• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພ​າລ​ະກອນ​ປ້ອງ​ກັນ​ຄວາມ​ສະ​ຫງົບ 32000 ຄົນ​ໄດ້​ປ້ອງ​ກັນວາ​ລະ​ໄຂ​ການ​ຟ້ອງ​ຮ້ອງ​ການ​​ສໍ້​ໂກງ​ໃນ​ການ​ເລືອກ​ຕັ້ງ​ຢູ່ ອິນ​ໂດ​ເນ​ເຊຍ 2019:

      ວັນທີ 12 ມິຖຸນາ ໄດ້ດໍາເນີນກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ ຈັດວາງຕາໜ່າງການສຶກສາບໍາລຸງສ້າງໃນສະພາບການເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ ຕອບສະໜອງຄວາມຕ້ອງການດ້ານຊັບພະຍາກອນມະນຸດ ໃຫ້ແກ່ພາລະກິດຫັນປະເທດຊາດເປັນອຸດສາຫະກໍາ ແລະ ທັນສະໄໝ ໃນບັນດາທົດສະວັດຕົ້ນຂອງສະຕະວັດທີ 21”.

ກອງປະຊຸມສໍາມະນາວິທະຍາສາດລະດັບຊາດ ດ້ວຍຫົວຂໍ້ຈັດວາງຕາໜ່າງການສຶກສາບໍາລຸງສ້າງ
ໃນສະພາບການເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ   (ພາບ: TTXVN)
      ມີບົດປະກອບຄໍາເຫັນກວ່າ 100 ບົດ ໄດ້ສົ່ງມາກອງປະຊຸມສໍາມະນາ ໄດ້ນໍາເອົາທັດສະນະມູມມອງໃໝ່ມີລັກສະນະວິທະຍາສາດ ເພື່ອແລກປ່ຽນ, ແບ່ງປັນສະຕິຄວາມຮັບຮູ້ ແລະ ປະສົບການໃນການພັດທະນາການສຶກສາບໍາລຸງສ້າງ ໃນສະພາບການ ເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ.
ຕາມການໄຈ້ແຍກຂອງບັນດານັກຊ່ຽວຊານສາກົນແລ້ວ, ຫວຽດນາມ ພວມຢູ່ໃນໄລຍະເຊື່ອມໂຍງຢ່າງເລິກເຊິ່ງ ແລະ ກວ້າງຂວາງ, ລະດັບການແກ້ງແຍ້ງເສດຖະກິດກັບບັນດາປະເທດໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ອາຊີ ແລະ ໂລກ ນັບມື້ນັບດຸເດືອດ. ດັ່ງນັ້ນ, ຢາກຂຸດຄົ້ນ ແລະ ເສີມຂະຫຍາຍແຫຼ່ງຊັບພະຍາກອນມະນຸດໃຫ້ເປັນຢ່າງດີນັ້ນ, ຫວຽດນາມ ຕ້ອງມີພື້ນຖານການສຶກສາເປີດ, ທັນສະໄໝ, ມີລະດັບຕາໜ່າງທີ່ໄດ້ຮັບການຈັດວາງຢ່າງເປັນວິທະຍາສາດ, ເສີມຂະຫຍາຍມູນເຊື້ອ ແລະ ພູມປັນຍາຂອງຫວຽດນາມ ດ້ວຍຈິນຕະນາການ ປ່ຽນແປງໃໝ່ຢ່າງບໍ່ຢຸດຢັ້ງ.
        ກອງປະຊຸມສໍາມະນາ ແມ່ນກາລະໂອກາດ ເພື່ອໃຫ້ບັນດານັກວິທະຍາສາດ, ໂຮງຮຽນແຫ່ງຕ່າງໆ ພ້ອມກັນແລກປ່ຽນ, ກ້າວໄປສູ່ສະຕິຄວາມຮັບຮູ້ ທີ່ເປັນເອກະພາບ, ຈາກນັ້ນ ຜັນຂະຫຍາຍມາດຕະການທີ່ລະອຽດ ເພື່ອແນໃສ່ຈັດວາງການສຶກສາບໍາລຸງສ້າງໃນສະພາບການທີ່ເປັນເຈົ້າຂອງການສຶກສາ ແລະ ເຊື່ອມໂຍງເຂົ້າກັບສາກົນ.
 (ແຫຼ່ງຄັດຈາກ VOV)
 
 

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກິດຈະການສ້າງສາປະເທດຊາດມີການປະກອບສ່ວນຂອງບັນດານັກຮົບເກົ່າດ້ຽນບຽນ

ກ່າວຄຳເຫັນນະທີ່ນີ້, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ຢັ້ງຢືນວ່າ: ການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ແມ່ນໂອກາເພື່ອໃຫ້ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ...

Top