• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ສິລະປະ

“ພໍ່ມົດ” ນຳເຮືອເຂົ້າຫຼອດໄຟ ແລະ ກວດແກ້ວ

ທ້າວ ຫງວຽນກວາງຮຸຍ ໄດ້ເປັນທີ່ຮູ້ຈັກ ໃນວົງການ ຜູ້ທີ່ນິ ຍົມ ເຄື່ອງປະດັບເອ້ ຫວຽດນາມ ດ້ວຍຊື່ແຝງວ່າ “ພໍ່ມົດ” ຍ້ອນລາວ ສາມາດນຳເຮືອ ເຂົ້າໃນຫຼອດໄຟ ແລະ ກວດ ແກ້ວ. ດ້ວຍຄວາມຄ່ອງແຄ່ວ ແລະ ສີມືອັນປານີດ ບວກກັບ ຫົວປະດິດຄິດສ້າງ, ທ້າວຮຸຍ ໄດ້ເຮັດໃຫ້ບັນດາ ຫຼອດໄຟ, ກວດແກ້ວ ທີ່ເປັນສິ່ງ ເສດເຫຼືອຕ່າງໆ ກາຍເປັນເຄື່ອງປະ ດັບເອ້ ທີ່ມີຄຸນຄ່າທາງດ້ານສິລະປະທີ່ສວຍງາມ. 
ເມື່ອເວົ້າເຖິງຂັ້ນຕອນໃນການເຮັດຜະລິດຕະພັນສິລະປະໃນກວດແກ້ວ, ຫຼອດໄຟ, ທ້າວ ຮຸຍ ໃຫ້ຮູ້ວ່າ ເຄື່ອງມືທີ່ນຳໃຊ້ ເຂົ້າໃນການຜະລິດ ແມ່ນງ່າຍດາຍ ທີສຸດເຊັ່ນ: ມີດຄວັດ, ເຫຼັກໜີບ, ກາວຕິດ 502 ແລະ ໄມ້ບັນທັດ... ທຳອິດແມ່ນນຳ ໄມ້ ມາເຫຼົາ ໃຫ້ເປັນລຳເຮືອ, ໃບສະເພົາ ແມ່ນເຮັດດ້ວຍ ເຈ້ຍ, ເສົາສະເພົາ ເຮັດດ້ວຍ ໄມ້ຈິ້ມແຂ້ວ. ສ່ວນປະກອບ ທັງໝົດ ຂອງເຮືອ ຕ້ອງໄດ້ທາສີ ແລະ ຕົບແຕ່ງແນວໃດ ໃຫ້ສະດຸດງາມຕາ. 

ມູມເຮັດວຽກຂອງທ້າວ ຮຸຍ ຜູ້ທີ່ໄດ້ຮັບຂະໜານນາມວ່າ “ພໍ່ມົດ” ຫງວຽນກວາງຮຸຍ.


ດ້ວຍຄວາມມັກຮັກໃນອາຊີບ ແລະ ສີມືອັນປານີດ, ທ້າວຮຸຍ ໄດ້ປະດິດຄິດສ້າງ ຜະລິດຕະພັນຫຼາຍຢ່າງ ທີ່ສວຍງາມ ແລະ ມີຄຸນຄ່າ ດ້ານ ສິລະປະ ຂັ້ນສູງ. 


ຂັ້ນຕອນການປະກອບພາກສ່ວນຕ່າງໆ ຂອງເຮືອ ຢູ່ໃນ ດອກໄຟ ເຂົ້າກັນ ຕ້ອງພິຖີພິຖັນ, ຊັດເຈນ ແລະ ຄວາມອົດ ທົນສູງ.


ໃຊ້ກາວຕິດສ່ວນປະກອບຕ່າງໆຂອງເຮືອເຂົ້າກັນ. 


ຂັ້ນຕອນນຳເຮືອເຂົ້າໃນຫຼອດໄຟ ຫຼື ກວດແກ້ວ ຮຽກຮ້ອງ ຜູ້ຜະລິດ ຕ້ອງມີຄວາມອົດທົນ ແລະ ພິຖີພິຖັນ ທີ່ສຸດ,
ຖ້າບໍ່ ລະມັດລະວັງ ຕ້ອງເລີ່ມຕົ້ນເຮັດຄືນໃໝ່.



