• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຄົ້ນພົບ

ພິທີໄຫວ້ບູຊາເທວະດາຟ້າແຖນຂອງຊາວບ້ານ ມໂນງ

ພິທີໄຫວ້ບູຊາເທວະດາຟ້າແຖນຊອງຊາວເຜົ່າ ມໂນງ ໄດ້ຈັດຂຶ້ນ ເພື່ອວິງວອນຂໍໃຫ້ຝົນຟ້າອາກາດເອື້ອຍອຳນວຍ, ຜົນລະປູກມາກມາຍ, ຫຼີກລ້ຽງເຄາະບັງເອີນ, ໄພພິບັດ ໃຫ້ແກ່ຊາວບ້ານ. ຕາມປົກກະຕິ, ພິທີດັ່ງກ່າວຈະໄດ້ຈັດຂຶ້ນໃນໄລຍະທ້າຍເດືອນສາມ, ຕົ້ນເດືອນສີ່ຕາມຈັນທະປະຕິທິນ ແລະ ນີ້ເປັນໜຶ່ງໃນບັນດາພິທີດຳລົງຊີວິດ ທີ່ສຳຄັນທີສຸດຂອງຊາວ ມໂນງ ໃນປີ.
ໃນຕອນເຊົ້າ, ຊາວບ້ານທຸກໆ ຄົນໄດ້ເຕົ້າໂຮມກັນ ພ້ອມກັບເຈົ້າບ້ານຫ້າງຫາກະກຽມເຄື່ອງຖະຫວາຍ. ເຄື່ອງຖະຫວາຍເພື່ອໄຫວ້ບູຊາເທວະດາຟ້າແຖນລວມມີ: ເຂົ້າສານ,  ເຂົ້າຕົ້ມ, ດອກໝາກໄມ້, ຊີ້ນ ແລະ ເຫຼົ້າໄຫ. ນອກຈາກນັ້ນ ເຂົາເຈົ້າກໍ່ກະກຽມເຄື່ອງປະຕິບັດພິທີລວມມີ: ທຽນ, ເສືອໂຕໜຶ່ງ ທີ່ເຮັດດ້ວຍໄມ້, ງາຊ້າງຄູ່ໜຶ່ງ, ເຂົາແຮດໜ່ວຍໜຶ່ງທີ່ເຮັດດ້ວຍໄມ້.
 
ຫຼັງຈາກວຽກງານກະກຽມໄດ້ສຳເລັດແລ້ວ, ເຈົ້າບ້ານຈະເປົ່າສະໃນຮວດໜຶ່ງເພື່ອປະກາດວ່າ ພິທີໄຫວ້ບູຊາເທວະດາ ຟ້າແຖນເລີ່ມຕົ້ນແລ້ວ. ເຈົ້າບ້ານຈະພາຊາວບ້ານໝົດທຸກຄົນອອກໄປຫາປະຕູບ້ານເພື່ອປະຕິບັດພິທີສຳຄັນທີ່ສຸດ.ທີ່ນີ້, ຕໍ່ໜ້າຮ້ານບູຊາທີ່ໄດ້ໄວ້ເຄື່ອງຖະຫວາຍ, ເຈົ້າບ້ານຈະ ຕາງໜ້າໃຫ້ຊາວບ້ານໝົດທຸກຄົນ ປະຕິບັດພິທີພາວະນາຮ້ອງຂໍ.

ພິທີໄຫວ້ບູຊາເທວະດາຟ້າແຖນ ໄດ້ເລີ່ມຕົ້ນພາຍຫຼັງການ ເປົ່າສະໃນຮວດໜຶ່ງຂອງເຈົ້າບ້ານ. 
 

ເຈົ້າບ້ານກະກຽມການປະຕິບັດພິທີໄຫວ້ບູຊາເທວະດາຟ້າແທນທີ່ປະຕູບ້ານ. 


ຊາວ ມໂນງ ກະກຽມການປະຕິບັດພິທີສຳຄັນທີ່ສຸດທີ່ ປະຕູບ້ານ. 


ເຈົ້າບ້ານນຳໜ້າວົງການຕີຄ້ອງເປີດສາກໃຫ້ງານບຸນ.


ຕັບໝູໄດ້ນຳໃຊ້ເປັນເຄື່ອງຖະຫວາຍໃຫ້ແກ່ບັນດາເທວະດາຟ້າແຖນ.


ພິທີດັ່ງກ່າວຈະໄດ້ຈັດຂຶ້ນໃນໄລຍະທ້າຍເດືອນສາມ, ຕົ້ນເດືອນສີ່ຕາມຈັນທະປະຕິທິນ.
 

ນອກຈາກບັນດາເຄື່ອງຖະຫວາຍໃຫ້ແກ່ບັນດາເທວະດາຟ້າແຖນ, ບັນດາເຄື່ອງຂອງທ່ີໄດ້ນຳໃຊ້ເພື່ອປະຕິບັດພິທີກໍ່ໄດ້
ຊາວ ມໂນງ ກະກຽມ ແລະ ເອົາມາເຂດດຳເນີນພິທີ. 



ໂຕເສືອທີ່ເຮັດດ້ວຍໄມ້ ໄດ້ນຳໃຊ້ໃນພິທີ ມີຄວາມໝາຍປັດໄລ່ເຄາະບັງເອີນ.


