• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພົນເອກ ໂງຊວັນລິກ ພົບປະສອງຝ່າຍກັບລັດຖະມົນຕີກະຊວງປ້ອງກັນປະເທດ ລາວ, ອົດສະຕາລີ

      ໃນຂອບເຂດກອງປະຊຸມໃນວົງແຄບລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ 2020, ວັນທີ 18 ກຸມພາ, ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ, ໄດ້ມີການພົບປະສອງຝ່າຍ ພົນເອກ ຈັນສະໜອນ ຈັນຍາລາດ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ແລະ ທ່ານນາງສະມາຊິກສະພາສູງ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ Linda Reynolds.

ທ່ານ ພົນເອກ ໂງຊວັນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ
ຈັນສະໜອນ ຈັນຍາລາດ (ພາບ: TTXVN)
      ໃນການພົບປະກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໜອນ ຈັນຍາລາດ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ຫວັງວ່າ ລາວ ແລະ ບັນດາປະເທດສະມາຊິກ ອາຊຽນ ຈະສືບຕໍ່ຮ່ວມແຮງຮ່ວມໃຈກັນປັບປຸງບັນດາກົນໄກການຮ່ວມມືປ້ອງກັນຊາດ - ການທະຫານ; ສ້າງປະຊາຄົມ ອາຊຽນ ສະໜິດຕິດພັນ ແລະ ມີຄວາມສາມາດເປັນເຈົ້າການຮັບມີກັບບັນດາປັດໄຈສົ່ງຜົນກະທົບຈາກພາຍນອກ. ສ່ວນ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຈັນສະໜອນ ຈັນຍາລາດ ຕີລາຄາສູງວຽກງານກະກຽມຂອງ ກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມໃນວົງແຄບ ລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ກໍ່ຄືບັນດາການເຄື່ອນໄຫວການທະຫານ - ປ້ອງກັນຊາດ ໃນປີທີ່ ຫວຽດນາມດຳລົງຕຳແໜ່ງເປັນປະທານ ອາຊຽນ 2020. ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ສະແດງຄວາມເຊື່ອໝັ້ນວ່າດ້ວຍການເປັນປະທານອາຊຽນຂອງຫວຽດນາມໃນປີ 2020, ກົນໄກການຮ່ວມມື ADMM ແລະ ADMM+ ຈະສືບຕໍ່ໄດ້ຮັບການຢັ້ງຢືນ ແລະ ບົດບາດສຳຄັນໃນໂຄງສ້າງຄວາມໝັ້ນຄົງຂອງພື້ນຖານຈະຖຶກຍົກຂຶ້ນສູ່ລະດັບສູງໃໝ່, ພ້ອມກັນສະໜັບສະໜູນ ຫວຽດນາມ ດຳລົງຕຳແໜ່ງປະທານ ອາຊຽນ 2020.
            ສ່ວນໃນການຕ້ອນຮັບທ່ານນາງ Linda Reynolds ສະມາຊິກສະພາສູງ, ລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ , ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໂງຊວັນລິກ ຕີລາຄາສູງການຮ່ວມມືກັບ ອົດສະຕາລີ ໃນບັນຫາແມ່ຍິງ, ສັນຕິພາບ, ການປ້ອງກັນຄວາມສະຫງົບ ແລະ ໃຫ້ຮູ້ວ່າຈະແຕ່ງຕັ້ງຜູ້ຕາງໜ້າໄປເຂົ້າຮ່ວມກອງປະຊຸມຜູ້ບັນຊາການກຳລັງປ້ອງກັນຊາດກ່ຽວກັບແມ່ຍິງ, ສັນຕິພາບ, ປ້ອງກັນຄວາມສະຫງົບ ຢູ່ ອົດສະຕາລີ. ສ່ວນທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ອົດສະຕາລີ ກໍ່ສະແດງຄວາມເຊື່ອໝັ້ນວ່າກະຊວງປ້ອງກັນປະເທດ ຫວຽດນາມຈະເປັນເຈົ້າພາບຈັດຕັ້ງບັນດາກອງປະຊຸມ ແລະ ການເຄື່ອນໄຫວປ້ອງກັນຊາດ ອາຊຽນ 2020 ພ້ອມກັບບັນດາການເຄື່ອນໄຫວຢູ່ນອກກອງປະຊຸມໄດ້ຢ່າງສຳເລັດຜົນ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top