ທ້າວ ຫງວຽນກວາງຮຸຍ ປະດິດສ້າງລຳເຮືອຈາກບັນດາ ໄມ້ ເສດເຫຼືອ . 


ຂັ້ນຕອນການປະກອບ ໃຫ້ເປັນລຳເຮືອ ຕ້ອງລະມັດລະວັງ, ພິຖີພິຖັນໃນແຕ່ລະຂັ້ນຕອນ ການປະກອບ.


ພາຍຫຼັງສອງປີນັບແຕ່ຮຽນຊອກຮູ້ ແລະ ເລີ່ມຕົ້ນປະຕິບັດ, ມາຮອດປັດຈຸບັນ, ທ້າວຮຸຍ ໃຊ້ເວລາ
ປະມານ 10-20 ນາທີ ສາມາດຜະລິດຕະພັນ ອອກມາສຳເລັດ. 



ທ້າວຮຸຍ ໄດ້ໃຊ້ເຄື່ອງມືທີ່ງ່າຍໆ ເຂົ້າໃນການຜະລິດເຊັ່ນ ເຫຼັກໜີບ, ມີດຕັດ, ບິກຂຽນ ແລະ ເສັ້ນໄໝ
ເພື່ອປະດິດສ້າງ ເປັນບັນດາຜະລິດຕະພັນສິລະປະ ທີ່ເປັນເອກະລັກ. 



ທ້າວຮຸຍ ໄດ້ຮັກສາ ແລະ  ທຳຄວາມສະອາດ ຜະລິດຕະ ພັນ ທີ່ຕົນເອງຜະລິດອອກມາເປັນປະຈຳ. 

ທ້າວຫງວຽນກວາງຮຸຍໄດ້ຮັບລາງວັນທີໜຶ່ງໃນງານແຂ່ງຂັນ ອອກແບບຜະລິດຕະພັນຫັດຖະກຳປະດິດສ້າງຄັ້ງທີ 1-2015 ໂດຍສູນ ວີ່ໄງ່ມາຍ (ເພື່ອອະນາຄົດ) ເປັນຜູ້ຈັດຕັ້ງ. 
ພາຍຫຼັງສຳເລັດສ່ວນລຳເຮືອ, ທ້າວ ຮຸຍ ຈະເລືອກ ຫຼອດໄຟ ຫຼື ກວດແກ້ວ ທີ່ເໝາະສົມເພື່ອນຳ ສ່ວນຕ່າງໆ ຂອງລຳເຮືອ ເຂົ້າຂ້າງໃນ. ຂັ້ນຕອນນີ້ ຕ້ອງ ພິຖີພິຖັນ, ຊັດເຈນ ແລະ ຕ້ອງ ມີຄວາມອົດທົນເປັນພິເສດ ໃນການປະກອບສ່ວນຕ່າງໆ ຂອງ ເຮືອ ໃຫ້ເຂົ້າກັນ ຢູ່ໃນ ຫຼອດໄຟ ຫຼື ກວດແກ້ວ. ສຸດ ທ້າຍ ທ້າວຮຸຍ ຈະໃຊ້ກາວຕິດ 502 ເພື່ອ ຕິດບັນດາ ສ່ວນ ປະກອບ ນັ້ນ ໃຫ້ຄົງທີ່ຢູ່ໃນ ຫຼອດໄຟ ຫຼື ກວດແກ້ວ.

ຜ່ານການຝຶກຝົນ ແລະ ປະດິດສ້າງມາເປັນເວລາກວ່າ 2 ປີ ຈົນຊຳນານ. ປັດຈຸບັນ, ການຜະລິດຕະພັນໜຶ່ງ, ທ້າວ ຮຸຍ ໃຊ້ເວລາ ປະມານ 15-20 ນາທີ ກໍສຳເລັດ. ແຕ່ວ່າສຳລັບ ຜະລິດຕະພັນທີ່ມີລັກສະນະສັບສົນ ແລະ ໂດດເດັ່ນ ເຊັ່ນ ເຮືອສະເພົາ ຮ່າລອງ, ກຳປັ່ນທ່ອງທ່ຽວ, ເຮືອໄຂ່ມຸກດຳ, ກຳ ປ່ັນ Titanic ແລະ ເຮືອບິນ ມັນຕ້ອງໃຊ້ເວລາ ພໍສົມຄວນ. ທ້າວ ຮຸຍ ໃຫ້ຮູ້ວ່າ ສຳລັບບັນດາ ຜະລິດຕະພັນ ທີ່ຜະລິດຍາກ  ລາວ ຕ້ອງປະດິດສ້າງເຄື່ອງມື ທີ່ເໝາະສົມ ຕື່ມອີກເຊັ່ນ ດີ້ວລົດຖີບ, ເຂັມ, ເສັ້ນໄຫມຫຍິບ ແລະ ມີດຕັດ...

