• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ພາບຊີວິດ

ຟ້າມຫງອກແອງຕຸ່ງ - ຜູູ້ນໍາຜະລິດຕະພັນ ກະສິກໍາ ຫວຽດນາມ ອອກສູ່ໂລກ

ສ້າງຕັ້ງຂຶ້ນພຽງແຕ່ສາມປີ, ແຕ່ທ່ານ ຟ້າມຫງອກແອງຕຸ່ງ ຜູ້ສ້າງ ຕັ້ງ ຕະຫຼາດການຄ້າ ເອເລັກໂຕຣນິກ Foodmap ໄດ້ຮັບລາງວັນ ກ່ຽວກັບ ການເລີ່ມຕົ້ນທຸລະກິດ ທີ່ ຊົງອິດທິພົນ ຢູ່ພາຍໃນ ແລະ ຕ່າງປະເທດ ນັບຫຼາຍສິບລາງວັນ ເນື່ອງຈາກ ໄດ້ປ່ຽນຄວາມສ່ຽງ ຈາກການແຜ່ລະບາດ ໂຄວິດ-19 ໃຫ້ເປັນໂອກາດ ໃນການ ບໍລິ ໂພກ ແລະ ໂຄສະນາເຜີຍແຜ່ ຜະລິດຕະພັນກະສິກໍາ ຫວຽດນາມ ເຖິງຜູ້ບໍລິໂພກພາຍໃນ ແລະ ອອກສູ່ ໂລກ ອີກດ້ວຍ.
ໃນເດືອນ ກັນຍາ 2019, Foomap ໄດ້ນໍາໜ້າ ເກືອບ 600 ທີມ ທີ່ ມາຈາກບັນດາປະເທດ ເພື່ອຄວ້າລາງວັນ (Most Impactful Innovation) ໃນຮອບຊີງຊະນະເລີດ Asia Innovates 2019 ໂດຍ ສະພາມະຫາບັນດິດ ເຕັກນິກ ລາດຊະວົງ ອັງກິດ ແລະ ມູນນິທິ Newton ເປັນຜູ້ຈັດ. ນີ້ແມ່ນລາງວັນ ສະຫງວນໃຫ້ແກ່ ຜູ້ເລີ່ມຕົ້ນ ທຸລະກິດ, ໝູ່ຄະນະນັກຄົ້ນຄວ້າ, ສະຖາບັນວິທະຍາສາດ ທີ່ມີ ປະ ດິດຄິດສ້າງ ແລະ ວິທີການແກ້ໄຂ ຢ່າງກ້າວກະໂດດ ໃນການແກ້ ໄຂບັນຫາ ກ່ຽວກັບ ສິ່ງແວດລ້ອມ ແລະ ສັງຄົມ.

ເຊັ່ນດຽວກັນໃນປີ 2019, Foodmap ໄດ້ຮັບເລືອກໃຫ້ເປັນ “Startup ດີທີ່ສຸດຢູ່ ຫວຽດນາມ” ຈາກອົງການ Ricebowl (ມາເລ ເຊຍ) ໃນຂົງເຂດ agri-tech (ກະສິກໍາເຕັກໂນໂລຊີ). ປີ 2020, FoodMap ສືບຕໍ່ເປັນໂຄງການຕົວແທນ ຂອງ ຫວຽດນາມ ເຂົ້າ ຮ່ວມໃນຮອບຄັດເລືອກຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.

Foodmap ໄດ້ຮັບການຍົກຍ້ອງວ່າ ເປັນໜຶ່ງ ໃນ 10 ບໍລິສັດ ກະສິ ກຳເຕັກໂນໂລຊີ (Agri-Tech) ທີ່ພົ້ນເດັ່ນ ຂອງພາກພື້ນ APAC ໃນປີ 2020, ລາງວັນທີໜຶ່ງ Startup Hunt Vietnam 2020; ເປັນ ຜູ້ຊະນະ ຄວ້າລາງວັນ Most Impactful Innovation ອາຊີ ປີ 2019; ລາງວັນທີໜຶ່ງ ໂຄງການ ເລີ່ມຕົ້ນທຸລະກິດ Leading Innovation Fellowship (LIF) ປີ 2018; ເປັນຕົວແທນ ຂອງ ຫວຽດນາມ ເຂົ້າຮ່ວມຮອບຊີງຊະນະເລີດ Blue Venture Award ຂອງ ໂລກ ປີ 2021.


