• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບເຂົ້າສານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນລາວຢູ່ບ້ານຕ່າງໆ ຂອງ ແຂວງ ສາລະວັນ ແລະ ແຂວງ ເຊກອງ

ພັນໂທ ໂງນາມເກື່ອງ ຫົວຫນ້າກອງບັນຊາການທະຫານ ແຂວງ ເທື່ອທຽນເຫ້ວ ໄດ້ລະດົມກຳລັງໃຈ, ຢື້ຢາມຖາມຂ່າວ, ແບ່ງປັນຄວາມຫຍຸ້ງຍາກ ຊື່ງ ປະຊາຊົນລາວ ຢູ່ບ້ານຕ່າງໆຂອງ ສອງແຂວງ ດັ່ງກ່າວ.
ກອງບັນຊາການທະຫານແຂວງ ເທື່ອທຽນເຫ້ວ ມອບຂອງຂວັນຫນູນຊ່ວຍປະຊາຊົນລາວ ຢູ່ ສອງແຂວງ ສາລະວັນ ແລະ ເຊກອງ.  ພາບ:baochinhphu.vn

ວັນທີ 21 ມັງກອນ, ຢູ່ ດ່ານຊາຍແດນ ອາ ເດີດ, ເມືອງ ອາເລືອຍ, ກອງບັນຊາການທະຫານແຂວງ ເທື່ອທຽນເຫ້ວ ສົມທົບກັບບັນດາກົມກອງ ຈັດຕັ້ງການມອບເຂົ້າສານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ 240 ຄອບຄົວ ຢູ່ ບ້ານ ເຊຊາບ, ຕາແສງ ກາໂລ ເມືອງ ກາລືມ ແຂວງ ເຊກອງ ແລະ ບ້ານ ໂກຕາຍ ແຂວງ ສາລະວັນ ລວມມີ: ເຂົ້າສານ ເກືອບ 5 ໂຕນ, ປາແຫ້ງ, ນ້ຳປາ ແລະ ເຄື່ອງໃຊ້ທີ່ຈຳເປັນອື່ນໆອີກ.

ທີ່ພິທີ, ພັນໂທ ໂງນາມເກື່ອງ ຫົວຫນ້າກອງບັນຊາການທະຫານ ແຂວງ ເທື່ອທຽນເຫ້ວ ໄດ້ລະດົມກຳລັງໃຈ, ຢື້ຢາມຖາມຂ່າວ, ແບ່ງປັນຄວາມຫຍຸ້ງຍາກ ຊື່ງ ປະຊາຊົນລາວ ຢູ່ບ້ານຕ່າງໆຂອງ ສອງແຂວງ ດັ່ງກ່າວທີ່ຖືກຜົນສະທ້ອນຍ້ອນໄພທຳມະຊາດ ແລະ ໂລກລະບາດກໍ່ຂຶ້ນ. ນີ້ແມ່ນອາລົມຈິດຄວາມຮັກແພງຂອງພະນັກງານ, ນັກຮົບ ບັນດາກົມກອງໃນກອງບັນຊາການທະຫານແຂວງ ເທື່ອທຽນເຫ້ວ ສົ່ງເຖິງປະຊາຊົນບັນດາເຜົ່າລາວ ແລະ ປາດຖະຫນາຢາກໃຫ້ປະຊາຊົນປະເທດເພື່ອນບ້ານ ຜ່ານຜ່າຄວາມຫຍຸ້ງຍາກ, ກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ.

ຜູ້ຕາງຫນ້າອຳນາດການປົກຄອງ, ປະຊາຊົນລາວຢູ່ ສອງແຂວງດັ່ງກ່າວ ສະແດງຄວາມຂອບອົກຂອບໃຈ ກອງບັນຊາການທະຫານ ແຂວງ ເທື່ອທຽນເຫ້ວ ໄດ້ແບ່ງປັນຫນູນຊ່ວຍເຂົ້າສານ ແລະ ເຄື່ອງໃຊ້ທີ່ຈຳເປັນໃຫ້ແກ່ປະຊາຊົນໃນຂະນະປະສົບກັບຄວາມຫຍຸ້ງຍາກ ແລະ ປາດຖະຫນາວ່າ ໄລຍະຈະມາເຖິງ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຂອງກອງບັນຊາການທະຫານແຂວງເທື່ອທຽນເຫ້ວ ແລະ ບັນດາກົມກອງ, ທ້ອງຖິ່ນ ຂອງຫວຽດນາມ ຕື່ມອີກ.

(ແຫຼ່ງຄັດຈາກ VOV)

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ໂຄງການກະທຳຂອງລັດຖະບານຕ້ານການຂຸດຄົ້ນສິນໃນນ້ຳຢ່າງຜິດກົດໝາຍ

ມະຕິກໍ່ຮຽກຮ້ອງໜູນຊ່ວຍການຫັນອາຊີບຫາປາເປັນທັນສະໄໝ, ສ້າງເງື່ອນໄຂໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ, ຄຸ້ມຄອງອາຊີບການປະມົງ

Top