• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ພໍ່ຄົວ John Burton-Races-ຜູ້ແນະນຳການກິນດື່ີມ ຫວຽດ ກັບ ເພື່ອນມິດສາກົນ

ເປັນຜູ້ທີ່ມີຊື່ສຽງ, ເຄີຍມີການປະກອບສ່ວນຢ່າງຍິ່ງໃຫຍ່ ໃຫ້ແກ່ການກິນດື່ມ ອັງກິດ, ປັດຈຸບັນ ພໍ່ຄົວ John Burton-Races ໄດ້ມາ ຫວຽດນາມ ເຮັດວຽກຕາມຄຳເຊື້ອເຊີນຂອງກຸ່ມ ບໍລິສັດ Paradise. ນີ້ຈະແມ່ນໂອກາດເພື່ອໃຫ້ເພິ່ນ ປະດິດຄິດແຕ່ງ ອອກມາອາຫານຫຼາຍເຍື່ອງຕ່າງໆ ທີ່ແປກໃໝ່, ຈະມີການ ປະສານສົມທົບ ລະຫວ່າງ ລົດຊາດຂອງ ເອີຣົບ  ແລະ ຫວຽດນາມ. ວຽກເຮັດດັ່ງກ່າວ ຊ່ວຍໃຫ້ເພິ່ນ ສາມາດສ້າງ ຄວາມຮັກມັກ ຕໍ່ການກິນດື່ມ ຫວຽດນາມ ກັບນັກທ່ອງທ່ຽວ ສາກົນ. 
ເຄີຍໄດ້ເຂົ້າຮ່ວມໃນຫຼາຍລາຍການໂທລະພາບທີ່ມີຊື່ສຽງຄື: French Leave, Return of the Chef, I’m a Celebrity, Get Me Out of Here ແລະ ສອງລາຍການໂທລະພາບຂອງ BBC ແມ່ນ Great British Menu ແລະ Kitchen Criminals, ແຕ່ທ່ານ John Burton-Races ຖືລັກສະນະ ທີ່ເປັນມິດ ແລະ ເປີດເຜີຍກັບຜູ້ລົມເລື່ອງ. ບັນດາເຍື່ອງອາຫານທີ່ເພິ່ນເປັນຜູ້ປະດິດຂຶ້ນ ໄດ້ສ້າງຄວາມປະທັບໃຈໃຫ້ແກ່ ຫຼາຍ ພັນຄົນໃນໂລກ, ພິເສດເມື່ອເພິ່ນໄດ້ກາຍເປັນຜູ້ຮັບຜິດຊອບໂຄງແຮມ Landmark London, ເປິດຮ້ານອາຫານ ແລະ ໂຄງແຮມ New Angel ຢູ່ Devon, ເປັນສະຖານທີ່ຮັບໃຊ້ໃຫ້ແກ່ການກິນດື່ມຫຼາຍແຫ່ງ ທີ່ມີຊື່ສຽງ ຢູ່ ອັງກິດ.

ເປັນຄົນໃຈກວ້າງ ແລະ ມີຄວາມມັກເມົາມົວກັບການຊອກຮູ້ແຜ່ນດິນໃໝ່, ເມື່ອມາ ຫວຽດນາມ ແລະ ໄປຢ້ຽມຢາມ ອ່າວ ຮ້າລອງ, ເພິ່ນຮູ້ສຶກປະທັບໃຈຕໍ່ທັດສະນີຍະພາບທີ່ສວຍສົດ ງົດງາມຢູ່ທີ່ນີ້, ພິເສດແມ່ນການກິນດື່ມ. ຕາມຄຳເຊື້ອເຊີນຂອງກຸ່ມບໍລິສັດ Paradise, ເພິ່ນໄດ້ມາເຮັດວຽກຢູ່ ຫວຽດນາມ ໃນເວລາ 5 ປີ ແລະ ເລີ່ມລົງມືປະດິດສ້າງຂຶ້ນອາຫານ ຫຼາຍ ເຍື່ອງທີ່ແປກໃໝ່, ມີການປະສານສົມທົບລະຫວ່າງລົດຊາດ ຂອງ ເອີຣົບ ແລະ ຫວຽດນາມ. ນີ້ແມ່ນວຽກງານ ຈະຊ່ວຍໃຫ້ ເພິ່ນ ສາມາດສ້າງຄວາມຮັກມັກ ຕໍ່ການກິນດື່ມ ຫວຽດນາມ ກັບນັກທ່ອງທ່ຽວສາກົນ.


 ພໍ່ຄົວ John Burton-Race. 


ພໍ່ຄົວ John Burton-Race ສະແດງການປຸງແຕ່ງເຍື່ອງອາຫານ ປ່າຊາມອນ ປະສານສົມທົບກັບຊາຂຽວ.