ທ່ານ ຟ້າມຫງອກແອງຕຸ່ງ - ຜູ້ກໍ່ຕັ້ງ Foodmap ແລະ ເປັນໜຶ່ງ ໃນ ບັນດາ startup ທໍາອິດ ຂອງ ຫວຽດນາມ ທີ່ສະໜອງ ຜະລິດຕະ ພັນກະສິກໍາ ໃນຊ່ອງທາງອອນລາຍ. ພາບ: ທົງຫາຍ/VNP


Foodmap ເປັນຕະຫຼາດການຄ້າ ເອເລັກໂຕຣນິກ ທີ່ແນະນໍາ ຜະ ລິດຕະພັນ ກະສິກໍາ, ຜະລິດຕະພັນພື້ນເມືອງ ຂອງ ຫວຽດນາມ
ໂດຍການເຊື່ອມຕໍ່ ຊາວກະສິກອນ ກັບ ຜູ້ຜະລິດຂະໜາດກາງ ແລະ ນ້ອຍ ເຖິງຜູ້ບໍລິໂພກ ໂດຍກົງ. ພາບ: ທົງຫາຍ/VNP



ທ່ານ ຟ້າມຫງອກແອງຕຸ່ງ (ເສື້ອຂາວ) ກໍາລັງເຮັດວຽກກັບທີມງານ ຜະລິດຕະພັນ ກະສິກໍາ. ພາບ: ທົງຫາຍ/VNP


ທ່ານ ຟ້າມຫງອກແອງຕຸ່ງ (ຜູ້ທີສອງຈາກຊ້າຍ) ເປັນໜຶ່ງໃນ ຊາວ ໜຸ່ມ ຫວຽດນາມ ດີເດັ່ນ 10 ຄົນ ໄດ້ຮັບການຍົກຍ້ອງ ໃນປີ 2020 ຍ້ອນມີຜົນງານທີ່ໂດດເດັ່ນ. ພາບ: Foodmap


ເພື່ອປັບປຸງຄຸນນະພາບ ຂອງ ຜະລິດຕະພັນ ກະສິກໍາ ຫວຽດນາມ, FoodMap ໄດ້ຕັ້ງບັນຫາ ຊອກຫາແຫຼ່ງທີ່ມາ ເປັນເງື່ອນໄຂບັງຄັບ ສໍາລັບ ຜູ້ຜະລິດ ຫຼື ຊາວກະສິກອນ ທຸກຄົນ. ພາບ: ທົງຫາຍ/VNP


ທ່ານ ຟ້າມຫງອກແອງຕຸ່ງ ເປັນໜຶ່ງໃນຊາວໜຸ່ມ ຫວຽດນາມ ດີ ເດັ່ນ 10 ຄົນ ໄດ້ຮັບການຍົກຍ້ອງ ໃນປີ 2020 ຍ້ອນຜົນງານ ທີ່ ໂດດເດັ່ນ. ພາບ: Foodmap


