• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົນໂທ ຫງວຽນຈີວີ້ງ ຕີລາຄາຢ່າງຕັ້ງຫນ້າການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອາເມລິກາ ປີ 2017

      ເມື່ອຕອບຄຳຖາມກ່ຽວກັບໝາກຜົນການເຈລະຈານະໂຍບາຍປ້ອງກັນຊາດ ຫວຽດນາມ - ອາເມລິກາ ດຳເນີນຢູ່ ນະຄອນຫລວງ ວໍຊີງຕັນ ເມື່ອວັນທີ 15-18 ຕຸລາ,

ພົນໂທ ຫງວຽນຈີວີ້ງ ພ້ອມດ້ວຍຄະນະຜູ້ແທນການທະຫານຫວຽດນາມ ຖ່າຍຮູບກັບສະມາຊິກສະພາສູງ
ອາເມລິກາ  Patrick Leahy. ພາບ:TTXVN
      ພົນໂທ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມໃຫ້ຮູ້ວ່າ: ການເຈລະຈາຄັ້ງນີ້ສ່ວນຫລາຍແມ່ນເພື່ອແນໃສ່ຫັນບັນດາເນື້ອໃນຊື່ງທ່ານລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໄດ້ເປັນເອກະພາບໃຫ້ເປັນລະອຽດ. ຫນຶ່ງໃນບັນດາເນື້ອໃນຈຸດສຸມແມ່ນ ຮ່ວມມືແກ້ໄຂຜົນຮ້າຍຢ້ອນຫລັງຍ້ອນສົງຄາມຢູ່ຫວຽດນາມ. ຕາມທ່ານ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລ້ວ, ບັນດາເຈົ້າຫນ້າທີ່ ອາເມລິກາ ໄດ້ເປັນເອກະພາບກັບ ຝ່າຍຫວຽດນາມວ່າ: ນີ້ແມ່ນຫນຶ່ງໃນບັນດາເນື້ອໃນຮ່ວມມືບັນລຸໝາກຜົນຕັ້ງຫນ້າ, ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງຝ່າຍ, ສ້າງພື້ນຖານ, ຄວາມໄວ້ເນື້ອເຊື່ອໃຈໃຫ້ອະນາຄົດຮ່ວມມືລະຫວ່າງສອງຝ່າຍ. ກະຊວງປ້ອງກັນປະເທດ ອາເມລິກາ ກໍຢືນຢັນວ່າ: ຈະຕັ້ງຫນ້າຫນູນຊ່ວຍ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດ, ທາດພິດສີສົ້ມດີໂອຊີນ, ຊອກຄົ້ນບັນດານັກຮົບຫວຽດນາມທີ່ຖືກຫາຍສາບສູນໃນສົງຄາມ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: “ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ເປັນ​ບົດ​ເພງ​ອຳ​ມະ​ຕະຕະຫຼອດ​ໄປ”

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະ, ສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບ ດ້ຽນບຽນ, ຊາວໜຸ່ມຕະລຸມບອນ, ຄົນງານເກນເຂົ້າຮ່ວມຮັບໃຊ້ບັ້ນຮົບດ້ຽນບຽນຝູ ໂດຍກົງ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (7/5/1954 - 7/7/2024).

Top