• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມອບລາງວັນບັນດາບົດເສັງຂຽນກ່ຽວກັບ 50 ປີແຫ່ງການພົວພັນ ຫວຽດນາມ - ກຳປູເຈຍ

      ວັນທີ 22 ມີນາ, ທີ່ນະຄອນຫລວງ ພະນົມເປັນ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດ ກຳປູເຈຍ ຈັດຕັ້ງພິທີມອບລາງວັນການເສັງຂຽນກ່ຽວກັບ 50 ປີແຫ່ງການພົວພັນ ຫວຽດນາມ  - ກຳປູເຈຍ.

ພິທີມອບລາງວັນບັນດາບົດເສັງຂຽນກ່ຽວກັບ 50 ປີແຫ່ງການພົວພັນ ຫວຽດນາມ - ກຳປູເຈຍ
      ນີ້ແມ່ນໝາກຜົນຂອງການຂົນຂວາຍປະພັນວັນນະຄະດີສິລະປະກ່ຽວກັບ “ນ້າໃຈສາມັກຄີຮ່ວມສຳພັນສູ້ຮົບ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ” ເຊິ່ງໄດ້ປຸກລະດົມແຕ່ປີ 2017 ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ແລະ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ.
        ເຂົ້າຮ່ວມພິທີມອບລາງວັນມີທ່ານພົນໂທ ຫງວຽນຈ້ອງເງ້ຍ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ຫົວໜ້າຄະນະຊີ້ນຳບັ້ນຂົນຂວາຍ. ສ່ວນຝ່າຍກຳປູເຈຍ ມີທ່ານຈົມພົນ Neang Phat ລັດຖະມົນຕີຮັບຜິດຊອບກະຊວງປ້ອງກັນປະເທດ ກຳປູເຈຍ, ຫົວໜ້າຄະນະຈັດຕັ້ງບັ້ນຂົນຂວາຍ.
        ກ່າວຄຳເຫັນທີ່ພິທີ, ທ່ານຈອມພົນ Neang Phat ຕີລາຄາສູງຄວາມໝາຍແທດຈິງຂອງບັ້ນຂົນຂວາຍປະພັນວັດທະນະທຳສິລະປະກ່ຽວກັບ “ນ້ຳໃຈສາມັກຄີຮ່ວມສຳພັນສູ້ຮົບ 3 ປະເທດ ຫວຽດນາມ - ລາວ - ກຳ ປູເຈຍ” ດ້ວຍການເຂົ້າຮ່ວມຂອງ 270 ຄົນສັງກັດບັນດາກົມກອງໃນກອງທັບລາດຊະວົງ ກຳປູເຈຍ.
        ທີ່ພິທີ, ທ່ານຈອມພົນ Neang Phat ແລະ  ທ່ານພົນໂທ ຫງວຽນຈ້ອງເງ້ຍ ໄດ້ມອບໃບຢັ້ງຢືນ ແລະ ໃບຍ້ອງຍໍໃຫ້ບັນດານັກປະພັນ ແລະ ກຸ່ມນັກປະພັນຂອງກອງທັບລາດຊະວົງ ກຳປູເຈຍ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top