ທ່ານ ຟ້າມຫງອກແອງຕຸ່ງ (ຜູ້ທໍາອິດຈາກຊ້າຍ) ເຊັນສັນຍາ ຮ່ວມ ມື ກັບສູນ ບາໂຄດ ແຫ່ງຊາດ. ພາບ: Foodmap
ເພື່ອບັນລຸຜົນສຳເລັດດັ່ງກ່າວ, ທ່ານ ຟ້າມຫງອກແອງຕຸ່ງ ໄດ້ຜ່ານ ຂະບວນການຄົ້ນຄ້ວາຮຽນຮູ້ ແລະ ຕົວທ່ານເອງ ກໍ່ຮູ້ວ່າ ການແຜ່ ລະບາດ ໂຄວິດ-19 ແມ່ນຄວາມສ່ຽງ ໃນທົ່ວໂລກ ແຕ່ກໍຍັງເປັນ ໂອກາດ ເພື່ອການເລີ່ມຕົ້ນທຸລະກິດ ອີກດ້ວຍ. ເຄີຍເຮັດວຽກຢູ່ ຟາມ ເກົ່າເດິດ (ບໍລິສັດຫຸ້ນສ່ວນ ຊາ ເກົ່າເດິດ ດ່າລາດ), ທ່ານ ຟ້າມຫງອກແອງຕຸ່ງ ສັງເກດເຫັນ ຄວາມອຸດົມຫຼາກຫຼາຍ ຂອງ ຜະ ລິດຕະພັນ ກະເສດ ຫວຽດນາມ. ແຕ່ທ່າໄດ້ປຽບ ແລະ ຄວາມສາ ມາດບົ່ມຊ້ອນເຫຼົ່ານີ້ ຍັງບໍ່ທັນ ຖືກຂຸດຄົ້ນ ໄດ້ຢ່າງເຕັມສ່ວນ. ພິ ເສດ, ໃນຊຸມປີມໍ່ໆ ນີ້, ຢູ່ ຫວຽດນາມ, ເຄີຍມີສະພາບການ “ກູ້ຊີບ ຜະລິດຕະພັນກະເສດ” ເກີດຂຶ້ນຢ່າງຕໍ່ເນື່ອງ. ຈາກ ຄວາມຄິດກັງ ວົນເຫຼົ່ານັ້ນ, ທ່ານ ຟ້າມຫງອກແອງຕຸ່ງ ໄດ້ເປີດຕົວ Foodmap ໃນປີ 2018.

ເວັບໄຊ ການຄ້າເອເລັກໂຕຣນິກ Foodmap ສະໜອງສະເພາະ ຜະລິດຕະພັນ ທີ່ກ່ຽວຂ້ອງກັບ ຜະລິດຕະພັນກະສິກໍາ ທີ່ປອດໄພ. ປັດຈຸບັນ, Foodmap ໄດ້ສ້າງສາມຍີ່ຫໍ້ ຕ່າງຫາກເຊັ່ນ: ຜະລິດຕະ ພັນພິເສດ ງອນແລ່ງ (ແຊບ): (ນໍ້າຕານ, ນໍ້າເຜິ້ງ, ຜັກ...), Maloka (ຊາ ແລະ ກາເຟ) ແລະ HappyNut (ເມັດ ທີ່ມີທາດບຳ ລຸງ ທຸກຊະນິດ). ປັດຈຸບັນ, ບໍລິສັດ ໄດ້ຮ່ວມມື ກັບຊາວ ກະສິກອນ ຫຼື ຜູ້ຜະລິດກວ່າ 100 ຄົນ, ສະໜອງ ຜະລິດຕະພັນ ຈາກກວ່າ 20 ແຂວງ ໃຫ້ກັບຜູ້ບໍລິໂພກ ແລະ ຜູ້ຂາຍຍ່ອຍ ກວ່າ 5.000 ຄົນ.

ໃນເດືອນ ກັນຍາ 2019, Foomap ໄດ້ນໍາໜ້າ ເກືອບ 600 ທີມ ທີ່ ມາຈາກບັນດາປະເທດ ເພື່ອຄວ້າລາງວັນ (Most Impactful Innovation) ໃນຮອບຊີງ ຊະນະເລີດ Asia Innovates 2019 
ໂດຍສະພາ ມະຫາບັນດິດ ເຕັກນິກ ລາດຊະວົງ ອັງກິດ ແລະ ມູນ ນິທິ  Newton ເປັນຜູ້ຈັດ. ພາບ: Foodmap







ປັດຈຸບັນ, Foodmap ໄດ້ສ້າງສາມຍີ່ຫໍ້ ຕ່າງຫາກເຊັ່ນ: ຜະລິດຕະ ພັນພິເສດ ງອນແລ່ງ (ເຊັ່ນ: ນໍ້າຕານ, ນໍ້າເຜິ້ງ, ຜັກ...), Maloka (ຊາ ແລະ ກາເຟ) ແລະ HappyNut
(ເມັດ ທີ່ມີທາດບຳລຸງທຸກ ຊະນິດ). ພາບ: ທົງຫາຍ/VNP





