເຊີນ.

ເມື່ອມາຍັງເຮືອງເຊີນ, ນັດທ່ອງທ່ຽວ ດິງທິເວື້ອງ ທີ່ມາຈາກ ເມືອງ 4, ນະຄອນໂຮ່ຈີມິນ ໄດ້ໄຂຄວາມໃນໃຈອອກມາວ່າ: “ກວ່າ 50 ປີແລ້ວ ຂ້າພະເຈົ້າຈິຶ່ງໄດ້ ກັບຄືນມາທີ່ນີ້, ເຮືອງເຊີນ ເປັນພູມພາບທີ່ໜ້າຊົມຂອງຫວຽດນາມ. ນະທີ່ນີ້ ມີທິວທັດ ທີ່ສວຍງາມ ທັງເປັນສະຖານທີ່ ແຫ່ງຄວາມ ເຊື່ອຖືທາງໃຈ ເພື່ອໃຫ້ບັນດາສາສະນິກະຊົນ ແລະ ປະຊາຊົນມາ ຂໍຮ້ອງ ຄວາມຢູ່ເຢັນເປັນສຸກ ແລະ ຄວາມໂຊກດີໃຫ້ຕົນເອງ ແລະ ຄອບຄົວອີກດ້ວຍ”.


ມີລະບົບກະເຊົ້າລອຍຟ້າແຕ່ວັດທຽນຈູ່ ຜ່ານວັດຢາຍອວານ ເຖິງ ວັດ ເຮືອງຕິກ ໄດ້ຮັບການກໍ່ສ້າງ ເພື່ອສະດວກ
ໃນການເຄື່ອນຍ້າຍຂອງນັກທ່ອງທ່ຽວ.  ພາບ: ເຕິິດເຊີນ



ສະຖານທີ່ຮັບສົ່ງນັກທ່ອງທ່ຽວຂຶ້ນລົງກະເຊົ້າລອຍຟ້າຢູ່ວັດ ທຽນຈູ່. 


ຂັ້ນໄດພານັກທ່ອງທ່ຽວມາຄົ້ນພົບ ຖຳ້ ເຮືອງຕິກ ຊຶ່ງໄດ້ ຮັບຖືວ່າ ເປັນ ຖຳ້ສວຍງາມທີສຸດຫວຽດນາມ. ພາບ: ເຕິດເຊີນ


ສາສະນິກະຊົນທຳການບູຊານົບໄຫວ້ພະໂພທິສັດ ໃນຖ້ຳ ເຮືອງຕິກ ເພື່ອຂໍຮ້ອງຄວາມຜາສຸກ ແລະ ໂຊກດີໃນປີໃໝ່. ພາບ: ເຕິດເຊີນ


ນັກທ່ອງທ່ຽວຄົ້ນພົບຄວາມງາມຂອງຖ້ຳ ເຮືອງຕິກ. ພາບ: ແທງຢາງ


ຖຳ້ເຮືອງຕິກ ຍັງຂຶ້ນຊື່ລືສຽງ ກັບບັນດາໂງ່ນນົມຜາຫີນ ທີ່ໃຫຍ່ໂຕ ແລະ ສວຍງາມ. ພາບ: ແທງຢາງ

ນັກທ່ອງທ່ຽວຢ້ຽມຊົມວັດ ທຽນຈູ່ ກັບການສະຖານ ປັດຕະຍະກຳທີ່ເກົ່າແກ່ ຊຶ່ງໄດ້ກໍ່ສ້າງຢູ່ຕໍ່ໜ້າ ພູ ຫຼາວ
ແຕ່ສະໄໝເຈົ້າຊີວິດ ເລແທ໋ງຕົງ (ປີ 1460 -1497).  ພາບ: ແທງຢາງ

ມາຍັງວັດເຮືອງໃນໂອກາດຕົ້ນປີໃໝ່ ແມ່ນສະແດງອອກມາ ຈຸດຄວາມງາມທາງວັດທະນະທຳ ອັນເປັນມູນເຊື້ອຂອງຄົນ ຫວຽດນາມ. 
 
ບົດ: ກີ່ວນແອງ - ພາບ: ເຕິດເຊີນ-ແທງຢາງ-ກົງດາດ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top