• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິ​ທີ​ສະ​ເຫຼີ​ມ​ສະ​ຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​​ແຫ່ງລັດ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ອາ​ໄສ​ຕ່າງ​ປະ​ເທດ

ທ່ານ ຟ້າມບິງມິງ ຊີ້ແຈ້ງວ່າ: ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດແມ່ນໜຶ່ງໃນບັນດາອົງການນຳໜ້າໃນວຽກງານຂົນຂວາຍປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດກັບເມືອບ້ານເກີດເມືອງນອນ, ປະເທດຊາດ ແລະ ປະກອບສ່ວນເຂົ້າພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໄລຍະກ່ອນນີ້ກໍ່ຄືກິດຈະການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ.

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ໄດ້ມອບຫຼຽນໄຊເອກະລາດຊັ້ນໜຶ່ງຄັ້ງທີ 2 ໃຫ້ແກ່ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ (ພາບ: TTXVN)

ຕອນເຊົ້າວັນທີ 19 ພະຈິກ, ທີ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄດ້ຈັດຕັ້ງ “ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ແລະ ຕ້ອນຮັບຫຼຽນໄຊເອກະລາດຊັ້ນໜຶ່ງ ຄັ້ງທີ 2” ເພື່ອແນໃສ່ສະຫຼຸບ ແລະ ຮັບເອົາບັນດາຜົນງານອັນພົ້ນເດັ່ນຂອງວຽກງານສຳລັບຊາວຫວຽດນາມ ຢູ່ຕ່າງປປະເທດ, ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍ ແລະ ຄວາມເອົາໃຈໃສ່ອັນຍິ່ງໃຫຍ່ຂອງ ພັກ ແລະ ລັດ ຫວຽດນາມ ສຳລັບຊາວ ຫວຽດນາມອາໄສຢູ່ຕ່າງປະເທດ ໂດຍມີການເຂົ້າຮ່ວມຂອງ ທ່ານນາງດັ້ງທິງອກທິ້ງ ຮອງປະທານປະເທດ ຫວຽດນາມ, ທ່ານ ຟ້າມບິງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ທ່ານນາງເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ.

        ກ່າວຄຳເຫັນທີ່ພິທີ, ທ່ານ ຟ້າມບິງມິງ ຊີ້ແຈ້ງວ່າ: ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ທີ່ອາໄສຢູ່ຕ່າງປະເທດແມ່ນໜຶ່ງໃນບັນດາອົງການນຳໜ້າໃນວຽກງານຂົນຂວາຍປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດກັບເມືອບ້ານເກີດເມືອງນອນ, ປະເທດຊາດ ແລະ ປະກອບສ່ວນເຂົ້າພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໄລຍະກ່ອນນີ້ກໍ່ຄືກິດຈະການສ້າງສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ. ທ່ານ ກ່າວວ່າ:

        ລະດົມແຫຼ່ງກຳລັງອັນໃຫຍ່ຫຼວງຂອງປະຊາຊົນຊາວຫວຽດນາມອາໄສຢູ່ຕ່າງປະເທດຫຼາຍກ່ວາອີກເພື່ອຮັບໃຊ້ໃຫ້ແກ່ການພັດທະນາປະເທດຊາດ, ເປັນຕົ້ນແມ່ນໃນບັນດາການເຄື່ອນໄຫວຖ່າຍທອດເຕັກໂນໂລຍີ, ການລົງທຶນ, ການຄ້າ. ປັບປຸງການເຄື່ອນໄຫວຂອງບັນດາສະມາຄົມ, ເປັນເຈົ້າການໃນການສື່ສານ, ໂຄສະນາກ່ຽວກັບສະພາບການພາຍໃນປະເທດ, ແຜນນະໂຍບາຍຂອງພັກ ແລະ ລັດ ຢ່າງວ່ອງໄວ ແລະ ທັນການ, ເພື່ອແນໃສ່ຕໍ່ສູ້ກັບຖ້ອຍທຳນອງ ເສກສັນປັ້ນແຕ່ງຂອງບັນດາກຳລັງເປັນປໍລະປັກ, ປ່ຽນແປງໃໝ່ວຽກງານສອນ ແລະ ຮຽນພາສາຫວຽດ ໃຫ້ແກ່ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

        ໂດຍຕາງໜ້າໃຫ້ແກ່ ພັກ,ລັດ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ມອບຫຼຽນໄຊເອກະລາດຊັ້ນໜຶ່ງຄັ້ງທີ 2 ໃຫ້ແກ່ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມອາໄສຢູ່ຕ່າງປະເທດ.

 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ທີ່​ສຸດ​ຂອງ ບ​ຣາ​ຊິນ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

“ດ້ວຍອິດທິພົນ” ຢູ່ ຊີກໂລກໃຕ້, ບຣາຊິນ ແລະ ຫວຽດນາມ ຈະສືບຕໍ່ຮ່ວມມືກັນໂດຍອີງໃສ່ບັນດາຄຸນຄ່າລວມກ່ຽວກັບສັນຕິພາບ, ມິດຕະພາບ ແລະ ເຄົາລົບເຊິ່ງກັນແລະກັນ.

Top