ມີຄວາມລະມັດລະວັງໃນການແຕ່ງກິນອາຫານແຕ່ລະເຍື່ອງ
ເພື່ອເຮັດໃຫ້ຜູ້ຮັບປະທານອາຫານຮູ້ສຶກກິນແຊບ. 



ພໍ່ຄົວ John Burton-Race ພວມເຮັດວຽກໃນເຮືອນຄົວ
ຂອງຮ້ານອາຫານ Home Moc.



ທ່ານ John Burton-Race ແລກປ່ຽນຄຳຄິດເຫັນກັບພໍ່ຄົວ
ຫງວຽນຢາທ້ຽນ (ຊ້າຍ) ໃນເຮືອນຄົວຂອງຮ້ານອາຫານ Home Moc.



ແຂກມາຮັບປະທານອາຫານໂດຍພໍ່ຄົວ John Burton-Race
ເປັນຜູ້ແຕ່ງກິນ.
ບັນດາລາຍການສະແດງປຸງແຕ່ງອາຫານ ຫວຽດ ເຊິ່ງໄດ້ຈັດຂຶ້ນຢູ່ຮ້ານອາຫານ Home Moc Hanoi ແລະ ຮ້ານອາຫານ Home Finest Saigon ເທິງເຮືອທ່ອງທ່ຽວ Paradise Elegance ຂອງ ທ່ານ John Burton-Race ໄດ້ຊ່ວຍເຮັດໃຫ້ຜູ້ມັກກິນອາຫານ ຫວຽດ ມີໂອກາດໄດ້ກິນອາຫານຫຼາຍເຍື່ອງທີ່ແປກໃໝ່ ໂດຍເພິ່ນເປັນຜູ້ປຸງແຕ່ງ. ເພື່ອເຂົ້າໃຈໄດ້ແບບວິທີການກິນດື່ມ ຫວຽດນາມ, ທ່ານ John Burton-Race ໄດ້ມາຕະຫຼາດຫຼາຍແຫ່ງຢູ່ ຫວຽດນາມ, ນັ້ນເປັນບ່ອນທີ່ເພິ່ນເກັບຊື້ເຄື່ອງປຸງແຕ່ງອາຫານ, ແຕ່ໝາກໄມ້, ຜັກ ຈົນເຖິງເຄື່ອງທະເລ.

ທີ່ຮ້ານອາຫານ Home Moc ຮ່າໂນ້ຍ, ພວກຂ້າພະເຈົ້າໄດ້ເຫັນກັບຕາ ທ່ານ John Burton-Race ປຸງແຕ່ງອາຫານພ້ອມກັບພໍ່ຄົວ ຊາວ ຫວຽດນາມ ຄົນໜຶ່ງແມ່ນ ຫງວຽນຢາທ້ຽນ. ພໍ່ຄົວສອງຄົນພ້ອມກັນປຸງແຕ່ງອາຫານ 4 ເຍື່ອງ, ໃນນັ້ນ ເຍື່ອງອາຫານຕົ້ນຕໍ່ໄດ້ປຸງແຕ່ງຈາກກຸ້ງມັງກອນ, ກິນກັບ ກະແລັມຜັກກະລຳ່ປີດອກ, ນຳ້ມັນເບີສີໝາກກະເບົາ, ເຫຼົ້າຣຳ, ໝາກອະງຸ່ນແຫ້ງ, ໄກ່ ຂອງຊາວເຜົ່າ ມົ້ງ, ເຂົ້າເໝົາອົບແຫ້ງ ແລະ ນຳ້ຊ໊ອດ ທີ່ຕົ້ມດ້ວຍຊີ້ນກັບເຫັດ. ຕາມທ່ານ ຫງວຽນຢາທ້ຽນ ແລ້ວ, ເວລາເຮັດວຽກກັບ John Burton-Race ຊ່ວຍໃຫ້ເພິ່ນ ຮຽນຮູ້ໄດ້ບັນດາເຕັກນິກໃນການປຸງແຕ່ງ ອາຫານ ເອີຣົບ ຫຼາຍເຍື່ອງ, ພ້ອມກັນນັ້ນ ເພິ່ນກໍ່ແນະນຳ ບັນດາຄວາມ ຍອດຍິ່ງ ຂອງອາຫານ ຫວຽດນາມ ໃຫ້ John Burton-Race ຮູ້, ເພື່ອສອງຄົນສາມາດປະດິດແຕ່ງຂຶ້ນ ອາຫານຫຼາຍເຍື່ອງ ທີ່ມີການປະສານສົມທົບລະຫວ່າງການ ກິນດື່ມຂອງ ອາຊີ ແລະ ເອີຣົບ. 