ມາຮອດປັດຈຸບັນ, ບັນດາຜະລິດຕະພັນສິລະປະ ໃນຫຼອດ ໄຟ ແລະ ກວດແກ້ວ ຂອງ ທ້າວ ຫງວຽນກວາງຮຸຍ ເປັນທີ່ດຶງ ດູດຄວາມສົນໃຈ ຂອງ ບັນດາ ເພື່ອນຊາວໜຸ່ມ ແລະ ນັກ ທ່ອງທ່ຽວຕ່າງປະເທດ ທີ່ມາເຖິງ ເຮືອນເລກທີ 58, ຖະໜົນ ຮ່າງງາງ, ຮ່າໂນ້ຍໃນທ້າຍສັບປະດາ. 


ຕົວແບບຜະລິດຕະພັນທີ່ຫຼາກຫຼາຍ ຈາກສີມືການຜະລິດ ຂອງ ທ້າວ ຮຸຍ. 


ຕົວແບບກຳປັ່ນທ່ອງທ່ຽວຮ່າລອງ ຢູ່ໃນຫຼອດໄຟ.


ທ້າວຮຸຍປັບປຸງຕົວແບບເຮືອ ແລະ ປ່ຽນໃໝ່ເລື້ອຍໆ ເພື່ອສ້າງຄວາມອຸດົມສົມບຸນ ແລະ ຫຼາຍຮູບແບບ
ໃຫ້ແກ່ຜະລິດຕະພັນແຕ່ລະຢ່າງ. ພາບ: ແຄ໋ງລອງ/VNA



ນອກຈາກການປະດິດສ້າງຜະລິດຕະພັນເຮືອຢູ່ໃນ ກວດ ແກ້ວ ແລ້ວ, ທ້າວຮຸຍ ຍັງໃຊ້ຫຼອດໄຟ ເປັນໂຖປັກດອກໄມ້ ນຳອີກ. 


ຮ້ານວາງສະແດງບັນດາຜະລິດຕະພັນຂອງທ້າວຮຸຍ ທີ່ຕະ ຫຼາດກາງຄືນຢູ່ຄຸ້ມຖະໜົນບູຮານ, ຮ່າໂນ້ຍ. 
 
ບົດ: ເງິນຮ່າ  - ພາບ: ແຄ໋ງລອງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ກາຈໍ້າ ມັງກອນ ທີ່ເປັນເອກະລັກຂອງບ້ານ ບາດຈ່າງ

ບັນດານາຍຊ່າງ ຂອງ ໝູ່ບ້ານ ​ເຄື່ອງ​ປັ້ນດິນ​ເຜົາ ​ບາດຈ່າງ (ເມືອງ ຢາເລີມ - ຮ່າ​ໂນ້ຍ) ​ໄດ້​ຮັບ​ແຮງ​ບັນດານ​ໃຈ​ຈາກ​ ກາຈໍ້າ ຮ່ວາງເດ໋ ຈີບ໋າວ  (ກາຈໍ້າ ຂອງ ມະຫາກະສັດ) ທີ່​ຫາ​ກໍ່​ນຳ​ມາ​ຈາກ ຝຣັ່ງ ​ເພື່ອ​ປະດິດ, ສ້າງ​ເປັນ ກາຈໍ້າ ​ມັງ ກອນ ​ຟອກຄຳ ​ທີ່​ເປັນ​ເອກະລັກ​ສະ​ເພາະ ​ເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງການ ​ຂອງ​ ປະຊາຊົນ ​ໃນ​ປີ ມະໂລງ 2024.

Top