• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິມຈໍາໜ່າຍປຶ້ມ “ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ອາລົມຈິດຂອງປະຊາຊົນພາຍໃນປະເທດ ແລະ ເພື່ອນມິດສາກົນ”

ວັນທີ 20 ມິຖຸນາ, ຢູ່ສໍານັກງານໜັງສືພິມ ເຍິນເຢິນ (ປະຊາຊົນ), ຄະນະໂຄສະນາສຶກສາສູນກາງ, ໜັງສືພິມ ເຍິນເຢິນ ແລະ ໂຮງພິມການເມືອງແຫ່ງຊາດ ສື້ເທິດ ໄດ້ສົມທົບດກັນຈັດຕັ້ງພິທີ ສະເໜີປຶ້ມ “ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ອາລົມຈິດຂອງປະຊາຊົນພາຍໃນປະເທດ ແລະ ເພື່ອນມິດສາກົນ”.

ພິທີ ສະເໜີປຶ້ມ “ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລະ ອາລົມຈິດຂອງປະຊາຊົນພາຍໃນປະເທດ ແລະ ເພື່ອນມິດສາກົນ” 

ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານ ຟ້າມມິງຈິ໊ງ, ກໍາມະການກົມການເມືອງ, ເລຂາສູນກາງພັກກອມມູນິດຫວຽດນາມ, ຫົວໜ້າຄະນະຈັດຕັ້ງສູນກາງ; ທ່ານ ຫງວຽນວັນເນັນ, ເລຂາສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງ ພັກກອມມູນິດຫວຽດນາມ.

        ປຶ້ມຫົວດັ່ງກ່າວ ໄດ້ເຕົ້າໂຮມບັນດາບົດຂຽນກ່ຽວກັບທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢ່າງເປັນລະບົບ. ຜູ້ແຕ່ງບົດຂຽນນັ້ນແມ່ນ ບັນດານັກວິທະຍາສາດ, ປັນຍາຊົນ, ນັກສິລະປິນວັນນະຄະດີ, ນັກຂ່າວ, ຄູ່ຮ່ວມງານ...

        ຕາງໜ້າກົມການເມືອງ ແລະ ຄະນະເລຂາ, ທ່ານ ຟ້າມມິນຈິ໊ງ ຊົມເຊີຍໜັງສືພິມ ເຍິນເຢິນທີ່ໄດ້ ສົມທົບກັບໂຮງພິມການເມືອງແຫ່ງຊາດ ສື້ເທິດ ຈັດຕັ້ງການຄັດເລືອກຈັດພິມຈໍາໜ່າຍປຶ້ມທີ່ມີຄ່າຫົວນີ້. ຕາມທ່ານ ຟ້າມມິນຈິ໊ງ ແລ້ວ, ປຶ້ມຫົວນີ້ແມ່ນເອກະສານທີ່ລໍ້າຄ່າຂອງບັນດາອົງການຈັດຕັ້ງພັກ, ພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະແມ່ນໃນສະພາບການປັດຈຸບັນ, ເມື່ອພັກພວມເພີ່ມທະວີວຽກງານກໍ່ສ້າງ, ປັບປຸງພັກ, ຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ຍູ້ແຮງການຮໍ່າຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ, ເຊີດຊູຄວາມຮັບຜິດຊອບໃນການເປັນແບບຢ່າງ, ຄວາມຮັບຜິດຊອບຂອງຜູ້ນໍາໜ້າ.

 
(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມອະນຸກຳມະການເສດຖະກິດ - ສັງຄົມ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງສືບຕໍ່ສ້າງໂຄງຮ່າງບົດລາຍງານໃຫ້ສົມບູນແບບ ດ້ວຍເນື້ອໃນມີຂອບຂະໜາດຊີ້ນຳ, ນຳພາໃຫຍ່ ແຕ່ແທດຈິງ, ເຂົ້າໃຈງ່າຍ, ປະຕິບັດງ່າຍ

Top