• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຟົດຟຶ້ນງານບຸນຄ້ອງຢູ່ນະຄອນ Pleiku

ຫວ່າງແລ້ວນີ້, ທີ່ຖະໜົນຫຼາຍສາຍຂອງນະຄອນ Pleiku (ແຂວງ ຢາລາຍ) ໄດ້ໄຂຂຶ້ນງານບຸນຢູ່ທ້ອງຖະໜົນ-ໜຶ່ງໃນບັນດາການເຄື່ອນໄຫວຕົ້ນຕໍ່ຂອງງານມະໂຫລານວັດທະນະທຳຄ້ອງ ໄຕຫງວຽນ 2018 ເຊິ່ງໄດ້ຈັດຕັ້ງຢູ່ແຂວງ ຢາລາຍ. 
ເຂົ້າຮ່ວມງານບຸນຢູ່ທ້ອງຖະໜົນມີນັກສິລະປິນກວ່າ 1.000 ຄົນມາຈາກ 26 ຄະນະສິລະປະຂອງແຂວງ ກອມຕຸມ, ດັກລັກ, ດັກນົງ, ເລີມດົ່ງ ແລະ 17 ເມືອງ, ເທດສະບານ, ນະຄອນທີ່ຂຶ້ນກັບແຂວງ ຢາລາຍ. ງານບຸນດັ່ງກ່າວໄດ້ເລີ່ມຕົ້ນແຕ່ເຮືອນວັດທະນະທຳສຳລັບເດັກແຂວງ ຢາລາຍ ເດີມຂ້າມຜ່ານຖະໜົນຫຼາຍສາຍຄື: ຫວ່າງວັນທຸ, ເຈີ່ນຟູ, ເຈີ່ນຮືງດ້າວ, ກວາງຈູງ, ເລລາຍ... ແລ້ວກັບມາຫາຈະຕຸລັດ ດ້າຍດວ່ານເກດ, ນະຄອນ Pleiku.

ບັນດານັກສິລະປິນໃນຊຸດອາພອນປະຈຳເຜົ່າ ເຂົ້າຮ່ວມໃນງານບຸນຢູ່ທ້ອງຖະໜົນ ທີ່ນະຄອນ Pleiku. 

ບັນດານັກສິລະປິນຄ້ອງເດັກນ້ອຍເຜົ່າ ບາເຮີນາ, ເມືອງ ເກີບາງ, ແຂວງ ຢາລາຍ.
 
ນັກສິລະປິນຄ້ອງຍິງ ເຜົ່າ ເມື່ອງ ຢູ່ ບວນເມທວດ (ດັກລັກ) ສະແດງໃນງານບຸນຢູ່ທ້ອງຖະໜົນ Pleiku. 

ເຂົ້າຮ່ວມງານບຸນຢູ່ທ້ອງຖະໜົນ ແມ່ນຜູ້ຕາງໜ້າຂອງບັນດາ
ຊົນເຜົ່າ ເອເດ, ເມີນົງ, ບາເຮີນາ, ຈູຣູ, ເຢີຣາຍ... ໃນຊຸດອາພອນປະຈຳເຜົ່າ. 

ຄະນະນັກສິລະປິນ ຄ້ອງ ຂອງເມືອງ ເຈືປື, ແຂວງ ຢາລາຍ.

ບັນດານັກສິລະປິນ ຄ້ອງ ເດັກນ້ອຍ ໃນຊຸດເຄື່ອງນຸ່ງພິເສດ. 

ຄະນະນັກສິລະປິນຄ້ອງ ເຜົ່າ ຈູຣູ, ແຂວງ ເລີມດົ່ງ ສະແດງໃນງານບຸນຢູ່ທ້ອງຖະໜົນ.

ນັກສິລະປິນ ຄ້ອງ ແຕ່ງຕົວເປັນນາຍທະຫານ. 

ບັນດານັກສິລະປິນໜຸ່ມໃນຊຸດອາພອນປະຈຳເຜົ່າ ໄຕຫງວຽນ ທີ່ສວຍສົດງົດງາມ.
 
ຈຸດພິເສດໃນບັນດາງານບຸນຢູ່ ໄຕຫງວຽນ ແມ່ນເຄື່ອງນຸ່ງຫຼາຍ
ຊຸດໄດ້ເຮັດດ້ວຍຮາກໄມ້, ໃບໄມ້, ໜ້າກາກເຮັດດ້ວຍໄມ້, ດ້ວຍອຸປະກອນທຳມະດາ. 

ເຖິງວ່າ ອາຍຸຂອງນັກສິລະປິນຫຼາຍຄົນຍັງໜຸ່ມນ້ອຍ, ແຕ່ສາມາດຫຼິ້ນຄ້ອງໄດ້ຢ່າງຄ່ອງແຄ່ວ. 
 
ນັກທ່ອງທ່ຽວຮູ້ສຶກປະທັບໃຈເມື່ອເຫັນຜູ້ຊາຍຫຼາຍຄົນນຸ່ງກະຕ່ຽວ ແລະ ຟ້ອນໄປຕາມບັນດາຈັງຫວະຂອງສຽງຄ້ອງ. 
 
ຢູ່ບັນດາໝູ່ບ້ານ ໄຕຫງວຽນ, ສຽງຄ້ອງ ຄືເປັນອາຫານທາງຈິດໃຈທີ່ຂາດບໍ່ໄດ້ໃນວັນບຸນ.  
 
ການສະແດງຂອງບັນດານັກສິລະປິນຢູ່ທ້ອງຖະໜົນ Pleiku ໄດ້ດຶງດູດຄວາມສົນໃຈຂອງຊາວທ້ອງຖິ່ນ ແລະ ນັກທ່ອງທ່ຽວຫຼາຍຄົນ ມາເຂົ້າຮ່ວມໃນງານມະໂຫລາຍ ວັດທະນະທຳ ຄ້ອງ ໄຕຫງວຽນ 2018. 

ລວດລາຍທີ່ຈັບຕາໃນຊຸດເຄື່ອງນຸ່ງ, ເຄື່ອງສຳອາງ ແລະ ເຄື່ອງມືຮັບໃຊ້ໃຫ້ການສະແດງ.


ບັນດານັກສິລະປິນ ເຜົ່າ ເມີນົງ ຢູ່ແຂວງ ດັກນົງ ສະແດງໃນງານບຸນຢູ່ທ້ອງຖະໜົນ.  

ບັນດານັກສິລະປິນຄ້ອງ ເດັກນ້ອຍ ສະແດງຢູ່ທ້ອງຖະໜົນ Pleiku.
ເທິງບັນດາເສັ້ນທາງທີ່ຄະນະນັກສິລະປິນເດີນຂ້າມຜ່ານ, ສຽງຄ້ອງ, ສຽງກອງທີ່ຟົດຟື້ນ ເຈືອຈານເຂົ້າກັບບັນດາຈັງຫວະຟ້ອນທີ່ສວຍງາມຂອງບັນດາຊົນເຜົ່າຢູ່ ໄຕຫງວຽນ. ນັກທ່ອງທ່ຽວ ແລະ ຊາວທ້ອງຖິ່ນ ຢືນຢູ່ແຄມທາງ, ເຂົ້າຮ່ວມໃນງານບຸນທີ່ຟົດຟື້ນ ເຊິ່ງໄດ້ຈັດຂຶ້ນຢູ່ນະຄອນ Pleiku, ແຂວງ ຢາລາຍ ເປັນເທື່ອທຳອິດ.
ປະຕິບັດ: ແທງຮວ່າ-ກົງດາດ
 
 

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top