• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ທ່ອງທ່ຽວ

ພິສິດຈອມພູ Fansipan

Fansipan ໄດ້ຖືກຂະໜານນາມວ່າ ເປັນ ຫຼັງຄາເຮືອນ ຂອງ ອິນດູຈີນ ດ້ວຍຄວາມສູງ 3.143 ແມັດ. ປະຈຸບັນ, ດ້ວຍລະບົບ ສາຍກາບກະເຊົ້າລອຍຟ້າ Fansipan Sapa ທີ່ທັນສະໄໝ ສາມາດນຳນັກທ່ອງທ່ຽວ ຂຶ້ນທ່ຽວຊົມ ຫຼັງ ຄາ ເຮືອນຂອງອິນດູຈີນ ໄດ້ຢ່າງສະບາຍ. 
ຊາປາ (ລ່າວກາຍ) ເປັນເມືອງທ່ອງທ່ຽວທີ່ມີຊື່ສຽງກວ່າໝູ່ ຂອງເຂດ ໄຕບັກ (ຕາເວັນຕົກສ່ຽວເໜືອ), ທີ່ນີ້ ມີສວນອຸ ທິ ຍານ ແຫ່ງຊາດ ຮວ່າງລຽນ ທີ່ໜ້າປະທັບໃຈ 3 ຢ່າງຄື: ຈອມ ພູ Fansipan ສູງທີ່ສຸດຢູ່ຫວຽດນາມ, ຮ່ອມພູ ຮວ່າງ ລຽນ ເຊີນ ມີຄວາມໃຫຍ່ໂຕມະໂຫຖານທີ່ສຸດ ຢູ່ຫວຽດນາມ ແລະ ເປັນແຫຼ່ງຊັບພະຍາກອນ ປ່າໄມ້ທີ່ອຸດົມສົມບູນ ທີ່ສຸດ ຢູ່ ຫວຽດນາມ. 
 
Guinness World Record ໄດ້ມອບໃບຮັບຮອງ ສະຖິຕິ Guinness ໃຫ້ແກ່ສາຍກາບກະເຊົ້າລອຍຟ້າ Fansipan Sapa 2 ຢ່າງຄື: ສາຍກາບກະເຊົ້າລອຍຟ້າ 3 ສາຍ ລະ ຫວ່າງ ສະຖານີຂຶ້ນ ແລະ ສະຖານີລົງ ສູງທີ່ສຸດໃນໂລກ (1.410 ແມັດ) ແລະ ກະເຊົ້າລອຍຟ້າ 3 ສາຍຍາວທີ່ສຸດ ໃນໂລກ (6.295 ແມັດ).  
ໄດ້ເປີດນຳໃຊ້ຢ່າງເປັນທາງການແຕ່ເດືອນ ກຸມພາ 2016, ກຸ່ມບໍລິສັດ Sun Group ຊຶ່ງເປັນກຸ່ມບໍລິສັດ ຖືເອົາການ ທ່ອງທ່ຽວ-ພັກຜ່ອນ ແລະ ອະສັງຫາລິມະຊັບ ເປັນຂົງເຂດ ລົງ ທຶນຍຸດທະສາດ ໄດ້ມີການກໍ່ສ້າງ ແລະ ເປີດນຳໃຊ້ ລະ ບົບສາຍກາບກະເຊົ້າລອຍຟ້າ 3 ສາຍ ທີ່ທັນສະໄໝທີ່ສຸດ ຂອງ ໂລກ ທີ່ຊາປາ. ຕັ້ງແຕ່ນັ້ນມາ, ນັກທ່ອງທ່ຽວທັງ ພາຍ ໃນ ແລະ ຕ່າງປະເທດ ໄດ້ມາທ່ຽວຊາປາ ເພື່ອສົມປະສົງ ຄວາມຕັ້ງໃຈ ທີ່ໄດ້ຢຶນເທິງຫຼັງ ຄາເຮືອນຂອງ ອິນດູຈີນ ນັບ ເປັນຈຳນວນຫຼາຍລ້ານຄົນ.
 