FoodMap ແມ່ນໜຶ່ງຕະຫຼາດການຄ້າເອເລັກໂຕຣນິກ ແຫ່ງທໍາ ອິດ ເພື່ອສະໜອງ ຜະລິດຕະພັນກະສິກໍາ ໃນຊ່ອງທາງອອນລາຍ. ພາບ: ທົງຫາຍ/VNP


Foodmap ໄດ້ເປີດຮ້ານ ຂາຍຜະລິດຕະພັນ ກະສິກຳ ໂດຍກົງ ແຫ່ງທຳອິດ ຢູ່ ນະຄອນໂຮ່ຈີມິນ. ພາບ: ທົງຫາຍ/VNP
ເພື່ອສ້າງຄວາມເຊື່ອໝັ້ນ ໃຫ້ຊາວກະສິກອນ ແລະ ຜູ້ຜະລິດອື່ນໆ ເຂົ້າຮ່ວມ ໃນລະບົບນິເວດ ຂອງ Foodmap, ທ່ານ ຟ້າມຫງອກ ແອງຕຸ່ງ ແລະ ເພື່ອນຮ່ວມງານ ໄດ້ໂອ້ລົມ ໂດຍກົງ ກັບແຕ່ລະ ຄົວເຮືອນຊາວກະສິກອນ, ບໍ່ພຽງແຕ່ “ກິນເຂົ້າຮ່ວມກັນ, ຢູ່ຮ່ວມ ກັນ, ເຮັດວຽກຮ່ວມກັນ” ເພື່ອສາມາດ ຮັບຟັງ ການແລກປ່ຽນ ແລະ ຄວາມຄິດ ຂອງ ຜູ້ທ່ີມີຄວາມ ຕິດພັນ ກັບການກະເສດ ຕະ ຫຼອດຊີວິດ. 
ໃນ 8 ເດືອນ ຂອງ ປີ 2021, Foodmap ໄດ້ສົ່ງອອກ ຜະລິດຕະ ພັນ ກະສິກໍາ ທີ່ມີມູນຄ່າສູງ ຫຼາຍຢ່າງ ໄປຍັງ ສິງກະໂປ ແລະ ມາ ເລເຊຍ. Foodmap ປະສານສົມທົບ ກັບ ຄູ່ຮ່ວມມືລາຍໃຫຍ່ຫຼາຍ ແຫ່ງເຊັ່ນ: Lazada, Tiki, Grab, Vietjet Cargo... , ກົມການຄ້າ ເອເລັກໂຕຣນິກ, ກົມສົ່ງເສີມ ການຄ້າ ແລະ ສະມາຄົມ ກະສິກໍາ ຂະໜາດໃຫຍ່ ຢູ່ ຫວຽດນາມ ເຊັ່ນ: BSA, VIDA, VASEP... ເພື່ອຮ່ວມກັນ ຈຳໜ່າຍ ຜະລິດຕະພັນກະເສດ ພ້ອມກັບ ຊາວ ກະສິກອນ ໃນທົ່ວປະເທດ ຫວຽດນາມ.
 

 
ເພື່ອປັບປຸງຄຸນຄ່າ ຂອງ ຜະລິດຕະພັນ ກະສິກໍາ ຫວຽດນາມ, FoodMap ໄດ້ຕັ້ງ ບັນຫາ ຊອກຫາແຫຼ່ງທີ່ມາ ເປັນ ເງື່ອນໄຂບັງຄັບ ສໍາລັບ ຜູ້ຜະລິດ ຫຼື ຊາວກະສິກອນ ທຸກຄົນ. ໃນ ເວລາດຽວກັນ, Foodmap ຍັງສ້າງຍີ່ຫໍ້ຕ່າງຫາກ ສໍາລັບຜະລິດຕະ ພັນກະສິກໍາ ພື້ນເມືອງ ທີ່ເປັນເອກະລັກ, ແຕ່ຍາກທີ່ຈະແຂ່ງຂັນ ຢູ່ຕະຫຼາດການຄ້າ ເອເລັກໂຕຣນິກ ລາຍໃຫຍ່ ຍ້ອນບໍ່ທັນມີ ທ່າ ແຮງດ້ານຍີ່ຫໍ້.