ເຍື່ອງອາຫານ ກຸ້ງມັງກອນ, ກິນກັບ ກະແລັມຜັກກະລຳ່ປີດອກ, ນຳ້ມັນເບີສີໝາກກະເບົາ, ໝາກອະງຸ່ນແຫ້ງ ແລະ ເຫຼົ້າ ຣຳ.


ນຳ້ຊ໊ອດ ກິນກັບງົວປິ້ງ ແລະ ເສັ້ນເຝີທອດນຳ້ມັນ.


ເຍື່ອງອາຫານເຂົ້າໜົມເຂົ້າກຳ່ທອດນ້ຳມັນ ກິນກັບ ໝາກມ່ວງຫິມະພານ ຂົ້ວກັບເກືອ ແລະ ໝາກເຜັດ. 


ເຍື່ອງອາຫານ ໄກ່ ຂອງຊາວເຜົ່າ ມົ້ງ ກິນກັບເຂົ້າເໝົາອົບແຫ້ງ ແລະ ນຳ້ຊ໊ອດ ທີ່ຕົ້ມດ້ວຍຊີ້ນກັບເຫັດ.
ນອກຈາກສະແດງການປຸງແຕ່ງອາຫານຢູ່ ຮ່າໂນ້ຍ, ທ່ານ John Burton-Race ກໍ່ໄດ້ແນະນຳອາຫານຫຼາຍເຍື່ອງເທິງເຮືອທ່ອງທ່ຽວ ຮ້າລອງ ດ້ວຍຈຸດພິເສດແມ່ນເຍື່ອງອາຫານ​ gnocchi ຂອງ ອີຕາລີ.​ ທ່ານ John Burton-Race ຍັງ ສະແດງການປຸງແຕ່ງອາຫານທ່ຽງ ແລະ ອາຫານຄຳ່ ທີ່ໝູ່ບ້ານຂອງຊາວປະມົງ ເກືອວ້ານ ໃນລາຍການ “ການກິນດື່ມສຸດຍອດເທິງເຮືອທ່ອງທ່ຽວ”. ທີ່ຮ້ານອາຫານ Home Finest Saigon, ທ່ານ John Burton-Race ໄດ້ມີການສົມທົບກັບ Iron Chef ຫງວຽນແທງຕຸ່ງ ໃນການປຸງແຕ່ງອາຫານ ເອີີຣົບ ແລະ ຫວຽດນາມ 4 ເຍື່ອງ. 

ປັດຈຸບັນ, ທ່ານ John Burton-Race ພວມເຮັດວຽກໃຫ້ກຸ່ມບໍລິສັດ Paradise ຫວຽດນາມ ແລະ ຫວັງວ່າ ເພິ່ນຈະ ນຳມາໃຫ້ນັກທ່ອງທ່ຽວຕ່າງປະເທດ ບັນດາເຍື່ອງອາຫານທີ່ແຊບທີສຸດຂອງ ຫວຽດນາມ ຈາກການປະດິດສ້າງ ແລະ ນຳ້ໃຈຮັກ ປະເທດ, ຜູ້ຄົນ ຫວຽດນາມ ອີກດ້ວຍ. 
ບົດ: ບິກເວີນ ພາບ: ແທງຢາງ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

Kengo Kuma ຜູ້ສ້າງແຮງບັນດານໃຈ ໃຫ້ກັບນັກສຶກສາ ສະຖາປັດຕະຍະກຳ ຫວຽດນາມ

ທ່ານ Kengo Kuma (ຊາວ ຍີ່ປຸ່ນ) ເປັນນັກການສຶກສາ ແລະ ນັກສະຖາປະນິກ ທີ່ມີຊື່ສຽງ ຂອງໂລກ. ທ່ານໄດ້ ອອກແບບ ໂຄງການຈຳນວນໜຶ່ງຢູ່ ຫວຽດນາມ ເຊິ່ງເປັນສັນຍາລັກ ແຫ່ງການພົວພັນ ມິດຕະພາບ ລະຫວ່າງສອງປະເທດ. ໃນກອງປະຊຸມສຳມະນາ ດ້ວຍຫົວຂໍ້ “ດຳລົງຊີວິດ ກັບທຳມະຊາດ” ທີ່ຈັດຂຶ້ນຢູ່ໂຮງຮຽນ ສະຖາປັດຕະຍະກໍາ ຮ່າໂນ້ຍ, ທ່ານ Kengo Kuma ໄດ້ເປັນ ນັກປາຖະກະຖາ ຜູ້ຖ່າຍທອດ ແຮງບັນດານໃຈ ປັນຍາຄວາມຮູ້ ໃຫ້ນັກສຶກສາ ຫວຽດນາມ ໃນສາຍການເດີນທາງ ກາຍເປັນ ນັກສະຖາປະນິກ ໃນອະນາຄົດ.

Top