• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ວັດທະນະທຳ

ຟື້ນຟູພາບແຕ້ມພື້ນເມືອງ

ຈາກການແຕ້ມພາບພື້ນເມືອງດ້ວຍສໍດຳ, ໃຊ້ສີດ້ວຍເຕັກນິກ ສິ ລະປະສ້າງຮູບ, ນັກແຕ້ມ ຫງວຽນຊວນລາມ ສົມທົບກັບບໍລິສັດ TiredCity ຈໍາກັດ ຈັດການພິມ ພາບແຕ້ມພື້ນເມືອງໃສ່ເສື້ອ ແຂນ ຍາວ, post card, ກະເປົາຫິ້ວ... ປະກອບສ່ວນໂຄສະນາ ສິລະ ປະ ພື້ນເມືອງຂອງຄົນ  ຫວຽດນາມ ອອກສູ່ໂລກພາຍນອກ. 
ນັກແຕ້ມ ຫງວຽນຊວນລາມ ເກີດເມື່ອປີ 1993, ເພິ່ນເລີ່ມປະຕິ ບັດໂຄງການ “ປະດິດພາບແຕ້ມພື້ນເມືອງ ຄືນໃໝ່” ແຕ່ ເດືອນ ເມສາ 2016 ຈົນເຖິງເດືອນ ທັນວາ 2016 ດ້ວຍພາບແຕ້ມ 20 ແຜ່ນກ່ຽວກັບຫຼາຍຫົວຂໍຄື: “ໄກ່ ແລະ ດອກກຸຫຼາບ”, “ງານດອງ ຂອງໜູ” “ຝູ່ດົງ ທຽນເວືອງ”, “ທ່ານນາງ ຈ້ຽວ ຂີ່ຊ້າງ” ແລະ ອື່ນໆ. ໃນນັ້ນ ພາບແຕ້ມຈຳນວນໜຶ່ງ ຫາໄດ້ຈາກພາບ ແຕ້ມບູຊາ ຂອງ ແຂວງ ເງະອານ ແລະ ພາບແຕ້ມນາຍທະຫານ ຂອງ ແຂວງ ຫວິງຟຸກ.


ນັກແຕ້ມ ຫງວຽນຊວນລາມ ສະແດງອອກໃຫ້ເຫັນ ການສັງເກດ ໃໝ່
ຂອງຕົນກ່ຽວກັບພາບແຕ້ມພື້ນເມືອງຜ່ານບັນດາລາຍແຕ້ມ.



ຮູບພາບບັນດາໂຕສັດ ທີ່ມີຄວາມສະໜິດຕິດພັນກັບ ຊີວິດການ ເປັນຢູ່ຂອງຊາວກະສິກອນ ຫວຽດນາມ
ເປັນໜຶ່ງໃນບັນດາຫົວ ຂໍ້ ທີ່ນັກແຕ້ມ ຫງວຽນຊວນລາມ ມັກແຕ້ມຫຼາຍກວ່າ ໝູ່.


ງານວາງສະແດງ “ປະດິດພາບແຕ້ມພື້ນເມືອງ ຄືນໃໝ່”
ຂອງນັກ ແຕ້ມ ຫງວຽນຊວນລາມ ໄດ້ຈັດຂຶ້ນ ໃນຕົ້ນ ປີ 2017.



ງານວາງສະແດງຮູບພາບຂອງນັກແຕ້ມ ຫງວຽນຊວນລາມ ໄດ້ຮັບ ການຕີລາຄາສູງ
ຈາກທ່ານຜູ້ຊົມຢູ່ພາຍໃນ ແລະ ຕ່າງປະເທດ.



ພາບແຕ້ມພື້ນເມືອງຈຳນວນໜຶ່ງຂອງນັກແຕ້ມ ຫງວຽນຊວນລາມ ໄດ້ພິມໃນບັດອວຍພອນ, ປຶ້ມບັນທຶກ.

ເວລາແຕ້ມພາບພື້ນເມືອງ, ນັກແຕ້ມ ຫງວຽນຊວນລາມມັກນຳ ໃຊ້ ເຕັກນິກການຂັດເງົາແຕ່ງຮູບໃຫ້ແກ່ຕົວລະຄອນເພື່ອສ້າງ ຄວາມ ຮູ້ສຶກວ່າ ມີຄວາມເລິກເຊິ່ງ. ພິເສດ, ນັກແຕ້ມ ຫງວຽນຊວນລາມ ບໍ່ນຳໃຊ້ແຜ່ນພິມທີ່ໄດ້ ຄວັດ ດ້ວຍໄມ້ຕາມແບບມູນເຊື້ອ, ເພິ່ນນຳ ໃຊ້ສໍດຳເພື່ອ ຮັບປະກັນຄວາມເປັນທຳມະຊາດ. ຫຼັງຈາກທີ່ scan ໃສ່ ຄອມຜິວເຕີ ແລ້ວ, ເພິ່ນຈຶ່ງນຳໃຊ້ວິທີການ ທາສີເພື່ອ ສ້າງສີ ສັນແບບທຳມະຊາດ ແຕ່ມີຄວາມ ທັນສະໄໝໃຫ້ ແກ່ບັນດາພາບ ແຕ້ມຂອງຕົນ.
 