ພິທີໄຫວ້ບູຊາຈະໄດ້ປະຕິບັດຢູ່ຕໍ່ໜ້າຕົ້ນ ເນວ. 


ຍິງສາວເຜົ່າ ມໂນງ ຫຼາຍຄົນພວມສະແດງບັນດາຈັງຫວະຟ້ອນເພື່ອຂໍໃຫ້ຢູ່ດີມີສຸກ.


ເຄື່ອງເສບດົນຕີຂອງແມ່ຍິງເຜົ່າ ມໂນງ ສະແດງທີ່ງານບູນ.


ຊາວບ້ານທຸກຄົນພາກັນດື່ມເຫຼົ້າໄຫ.

ກ່ອນອື່ນໝົດ, ເຈົ້າບ້ານຈະປະສົມເລືອດໝູກັບເຫຼົ້າແລ້ວສັກຕັບໝູ 3 ປ່ຽງໃສ່ໄມ້ສຽບໄມ້ໜຶ່ງແລ້ວປັກຂຶ້ນໄຫເຫຼົ້າ. ໃນເວລາທີ່ເຄັ່ງຂຶ້ນທີ່ສູດ, ໝົດທຸກຄົນຍົກມືຂຶ້ນໃນສຽງຮ້ອງຂໍຂອງ ເຈົ້າບ້ານ. ຄຳພາວະນາຮ້ອງຂໍໃຫ້ຝົນຟ້າອາກາດເອື້ອຍອຳນວຍ, ຜົນລະປູກມາກມາຍ, ຫຼີກລ້ຽງເຄາະບັງເອີນ, ໄພພິບັດໃຫ້ແກ່ຊາວບ້ານທຸກໆ ເວລາຂອງປີ.
 
ພາຍຫຼັງພິທີໄຫວ້ບູຊາເທວະດາຟ້າແຖນທີ່ປະຕູບ້ານ, ຊາວບ້ານໝົດທຸກຄົນຈະກັບໄປຫາເດີ່ນບ້ານທີ່ມີຕົ້ນ ເນວ. ສຳລັບຊາວເຜົ່າ ມໂນງ, ຕົ້ນ ເນວ ແມ່ນຂົວເຊື່ອມຕໍ່ລະຫວ່າງໝູ່ບ້ານກັບເທວະດາຟ້າແຖນທຸກທ່ານ. ຊາວບ້ານໝົດທຸກຄົນຈະຢືນອ້ອມຮອບຕົ້ນ ເນວ ແລະ ພ້ອມກັນປະຕິບັດພິທີໄຫວ້ບູຊາເທວະດາຟ້າແຖນອີກເທື່ອໜຶ່ງ. ຫຼັງຈາກນັ້ນ ເຂົາເຈົ້າຈະເອົາເຫຼົ້າປະສົມກັບເລືອດໝູ ທາໃສ່ຫຼັງຄາເຮືອນ, ຝາຜະໜັງ ຂອງເຮືອນໝົດທຸກຄົນຢູ່ໃນບ້ານ. ພິທີດັ່ງກ່າວມີຄວາມໝາຍວ່າເພື່ອປັດໄລ່ເຄາະບັງເອີນມາຍັງຊາວບ້ານໝົດທຸກຄົນໃນໝູ່ບ້ານແຫ່ງນີ້.

ຈົບພິທີດັ່ງກ່າວແມ່ນຈະມາເຖິງພາກສ່ວນງານບຸນ. ບັນດາຄູ່ບ່າວສາວຊາວ ມໂນງ ພາກັນຟ້ອນລຳພາຍໃຕ້ ສຽງຄ້ອງທີ່ຄືກຄັກມ່ວນຊື່ນ. ບັນດາຈັງຫວະຟ້ອນດັ່ງກ່າວ ໄດ້ເປີດສາກໃຫ້ແກ່ບັນດາການເຄື່ອນໄຫວທີ່ຟົດຟື້ນໃນງານບຸນ ຈະແກ່ຍາວຈົນໝົດມື້ ໝົດຄືນຂອງວັນບຸນໄຫວ້ບູຊາເທວະດາຟ້າແຖນຂອງຊາວເຜົ່າ ມໂນງ.

ປະຕິບັດໂດຍ: ຫວຽດເກື່ອງ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະໄໝ ລາຊະວົງ ເລ

ຫວ່າງ​ມໍ່ໆ ​ມາ​ນີ້, ຫໍພິພິທະ​ພັນ​ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ ​ວັດ​ຖຸ​ບູຮານ ​ແລະ ​ເອກະສານ​ກວ່າ 200 ​ຊຸດ ກ່ຽວ​ກັບ​ ຢາງ ຫວໍເຈື່ອງ ໃນ​ຫົວ​ຂໍ້​: “​ຢາງຫວໍເຈື່ອງ ແລະ ຊຸດສະສົມອາວຸດ ສະ ໄໝ ລາຊະວົງ ເລ”. ນີ້​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ທ່ອງ​ທ່ຽວ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຊົມ​ໂຮງຮຽນມວຍ​ແຫ່ງ​ທຳ​ອິດ​ຂອງ ກຳແພງ ທັງລອງ ໃນເມື່ອກ່ອນ ດ້ວຍ​ຊຸດສະ​ສົມ​ ສົມບັດ ແຫ່ງ​ຊາດ ແລະ ອາວຸດ ສະໄໝ ລາຊະວົງ ​ເລ.

Top