• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບ​ລ​າງວັນ​ການ​ສອບ​ເສັງ​ຊອກ​ຮູ້ 90 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ

ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມ ໄດ້ຈັດພິທີມອບລາງວັນການສອບເສັງປາລະໄນ “ຊອກຮູ້ 90 ປີແຫ່ງປະຫວັດສາດອັນສະຫງ່າລາສີຂອງພັກກອມມູນິດຫວຽດນາມ” ຄັ້ງທີ 1 ໃຫ້ແກ່ບັນດາຜູ້ເຂົ້າຮ່ວມໄດ້ຮັບລາງວັນເຂດພາກເໜືອ.

(ພາບ: 
http://dangcongsan.vn)

ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານເລແມັງຮຸ່ງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງໃຫ້ຮູ້ວ່າ: ການສອບເສັງແມ່ນ 1 ໃນບັນດາການເຄື່ອນໄຫວອັນແທດຈິງ ມຸ່ງໄປສູ່ການສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (3/2/1930-3/2/2020) ເພື່ອແນໃສ່ຍົກສູງສະຕິຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນ.

   ພາຍຫຼັງ 6 ອາທິດ, ມີກ່ວາ 5 ແສນເທື່ອຄົນເຂົ້າຮ່ວມການສອບເສັງຢູ່ທັງໝົດ 63 ແຂວງນະຄອນໃນທົ່ວປະເທດ. ນັບລ້ານເທື່ອຄົນໄດ້ຊອກຮູ້ກ່ຽວກັບປະຫວັດສາດຂອງພັກກອມມູນິດຫວຽດນາມ. ທີ່ພິທີມອບລາງວັນ, ຄະນະຈັດຕັ້ງໄດ້ມອບ 6 ລາງວັນທີ 1, 12 ລາງວັນທີ 2, 18 ລາງວັນທີ 3, 30 ລາງວັນຊົມເຊີຍ. ປ້າຫງວຽນທູຍກຽວ ຢູ່ເງະອານ ໄດ້ຮັບລາງວັນທີ 1 ໃຫ້ຮູ້ວ່າ:

    ການສອບເສັງໄດ້ສະໜອງຄວາມຮູ້ພື້ນຖານທີ່ສຸດໃຫ້ແກ່ທຸກຄົນເພື່ອພ້ອມກັນຊອກຮູ້, ກຳໄດ້ວິວັດການສ້າງຕັ້ງ ແລະ ພັດທະນາຂອງພັກກອມມູນິດຫວຽດນາມ. ການສອບເສັງຖືກຜັນຂະຫຍາຍຢ່າງກວ້າງຂວາງ, ຂ້າພະເຈົ້າປາດຖະໜາວ່າ, ການສອບເສັງຈະນຳເອົາຄວາມຮູ້ມາໃຫ້ທຸກຄົນ, ບໍ່ພຽງແຕ່ສະມາຊິກພັກເທົ່ານັ້ນ, ຫາກຍັງນັບທັງປະຊາຊົນຫວຽດນາມ ທຸກຄົນ ຊື່ງແມ່ນຜູ້ທີ່ມີຄວາມເອກອ້າງທະນົງໃຈຍ້ອນມີການນຳພາຂອງພັກ, ເດີນຕາມ ແລະ ປະຕິບັດຕາມແນວທາງທີ່ພັກໄດ້ວາງອອກ.

(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top