ພາບແຕ້ມ ຫງູໂຫ໋ (ເສືອຫ້າໂຕ) ເປັນພາບແຕ້ມແຜ່ນ ທຳ ອິດທີ່ ນັກແຕ້ມ ຫງວຽນຊວນລາມ ແຕ້ມດ້ວຍໃຈມັກ ຂອງ ຕົນ. ໃນພາບ ແຕ້ມແຜ່ນນີ້, ນັກແຕ້ມ ຫງວຽນຊວນລາມ ຍັງຮັກສາວິທີການແຕ່ງ ຮູບຊົງຕາມ ແບບມູນເຊື້ອ, ແຕ່ນຳໃຊ້ເຕັກນິກການລະບາຍສີແບບ ທັນສະໄໝ, ສິ່ງ ດັ່ງກ່າວໄດ້ສະແດງອອກຜ່ານເມກ, ລາຍ ແລະ ຕາ ຂອງ ໂຕເສືອ.
 
ນັກແຕ້ມ ຫງວຽນຊວນລາມ ເຄີຍຈັດງານວາງສະແດງ ກ່ຽວກັບ ໂຄງ ການຂອງຕົນເມື່ອເດືອນ ກຸມພາ 2017 ແລະ ພາບແຕ້ມ ຫງູ ໂຫ໋, ແທງຢອງ, ນົກແຮ້ງ ຂອງ ລາວ ໄດ້ບໍລິສັດ TiredCity ຈໍາກັດ ເລືອກເພື່ອຈັດພິມ ໃນເສື້ອແຂນຍາວ, post card, ກະເປົາຫິ້ວ... ການຮ່ວມມືດັ່ງກ່າວ ໄດ້ສ້າງສົມໜ້າໃໝ່ ແລະຄວາມທັນສະໄໝ ໃຫ້ ແກ່ພາບແຕ້ມພື້ນເມືອງ.
 

ທ່ານ ຫງວຽນວຽດນາມ ຜູ້ອຳນວຍການຮັບຜິດຊອບທາງດ້ານ ເຕັກ ນິກຂອງ TiredCity ໃຫ້ຮູ້ວ່າ ມາເຖິງປະຈຸບັນມີເສື້ອ 50 ຜືນທີ່ພິມ ພາບແຕ້ມພື້ນເມືອງຂອງນັກແຕ້ມຫງວຽນຊວນລາມ ໄດ້ເອົາມາ ແນະນຳຕໍ່ໝູ່ສາມັນຊົນ ແລ້ວ. ສິ່ງດັ່ງກ່າວ ຊ່ວຍເຮັດໃຫ້ໄວໜຸ່ມ ມີ ຄວາມຮັກ, ຄວາມມັກກັບປະເພດພາບແຕ້ມພື້ນເມືອງ. 


ພາບແຕ້ມ ຫງູໂຫ໋ (ເສືອ ຫ້າໂຕ)


ພາບແຕ້ມ ແທງຢ໊ອງ.


ພາບແຕ້ມ ທ່່ານ ນາງ ຈ້ຽວ.


ພາບແຕ້ມ ພາບບູຊານາຍທະຫານແຂວງ ຫວິງຟຸກ.
 

ພາບແຕ້ມ ເຈົ້າຊີວິດຂີ່ປາ. 


ພາບແຕ້ມ ໄກ່ ແລະ ດອກກຸຫຼາບ. 


ພາບແຕ້ມ ຝູງປາ.


ບັນດາພາບແຕ້ມພື້ນເມືອງ ຂອງນັກແຕ້ມ ຫງວຽນຊວນລາມ ໄດ້ພິມໃສ່ບັນດາສິ່ງຂອງຕ່າງໆ.
 
ບົດ: ເງິນຮ່າ - ພາບ: ແຄງລອງ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ສິລະປິນ ແຕ້ມໜ້າກາກ ຢູ່ຄຸ້ມເມືອງເກົ່າ ໂຮ້ຍອານ

ຢູ່ສະຖານທີ່ມໍລະດົກໂລກ ເມືອງເກົ່າ ໂຮ້ຍອານ, ມີນັກສິລະປິນ ຄົນໜຶ່ງ ໄດ້ທຸ້ມເທສຸດຄວາມສາມາດ ແລະ ຄວາມຫຼົງໄຫຼ ຂອງຕົນ ໃນການແຕ້ມຮູບໜ້າກາກເຈ້ຍ ມາເປັນເວລາກວ່າ 40 ປີແລ້ວ.  ໜ້າກາກ ທີ່ມີລັກສະນະ “ຕ່ວງ” (ລີເກ) ນັບຫຼາຍພັນອັນ ໄດ້ຖືບົດບາດເປັນ “ທູດວັດທະນະທຳ” ຕິດຕາມນັກທ່ອງທ່ຽວ ໄປທົ່ວທຸກແຫ່ງຫົນ ເພື່ອເລົ່າເລື່ອງ ທີ່ໜ້າສົນໃຈ ກ່ຽວກັບ ຖິ່ນຖານເຂດດິນແດນ ກວາງ (ລວມມີ ກວາງນາມ, ກວາງຫງາຍ ແລະ ດ່າໜັງ).

Top