• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ມວນຊົນໃນທົ່ວປະເທດຕີລາຄາສູງໝາກຜົນກອງປະຊຸມສູນກາງຄັ້ງທີ 6, ຄະນະບໍລິຫານງານສູນກາງພັກຊຸດທີ 12

      ກອງປະຊຸມຄັ້ງທີ 6, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ປຶກສາຫາລື ແລະ ຕັດສິນຫຼາຍບັນຫາສຳຄັນຫຼາຍຢ່າງ. 

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
      ເມື່ອຕິດຕາມການເຮັດວຽກຂອງກອງປະຊຸມມາເປັນເວລາ 7 ວັນ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມຄັ້ງນີ້ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ການກະທຳຂ້ຽວຂາດຂອງສູນກາງຕໍ່ບັນດາບັນຫາຈຸດສຸມຂອງລະບົບການເມືອງ. ທ່ານ ຫງວຽນວັນຮ່ວາ, ຢູ່ຕາແສງ ບ໋າຍໄຈ້, ນະຄອນ ຫ້າລອງ, ແຂວງ ກວາງນີງ, ຖືວ່າ:
        “ມະຕິຂອງກອງປະຊຸມຄັ້ງທີ 6 ນີ້, ສູນກາງໄດ້ປະຕິບັດຢ່າງມີລະບົບ ແລະ ຂ້ຽວຂາດ, ຊີ້ນຳຢ່າງຈະແຈ້ງ, ຕົວຢ່າງຄື: ກຳນົດຂັ້ນຮອງມີຈັກຄົນ. ນີ້ແມ່ນບັນດາສິ່ງຈຳເປັນ, ສ້າງຄວາມເຫັນດີເຫັນພ້ອມສູງໃນການນຳ. ສູນກາງສືບຕໍ່ຜັນຂະຫຍາຍຕາມຂັ້ນຕອນ ແຕ່ຕ້ອງຖື ປະຊາຊົນເປັນຜູ້ກວດກາ ແລະ ຕິດຕາມກວດກາ, ປະຊາທິປະໄຕ ແລະ ມີຕິດແທດກັບປະຊາຊົນກ່ວາອີກ.”
ທ່ານ ຫງວຽນຕາມກູ໋ຍ, ອະດີດເລຂາຄະນະພັກແຂວງ ບີ່ງດິ້ງ, ໄດ້ເຫັນດີເຫັນພ້ອມກັບຂໍ້ໃຫ້ສັງເກດຂອງຄະນະບໍລິຫານງານສູນກາງພັກກ່ຽວກັບເນື້ອໃນ “ເສດຖະກິດມະຫາພາກສືບຕໍ່ເປັນປົກກະຕິ, ໄພເງິນເຟີ້ ໄດ້ຮັບການຄວບຄຸມ. ບັນດາການດຸ່ນດ່ຽງໃໝ່ຂອງພື້ນຖານເສດຖະກິດໄດ້ຮັບປະກັນໂດຍພື້ນຖານ, ລະບຽບວິໄນ ກ່ຽວກັບການເງິນ - ງົບປະມານຂອງລັດໄດ້ເພີ່ມທະວີ”:
        “ກອງປະຊຸມສູນກາງພັກຄັ້ງນີ້ມີເນື້ອໃນສຳຄັນຫຼາຍຢ່າງ. ໃນນັ້ນຕີລາຄາໜ້າທີ່ເສດຖະກິດ ສັງຄົມຂອງປີ 2017, ຂ້າພະເຈົ້າເຫັນໄດ້ບັນດາຈຸດພົ້ນເດັ່ນ. ເຫັນວ່າ ບັນດາດັດຊະນີການພັດທະນາ, ບັນດາຄາດໝາຍຕົ້ນຕໍລ້ວນແຕ່ບັນລຸໄດ້ ແລະ ລື່ນກາຍ. ທ້າຍປີ, ອາດຈະມີແງ່ຫວັງບັນລຸແຜນການຂອງສູນກາງ ແລະ ສະພາແຫ່ງຊາດວາງອອກ.”
        ສ່ວນທ່ານ ຫງວຽນວັນບາ, ຮອງປະທານສະມາຄົມນັກຮົບເກົ່າ ເມືອງ Ea Kar, ແຂວງ ດັກລັກ, ຖືວ່າ:
        “ກອງປະຊຸມສູນກາງຄັ້ງທີ 6 ໄດ້ເຮັດວຽກຢ່າງເຂັ້ມງວດ ແລະ ໄດ້ປັບໄໝລົງໂທດບັນດາພະນັກງານລະເມີດກົດລະບຽບ. ຂ້າພະເຈົ້າຖືວ່າ, ເຮັດໄດ້ຄືແນວນັ້ນ ແມ່ນພັກໄດ້ເຫັນບັນຫາໂດຍກົງ. ແນ່ນອນວ່າ, ພາຍຫຼັງກອງປະຊຸມສູນກາງພັກຄັ້ງທີ 6, ຂັ້ນຮາກຖານ ຈາກແຂວງລົງໄປຈະມີການຫັນປ່ຽນຕາມເນື້ອໃນຈິດໃຈຂອງກອງປະຊຸມ.”
 (ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top