ພວກຂ້າພະເຈົ້າເລີ່ມຕົ້ນການເດີນທາງດ້ວຍການຂີ່ສາຍກາບກະເຊົ້າລອຍຟ້າ ແຕ່ສະຖານີຂຶ້ນສູ່ຮ່ອມພູ ເມືອງ ຮວາ. ລະບົບສາຍກາບກະເຊົ້າລອຍ ຟ້າ Fansipan Sapa ສາ ມາດທົນຕໍ່ກຳລັງແຮງດັນຂອງ ລົມຟ້າອາກາດ ທີ່ຮ້າຍແຮງ, ຮັບປະກັນຕໍ່ຄວາມ ປອດໄພ ໃຫ້ທຸກ ຄົນໄດ້ ຢ່າງແນ່ນອນ. ກະເຊົ້າໜ່ວຍໜຶ່ງບັນຈຸ ໄດ້ຫຼາຍສຸດແມ່ນ 35 ຄົນ, ສາມາດ ຂົນສົ່ງນັກທ່ອງທ່ຽວໄດ້ 2.000 ຄົນຕໍ່ຊົ່ວ ໂມງ, ຫລຸດຜ່ອນ ເວລາ ຂຶ້ນເທິງ ຈອມພູ Fansipan ດ້ວຍການ ຍ່າງ ຈາກ 2 ມື້ ລົງ ເຫລືອພຽງ 15 ນາທີເທົ່ານັ້ນ. 



ສະຖານີ ກະເຊົ້າລອຍຟ້າ ຕັ້ງຢູ່ຮ່ອມພູ ເມືອງຮວາ. ພາບ: ເຕິດເຊີນ


ສະຖານີ ໄດ້ອອກແບບຕາມສະຖາປັດຕະຍະກຳຂອງ Colonial ໃນສະຕະວັດທີ XIX,
ປະດັບປະດາຄືຫໍໂຮງ ຕັ້ງ ຢູ່ໃຈກາງພູຜາປ່າດົງ. ພາບ: ຮວ່າງກວາງຮ່າ



ສະຖາປັດຕະຍະກຳຢູ່ທາງໃນສະຖານີ ໄດ້ອອກແບບ ທັນ ສະໄໝ,
ມີບໍລິການຫລາຍຢ່າງເພື່ອຮັບໃຊ້ນັກ ທ່ອງ ທ່ຽວ. ພາບ: ຮວ່າງກວາງຮ່າ



ລິບຮັບໃຊ້ນັກທ່ອງທ່ຽວຢູ່ສະຖານີຂີ່ກະເຊົ້າລອຍຟ້າ Fansipan. ພາບ: ຮວ່າງກວາງຮ່າ


ສະຖານີສາຍກາບກະເຊົ້າລອຍຟ້າ Fansipan ໄດ້ອອກແບບທັນສະໄໝ
ມີບໍລິການຫລາຍຢ່າງ ຮັບໃຊ້ນັກທ່ອງ ທ່ຽວຄື: ຮ້ານອາຫານ, ຮ້ານຂາຍເຄື່ອງ… ພາບ: ແຄ໋ງລອງ



ນັກທ່ອງທ່ຽວສາມາດຖ່າຍຮູບ ແລະ ຊົມທັດສະນີຍະພາບ
ທີ່ກວ້າງໃຫຍ່ໄພສານຂອງສາຍພູ ຮວ່າງລຽນ ເທິງ ກະເຊົ້າລອຍຟ້າ. ພາບ: ຫວຽດເກື່ອງ



ນັກທ່ອງທ່ຽວ ກຸ່ມໜຶ່ງ ມາແຕ່ ຮາຍຟ່ອງ ກຳລັງ ບັນທຶ ພາບ ເພື່ອເກັບໄວ້ເປັນທີ່ລະນຶກໃນກະເຊົ້າ
ເມື່ອຂີ່ ກະເຊົ້າ ລອຍຟ້າຂຶ້ນຈອມພູ Fansipan. ພາບ: ເຕິດເຊີນ



ລະບົບສາຍກາບກະເຊົ້າລອຍຟ້າ ພານັກທ່ອງທ່ຽວຂ້າມ
ຜ່ານຮ່ອມພູ ເມືອງຮວາ ເພື່ອຊົມທົ່ງນາຂັ້ນໄດ ໃນລະດູເກັບ ກ່ຽວ. ພາບ: ຫງວຽນຖັ໋ງ



ຄວາມສວຍສົດງົດງາມຂອງທົ່ງນາຂັ້ນໄດທີ່ຮ່ອມພູ ເມືອງ ຮວາ ເບິ່ງຈາກມູມສູງ. ພາບ: ຫງວຽນຖັ໋ງ


ລະບົບສາຍກາບກະເຊົ້າລອຍຟ້າ ພານັກທ່ອງທ່ຽວຂ້າມ
ຜ່ານເມກໝອກ, ຂ້າມຜ່ານຈອມພູຫຼາຍໜ່ວຍ. ພາບ: ຮວ່າງກວາງຮ່າ



ນັ່ງໃນກະເຊົ້າ,​ ນັກທ່ອງທ່ຽວສາມາດຊົມເບິ່ງທັດສະນີຍະພາບທີ່ສວຍງາມ
ຂອງສວນອຸທິຍານແຫ່ງຊາດ ຮວ່າງ ລຽນ. ພາບ: ຫງວຽນຖັ໋ງ



