• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພື້ນຖານເສດຖະກິດ ຫວຽດນາມ ຈະຊະນະໂລກລະບາດໂຄວິດ - 19 ຄືແນວໃດ?

      ພື້ນຖານເສດຖະກິດ ຫວຽດນາມ ຈະຊະນະໂລກລະບາດໂຄວິດ - 19 ຄືແນວໃດ?” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ) ສົມທົບກັບອົງການສົ່ງເສີມການຄ້າ - ການລົງທຶນ ສ.ເກົາຫຼີ (KOTRA), ອົງການອະນາໄມໂລກ ປະຈຳ ຫວຽດນາມ, ກົມການແພດປ້ອງກັນ (ກະຊວງສາທາລະນະສຸກ), ພະແນກແຜນການ ແລະ ການລົງທຶນ ແຂວງ ຫວິງຟຸກ ແລະ ສູນສົ່ງເສີມການຄ້າ ແລະ ການລົງທຶນ ນະຄອນ ໂຮ່ຈີມິນ ຈັດຕັ້ງຂຶ້ນໃນວັນທີ 4 ສິງຫາ ຕາມຮູບການທາງອອນລາຍ.
ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: moit.gov)
      ທີ່ກອງປະຊຸມສຳມະນາ, ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ ໄດ້ແບ່ງປັນວ່າ, ປັດຈຸບັນ, ລັດຖະບານ ຫວຽດນາມ ພວມຜັນຂະຫຍາຍບັນດາມາດຕະການທີ່ເຄັ່ງຄັດ ແລະ ຂ້ຽວຂາດກວ່າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຕາມທິດນຳ ສົມທົບ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ຕ້ານໂລກລະບາດ, ປົກປັກຮັກສາສຸຂະພາບຂອງປະຊາຊົນແມ່ນບຸລິມະສິດ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ດ້ວຍຄວາມຕັດສິນໃຈຢ່າງສູງ ແລະ ຄົບຊຸດ.
        ພ້ອມກັນນັ້ນ, ທ້ອງຖິ່ນຕ່າງໆພວມສົມທົບກັບບັນດາຄະນະຄຸ້ມຄອງເຂດອຸດສາຫະກຳ ແລະ ນັກລົງທຶນຢ່າງແໜ້ນແຟ້ນ ເພື່ອປະຕິບັດບັນດາມາດຕະການຄົບຊຸດ ຮັບປະກັນບັນດາການເຄື່ອນໄຫວຜະລິດດຳເນີນທຸລະກິດ ຢູ່ໂຮງຈັກ, ໂຮງງານແຫ່ງຕ່າງໆໄດ້ຮັບການຄວບຄຸມເປັນຢ່າງດີ.
 (ແຫຼ່ງຄັດຈາກ VOV)

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ສຳນັກຂ່າວສານ ຫວຽດນາມ ຈັດງານວາງສະແດງຮູບພາບທາງອອນລາຍ 70 ປີແຫ່ງໄຊຊະນະ ດ້ຽນບຽນຝູ

ເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024), ດ້ວຍບົດບາດທີ່ເປັນສຳນັກຂ່າວສານແຫ່ງຊາດ, ສຳນັກຂ່າວສານ ຫວຽດນາມ (VNA) ໄດ້ມີການເຄື່ອນໄຫວຫຼາຍຢ່າງເພື່ອເຜີຍແຜ່ບັນດາຂໍ້ມູນອັນລ້ຳຄ່າກ່ຽວກັບເຫດການສຳຄັນດັ່ງກ່າວໃຫ້ປະຊາຊົນຢ່າງກວ້າງຂວາງ.

Top