• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີ​​ໄວ້ອາ​ໄລ​ຂອງທ່ານອະດີດ​ເລຂາທິການ​ໃຫຍ່ ​ເລຂາ​ຟຽວ

ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ເກີດວັນທີ 27 ທັນວາ 1931, ຢູ່ຕາແສງດົງເຄ, ເມືອງ ດົງເຊີນ, ແຂວງແທັງຮວ໊າ ໄດ້ເຖິງແກ່ມໍລະນະກໍາໃນວັນທີ 7 ສິງຫາ 2020 ຢູ່ເຮືອນຜູ້ກ່ຽວເອງທີ່ຮ່າໂນ້ຍ, ລວມອາຍຸໄດ້ 89 ປີ.

ຕອນເຊົ້າວັນທີ 14 ສິງຫາ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ ແຫ່ງ ສສ.ຫວຽດນາມ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ  ໄດ້ຈັດຕັ້ງພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລຂາຟຽວ ຂຶ້ນຢ່າງສົມກຽດ. ພິທີໄວ້ອາໄລໄດ້ເລີ່ມຂຶ້ນແຕ່ເວລາ 8 ໂມງເຊົ້າຂອງວັນທີ 14 ສິງຫາ ຮອດເວລາ 12 ໂມງຂອງວັນທີ 15 ສິງຫາ 2020, ທີ່ຫໍທໍາພິທີສົບແຫ່ງຊາດ, ຢູ່ເຮືອນເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ຮ່າໂນ້ຍ. ກໍໃນຈຸດເວລາດຽວກັນນີ້, ຢູ່ສະໂມສອນ ທົ໊ງເຍິດ, ນະຄອນໂຮ່ຈີມິນ ແລະ ສະໂມສອນ 25B ກວາງຈຸງ, ນະຕອນແທັງຮວ໊າ, ແຂວງແທັງຮວ໊າ ກໍດໍາເນີນພິທີໄວ້ອາໄລທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ເຊັ່ນດຽວກັນ.

ພິທີໄວ້ອາໄລໄດ້ເລີ່ມຂຶ້ນແຕ່ເວລາ 8 ໂມງເຊົ້າຂອງວັນທີ 14 ສິງຫາ ຮອດເວລາ 12 ໂມງຂອງວັນທີ 15 ສິງຫາ 2020, ທີ່ຫໍທໍາພິທີສົບແຫ່ງຊາດ, ຢູ່ເຮືອນເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ຮ່າໂນ້ຍ (ພາບ: VOV)

ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ແລະ ຄະນະລັດຖະບານຫວຽດນາມ ແມ່ນທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນຫົວໜ້າຄະນະເຂົ້າໄວ້ອາໄລ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ນໍາໜ້າຄະນະສະພາແຫ່ງຊາດເຂົ້າໄວ້ອາໄລ. ຄະນະປະທານປະເທດ ໂດຍທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເປັນຫົວໜ້າຄະນະເຂົ້າໄວ້ອາໄລ. ຫຼັງຈາກນັ້ນ, ຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດຍທ່ານເລຂາສູນກາງພັກ, ປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ເປັນຫົວໜ້າຄະນະເຂົ້າໄວ້ອາໄລ. ກ່າວຄໍາເຫັນທີ່ພິທີໄວ້ອາໄລ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ຢັ້ງຢືນວ່າ:

“ຜ່ານເຄື່ອນໄຫວການປະຕິວັດມາເປັນເວລາ 70 ກວ່າປີ, ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ໄດ້ມີການປະກອບສ່ວນທີ່ຍິ່ງໃຫຍ່ຫຼາຍຢ່າງເຂົ້າໃນພາລະກິດແຫ່ງການປະຕິວັດອັນສະຫງ່າລາສີຂອງພັກ ແລະ ຊາດຫວຽດນາມ. ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ໄດ້ຮັບຫຼຽນໄຊດາວຄໍາ, ຫຼຽນກາສະມາຊິກພັກ 70 ປີ, ຫຼຽນກາທີ່ມີຄ່າຕ່າງໆອີກຫຼາຍຫຼຽນຈາກພັກ ແລະ ລັດຫວຽດນາມ. ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນການສູນເສຍອັນຍິ່ງໃຫຍ່ຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ”.

ເມື່ອຂຽນໃສ່ປຶ້ມໄວ້ອາໄລ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຂຽນວ່າ: ການຈາກໄປຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແມ່ນການສູນເສຍອັນຍິ່ງໃຫຍ່ສໍາລັບຄອບຄົວ, ເພື່ອນມິດ, ສະຫາຍ, ເພື່ອນຮ່ວມກົມກອງ ແລະ ປະຊາຊົນ. ໂດຍຮຽນຕາມແບບຢ່າງຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ, ພວກຂ້າພະເຈົ້າຈະສາມັກຄີກັນເປັນຈິດໜຶ່ງໃຈດຽວ, ພະຍາຍາມສູ້ຊົນເພື່ອເປົ້າໝາຍສ້າງສາປະເທດ ຫວຽດນາມ ໃຫ້ກາຍເປັນປະເທດທີ່ປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ.

ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ເກີດວັນທີ 27 ທັນວາ 1931, ຢູ່ຕາແສງດົງເຄ, ເມືອງ ດົງເຊີນ, ແຂວງແທັງຮວ໊າ ໄດ້ເຖິງແກ່ມໍລະນະກໍາໃນວັນທີ 7 ສິງຫາ 2020 ຢູ່ເຮືອນຜູ້ກ່ຽວເອງທີ່ຮ່າໂນ້ຍ, ລວມອາຍຸໄດ້ 89 ປີ.

`ພິທີສົບຂອງທ່ານອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ເລຂາຟຽວ ໄດ້ຈັດຕັ້ງຕາມພິທີລະດັບຊາດ. ຄະນະຈັດຕັ້ງພິທີສົບລວມມີ 35 ທ່ານ ໂດຍທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເປັນຫົວໜ້າຄະນະ. ພິທີໄວ້ອາໄລຄັ້ງສຸດທ້າຍ ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ຈະຈັດຂຶ້ນໃນເວລາ 12 ໂມງ 30 ນາທີ ຂອງວັນທີ 15 ສິງຫາ 2020 ຢູ່ຫໍທໍາພິທີສົບແຫ່ງຊາດ, ເຮືອນເລກທີ 5 ຖະໜົນເຈິ່ນແທ໊ງຕົງ, ຮ່າໂນ້ຍ. ພິທີປົງສົບຈະໄດ້ຈັດຂຶ້ນໃນເວລາ 14 ໂມງ ຂອງວັນດຽວກັນຢູ່ສຸສານ ມາຍຢິກ, ຮ່າໂນ້ຍ./.

(ແຫຼ່ງຄັດຈາກ VOV)

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຜູ້​ແທນ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທົ່ວ​ປະ​ເທດ​ເດີນ​ທາງ​ໄປ​ຢາມ ດ້ຽນ​ບຽນ​ຝູ

ຕອນເຊົ້າວັນທີ 24 ເມສາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີເລີ່ມດຳເນີນບັ້ນເຄື່ອນໄຫວ “ດ້ຽນບຽນຝູ - ຄາດຫວັງແຫ່ງປະເທດຊາດ”, ໂດຍສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ ຈັດຂຶ້ນ.

Top