ລະບົບສາຍກາບກະເຊົ້າລອຍຟ້າ ພານັກທ່ອງທ່ຽວຂ້າມຜ່ານເມກໝອກ
ໃນການເດີນທາງຂຶ້ນໄປຍັງຫຼັງຄາເຮືອນ
ອິນດູຈີນ. ພາບ: ເຕິດເຊີນ



ສະຖານີລົງກະເຊົ້າລອຍຟ້າຢູ່ ຈອມພູ Fansipan ເປັນ
ບ່ອນພັກຜ່ອນ, ຊົມທັດສະນີຍະພາບທີ່ດີສຳລັບ ນັກ ທ່ອງ ທ່ຽວ. ພາບ: ເຕິດເຊີນ



ສາຍພູ ຮວ່າງລຽນເຊີນ ທີ່ໃຫຍ່ໂຕມະໂຫຖານ ເບິ່ງ ຈາກ ຈອມ Fansipan. ພາບ: ຫງວຽນຖັ໋ງ


ນັກທ່ອງທ່ຽວສາມາດພົບເຫັນເມກໝອກເທິງຈອມພູ Fansipan.​ ພາບ: ແຄ໋ງລອງ


ລົງກະເຊົ້າລອຍຟ້າ, ນັກທ່ອງທ່ຽວຕ້ອງຂຶ້ນຂັ້ນໄດກວ່າ 600 ຂັ້ນ ຈຶ່ງຂຶ້ນເຖິງຈອມພູ  Fansipan. ພາບ: ເຕິດເຊີນ


ທັດສະນີຍະພາບເທິງຈອມພູ Fansipan ຖ່າຍດ້ວຍ Fly cam. ພາບ: ຮວ່າງກວາງຮ່າ


ກຸ່ມບໍລິສັດ Sun Group ລົງທຶນກໍ່ສ້າງລະບົບ ພື້ນໄມ້ ທີ່ ແໜ້ນໜາເພື່ອຮັບປະກັນ
ຄວາມປອດໄພໃຫ້ແກ່ນັກ ທ່ອງ ທ່ຽວ ເທິງຈອມພູ Fansipan. ພາບ: ຮວ່າງກວາງຮ່າ



ຕາມສະຖິຕິຂອງຫ້ອງການທ່ອງທ່ຽວ ຊາປາ ໃຫ້ຮູ້ວ່າ ໃນ ທ້າຍສັບປະດາ
ຈະມີນັກທ່ອງທ່ຽວກວ່າ 8.000 ຄົນຂຶ້ນ ຈອມພູ Fansipan ດ້ວຍກະເຊົ້າລອຍຟ້າ. ພາບ: ເຕິດເຊີນ



ຫຼັງຈາກລະບົບສາຍກາບກະເຊົ້າລອຍຟ້າໄດ້ເປີດນຳໃຊ້, ຄວາມຝັນທີ່ໄດ້ຂຶ້ນໄປຫາຫຼັງຄາເຮືອນ
ອິນດູຈີນ ໄດ້ກາຍ ເປັນຄວາມຈິງ ສຳລັບຜູ້ທີ່ມັກການທ່ອງທ່ຽວ, ນັບທັງຜູ້ເຖົ້າ

ແລະ ເດັກນ້ອຍ. ພາບ: ຮວ່າງກວາງຮ່າ



ນັກທ່ອງທ່ຽວຮູ້ສຶກເພິ່ງພໍໃຈທີ່ໄດ້ຂຶ້ນໄປເທິງຈອມພູ Fansipan. ພາບ: ເຕິດເຊີນ


ກຸ່ມນັກຂ່າວຂອງຂ່າວພາບຫວຽດນາມ ຖ່າຍຮູບຮ່ວມ
ກັບ ນັກທ່ອງທ່ຽວ ມາແຕ່ ສິງກະໂປ ເທິງຈອມພູ Fansipan. ພາບ: ຫວຽດເກື່ອງ



ກຸ່ມບໍລິສັດ Sun Group ກຳລັງພະຍາຍາມກໍ່ສ້າງຫຼາຍ ກິດຈະກຳ ແຫ່ງມະໂນຈິດ
ເທິງຈອມພູ Fansipan ເພື່ອ ຮັບໃຊ້ນັກທ່ອງທ່ຽວ. ພາບ: ຮວ່າງກວາງຮ່າ