ເພື່ອແກ້ໄຂບັນຫາຫຍຸ້ງຍາກ ໃນລະບົບຕ່ອງໂສ້ ການສະໜອງ ກະ ສິກໍາ ນັ້ນແມ່ນຂັ້ນຕອນຫຼັງການເກັບກ່ຽວ, ຫຼຸດຜ່ອນ ການເກີນດຸນ ແລະ ຄ້າງໄວ້ ຂອງ ສິນຄ້າ ໃຫ້ໜ້ອຍທີ່ສຸດ, ທ່ານ ຟ້າມຫງອກ ແອງຕຸ່ງ ກ່າວວ່າ FoodMap ໄດ້ເລືອກ ທີ່ຈະດໍາເນີນ ການຕາມ ຮູບແບບ ການສັ່ງສິນຄ້າກ່ອນ (pre-order), ກວມປະມານ 30-35% ຂອງ ຜະລິດຕະພັນ ທີ່ຂາຍອອກ, ພ້ອມດຽວກັນນັ້ນ ສະ ໜອງ ໃຫ້ ທັງລູກຄ້າ B2B (“Business to Business”. ນີ້ແມ່ນຮູບ ແບບ ການດຳເນີນທຸລະກິດ, ຄ້າຂາຍ ລະຫວ່າງ ວິສາຫະກິດ ກັບ ວິສາຫະກິດ) ແລະ B2C (“Business To Consumer”: ໝາຍເຖິງ ການພົວພັນແລກປ່ຽນ ລະຫວ່າງວິສາຫະກິດ ແລະ ຜູ້ບໍລິໂພກ).

Foodmap ແມ່ນ ໜຶ່ງ ໃນຕະຫຼາດການຄ້າ ເອເລັກໂຕຣນິກ ຫວຽດ ນາມ ແຫ່ງທໍາອິດ ທີ່ໄດ້ຮັບເລືອກໂດຍ Tiki ແລະ Lazada ເພື່ອ ສະໜອງ ຜະລິດຕະພັນ ກະສິກໍາ ໃນໄລຍະແຍກຫ່າງ ທາງສັງຄົມ ຄັ້ງທໍາອິດ ຍ້ອນການແຜ່ລະບາດຂອງໂຄວິດ-19 (ເດືອນເມສາ 2020).

ໃນປີ 2020, Foodmap ປະສົບຜົນສໍາເລັດ ໃນການລະດົມທຶນ 500.000 ໂດລາສະຫະລັດ ຈາກກອງທຶນ Wavemaker Partners, ສິງກະໂປ. ປັດຈຸບັນ, Foodmap ໄດ້ເປີດຮ້ານ ຂາຍ ຜະລິດຕະພັນກະສິກຳ ໂດຍກົງ ແຫ່ງທຳອິດ ຢູ່ ນະຄອນ ໂຮ່ຈີມິນ.
 
 ບົດ: ຖາວວີ - ພາບ: ທົງຫາຍ ແລະ ເອກະສານ Foodmap - ແປໂດຍ: ບິກລຽນ

ນັກສິລະປິນ ລະນາດຫີນ ອາຮີວນ

ນັກສິລະປິນ ລະນາດຫີນ ອາຮີວນ

ອາຮີວນ ບໍ່ໄດ້ຮຽນດົນຕີໃນໂຮງຮຽນໃດ, ບໍ່ໄດ້ຮັບການສິດສອນ ຈາກໃຜ, ແຕ່ຍ້ອນສຽງ ເຕີຣຶງ, ຕີງນິງ, ກະນີ, ລະນາດຫີນ... ຄືດັ່ງເວດມົນ ທີ່ບໍ່ມີຕົວຕົນ ດຶງດູດຫົວໃຈ ຂອງ ລາວ, ປຸກແປວໄພ ແຫ່ງຄວາມຫຼົງໄຫຼ ແລ້ວນຳພາ ໃຫ້ລາວ ກາຍເປັນນັກສິລະປິນ ໜຸ່ມດີເດັ່ນ ທີ່ສາມາດປະດິດສ້າງ ແລະ ຫຼິ້ນເຄື່ອງດົນຕີ ບູຮານທຸກປະເພດ ຂອງ ຊາວເຜົ່າ ຢາຣາຍ.

Top