ກຸ່ມບໍລິສັດ Sun Group ໄດ້ປະຕິບັດຫຼາຍໂຄງການ,ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ພັດທະນາການທ່ອງທ່ຽວ ໃນຫຼາຍທ້ອງຖິ່ນຂອງ ຫວຽດນາມ ຄື: Bana Hills, Inter Continental Danang Sun Peninsula Resort, Premier Villager Danang Resort, Asia Park, ສາຍກາບກະເຊົ້າລອຍຟ້າ Fansipan ແລະ ອື່ນໆ.
ນັ່ງນຳກະເຊົ້າໄຟ້າ ຮ່ວມ ກັບພວກຂ້າພະເຈົ້າ ແມ່ນຄູ່ຜົວ ເມຍໜຸ່ມ ຊຶ່ງຫາກໍແຕ່ງານໃໝ່ ມາຈາກ ປະເທດ ສິງກະໂປ ເພື່ອສະຫລອງວັນແຕ່ງງານ. ເຂົາເຈົ້າໃຫ້ຮູ້ວ່າ ຈອມພູ Fansipan  ຫລັງຄາເຮືອນອິນດູຈີນ ແມ່ນສິ່ງມະຫັດສະ ຈັນ ສຳລັບຊາວ ສິງກະໂປ ທີ່ມາທ່ຽວຫວຽດນາມ ແລະ ພວກເຂົາເລືອກທີ່ນີ້ ເປັນບ່ອນທ່ອງທ່ຽວ ແຫ່ງທຳອິດ.
 
ຄວາມພາກພູມໃຈຂອງຄູ່ຜົວເມຍໜຸ່ມ ສິງກະໂປ ຄືເປັນ ແຫຼ່ງ ກຳລັງໃຈເພື່ອຊ່ວຍໃຫ້ພວກຂ້າພະ ເຈົ້າສຳ ເລັດການ ຂຶ້ນຂັ້ນໄດກວ່າ 600 ຂັ້ນແຕ່ສະຖານີແຫ່ງສຸດທ້າຍ ຂອງ ການ ຂີ່ສາຍກາບກະເຊົ້າລອຍຟ້າຂຶ້ນຈອມພູ Fansipan. ໂດຍຄວາມບັງເອີນ, ພວກຂ້າພະເຈົ້າ ໄດ້ພົບກັບຄະນະ ນັກທ່ອງທ່ຽວຂອງສະຖາບັນ ວິທະຍາຄານວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ຢູ່ເທິງຈອມພູ Fansipan. ພວກຂ້າພະເຈົ້າໄດ້ແບ່ງປັນ ເຊິ່ງກັນໃຫ້ກັນບັນດາເລື່ອງ, ພາບຖ່າຍກ່ຽວກັບການ ເດີນທາງຂອງຕົນ, ທຸກ ຄົນຕ່າງ ຮູ້ສຶກເພິ່ງພໍໃຈ ຕໍ່ທິວທັດທຳມະຊາດທີ່ສວຍສົດງົດງາມ ແລະ ໃຫຍ່ໂຕມະໂຫຖານ. 



   ປະຕິບັດ: ສະໂມສອນຖ່າຍພາບວິນາທິຄຳ-ຂ່າວພາບຫວຽດນາມ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຄົ້ນພົບ ວັນມ໋ຽວ - ກວກຕືຢ໋າມ ໃນຕອນກາງຄືນ

ຫວ່າງມໍ່ໆມານີ້, ທົວທ່ອງທ່ຽວຄົ້ນພົບ ວັນມ໋ຽວ-ກວັກຕືຢາມ ໃນຕອນກາງຄືນ ໃນຫົວຂໍ້ “ແກ່ນແທ້ ຂອງ ຄຸນນະທໍາ” ໄດ້ຈັດຂຶ້ນ ແລະ ຕ້ອນ ຮັບນັກທ່ອງທ່ຽວ ຢ່າງເປັນທາງການ. ໂຄງການດັ່ງກ່າວຖືກຈັດຂຶ້ນ ໂດຍສູນວັດທະນະທຳ ແລະ ວິທະຍາສາດ ວັນມ໋ຽວ-ກວກຕືຢາມ (ຮ່າໂນ້ຍ) ດ້ວຍຈຸດປະສົງ ໂຄສະນາ ຄຸນຄ່າທີ່ເປັນເອກະລັກສະເພາະ ຂອງ ການສຶກສາ ເພື່ອດຶງດູດນັກທ່ອງທ່ຽວມາຢ້ຽມຢາມຊອກຫາເຂດອະນຸສອນ ສະຖານໃນ ຕອນກາງຄືນ,  ປະກອບສ່ວນເຮັດໃຫ້ ຜະລິດຕະພັນ ທ່ອງທ່ຽວ ຮ່າໂນ້ຍ ອຸດົມສົມບູນຍິ່ງຂຶ້ນ.

Top